ພິທີເລີ່ມຕົ້ນ
ບົດເລີ່ມຕົ້ນ
ມິດຊາເສກນ້ຳມັນສັກສິດ (ສຍ. 1 : 6)
ພຣະເຢຊູກຣິສໂຕເຈົ້າ ໄດ້ຕັ້ງພວກເຮົາ ໃຫ້ເປັນອານາຈັກສົງ ເພື່ອຮັບໃຊ້ພຣະເປັນເຈົ້າ ພຣະບິດາຂອງພຣະອົງ. ສີມຸງຄຸນ ແລະລິດອຳນາດເປັນ ຂອງພຣະອົງສະເໝີໄປ. ອາແມນ.
ມິດຊາຕັ້ງສິນ
ສ່ວນພວກເຮົາ, ພວກເຮົາຖືເປັນກຽດ ແຕ່ໃນກາງເຂນ ຂອງພຣະເຢຊູ ກຣິສໂຕເຈົ້າເທົ່ານັ້ນ, ຍ້ອນວ່າ ຄວາມຮອດ ຊີວິດ ແລະການກັບເປັນຄືນ ມາຂອງເຮົາມີຢູ່ໃນພຣະອົງ, ແມ່ນ ພຣະອົງໄດ້ມາໄຖ່ ແລະກອບກູ້ພວກເຮົາ.
ການທັກທາຍ
ພສ: ເດຊະພຣະນາມ ພຣະບິດາ + ແລະພຣະບຸດ + ແລະພຣະຈິດ
ຕ: ອາແມນ.
ພສ: ຂໍພຣະຄຸນຂອງພຣະເຢຊູກຣິສໂຕ ພຣະເຈົ້າຂອງເຮົາ ແລະຄວາມຮັກຂອງພຣະບິດາ ພ້ອມທັງຄວາມສຳພັນຂອງພຣະຈິດ ຈົ່ງສະຖິດຢູ່ນຳພວກທ່ານ ທຸກຄົນເທີ້ນ.
ຕ: ແລະຢູ່ນຳທ່ານດ້ວຍ.
ພສ: ຂໍ ພຣະຄຸນ ແລະສັນຕິສຸກ ທີ່ມາຈາກພຣະບິດາ ແລະພຣະເຢຊູກຣິສໂຕ ພຣະເຈົ້າຂອງເຮົາ ຈົ່ງຢູ່ນຳພວກທ່ານ ເທີ້ນ.
ຕ: ຂໍ ຖະຫວາຍພອນ ແດ່ພຣະເຈົ້າ ພຣະບິດາຂອງພຣະເຢຊູກຣິສໂຕ ພຣະເຈົ້າ ຂອງເຮົາ ທັງຫລາຍ.
ຫລື: ແລະຢູ່ນຳທ່ານດ້ວຍ.
ພສ: ຂໍ ພຣະອົງເຈົ້າ ຊົງສະຖິດ ຢູ່ນຳພວກທ່ານ
ຕ: ຂໍ ພຣະອົງເຈົ້າ ຊົງສະຖິດ ຢູ່ນຳທ່ານດ້ວຍ.
ການກະກຽມສາຣະພາບບາບ
ພຣະສົງ ຫລື ອະນຸສົງ ອະທິບາຍຄວາມໝາຍ ຂອງການສະຫລອງວັນນັ້ນ ຢ່າງສັ້ນໆກໍໄດ້ ແລ້ວຕໍ່ໄປ ເປັນການສະລະພາບຄວາມຜິດ, ພຣະສົງເຊີນຊວນ ສັດຕະບຸຣຸດ ໃຫ້ເປັນທຸກເຖິງບາບ.
ພສ: ພີ່ນ້ອງທັງຫລາຍ ເພື່ອໃຫ້ສົມກັບ ການຖະຫວາຍ ສັກກາຣະບູຊານີ້ ຈົ່ງຍອມຮັບວ່າ ພວກເຮົາໄດ້ກະທຳບາບ.
ມິດ - ພິຈາລະນາມະໂນທຳ
ພສ: ບັດນີ້ ຈົ່ງສາຣະພາບບາບ ພ້ອມກັນ.
ຕ: ຂ້າພະເຈົ້າ ຂໍສາຣະພາບ ຕໍ່ພຣະເປັນເຈົ້າ ຜູ້ຊົງຣິດທານຸພາບ ແລະຕໍ່ພວກພີ່ນ້ອງນີ້ດ້ວຍ ວ່າຂ້າພະເຈົ້າໄດ້ກະທຳບາບຫລາຍ ທາງກາຍ ວາຈາ ໃຈ ແລະຄວາມເສີຍເລີຍດ້ວຍ. ໂອພຣະອົງເຈົ້າ ຂ້າພະເຈົ້າຍອມຜິດແລ້ວ ດັ່ງນີ້ ຂ້າພະເຈົ້າ ຈຶ່ງຂໍພຣະນາງມາຣີອາ ພົມມະຈາຣີສະເໝີ ຂໍພວກເທວະດາ ແລະນັກບຸນທັງຫລາຍ ແລະຂໍພວກພີ່ນ້ອງນີ້ດ້ວຍ ຊ່ວຍອ້ອນວອນ ພຣະເປັນເຈົ້າ ໃຫ້ຂ້າພະເຈົ້ານີ້ເທີ້ນ.
ພສ: ຂໍ ພຣະເຈົ້າຜູ້ຊົງຣິດທານຸພາບ ໄດ້ຊົງເມດຕາກະຣຸນາ ພວກເຮົາ ໂຜດບາບໃຫ້ ແລະພາພວກເຮົາ ໄປເຖິງຊີວິດ ນິຣັນດອນເທີ້ນ.
ຕ: ອາແມນ.
ພສ: ພີ່ນ້ອງທັງຫລາຍ ເພື່ອໃຫ້ສົມກັບ ການຖະຫວາຍ ສັກກາລະບູຊານີ້ ຈົ່ງຍອມຮັບວ່າ ເຮົາໄດ້ກະທຳບາບ.
ມິດ - ພິຈາລະນາມະໂນທຳ
ພສ: ພຣະອົງເຈົ້າ ເມດຕາ ພວກຂ້າພະເຈົ້າ ເທີ້ນ.
ຕ: ຍ້ອນ ພວກຂ້າພະເຈົ້າໄດ້ທຳບາບຜິດ ຕໍ່ພຣະອົງ.
ພສ: ໂອ ພຣະອົງເຈົ້າ ຂໍເມດຕາກະຣຸນາ ພວກຂ້າພະເຈົ້າເທີ້ນ.
ຕ: ແລະ ຂໍພຣະອົງ ຊ່ວຍພວກຂ້າພະເຈົ້າ ໃຫ້ຮອດດ້ວຍ.
ພສ: ຂໍພຣະເຈົ້າ ຜູ້ຊົງຣິດທານຸພາບ ໄດ້ຊົງເມດຕາກະຣຸນາ ພວກເຮົາໂຜດບາບໃຫ້ ແລະພາພວກເຮົາ ໄປເຖິງຊີວິດ ນິຣັນດອນ ເທີ້ນ.
ຕ: ອາແມນ.
ພສ: ພີ່ນ້ອງທັງຫລາຍ ເພື່ອໃຫ້ສົມກັບ ການຖະຫວາຍ ສັກກາລະບູຊານີ້ ຈົ່ງຍອມຮັບ ວ່າ ເຮົາໄດ້ກະທຳບາບ.
ມິດ - ພິຈາລະນາມະໂນທຳ
ພສ: ໂອພຣະອົງ ຜູ້ພຣະບິດາໄດ້ສົ່ງມາ ປິ່ນປົວພວກມີໃຈ ເປັນທຸກເຖິງບາບ ພຣະອົງເຈົ້າ ຊົງເມດຕາເທີ້ນ.
ຕ: ພຣະອົງເຈົ້າ ຊົງເມດຕາ ເທີ້ນ.
ພສ: ໂອພຣະອົງ ຜູ້ໄດ້ສະເດັດມາ ຮຽກຮ້ອງເອົາຄົນບາບ, ພຣະກຣິສໂຕເຈົ້າ ຊົງເມດຕາເທີ້ນ.
ຕ: ພຣະກຣິສໂຕເຈົ້າ ຊົງເມດຕາ ເທີ້ນ.
ພສ: ໂອພຣະອົງ ຜູ້ປະທັບຢູ່ເບື້ອງຂວາ ຂອງພຣະບິດາ, ເພື່ອສະເໜີຊ່ວຍ ພວກຂ້າພະເຈົ້າ, ພຣະອົງເຈົ້າ ຊົງເມດຕາເທີ້ນ.
ຕ: ພຣະອົງເຈົ້າ ຊົງເມດຕາ ເທີ້ນ.
ພສ: ຂໍພຣະເຈົ້າ ຜູ້ຊົງຣິດທານຸພາບ ໄດ້ຊົງເມດຕາກະຣຸນາ ພວກເຮົາ ໂຜດບາບໃຫ້ ແລະພາພວກເຮົາ ໄປເຖິງຊີວິດນິຣັນດອນເທີ້ນ.
ຕ: ອາແມນ.
ພຣະອົງເຈົ້າ ຊົງເມດຕາ
ຖ້າຫາກວ່າບໍ່ໄດ້ໃຊ້ແບບ 3 ໃນການສາຣະພາບບາບ
ພສ: ພຣະອົງເຈົ້າ ຊົງເມດຕາ ເທີ້ນ.
ຕ: ພຣະອົງເຈົ້າ ຊົງເມດຕາ ເທີ້ນ.
ພສ: ພຣະກຣິສໂຕເຈົ້າ ຊົງເມດຕາ ເທີ້ນ.
ຕ: ພຣະກຣິສໂຕເຈົ້າ ຊົງເມດຕາ ເທີ້ນ.
ພສ: ພຣະອົງເຈົ້າ ຊົງເມດຕາ ເທີ້ນ.
ຕ: ພຣະອົງເຈົ້າ ຊົງເມດຕາ ເທີ້ນ.
ບົດຮ່ວມວິງວອນ
ທຸກຄົນມິດ-ພາວະນາໃນໃຈຄາວນຶ່ງ ແລ້ວພຣະສົງນົບມື ກ່າວ “ບົດພາວະນາ ຂອງປະທານ”
ພວກເຮົາຈົ່ງອ້ອນວອນ
ມິດຊາເສກນ້ຳມັນສັກສິດ
ໂອພຣະເຈົ້າ, ພຣະອົງໄດ້ຊົງໃຊ້ພຣະຈິດເຈົ້າ ມາສະເຫລີມພຣະເອກະບຸດຂອງພຣະອົງ ແລະຊົງແຕ່ງຕັ້ງ ໃຫ້ເປັນພຣະກຣິສໂຕ ແລະເປັນພຣະອົງເຈົ້າ. ຂໍໂຜດໃຫ້ພວກຂ້າພະເຈົ້າ ຜູ້ມາຮ່ວມໃນງານອະພິເສກ ຂອງພຣະກຣິສໂຕນີ້ ໄດ້ເປັນພິຍານ ແຫ່ງການໄຖ່ບາບຢູ່ໃນໂລກນີ້ເທີ້ນ.
ມິດຊາຕັ້ງສິນ
ໂອພຣະເຈົ້າ, ພຣະອົງໂຜດໃຫ້ພວກຂ້າພະເຈົ້າ ມາຊຸມນຸມກັນ ສະເຫລີມສະຫລອງ ງານ ລ້ຽງອາຫານຄ່ຳ ວັນກ່ອນພຣະອົງ ຈະມອບຕົວຮັບ ຄວາມຕາຍ. ໃນງານລ້ຽງນີ້ ພຣະອົງໄດ້ມອບສິນບູຊາໃໝ່ ໃຫ້ເປັນງານລ້ຽງ ແຫ່ງຄວາມຮັກຂອງພຣະອົງ ເພື່ອພຣະກຣິສຕະຈັກ ຈະໄດ້ປະຕິບັດສືບໆໄປ. ຂໍໃຫ້ຂໍ້ເລິກລັບອັນຍິ່ງໃຫຍ່ນີ້ ປະທານຄວາມຮັກ ແລະຊີວິດແກ່ພວກຂ້າພະເຈົ້າ ຢ່າງເຕັມພຽບເທີ້ນ.
ຍ້ອນເຫັນແກ່ ພຣະເຢຊູກຣິສໂຕ ພຣະບຸດຂອງພຣະອົງ ແລະພຣະເຈົ້າຂອງພວກຂ້າພະເຈົ້າ ຜູ້ດຳຣົງຊີວິດແລະສະເຫວີຍຣາດ ຮ່ວມກັບພຣະບິດາ ແລະພຣະຈິດ ຕະຫລອດນິຣັນດອນ.
ຕ: ອາແມນ
ພາກພິທີກຳ ພຣະວາຈາ
(ເບິ່ງພາກບົດອ່ານປະຈຳວັນ)
ບົດອ່ານທີ 1
ນີ້ແມ່ນວາຈາຂອງພຣະເປັນເຈົ້າ.
ຂໍຂອບພຣະຄຸນພຣະເປັນເຈົ້າ.
ເພງສັກສິດ
ບົດອ່ານທີ 2
ນີ້ແມ່ນວາຈາຂອງພຣະເປັນເຈົ້າ.
ຂໍຂອບພຣະຄຸນພຣະເປັນເຈົ້າ.
ອັລເລລູຢາ
ພຣະວໍຣະສານ
ພສ: ຂໍພຣະອົງເຈົ້າຊົງສະຖິດຢູ່ນຳພວກທ່ານ.
ຕ: ຂໍພຣະອົງເຈົ້າຊົງສະຖິດຢູ່ນຳທ່ານດ້ວຍ.
---
ພສ: ພຣະວໍຣະສານໂດຍນັກບຸນ (ມັດເທວ, ມັກໂກ, ລູກາ, ຢວງ).
ຕ: ສີມຸງຄຸນຈົ່ງມີແດ່ພຣະອົງເທີ້ນ.
---
ພສ: ນີ້ແມ່ນວາຈາຂອງພຣະກຣິສໂຕເຈົ້າ
ຕ: ໂອພຣະກຣິສໂຕເຈົ້າ, ຂໍສັນຣະເສີນພຣະອົງ.
ຈາກນັ້ນ ອະນຸສົງຫລືພຣະສົງສະແດງທຳມະເທດສະໜາ ເມື່ອເທດແລ້ວກໍສວດບົດ "ຂ້າພະເຈົ້າເຊື່ອເຖິງພຣະເປັນເຈົ້າ" ຕາມກົດພິທີ.
ບົດພາວະນາ ເພື່ອມວນຊົນ
ພິທີສຳລັບ ມິຊຊາເສກນ້ຳມັນສັກສິດ
ຄະນະສົງ ຮື້ຟື້ນ ຄຳສັນຍາ
ພສຄ: ພວກລູກ (ພໍ່) ທີ່ຍອດຮັກ, ທຸກໆປີ ມີການລະລຶກເຖິງວັນ ທີ່ພຣະກຣິສໂຕ ພຣະອົງເຈົ້າ ໄດ້ໃຫ້ພວກອັກຄະສາວົກ ແລະພວກເຮົາ ໄດ້ຮ່ວມສັງຄະພາບຂອງພຣະອົງ, ພວກລູກ (ພໍ່) ເຕັມໃຈລື້ຟື້ນຄຳສັນຍາ ທີ່ໄດ້ກະທຳໄວ້ແຕ່ກ່ອນ ຕໍ່ໜ້າພຣະສັງຄະຣາດ ແລະຕໍ່ໜ້າປະຊາກອນສັກສິດຂອງພຣະອົງບໍ?
ພຣະສົງ: ພວກຂ້ານ້ອຍສະໝັກເຕັມໃຈ.
ພສຄ: ພວກລູກ (ພໍ່) ເຕັມໃຈເປັນໜຶ່ງດຽວ ກັບພຣະເຢຊູພຣະອົງເຈົ້າ ແລະຈຳເລີນຊີວິດ ຄືກັນກັບພຣະອົງ ໂດຍຍອມເສຍສະລະຕົນເອງ ແລະລື້ ຟື້ນຄຳສັນຍາວ່າ ຈະປະຕິບັດ ພາລະໜ້າທີ່ ອັນສັກສິດ ທີ່ພວກລູກ (ພໍ່) ໄດ້ຮັບເອົາ ດ້ວຍຄວາມຍິນດີ ໃນວັນບວດ ເປັນພຣະສົງນັ້ນ ຍ້ອນຮັກພຣະກຣິສໂຕ ແລະພຣະກຣິສຕະຈັກບໍ?
ພຣະສົງ: ພວກຂ້ານ້ອຍສະໝັກເຕັມໃຈ.
ພສຄ: ພວກລູກ (ພໍ່) ຢາກເປັນຜູ້ສັດຊື່ ໃນການແຈກຈ່າຍພຣະຄຸນພຣະເຈົ້າ ໂດຍທາງສິນມະຫາສະໜິດ, ທາງພິທີກຳອື່ນໆ ແລະການເທດສະໜາສັ່ງສອນ ຢ່າງສັດຊື່ສຸດຈາລິດ ຕາມຢ່າງພຣະກຣິສໂຕ ຜູ້ເປັນຫົວໜ້າ ແລະນາຍຊຸມພາບານ. ຢ່າເປັນຄົນມັກໄດ້ ຊັບສົມບັດຂອງໂລກ, ແຕ່ໃຫ້ມີຄວາມຮັກຮ້ອນຮົນ ຕໍ່ວິນຍານເທົ່ານັ້ນ ພວກລູກ (ພໍ່) ສະໝັກເຕັມໃຈບໍ?
ພຣະສົງ: ພວກຂ້ານ້ອຍສະໝັກເຕັມໃຈ.
ພຣະສັງຄະຣາດ ຂໍໃຫ້ພວກສັດຕະບຸຣຸດສວດໃຫ້ພຣະສົງ:
ສ່ວນພວກລູກ (ພໍ່) ທີ່ຮັກແພງທັງຫລາຍນີ້, ຈົ່ງພາກັນສວດພາວະນາອຸທິດໃຫ້ ພຣະສົງຂອງພວກລູກ, ເພື່ອຂໍພຣະອົງເຈົ້າ ປະທານພຣະຄຸນແກ່ພວກເພິ່ນ ຢ່າງອຸດົມສົມບູນ ຍ້ອນວ່າ ພວກເພິ່ນເປັນຜູ້ຮັບໃຊ້ ທີ່ສັດຊື່ຂອງພຣະກຣິສໂຕ ຜູ້ເປັນມະຫາສົງ ຜູ້ເປັນບໍ່ເກີດແຫ່ງຄວາມຮອດນັ້ນແລ.
ໂອພຣະກຣິສໂຕເຈົ້າ ໂຜດຟັງຄຳວິງວອນເທີ້ນ.
ໂອພຣະກຣິສໂຕເຈົ້າ ໂຜດຮັບຄຳວິງວອນເທີ້ນ.
ພຣະສັງຄະຣາດ ຂໍຄຳພາວະນາຈາກພວກສັດຕະບຸຣຸດເພື່ອເພິ່ນເອງ:
ຂໍພວກລູກທັງຫລາຍ ພາວະນາອຸທິດໃຫ້ເຮົາດ້ວຍ ເພື່ອໃຫ້ເຮົາໄດ້ ເປັນຜູ້ສັດຊື່ ໃນພາລະໜ້າທີ່ພຣະສັງຄະຣາດ ຊຶ່ງເຮົາຜູ້ຕ່ຳຕ້ອຍ ໄດ້ຮັບມອບໝາຍນີ້ ເພື່ອຈະໄດ້ເປັນຮູບແບບທີ່ແທ້ຈິງ ແລະມີຊີວິດຂອງພຣະກຣິສໂຕ ຜູ້ເປັນມະຫາສົງ, ເປັນນາຍຊຸມພາບານຜູ້ດີ, ເປັນສາດສະດາຈານ ແລະເປັນຜູ້ຮັບໃຊ້ຂອງທຸກຄົນ.
ໂອພຣະກຣິສໂຕເຈົ້າ ໂຜດຟັງຄຳວິງວອນເທີ້ນ.
ໂອພຣະກຣິສໂຕເຈົ້າ ໂຜດຮັບຄຳວິງວອນເທີ້ນ.
ຂໍພຣະອົງເຈົ້າ ຄຸ້ມຄອງຮັກສາ ໝົດທຸກຄົນໄວ້ ໃນຄວາມຮັກຂອງພຣະອົງແລະພາພວກເຮົາ ທັງນາຍຊຸມພາແລະຝູງຊຸມພາ ໄປເຖິງຊີວິດນິຣັນດອນເທີ້ນ.
ຕອບ: ອາແມນ.
ພິທີເສກນ້ຳມັນສັກສິດ
ຄຳແນະນຳ:
ຫລັງພາວະນາສາກົນ ພຣະສົງສາມຮູບແຫ່ນ້ຳມັນ ທີ່ຈະເສກອອກມາ, ພ້ອມຜູ້ຊ່ວຍມິຊຊາ ຖືຈານໃສ່ສິນແລະເຫລົ້າອະງຸ່ນເດີນນຳໜ້າ ສັງຄະຣາດແລະພຣະສົງ ຜູ້ຮ່ວມຖວາຍບູຊາມິຊຊາ ຍັບເຂົ້າມາຕໍ່ໜ້າໂຕະ ບ່ອນມີນ້ຳມັນທີ່ຈະເສກ.
1. ເສກນ້ຳມັນທາຄົນເຈັບ.
ໂອພຣະເຈົ້າ ພຣະບິດາ ຂອງພວກຂ້າພະເຈົ້າທັງຫລາຍ ພຣະອົງແມ່ນຜູ້ທຸເລົາບັນເທົາໃຈ ອາໄສພຣະບຸດເຈົ້າ ພຣະອົງໄດ້ຊົງປາຖະນາ ຢາກປິ່ນປົວຄວາມອ່ອນແອ ແລະຄວາມເຈັບປ່ວຍ ຂອງພວກຂ້າພະເຈົ້າ. ຂໍພຣະອົງໂຜດສະດັບຟັງ ຄຳວິງ ວອນຂອງພວກຂ້າພະເຈົ້າ ຜູ້ມີຄວາມເຊື່ອເຖິງພຣະອົງ, ຂໍພຣະອົງ ຊົງໄຊ້ພຣະຈິດ ຜູ້ບັນເທົາຈາກສະຫວັນ ມາສະຖິດໃນນ້ຳມັນ ທີ່ພຣະອົງໄດ້ຊົງສ້າງໄວ້ນີ້ ເພື່ອບັນ ດານພະລາກຳລັງ ແກ່ຮ່າງກາຍຂອງພວກຂ້າພະເຈົ້າ. ດ້ວຍອາໃສພຣະພອນ ສັກສິດ ຂອງພຣະອົງນີ້, ຂໍໃຫ້ນ້ຳມັນນີ້ ທຸເລົາບັນເທົາກາຍ ວິນຍານ ຈິດໃຈຂອງຜູ້ເຈັບໂຊ ທີ່ຈະຮັບການທາ ດ້ວຍນ້ຳມັນນີ້. ຂໍໃຫ້ນ້ຳມັນນີ້ ຂັບໄລ່ຄວາມເສົ້າໂສກ, ຄວາມເຈັບປ່ວຍ ແລະຄວາມທໍຣະມານທຸກຢ່າງ ທັງຝ່າຍກາຍ ແລະຝ່າຍວິນຍານ. ຂໍໃຫ້ນ້ຳມັນນີ້ ກາຍເປັນເຄື່ອງໃຊ້ຂອງພຣະອົງ ເພື່ອປະທານພຣະຄຸນຂອງພຣະອົງ ໃນນາມຂອງພຣະເຢຊູກຣິສໂຕ ພຣະເຈົ້າຂອງຂ້າພະເຈົ້າທັງຫລາຍ.
2. ເສກນ້ຳມັນທາຄົນຕຽມຮັບສິນລ້າງບາບ
(ສັງຄະຣາດຢືນຂຶ້ນ)
ໂອພຣະເຈົ້າ ຜູ້ຊົງຣິດທານຸພາບ ພຣະອົງຊົງເປັນພະລະກຳລັງແຫ່ງປະຊາກອນຂອງພຣະອົງ. ພຣະອົງຊົງປົກປັກ ພິທັກຮັກສາພວກເຂົ້າ. ພຣະອົງໄດ້ຊົງສ້າງນ້ຳມັນ ອັນເປັນເຄື່ອງໝາຍ ແຫ່ງພາລະກຳລັງ. ຂໍພຣະອົງຊົງໂຜດອຳ ນວຍພຣະພອນ ແກ່ນ້ຳມັນນີ້, ຂໍພຣະອົງຊົງປະທານ ພາລະກຳລັງ ໃຫ້ແກ່ຜູ້ທີ່ຈະຮັບສິນລ້າງບາບ ແລະຈະຖືກໝາຍ ດ້ວຍນ້ຳມັນນີ້. ພວກເຂົາຈະໄດ້ຮັບສະຕິປັນຍາ ແລະຄວາມຂະຫຍັນຂັນແຂງ ຈາກພຣະອົງ; ພວກເຂົາຈຶ່ງຈະເຂົ້າໃຈ ຂ່າວປະເສີດ ຢ່າງເລິກຊຶ່ງກວ່າ, ແລະຍອມເສ້ຽສະລະ ດ້ວຍໃຈກ້ວາງຂວາງ ໃນການຕໍ່ສູ້ແຫ່ງຊີວິດກຣິສຕັງ. ພວກເຂົາຈະສາມາດ ກາຍເປັນບຸດຂອງພຣະອົງ, ພວກເຂົາຈຶ່ງຈະຍິນດີບັງເກີດໃໝ່ ແລະຈະເລີນຊີວິດ ໃນພຣະ ກຣິສຕະຈັກ ຂອງພຣະອົງດ້ວຍ.
ຍ້ອນເຫັນແກ່ພຣະເຢຊູກຣິສໂຕ ພຣະເຈົ້າຂອງຂ້າພະເຈົ້າທັງຫລາຍ.
3. ເສກນ້ຳມັນກຣິສມາ
(ກ່ອນພາວະນາ, ສັງຄະຣາດຖອກນ້ຳມັນຫອມ ລົງໃນເຕົ້ານ້ຳມັນທີ່ຈະເສກ ໂດຍບໍ່ວ່າຫຍັງ)
ບົດນຳ: ສັງຄະຣາດ ເສີນທຸກຄົນພາວະນາ:
ພີ່ນ້ອງທັງຫລາຍ! ພວກເຮົາຈົ່ງອ່ອນວອນ ຂໍພຣະເປັນເຈົ້າ ພຣະບິດາ ຜູ້ຊົງຣິດທານຸພາບ, ຂໍພຣະອົງຊົງອວຍພອນ ແກ່ນ້ຳມັນຫອມນີ້ ແລະຊົງບັນດານໃຫ້ສັກສິດໄປ. ເພື່ອໃຫ້ນ້ຳມັນນີ້ ເຊື່ອມຊືມເລິກເຂົ້າໄປ ຝາຍ ໃນຕົວເຂົາທຸກຄົນ ທີ່ຈະຮັບການທາ; ເຂົາຈຶ່ງຈະສາມາດເອົາຕົວຮອດໄດ້.
ສັງຄະຣາດເປົ່າລົມ ໃສ່ປາກເຕົ້ານ້ຳມັນ ໂດຍພາວະນາວ່າ:
ໂອພຣະເຈົ້າ ພຣະອົງໄດ້ຊົງຕັ້ງສິນສັກສິດຕ່າງໆ ແລະເປັນຜູ້ບັນດານຊີວິດ, ພວກຂ້າພະເຈົ້າ ຂໍຂອບພຣະຄຸນພຣະອົງ ຍ້ອນພຣະເມດຕາອັນເຫລືອ ທີ່ຈະພັນລະນາໄດ້ຂອງພຣະອົງ; ໃນພຣະສຳພັນໄມຕີເກົ່າ ພຣະອົງໄດ້ເລີ່ມໄຂສຳແດງ ຂໍ້ເລິກລັບແຫ່ງນ້ຳມັນສັກສິດ ແລະເມື່ອວັນເວລາ ຂອງພຣະອົງມາເຖິງແລ້ວ ພຣະອົງໄດ້ຊົງໄຂສຳແດງ ຢ່າງຊັດແຈ້ງ ດ້ວຍອາໄສພຣະບຸດ ສຸດທີ່ຮັກຂອງພຣະອົງ ພຣະອົງໄດ້ສະເໜີພຣະເອກາບຸດ ໃນຄະນະຊົງຮັບສິນລ້າງ ທີ່ຫ້ວຍຢໍດານ; ດັ່ງນີ້ ພຣະອົງໄດ້ສະແດງວ່າ: ພຣະເຢຊູແຫ່ງ ນາຊາແຣັດ ເປັນອົງປະພາສົກ ຜູ້ຖືກໃຊ້ມາ ເພື່ອປະກາດພຣະວໍຣະສານ ແກ່ຄົນຍາກຈົນ ແລະເປັນອົງກະສັດ ຜູ້ພາຊາດມະນຸດ ໄປຫາບໍ່ເກີດແຫ່ງຊີວິດ. ຍ້ອນວ່າ ເພື່ອພຣະບຸດຂອງພຣະອົງ ພຣະເຈົ້າຂອງພວກຂ້າພະເຈົ້າ ໄດ້ຊ່ວຍມະນຸດຊາດໃຫ້ພົ້ມບາບ ດ້ວຍການຊີ້ນພຣະຊົນ ແລະການກັບຄືນຊີບຂອງພຣະອົງ,ພຣະອົງຊົງກະທຳ ໃຫ້ພຣະກຣິສຕະຈັກ ເຕັມພຽບດ້ວຍພຣະຈິດເຈົ້າ ແລະປະທານ ອັນສົມບຸນຂອງພຣະອົງ ເພື່ອໃຫ້ພຣະກຣິສຕະຈັກ ທຳໃຫ້ແຜນ ການແຫ່ງຄວາມຮອດຂອງພຣະອົງ ສຳເລັດໄປໃນໂລກ. ແຕ່ນັ້ນມາ ອາໄສຂໍ້ເລິກລັບ ແຫ່ງນ້ຳມັນກຣິສມາ ພຣະອົງຊົງໂຜດປະທານ ຊັບສົມບັດ ແຫ່ງພຣະຄຸນຂອງພຣະອົງ ໃຫ້ມວນມະນຸດ; ເພາະສະນັ້ນ ບັນດາບຸດຂອງພຣະອົງ ຫລັງຈາກໄດ້ບັງເກີດໃໝ່ ໃນນ້ຳແຫ່ງສິນລ້າງບາບ ແລະມີແຮງມີກຳລັງທະວີຂຶ້ນ ດ້ວຍການສະເຫລີມ ຂອງພຣະຈິດເຈົ້າ, ພວກເຂົາກາຍເປັນນຶ່ງດຽວ ກັບພຣະກຣິສໂຕເຈົ້າ ພວກເຂົາໄດ້ມີສ່ວນ ໃນການທີ່ພຣະອົງ ເປັນປະພາສົກ, ເປັນສົງ ແລະເປັນກະສັດ.
(ພຣະສົງ ທີ່ຮ່ວມຖວາຍມິຊຊາ ຍົກມືຂວາຂຶ້ນ ປົກເຕົ້ານ້ຳມັນ ແລະພາວະນາກັບສັງຄະຣາດ)
ດ້ວຍເຫດນີ້, ອາໄສຣິດທານຸພາບ ແຫ່ງພຣະຄຸນຂອງພຣະອົງ, ພວກຂ້າພະເຈົ້າວິງວອນ ຂໍພຣະອົງ ຊົງບັນດານ ໃຫ້ນ້ຳມັນ ແລະນ້ຳຫອມ ທີ່ພຣະສົມກັນຢູ່ນີ້ ກາຍເປັນເຄື່ອງໝາຍ ແຫ່ງພຣະພອນ ຂອງພຣະອົງ ສຳລັບພວກຂ້າພະເຈົ້າ. ຂໍພຣະອົງໂຜດບັນດານ ພຣະທານ ແຫ່ງພຣະຈິດເຈົ້າ ຢ່າງກ້ວາງຂວາງ ເໜືອບັນດາພີ່ນ້ອງ ທີ່ຈະຮັບການທານ້ຳມັນນີ້ ເຕັມໄປດ້ວຍຄວາມສັກສິດ; ແຕ່ກ່ອນອື່ນໝົດ ອາໄສສິນສັກສິດ ທີ່ໃຊ້ ນ້ຳມັນນີ້ ຂໍພຣະອົງກະທຳໃຫ້ ພຣະກຣິສຕະຈັກຂອງພຣະອົງ ຈະເລີນ ກ້າວໜ້າ ຍິ່ງຂຶ້ນກວ່າອີກ ຈົນກວ່າ ພຣະກຣິສຕະຈັກ ຈະໄດ້ບັນລຸເຖິງຄວາມສົມບຸນ, ບ່ອນພຣະອົງເອງ ຈະສະນິດກັບບັນດາ ຜູ້ເປັນທັງຫລາຍ ກັບ ພຣະເຢຊູກຣິສໂຕ ໃນພຣະຈິດເຈົ້າ ຕະຫລອດໄປ ໃນຄວາມສະຫວ່າງນິຣັນດອນ.
ພາກພິທີຖະຫວາຍບູຊາມິດຊາ
ຂໍຖະຫວາຍປັງ
ພຣະສົງຢືນຢູ່ພຣະແທ່ນ ຍົກຈານສິນຂຶ້ນແລະກ່າວວ່າ:
ພສ: ໂອ ພຣະອົງເຈົ້າ ພຣະເຈົ້າແຫ່ງໂລກພິພົບ ພວກຂ້າພະເຈົ້າ ຂໍ ຖະຫວາຍພອນ ແດ່ພຣະອົງ ຍ້ອນວ່າ ພຣະອົງ ຜູ້ມີພຣະໄທກວ້າງຂວາງ ໄດ້ປະທານ ໃຫ້ພວກຂ້າພະເຈົ້າ ມີເຂົ້າປັງ ອັນເປັນໝາກຜົນ ຂອງແຜ່ນດິນ ແລະຜົນງານ ຂອງມະນຸດ. ພວກຂ້າພະເຈົ້າ ຂໍຖະຫວາຍປັງນີ້ ແດ່ພຣະອົງ ເພື່ອໃຫ້ກາຍເປັນ ປັງປະທານຊີວິດ.
ພຣະສົງວາງຈານສິນລົງເທິງແພຮອງສິນ / ສັດຕະບຸຣຸດກ່າວວ່າ
ຕ: ຂໍ ຖະຫວາຍພອນ ແດ່ພຣະເປັນເຈົ້າ ຕະຫລອດນິຣັນດອນ.
ຂໍຖະຫວາຍນ້ຳອະງຸ່ນ
ອະນຸສົງ ຫລື ພຣະສົງ ຖອກນ້ຳໜອຍນຶ່ງ ໃສ່ຈອກກາລິສ໌ ກ່າວເບົາໆ ວ່າ:
ພສ: ອາໄສ ການສັກສິດ ນ້ຳປົນກັບນ້ຳອະງຸ່ນນີ້ ຂໍໃຫ້ພວກຂ້າພະເຈົ້າ ໄດ້ມີສ່ວນຮ່ວມ ໃນສະພາວະພຣະເຈົ້າ ຂອງພຣະອົງ ຜູ້ໄດ້ຍິນຍອມຮັບເອົາ ສະພາວະມະນຸດ ຂອງພວກຂ້າພະເຈົ້າ.
ຈາກນັ້ນ ພຣະສົງ ຍົກຈອກກາລິສ໌ຂຶ້ນ ກ່າວວ່າ:
ພສ: ໂອ ພຣະອົງເຈົ້າ ພຣະເຈົ້າແຫ່ງໂລກພິພົບ ພວກຂ້າພະເຈົ້າ ຂໍຖະຫວາຍພອນ ແດ່ພຣະອົງ ຍ້ອນວ່າ ພຣະອົງ ຜູ້ມີພຣະໄທກວ້າງຂວາງ ໄດ້ປະທານໃຫ້ ພວກຂ້າພະເຈົ້າ ມີນ້ຳອະງຸ່ນ ອັນເປັນໝາກຜົນ ຂອງຕົ້ນອະງຸ່ນ ແລະຜົນງານ ຂອງມະນຸດ. ພວກຂ້າພະເຈົ້າ ຂໍຖະຫວາຍ ນ້ຳອະງຸ່ນນີ້ ແດ່ພຣະອົງ ເພື່ອໃຫ້ກາຍເປັນ ເຄື່ອງດື່ມລ້ຽງວິນຍານ.
ຕໍ່ຈາກນັ້ນພຣະສົງວາງຈອກກາລິສ໌ລົງເທິງແພຮອງສິນ/ສັດຕະບຸຣຸດກ່າວວ່າ
ຕ: ຂໍ ຖະຫວາຍພອນ ແດ່ພຣະເປັນເຈົ້າ ຕະຫລອດນິຣັນດອນ.
(ແລ້ວພຣະສົງໂຄ້ງຄຳນັບພຣະແທ່ນ ກ່າວເບົາໆວ່າ)
ພສ: ໂອ ພຣະອົງເຈົ້າ ພວກຂ້າພະເຈົ້າ ເປັນທຸກຖ່ອມຕົວ ຂາບລົງ ຂໍພຣະອົງ ຮັບເອົາພວກຂ້າພະເຈົ້າ: ດັ່ງນີ້ ຂອງບູຊາ ທີ່ພວກຂ້າພະເຈົ້າ ຖະຫວາຍໃຫ້ພຣະອົງໃນວັນນີ້ ຈະໄດ້ເປັນ ທີ່ຊອບພຣະໄທຂອງພຣະອົງ.
ພຣະສົງຖະຫວາຍກຳຍານ ໃຫ້ເຄື່ອງບູຊາສຸດແຕ່ກໍລະນີແລ້ວ ອະນຸສົງຫລືຜູ້ຊ່ວຍພິທີ ຖະຫວາຍກຳຍານໃຫ້ພຣະສົງແລະສັດຕະບຸຣຸດ. ຕໍ່ໄປ ພຣະສົງຢືນຢູ່ແຄມພຣະແທ່ນ ລ້າງມືແລະກ່າວເບົາໆວ່າ:
ພສ: ໂອ ພຣະອົງເຈົ້າ, ຂໍໂຜດລຶບລ້າງໂທດ ແລະຊຳຣະ ການບາບ ຂອງຂ້າພະເຈົ້າເທີ້ນ.
ຈົ່ງພາກັນພາວະນາ
ທຸກຄົນຢືນ ພຣະສົງຢືນກາງພຣະແທ່ນ ຫັນໄປທາງສັດຕະບຸຣຸດ ກ່າວວ່າ
ພສ: ພີ່ນ້ອງທັງຫລາຍ ຈົ່ງພາກັນພາວະນາ ຂໍໃຫ້ຂອງບູຊາຂອງຂ້າພະເຈົ້າແລະຂອງພວກພີ່ນ້ອງ ຈະໄດ້ເປັນທີ່ຊອບພຣະໄທພຣະເປັນເຈົ້າ ພຣະບິດາ ຜູ້ຊົງຣິດທານຸພາບ.
ຕ: ຂໍພຣະເປັນເຈົ້າ ຊົງຮັບເອົາ ເຄື່ອງບູຊານີ້ ຈາກມືຂອງຄຸນພໍ່ ເພື່ອເປັນກຽດສີມຸງຄຸນ ໃຫ້ພຣະນາມຂອງພຣະອົງ ເພື່ອເປັນປະໂຫຍດໃຫ້ພວກເຮົາ ແລະພຣະກຣິສຕະຈັກສັກສິດທັງມວນດ້ວຍ.
ບົດວິງວອນຖະຫວາຍບັນນາການ
ຈາກນັ້ນ ພຣະສົງນົບມືກ່າວ "ບົດວິງວອນຖະຫວາຍບັນນາການ"
ມິດຊາເສກນ້ຳມັນສັກສິດ
ໂອພຣະອົງເຈົ້າ, ຂໍໃຫ້ລິດຂອງສິນບູຊານີ້ ລຶບລ້າງສະພາບຄົນເກົ່າ, ສ້າງເສີມສະພາບຄົນໃໝ່ ແລະປະທາຄວາມຮອດ ໃຫ້ພວກຂ້າພະເຈົ້າດ້ວຍເທີ້ນ.
ມິດຊາຕັ້ງສິນ
ໂອພຣະອົງເຈົ້າ, ໂຜດປະທານໃຫ້ພວກຂ້າພະເຈົ້າ ສະເຫລີມສະຫລອງສິນບູຊານີ້ ຢ່າງເໝາະສົມ, ຍ້ອນວ່າ ທຸກໆຄັ້ງ ທີ່ທຳພິທີສະເຫລີມສະຫລອງ ການບູຊານີ້ຂຶ້ນ, ກໍແມ່ນທຳໃຫ້ກິດຈະການ ໄຖ່ບາບມະນຸດບັງເກີດຜົນທະວີຂຶ້ນນັ້ນເອງ.
ຍ້ອນເຫັນແກ່ພຣະກຣິສໂຕເຈົ້າ ພຣະເຈົ້າຂອງຂ້າພະເຈົ້າທັງຫຼາຍ.
ຕ: ອາແມນ
ພາວະນາໂມທະນາຄຸນ
ພສ: ຂໍ ພຣະອົງເຈົ້າ ຊົງສະຖິດຢູ່ນຳພວກທ່ານ.
ຕ: ຂໍ ພຣະອົງເຈົ້າ ຊົງສະຖິດຢູ່ນຳທ່ານ ດ້ວຍ.
ພສ: ເຊີນ ຍົກຈິດໃຈ ຂຶ້ນຫາ ພຣະເປັນເຈົ້າ.
ຕ: ດວງໃຈພວກເຮົາ ຮ່ວມສະໜິດ ກັບພຣະອົງເຈົ້າແລ້ວ.
ພສ: ຈົ່ງ ສະຫລອງສັນຣະເສີນ ພຣະອົງ ພຣະເຈົ້າຂອງເຮົາ.
ຕ: ເປັນການສົມຄວນ ແລະຖືກຕ້ອງແລ້ວ.
(ບົດນຳໂມທະນາຄຸນ)
ໂອພຣະອົງເຈົ້າ ພຣະບິດາຜູ້ສັກສິດ ຜູ້ມີຣິດເຫລືອແຫລ່ ດຳຣົງແຕ່ນິຣັນດອນ ການທີ່ພວກຂ້າພະເຈົ້າ ຍ້ອງຍໍສັນຣະເສີນພຣະອົງ ທຸກເວລາ ແລະທຸກບ່ອນ ນັ້ນ ເກີນວ່າ ສົມຄວນຄ່ອງ ທັງຖືກຕ້ອງ ແລະທ່ຽງທຳ. ອາໄສລິດເດດຂອງພຣະຈິດເຈົ້າ, ພຣະອົງໄດ້ຊົງແຕ່ງຕັ້ງ ພຣະເອກະບຸດຂອງພຣະອົງ ເປັນມະຫາສົງ ແຫ່ງພຣະສຳພັນໄມຕີໃໝ່ ແລະຖາວອນນິຣັນດອນ. ແລະພຣະອົງຊົງພໍພຣະໄທ ໃຫ້ສັງຄະພາບອັນດຽວ ຂອງພຣະບຸດເຈົ້າ ຍືນຍົງຄົງຢູ່ ໃນ ພຣະກຣິສຕະຈັກ. ພຣະກຣິສໂຕເອງ ບໍ່ໄດ້ຊົງປະທານ ລາດຊະສົມມະນາສັກ ແກ່ປະຊາກອນທັງມວນ ທີ່ພຣະອົງໄດ້ກູ້ໄຖ່ເທົ່າ ນັ້ນ, ແຕ່ຍ້ອນຮັກພີ່ນ້ອງຂອງພຣະອົງ ພຣະອົງຍັງໄດ້ເລືອກເອົາ ພວກທີ່ຈະໄດ້ຮັບການປົກມືນັ້ນ ມາຮ່ວມໃນພາລະໜ້າທີ່ ຂອງພຣະອົງອີກ, ເພື່ອໃຫ້ພວກເຮົາລື້ຟື້ນ ສິນບູຊາບັນດານຄວາມຮອດນີ້ ໃນນາມຂອງພຣະອົງ ໃນໂອກາດງານລ້ຽງປາສກາ ເພື່ອໃຫ້ພວກເຮົາ ຍອມເສຍສະລະ ເຫື່ອແຮງ ບົວລະບັດຮັບໃຊ້ ແລະຊຸບລ້ຽງປະຊາກອນຂອງພຣະອົງ. ດັ່ງນີ້ ພວກເຮົາຈຶ່ງຈະເປັນ ພິຍານອັນແທ້ຈິງ ຢັ້ງຢືນຄວາມເຊື່ອ ແລະຄວາມຮັກ ທັງຕຽມພ້ອມຖະຫວາຍຊີວິດຂອງຕົນ ເພື່ອພຣະອົງ ແລະເພື່ອຄວາມຮອດຂອງພວກພີ່ນ້ອງ ເໝືອນດັ່ງ ພຣະກຣິສໂຕ. ດ້ວຍເຫດນີ້ ພວກຂ້າພະເຈົ້າ ຈຶ່ງຂໍຮ່ວມສຽງ ກັບບັນດາເທວະດາແລະນັກບຸນທັງຫລາຍ ປະກາດສີມຸງຄຸນຂອງພຣະອົງເປັນສຽງດຽວວ່າ: ສັກສິດ! ສັກສິດ! ສັກສິດ...
ໂອພຣະອົງເຈົ້າ ພຣະບິດາຜູ້ສັກສິດ ຜູ້ມີຣິດເຫລືອແຫລ່ ດຳຣົງແຕ່ນິຣັນດອນ, ການທີ່ພວກຂ້າພະເຈົ້າ ຍ້ອງຍໍສໍຣະເສີນ ພຣະອົງ ທຸກເວລາແລະທຸກບ່ອນ ນັ້ນເກີນວ່າ ສົມຄວນຄ່ອງ ທັງຖືກຕ້ອງ ແລະທ່ຽງທຳ, ຍ້ອນເຫັນແກ່ ພຣະກຣິສໂຕ ພຣະເຈົ້າ ຂອງຂ້າພະເຈົ້າທັງຫລາຍ ຜູ້ເປັນ ມະຫາສົງ ຈິງແທ້ ດຳຣົງ ຢູ່ຊົ່ວນິຣັນດອນ. ພຣະອົງເອງ ໄດ້ສະຖາປະນາມະຫາບູຊານີ້ ໄວ້ເປັນປະຈຳຕະຫລອດການ, ໄດ້ຊົງຖະຫວາຍພຣະອົງເອງ ແດ່ພຣະບິດາເຈົ້າ ເປັນເຄື່ອງບູຊາບັນດານຄວາມຮອດ, ແລະຍັງຮັບສັ່ງ ໃຫ້ພວກຂ້າພະເຈົ້າ ຖະຫວາຍສິນບູຊານີ້ ສືບໆໄປ ເພື່ອເປັນທີ່ລຳລຶກເຖິງພຣະອົງ. ດັ່ງນີ້ ເວລາພວກຂ້າພະເຈົ້າ ຮັບປະທານປັງແຫ່ງຊີວິດ ໃນງານລ້ຽງສັກສິດນີ້ ພວກຂ້າພະເຈົ້າ ປະກາດການສິ້ນພຣະຊົນ ຂອງພຣະອົງ ຕະຫລອດໄປ, ຈົນເຖິງເວລາ ພຣະອົງຈະສະເດັດກັບມາໃໝ່. ດ້ວຍເຫດນີ້ ພວກຂ້າພະເຈົ້າ ຈຶ່ງ ຂໍຮ່ວມສຽງກັບ ບັນດາ ເທວະດາ ຍ້ອງຍໍ ສໍຣະເສີນ ຖະຫວາຍສີມຸງຄຸນ ແດ່ພຣະອົງ ດ້ວຍປະກາດ ຕະຫລອດໄປວ່າ: ສັກສິດ ສັກສິດ ສັກສິດ...
ໂອພຣະອົງເຈົ້າ ພຣະບິດາຜູ້ສັກສິດ ຜູ້ມີຣິດເຫລືອແຫລ່ ດຳຣົງແຕ່ນິຣັນດອນ ການທີ່ພວກຂ້າພະເຈົ້າ ຍ້ອງຍໍສັນຣະເສີນພຣະອົງ ທຸກເວລາ ແລະທຸກບ່ອນ ນັ້ນ ເກີນວ່າ ສົມຄວນຄ່ອງ ທັງຖືກຕ້ອງ ແລະທ່ຽງທຳ. ອາໄສລິດເດດຂອງພຣະຈິດເຈົ້າ, ພຣະອົງໄດ້ຊົງແຕ່ງຕັ້ງ ພຣະເອກະບຸດຂອງພຣະອົງ ເປັນມະຫາສົງ ແຫ່ງພຣະສຳພັນໄມຕີໃໝ່ ແລະຖາວອນນິຣັນດອນ. ແລະພຣະອົງຊົງພໍພຣະໄທ ໃຫ້ສັງຄະພາບອັນດຽວ ຂອງພຣະບຸດເຈົ້າ ຍືນຍົງຄົງຢູ່ ໃນ ພຣະກຣິສຕະຈັກ. ພຣະກຣິສໂຕເອງ ບໍ່ໄດ້ຊົງປະທານ ລາດຊະສົມມະນາສັກ ແກ່ປະຊາກອນທັງມວນ ທີ່ພຣະອົງໄດ້ກູ້ໄຖ່ເທົ່າ ນັ້ນ, ແຕ່ຍ້ອນຮັກພີ່ນ້ອງຂອງພຣະອົງ ພຣະອົງຍັງໄດ້ເລືອກເອົາ ພວກທີ່ຈະໄດ້ຮັບການປົກມືນັ້ນ ມາຮ່ວມໃນພາລະໜ້າທີ່ ຂອງພຣະອົງອີກ, ເພື່ອໃຫ້ພວກເຮົາລື້ຟື້ນ ສິນບູຊາບັນດານຄວາມຮອດນີ້ ໃນ ນາມຂອງພຣະອົງ ໃນໂອກາດງານລ້ຽງປາສກາ ເພື່ອໃຫ້ພວກເຮົາ ຍອມເສຍສະລະ ເຫື່ອແຮງ ບົວລະບັດຮັບໃຊ້ ແລະຊຸບລ້ຽງປະຊາກອນຂອງພຣະອົງ. ດັ່ງນີ້ ພວກເຮົາຈຶ່ງຈະເປັນ ພິຍານອັນແທ້ຈິງ ຢັ້ງຢືນຄວາມເຊື່ອ ແລະຄວາມຮັກ ທັງຕຽມພ້ອມຖະຫວາຍຊີວິດຂອງຕົນ ເພື່ອພຣະອົງ ແລະເພື່ອຄວາມຮອດຂອງພວກພີ່ນ້ອງ ເໝືອນດັ່ງ ພຣະກຣິສໂຕ. ດ້ວຍເຫດນີ້ ພວກຂ້າພະເຈົ້າ ຈຶ່ງຂໍຮ່ວມສຽງ ກັບບັນດາເທວະດາແລະນັກບຸນທັງຫລາຍ ປະກາດສີມຸງຄຸນຂອງພຣະອົງເປັນສຽງດຽວວ່າ: ສັກສິດ! ສັກສິດ! ສັກສິດ...
ພຣະສົງຍັງນົບມືກ່າວ "ບົດນຳໂມທະນາຄຸນ" ເມື່ອສຸດ "ບົດນຳໂມທະນາຄຸນ" ພຣະສົງຂັບເພງຫລືເວົ້າດັງໆ ພ້ອມກັບສັດຕະບຸຣຸດ
ຕ: ສັກສິດ ສັກສິດ ສັກສິດ ໂອພຣະເຈົ້າແຫ່ງໂລກພິພົບ. ສະຫວັນແລະແຜ່ນດິນ ເຕັມດ້ວຍ ສີມຸງຄຸນ ຂອງພຣະອົງ. ໂຮຊານນາ ຢູ່ສະຫວັນສູງສຸດ. ຂໍຖະຫວາຍພອນ ໃຫ້ທ່ານ ຜູ້ສະເດັດມາ. ເດຊະພຣະນາມຂອງພຣະອົງເຈົ້າ. ໂຮຊານນາ ຢູ່ສະຫວັນສູງສຸດ.
Eucharistic Prayer No. 1 The Roman Canon
ພສ: ໂອ ພຣະບິດາເຈົ້າ ຜູ້ພຣະໄທດີເຫລືອລົ້ນ, ຍ້ອນເຫັນແກ່ ພຣະເຢຊູກຣິສໂຕ ພຣະບຸດຂອງພຣະອົງ ພຣະເຈົ້າ ຂອງຂ້າພະເຈົ້າທັງຫຼາຍ, ຂໍ ພຣະອົງ ຊົງຮັບເອົາ ແລະເສກ + ເຄື່ອງບູຊາບໍຣິສຸດນີ້ ຊຶ່ງພວກຂ້າພະເຈົ້າ ນ້ອມຖະຫວາຍ ເພື່ອອຸທິດໃຫ້ພຣະກຣິສຕະຈັກ ສັກສິດ ສາກົນ ເປັນພິເສດ, ໂຜດປະທານສັນຕິສຸກ, ໂຜດທ້ອນໂຮມໄວ້ ໃນເອກພາບ ແລະປົກປ້ອງ ຄຸ້ມຄອງ ຮັກສາ ພຣະກຣິສຕະຈັກນັ້ນ ຢູ່ທົ່ວໂລກພິພົບ ດ້ວຍ.
ພວກຂ້າພະເຈົ້າ ຍັງຂໍນ້ອມຖະຫວາຍ ເຄື່ອງບູຊານີ້ ອຸທິດໃຫ້ພຣະສັນຕະປາປາ ........ ຜູ້ຮັບໃຊ້ ຂອງພຣະອົງ, ພຣະສັງຄະຣາດ ............ ແລະບັນດາ ພຣະສັງຄະຣາດ ຜູ້ຊື່ສັດສຸດຈະຣິດ ທີ່ ເຝົ້າຮັກສາ ຄວາມເຊື່ອ ກາໂທລິກ ອັນສືບເນື່ອງ ມາຈາກ ອັກຄະທຳະທູດ ທັງຫຼາຍ.
ພສ 1: ໂອ ພຣະອົງເຈົ້າ, ໂຜດ ລຳລຶກເຖິງ ປະຊາກອນ ຂອງພຣະອົງ (ສະເພາະຢ່າງຍິ່ງ........) ແລະທຸກຄົນ ທີ່ກຳລັງຊຸມນຸມກັນ ຢູ່ນີ້. ພຣະອົງ ຊົງຊາບວ່າ ພວກຂ້າພະເຈົ້າ ເຊື່ອຈິງໃຈ ທັງຮັກພຣະອົງ ໝັ້ນຄົງດ້ວຍ. ພວກຂ້າພະເຈົ້າ ຂໍຖະຫວາຍ ບູຊາສັນຣະເສີນນີ້ ເພື່ອອຸທິດໃຫ້ ພວກຂ້າພະເຈົ້າ ແລະຍາດພີ່ນ້ອງທຸກຄົນ. ໂອພຣະເຈົ້າຈິງແທ້ ຜູ້ດຳຣົງຊີວິດ, ຂໍໂຜດໃຫ້ ພວກຂ້າພະເຈົ້າ ຢູ່ເຢັນເປັນສຸກ ແລະເອົາຕົວຮອດ ດ້ວຍເທີ້ນ.
ພສ 2: ພວກຂ້າພະເຈົ້າ ຮ່ວມກັນ ເປັນນ້ຳໜຶ່ງໃຈດຽວ ພ້ອມກັບ ພຣະກຣິສຕະຈັກ ທັງມວນ, ໂດຍ ສຳແດງ ຄວາມເຄົາລົບ ຕໍ່ພຣະນາງມາຣີອາ ພົມມະຈາຣີສະເໝີ, ມານດາ ພຣະເຢຊູກຣິສໂຕ ພຣະເຈົ້າຂອງຂ້າພະເຈົ້າທັງຫລາຍ, ຕໍ່ນັກບຸນຢໍແຊ ສາມີຂອງພຣະນາງ, ຕໍ່ບັນດາອັກຄະທຳມະທູດ, ຕໍ່ມໍຣະນະສັກຂີ, ຄື: ເປໂຕ, ເປົາໂລ, ອັນເດຣ, ຢາໂກເບ, ຢວງ, ໂທມາ, (ຢາໂກເບ, ຟີລິບ, ບາກໂທໂລເມ, ມັດເທວ, ຊີມອນ, ທາເດ, ລີໂນ, ເກຼໂຕ, ເກຼເມນເຕ, ຊິສໂຕ, ກອັກເນລີໂອ, ຊີປຣີອາໂນ, ເລົາແຣນເຕ, ກຣີໂຊໂກໂນ, ຢວງ, ເປົາໂລ, ໂກສມາ, ດານິອາໂນ) ແລະຕໍ່ນັກບຸນທັງຫລາຍດ້ວຍ. ອາໄສ ຄຳວິງວອນ ແລະບຸນກຸສົນ ຂອງນັກບຸນທັງຫລາຍນັ້ນ ຂໍພຣະອົງຊົງອຸປະຖຳ ຄ້ຳຊູ ພ້ອມທັງພິທັກຮັກສາພວກຂ້າພະເຈົ້າ ທຸກເວລາ ແລະທຸກບ່ອນ.
ພສ: ພວກຂ້າພະເຈົ້າ ແລະລູກທັງໝົດ ຂອງພຣະອົງ ນຳເຄື່ອງບູຊານີ້ ມາຖະຫວາຍ, ຂໍພຣະອົງຊົງກະຣຸນາ ຮັບເອົາເທີ້ນ. ຂໍພຣະອົງຊົງພິທັກຮັກສາພວກຂ້າພະເຈົ້າ ໄວ້ໃນສັນຕິສຸກ, ໂຜດຊ່ວຍໃຫ້ພົ້ນໂທດນິຣັນດອນ ແລະນັບເຂົ້າ ໃນຈຳພວກທີ່ພຣະອົງຊົງເລືອກສັນໄວ້ ນັ້ນດ້ວຍ.
(ປົກມືເທິງເຄື່ອງບູຊາ)
ພສ: ໂອ ພຣະເຈົ້າ, ໂຜດບັນດານ ໃຫ້ເຄື່ອງບູຊານີ້ ສັກສິດນິຣະມົນ ແລະເປັນທີ່ ຊອບພຣະໄທ ພຣະອົງ ເພື່ອໃຫ້ກາຍເປັນ ພຣະກາຍ + ແລະພຣະໂລຫິດ ຂອງພຣະເຢຊກຣິສໂຕ ພຣະບຸດສຸດທີ່ຮັກ ຂອງພຣະອົງ, ພຣະເຈົ້າ ຂອງຂ້າພະເຈົ້າ ທັງຫຼາຍ.
ມື້ກ່ອນ ຈະຮັບ ທົນທໍຣະມານ, ພຣະອົງ ຊົງ ຈັບເອົາປັງ ໄວ້ໃນພຣະຫັດ, ຊົງເງີຍພຣະພັກ ຂຶ້ນຫາພຣະບິດາເຈົ້າ ຜູ້ຊົງຣິດທານຸພາບ, ຊົງສົມມະນາຄຸນ ພຣະບິດາເຈົ້າ, ຊົງບິແບ່ງ ແລ້ວຍື່ນ ໃຫ້ພວກລູກສິດ ພ້ອມທັງ ກ່າວວ່າ: “ຈົ່ງຮັບເອົາ ແລະຮັບປະທານ ດ້ວຍກັນ ທຸກຄົນເຖີດ ນີ້ແຫລະ ກາຍຂອງເຮົາ ທີ່ຈະຖືກມອບ ເພື່ອພວກເຈົ້າ”.
ດັ່ງດຽວກັນ ເມື່ອ ຮັບປະທານອາຫານແລ້ວ ພຣະອົງຊົງຈັບເອົາ ຈອກປະເສີດນີ້ ໄວ້ໃນພຣະຫັດ, ຊົງສົມມະນາຄຸນ ພຣະບິດາເຈົ້າ ແລ້ວຍື່ນ ໃຫ້ພວກລູກສິດ ພ້ອມທັງກ່າວວ່າ: “ຈົ່ງຮັບເອົາ ແລະດື່ມດ້ວຍກັນ ທຸກຄົນເຖີດ. ນີ້ແຫລະ ຈອກໂລຫິດຂອງເຮົາ ແມ່ນໂລຫິດ ແຫ່ງ ພຣະສຳພັນໄມຕຣີໃໝ່ ແລະຖາວອນນິຣັນດອນ ທີ່ຈະໄຫລຫລັ່ງອອກມາ ເພື່ອພວກເຈົ້າ ແລະຄົນທັງຫລາຍ ເປັນການໄຖ່ບາບ ທັງມວນ. ຈົ່ງກະທຳ ກິດຈະການນີ້ ເພື່ອເປັນທີ່ລຳລຶກເຖິງເຮົາ”.
ຢັ້ງຢືນຄວາມເຊື່ອ
ພສ:
(ເວລາເວົ້າຊື່ໆ): ນີ້ແມ່ນ ຂໍ້ເລິກລັບ ແຫ່ງຄວາມເຊື່ອ
(ເວລາຂັບ): ນີ້ແມ່ນ ຂໍ້ເລິກລັບ ພວກເຮົາຈົ່ງຍອມໃຈເຊື່ອ
ຕ:
ໂອພຣະເຢຊູເຈົ້າ, ຂ້າພະເຈົ້າທັງຫລາຍ ຂໍ ປະກາດ ການສິ້ນພຣະຊົນ ແລະ ຍ້ອງຍໍສໍຣະເສີນ ການກັບຄືນຊີບ ຂອງພຣະອົງ ຈົນເຖິງເວລາ ພຣະອົງຈະສະເດັດ ກັບມາໃໝ່.
ພສ:
(ເວລາເວົ້າຊື່ໆ): ນີ້ແມ່ນ ຂໍ້ເລິກລັບ ແຫ່ງຄວາມເຊື່ອ
(ເວລາຂັບ): ເວລານີ້ ພວກເຮົາ ສະເຫລີມສະຫລອງ ຂໍ້ເລິກລັບແຫ່ງ ຄວາມເຊື່ອ
ຕ:
ໂອພຣະເຢຊູເຈົ້າ, ຍາມໃດ ພວກຂ້າພະເຈົ້າ ຮັບປະທານເຂົ້າປັງ ແລະດື່ມຈອກນີ້ ພວກຂ້າພະເຈົ້າ ກໍປະກາດ ການສິ້ນພຣະຊົນ ຂອງພຣະອົງ ຈົນເຖິງເວລາ ພຣະອົງຈະສະເດັດ ກັບມາໃໝ່.
ພສ:
(ເວລາເວົ້າຊື່ໆ): ນີ້ແມ່ນຂໍ້ເລິກລັບແຫ່ງຄວາມເຊື່ອ
(ເວລາຂັບ): ຈົ່ງພ້ອມກັນ ປະກາດ ຂໍ້ເລິກລັບ ແຫ່ງຄວາມເຊື່ອ
ຕ:
ໂອພຣະເຢຊູເຈົ້າ, ຜູ້ບັນດານ ຄວາມຮອດແກ່ໂລກ ພຣະອົງ ໄດ້ຊົງກອບກູ້ ພວກຂ້າພະເຈົ້າ ດ້ວຍອາໄສ ກາງເຂນ ແລະການກັບຄືນຊີບຂອງພຣະອົງ ໂຜດຊ່ວຍ ພວກຂ້າພະເຈົ້າ ໃຫ້ຮອດເທີ້ນ.
ພສ: ດ້ວຍເຫດນີ້ ໃນເວລາທີ່ສະເຫລີມສະຫລອງ ມະຫາທໍຣະມານ ການກັບຄືນຊີບ ຈາກພວກຜູ້ຕາຍ ແລະການສະເດັດ ຂຶ້ນສະຫວັນ ຢ່າງຮຸ່ງເຮືອງ ຂອງພຣະເຢຊກຣິສໂຕ ພຣະບຸດຂອງພຣະອົງ ພຣະເຈົ້າຂອງຂ້າພະເຈົ້າ ທັງຫລາຍ, ພວກຂ້າພະເຈົ້າ ຜູ້ເປັນຂ້າໃຊ້ ພ້ອມດ້ວຍ ປະຊາກອນສັກສິດ ຂອງພຣະອົງ. ຂໍນຳເອົາເຄື່ອງບູຊາ ທີ່ໄດ້ຈາກ ຊັບສິນທັງປວງ ຊຶ່ງພຣະອົງຊົງປະທານ ໃຫ້ເປັນສິນບູຊາ ສັກສິດບໍຣິສຸດ, ສິນບູຊານິຣະມົນ, ປັງປະທານ ຊີວິດນິຣັນດອນ ແລະຈອກບັນດານ ຄວາມຮອດ. ຂໍຖະຫວາຍເຄື່ອງບູຊານີ້ ແດ່ພຣະອົງ ຜູ້ຊົງສະງ່າຣາສີ. ພວກຂ້າພະເຈົ້າ ວອນຂໍພຣະອົງ ຊົງພໍພຣະໄທ ທອດ ພຣະເນດ ແລະຖືເອົາເຄື່ອງບູຊານີ້ ເປັນສິນບູຊາສັກສິດ ເໝືອນດັ່ງ ພຣະອົງຊົງພໍພຣະໄທ ຮັບເອົາເຄື່ອງ ບັນນາການ ຈາກ “ອາແບນ” ຜູ້ຊອບທຳ, ການບູຊາ ຂອງ “ອາບຣາຮຳ” ບັນພະບຸຣຸດ ຂອງພວກຂ້າພະເຈົ້າ ແລະການບູຊາ ຂອງ ມະຫາສົງ “ແມນກິເຊແດັກ” ອັນໝາຍເຖິງ ສິນບູຊາແທ້ ນີ້ເທີ້ນ.
(ພຣະສົງກົ້ມຕົວລົງ ກ່າວ ຕໍ່ໄປວ່າ)
ພສ: ໂອ ພຣະບິດາເຈົ້າ ຜູ້ຣິດທານຸພາບ ພວກຂ້າພະເຈົ້າ ຂາບລົງ ວອນຂໍພຣະອົງ ຊົງຮັບສັ່ງໃຫ້ ເທວະດາ ມານຳເອົາ ເຄື່ອງບູຊານີ້ ຂຶ້ນໄປຍັງພຣະແທ່ນສະຫວັນ ຕໍ່ ພຣະພັກຂອງພຣະອົງ ຜູ້ສະງ່າຣາສີ ເພື່ອໃຫ້ ພວກຂ້າພະເຈົ້າ ຜູ້ມາຮ່ວມຮັບ ພຣະກາຍ ແລະພຣະໂລຫິດ ຂອງ ພຣະບຸດເຈົ້າ ຢູ່ພຣະແທ່ນນີ້ໄດ້ ເຕັມພຽບ ດ້ວຍພຣະຄຸນ (+) ແລະພຣະພອນ ຂອງພຣະອົງ
(ຢືນຕົວກົງ ເຮັດເຄື່ອງໝາຍກາງເຂນ ທີ່ຕົວ)
ພສ 1: ໂອ ພຣະອົງເຈົ້າ, ຂໍຊົງລຳລຶກເຖິງ......ຂ້າໃຊ້ຂອງພຣະອົງ ທີ່ໄດ້ຮັບສິນລ້າງບາບ ແລະລ່ວງລັບໄປໃນສິນ ແລະພຣະພອນ ຂອງ ພຣະອົງ. ໂຜດໃຫ້ (ເພິ່ນ ........) ແລະທຸກຄົນ ທີ່ພັກຜ່ອນ ໃນພຣະກຣິສໂຕເຈົ້າ ໄດ້ຢູ່ເຢັນເປັນສຸກ ໃນຄວາມຮຸ່ງເຮືອງ ຂອງພຣະອົງ.
(ເອົາມືຂວາຕີເອີກ ແລ້ວກ່າວວ່າ)
ພສ 2: ສ່ວນພວກຂ້າພະເຈົ້ານີ້ ແມ່ນວ່າເປັນຄົນບາບ ກໍຍັງໄວ້ໃຈໃນພຣະມະຫາກະຣຸນາ ແລະຄວາມຮັກ ຂອງພຣະອົງ, ຈຶ່ງຂໍໂຜດຮັບເອົາ ເຂົ້າຮ່ວມ ກັບບັນດາ ອັກຄະທຳມະທູດ ແລະມໍລະນະສັກຂີ ຄື ນັກບຸນ: Yuang, Stephano, Matthia, Barnaba,(Ignatio, Alexandro, Marcellino, Petro, Felicita, Perpetua, Agatha, Lucia, Agnes, Cecilia, Anasthasia) ແລະນັກບຸນ ທັງຫລາຍ. ທັງນີ້ ບໍ່ແມ່ນ ຍ້ອນບຸນກຸສົນ ຂອງ ພວກຂ້າພະເຈົ້າເອງ ແຕ່ຍ້ອນພຣະອົງ ຊົງອະໄພໂທດ ໃຫ້ນັ້ນແລ.
ພສ: ໂອພຣະບິດາເຈົ້າ, ດ້ວຍເດຊະພຣະກຣິສໂຕ ພຣະເຈົ້າຂອງຂ້າພະເຈົ້າທັງຫລາຍ, ພຣະອົງຍັງຊົງສ້າງ ສັບພະສິ່ງນີ້ ສະເໝີມາ, ຊົງອວຍພຣະພອນ, ຊົງໂຜດໃຫ້ມີຊີວິດ ແລະສັກສິດໄປ, ແລ້ວຊົງປະທານ ໃຫ້ຂ້າພະເຈົ້າທັງຫລາຍ.
ພສ: ດ້ວຍ ເດຊະພຣະກຣິສໂຕເຈົ້າ ພ້ອມກັບ ພຣະອົງ ແລະໃນພຣະອົງ ໂອ ພຣະບິດາ ຜູ້ ຊົງຣິດທານຸພາບ ກຽດ ແລະສີມຸງຄຸນ ທຸກຢ່າງ ເປັນຂອງພຣະອົງ ຮ່ວມກັບພຣະຈິດ ຕະຫລອດນິຣັນດອນ.
ຕ: ອາແມນ
Eucharistic Prayer No. 2
ພສ: ໂອ ພຣະບິດາເຈົ້າ ພຣະອົງ ຊົງເປັນ ຜູ້ສັກສິດ ຈິງແທ້ ເປັນບໍ່ເກີດ ແຫ່ງ ຄວາມສັກສິດ ທຸກຢ່າງ.
(ເອົາມືປົກເທິງເຄື່ອງບູຊາ)
ພສ: ຂໍ ໂຜດໃຫ້ເຄື່ອງບູຊານີ້ ສັກສິດໄປ ເດຊະຣິດທານຸພາບ ຂອງພຣະຈິດເຈົ້າ
(ທຳສຳຄັນກາງເຂນໃສ່ເຄື່ອງບູຊາ)
ເພື່ອ ໃຫ້ ກາຍເປັນ ພຣະກາຍ (+) ແລະພຣະໂລຫິດ ຂອງພຣະເຢຊູກຣິສໂຕ ພຣະເຈົ້າ ຂອງຂ້າພະເຈົ້າ ທັງຫລາຍ.
ເມື່ອພຣະອົງຊົງມອບຕົວ ຮັບທົນທໍຣະມານ ດ້ວຍຄວາມສະໝັກໃຈ, ພຣະອົງ ຊົງຈັບເອົາປັງ ຊົງສົມມະນາຄຸນ ຊົງບິແບ່ງ ແລ້ວຍື່ນໃຫ້ພວກລູກສິດ ພ້ອມທັງກ່າວວ່າ: “ຈົ່ງຮັບເອົາ ແລະຮັບປະທານ ດ້ວຍກັນ ທຸກຄົນເຖີດ ນີ້ແຫລະ ກາຍຂອງເຮົາ ທີ່ຈະຖືກມອບ ເພື່ອພວກເຈົ້າ”.
ດັ່ງດຽວກັນ, ເມື່ອຮັບປະທານອາຫານແລ້ວ ພຣະອົງຊົງຈັບເອົາຈອກນີ້ ຊົງສົມມະນາຄຸນ ແລ້ວຍື່ນໃຫ້ພວກລູກສິດ ພ້ອມທັງກ່າວວ່າ: “ຈົ່ງຮັບເອົາ ແລະດື່ມດ້ວຍກັນ ທຸກຄົນເຖີດ ນີ້ແຫລະ ຈອກໂລຫິດຂອງເຮົາ ແມ່ນໂລຫິດ ແຫ່ງ ພຣະສຳພັນໄມຕຣີໃໝ່ ແລະຖາວອນນິຣັນດອນ ທີ່ຈະໄຫລຫລັ່ງອອກມາ ເພື່ອພວກເຈົ້າ ແລະຄົນທັງຫລາຍ ເປັນການໄຖ່ບາບທັງມວນ ຈົ່ງກະທຳ ກິດຈະການນີ້ ເພື່ອເປັນທີ່ລຳລຶກເຖິງເຮົາ”.
ຢັ້ງຢືນຄວາມເຊື່ອ
ພສ:
(ເວລາເວົ້າຊື່ໆ): ນີ້ແມ່ນ ຂໍ້ເລິກລັບ ແຫ່ງ ຄວາມເຊື່ອ
(ເວລາຂັບ): ນີ້ແມ່ນ ຂໍ້ເລິກລັບ ພວກເຮົາ ຈົ່ງຍອມໃຈເຊື່ອ
ຕ: ໂອພຣະເຢຊູເຈົ້າ, ຂ້າພະເຈົ້າ ທັງຫລາຍ ຂໍປະກາດ ການສິ້ນພຣະຊົນ ແລະ ຍ້ອງຍໍສໍຣະເສີນ ການກັບຄືນຊີບ ຂອງພຣະອົງ ຈົນເຖິງເວລາ ພຣະອົງຈະສະເດັດ ກັບມາໃໝ່.
ພສ:
(ເວລາເວົ້າຊື່ໆ): ນີ້ແມ່ນ ຂໍ້ເລິກລັບ ແຫ່ງ ຄວາມເຊື່ອ
(ເວລາຂັບ): ເວລານີ້ ພວກເຮົາ ສະເຫລີມສະຫລອງ ຂໍ້ເລິກລັບ ແຫ່ງ ຄວາມເຊື່ອ
ຕ: ໂອ ພຣະເຢຊູເຈົ້າ, ຍາມໃດພວກຂ້າພະເຈົ້າ ຮັບປະທານເຂົ້າປັງ ແລະດື່ມຈອກນີ້ ພວກຂ້າພະເຈົ້າ ກໍປະກາດ ການສິ້ນພຣະຊົນ ຂອງພຣະອົງ ຈົນເຖິງເວລາ ພຣະອົງຈະສະເດັດ ກັບມາໃໝ່.
ພສ:
(ເວລາເວົ້າຊື່ໆ): ນີ້ແມ່ນ ຂໍ້ເລິກລັບ ແຫ່ງຄວາມເຊື່ອ
(ເວລາຂັບ): ຈົ່ງ ພ້ອມກັນ ປະກາດ ຂໍ້ເລິກລັບ ແຫ່ງຄວາມເຊື່ອ
ຕ: ໂອ ພຣະເຢຊູເຈົ້າ, ຜູ້ບັນດານ ຄວາມຮອດ ແກ່ໂລກ ພຣະອົງໄດ້ຊົງກອບກູ້ພວກຂ້າພະເຈົ້າ ດ້ວຍອາໄສກາງເຂນ ແລະ ການກັບຄືນຊີບ ຂອງພຣະອົງ ໂຜດຊ່ວຍພວກຂ້າພະເຈົ້າ ໃຫ້ຮອດເທີ້ນ.
ພສ: ດ້ວຍເຫດນີ້ ໂອພຣະບິດາເຈົ້າ ໃນເວລາທີ່ສະເຫລີມສະຫລອງ ການສິ້ນພຣະຊົນ ແລະການກັບຄືນຊີບ ຈາກພວກຜູ້ຕາຍ ຂອງພຣະບຸດເຈົ້ານີ້ ພວກຂ້າພະເຈົ້າ ຂໍນ້ອມຖະຫວາຍ ປັງປະທານຊີວິດ ແລະຈອກບັນດານ ຄວາມຮອດນີ້ ເພື່ອສົມມະນາຄຸນ ພຣະອົງ ຜູ້ໄດ້ຊົງໂຜດ ໃຫ້ຂ້າພະເຈົ້າ ທັງຫລາຍ ສົມໄດ້ເຝົ້າຮັບໃຊ້ ຢູ່ຕໍ່ພຣະພັກຂອງພຣະອົງ.
ຂໍວິງວອນພຣະອົງ ໂຜດໃຫ້ພຣະຈິດເຈົ້າ ທ້ອນໂຮມພວກຂ້າພະເຈົ້າ ຜູ້ມາຮ່ວມຮັບ ພຣະກາຍ ແລະພຣະໂລຫິດ ຂອງພຣະກຣິສໂຕນີ້ ເຂົ້າເປັນໜຶ່ງດຽວກັນເທີ້ນ.
ພສ 1: ໂອພຣະອົງເຈົ້າ ຂໍຊົງພຣະກະຣຸນາ ລຳລຶກເຖິງ ພຣະກຣິສຕະຈັກ ທີ່ແຜ່ຜາຍ ຢູ່ທົ່ວພິພົບ ແລະໂຜດໃຫ້ຮັກພຣະອົງ ທະວີຂຶ້ນ ພ້ອມກັບ ພຣະສັນຕະປາປາ....... ພຣະສັງຄະຣາດ.... ແລະພວກທີ່ມີ ພາຣະໜ້າທີ່ດູແລຮັກສາ ປະຊາກອນຂອງພຣະອົງດ້ວຍ.
ພາວະນາໃຫ້ຜູ້ລ່ວງລັບ
ຂໍພຣະອົງ ຊົງພຣະກະຣຸນາ ລຳລຶກເຖິງ.........ທີ່ພຣະອົງ ໄດ້ຊົງຮຽກຈາກໂລກ ໄປຫາພຣະອົງ (ໃນວັນນີ້) [ເພິ່ນ...] ໄດ້ມີສ່ວນ ໃນການສິ້ນພຣະຊົນ ຂອງພຣະບຸດເຈົ້າດ້ວຍ ສິນລ້າງບາບນັ້ນຢ່າງໃດ, ກໍຂໍໂຜດໃຫ້ [ເພິ່ນ..] ມີສ່ວນຮ່ວມໃນການກັບຄືນຊີບ ຂອງພຣະອົງ ຢ່າງນັ້ນເທີ້ນ.
ພສ 2: ຂໍພຣະອົງຊົງພຣະກະຣຸນາ ລຳລຶກເຖິງ ຍາດພີ່ນ້ອງ ແລະທຸກຄົນ ທີ່ໄດ້ລ່ວງລັບໄປແລ້ວ, ໂດຍ ຫວັງໄວ້ໃຈ ວ່າ ຈະໄດ້ກັບເປັນຄືນມາ. ຂໍຊົງຮັບເອົາເຂົາເຈົ້າ ເຂົ້າຊົມພຣະພັກ ອັນຮຸ່ງເຮືອງ ຂອງພຣະອົງ.
ສ່ວນພວກຂ້າພະເຈົ້ານີ້ ຂໍພຣະອົງ ຊົງພຣະເມດຕາ ໂຜດໃຫ້ສົມໄດ້ຮ່ວມຊີວິດນິຣັນດອນ ໄດ້ຍ້ອງຍໍສໍຣະເສີນ ແລະຖະຫວາຍ ສາທຸການ ແດ່ພຣະອົງ ພ້ອມກັບ ພຣະມານດາພົມມະຈາຣີ ມາຣີອາ, ນັກບຸນ ຢໍແຊ ສາມີ ຂອງພຣະນາງ, ບັນດາ ອັກຄະທຳມະທູດ, ນັກບຸນ (...) ແລະນັກບຸນທັງຫລາຍ ຜູ້ໄດ້ເປັນທີ່ຊອບພຣະໄທພຣະອົງ ໃນແຜ່ນດິນນີ້ ຍ້ອນເຫັນແກ່ ພຣະກຣິສໂຕ ພຣະບຸດຂອງ ພຣະອົງ.
ພສ: ດ້ວຍ ເດຊະພຣະກຣິສໂຕເຈົ້າ ພ້ອມກັບ ພຣະອົງ ແລະໃນພຣະອົງ ໂອພຣະບິດາ ຜູ້ຊົງຣິດທານຸພາບ ກຽດ ແລະສີມຸງຄຸນທຸກຢ່າງ ເປັນຂອງພຣະອົງ ຮ່ວມກັບພຣະຈິດ ຕະຫລອດນິຣັນດອນ.
ຕ: ອາແມນ
Eucharistic Prayer No. 3
ພສ: ໂອພຣະບິດາເຈົ້າ ພຣະອົງ ຊົງເປັນຜູ້ສັກສິດຈິງແທ້ ແລະສັບພະສິ່ງ ທີ່ພຣະອົງຊົງສ້າງມາ ຍ້ອງຍໍສໍຣະເສີນພຣະອົງ ຢ່າງສົມກຽດ. ຍ້ອນວ່າ ດ້ວຍເດຊະພຣະເຢຊູກຣິສໂຕ ພຣະບຸດຂອງພຣະອົງ ພຣະເຈົ້າຂອງຂ້າພະເຈົ້າທັງຫລາຍ, ແລະດ້ວຍຣິດທານຸພາບຂອງພຣະຈິດ, ພຣະອົງຊົງໃຫ້ທຸກສິ່ງ ດຳຣົງຊີວິດຢູ່ ແລະສັກສິດໄປ, ທັງບໍ່ຢຸດຢ່ອນ ທ້ອນໂຮມ ປະຊາກອນໄວ້, ໃຫ້ເປັນຜູ້ຖະຫວາຍບູຊາ ອັນບໍລິສຸດ ແດ່ພຣະນາມຂອງພຣະອົງ ຕະຫລອດໄປ ທົ່ວທິສານຸທິດ.
(ປົກມືເທິງເຄື່ອງບູຊາ)
ພສ: ດ້ວຍເຫດນີ້ ໂອພຣະອົງເຈົ້າ, ຂ້າພະເຈົ້າທັງຫລາຍ ວິງວອນຂໍພຣະອົງ ຊົງພຣະກະຣຸນາ ບັນດານໃຫ້ເຄື່ອງບູຊາ ທີ່ພວກຂ້າພະເຈົ້າ ນຳມາຖະຫວາຍນີ້ ສັກສິດໄປ ເດຊະພຣະຈິດເຈົ້າ ນັ້ນເອງ
(ທຳສຳຄັນກາງເຂນໃສ່ເຄື່ອງບູຊາ)
ເພື່ອໃຫ້ກາຍເປັນ ພຣະກາຍ + ແລະພຣະໂລຫິດ ຂອງພຣະເຢຊູກຣິສໂຕ ພຣະບຸດຂອງພຣະອົງ ພຣະເຈົ້າຂອງຂ້າພະເຈົ້າທັງຫລາຍ ຜູ້ຊົງຮັບສັ່ງ ໃຫ້ກະທຳກິດຈະການ ອັນເລິກລັບນີ້.
ໃນຄືນທີ່ ຈະຖືກມອບນັ້ນ ພຣະອົງຊົງຈັບເອົາປັງ ຊົງສົມມະນາຄຸນ ຊົງບິແບ່ງ ແລ້ວຍື່ນໃຫ້ພວກລູກສິດ ພ້ອມທັງກ່າວວ່າ: “ຈົ່ງຮັບເອົາ ແລະຮັບປະທານ ດ້ວຍກັນ ທຸກຄົນເຖີດ, ນີ້ແຫລະກາຍຂອງເຮົາ ທີ່ຈະຖືກມອບ ເພື່ອພວກເຈົ້າ”.
ດັ່ງດຽວກັນ ເມື່ອຮັບປະທານອາຫານແລ້ວ, ພຣະອົງຊົງຈັບເອົາຈອກນີ້, ຊົງສົມມະນາຄຸນ ແລ້ວຍື່ນໃຫ້ພວກລູກສິດ ພ້ອມທັງກ່າວວ່າ: “ຈົ່ງຮັບເອົາ ແລະດື່ມດ້ວຍກັນ ທຸກຄົນເຖີດ ນີ້ແຫລະ ຈອກໂລຫິດຂອງເຮົາ ແມ່ນໂລຫິດ ແຫ່ງ ພຣະສຳພັນໄມຕຣີໃໝ່ ແລະຖາວອນນິຣັນດອນ ທີ່ຈະໄຫລຫລັ່ງອອກມາ ເພື່ອພວກເຈົ້າ ແລະຄົນທັງຫລາຍ ເປັນການໄຖ່ບາບທັງມວນ. ຈົ່ງກະທຳກິດຈະການນີ້ ເພື່ອເປັນທີ່ລຳລຶກເຖິງເຮົາ”.
ຢັ້ງຢືນຄວາມເຊື່ອ
ພສ:
(ເວລາເວົ້າຊື່ໆ): ນີ້ແມ່ນ ຂໍ້ເລິກລັບ ແຫ່ງ ຄວາມເຊື່ອ.
(ເວລາຂັບ): ນີ້ແມ່ນ ຂໍ້ເລິກລັບ ພວກເຮົາ ຈົ່ງຍອມໃຈເຊື່ອ.
ຕ: ໂອພຣະເຢຊູເຈົ້າ, ຂ້າພະເຈົ້າທັງຫລາຍ ຂໍປະກາດການສິ້ນພຣະຊົນ ແລະຍ້ອງຍໍສໍຣະເສີນ ການກັບຄືນຊີບຂອງພຣະອົງ ຈົນເຖິງເວລາ ພຣະອົງຈະສະເດັດ ກັບມາໃໝ່.
ພສ:
(ເວລາເວົ້າຊື່ໆ): ນີ້ແມ່ນ ຂໍ້ເລິກລັບ ແຫ່ງ ຄວາມເຊື່ອ.
(ເວລາຂັບ): ເວລານີ້ ພວກເຮົາ ສະເຫລີມສະຫລອງ ຂໍ້ເລິກລັບ ແຫ່ງ ຄວາມເຊື່ອ.
ຕ: ໂອພຣະເຢຊູເຈົ້າ, ຍາມໃດພວກຂ້າພະເຈົ້າ ຮັບປະທານເຂົ້າປັງ ແລະດື່ມຈອກນີ້. ພວກຂ້າພະເຈົ້າ ກໍປະກາດ ການສິ້ນພຣະຊົນ ຂອງພຣະອົງ ຈົນເຖິງເວລາ ພຣະອົງຈະສະເດັດ ກັບມາໃໝ່.
ພສ:
(ເວລາເວົ້າຊື່ໆ): ນີ້ແມ່ນ ຂໍ້ເລິກລັບ ແຫ່ງ ຄວາມເຊື່ອ
(ເວລາຂັບ): ຈົ່ງ ພ້ອມກັນ ປະກາດ ຂໍ້ເລິກລັບ ແຫ່ງ ຄວາມເຊື່ອ
ຕ: ໂອພຣະເຢຊູເຈົ້າ, ຜູ້ບັນດານ ຄວາມຮອດ ແກ່ໂລກ ພຣະອົງໄດ້ຊົງກອບກູ້ ພວກຂ້າພະເຈົ້າ ດ້ວຍອາໄສ ກາງເຂນ ແລະການກັບຄືນຊີບ ຂອງພຣະອົງ ໂຜດຊ່ວຍ ພວກຂ້າພະເຈົ້າ ໃຫ້ຮອດເທີ້ນ.
ພສ: ດ້ວຍເຫດນີ້ ໂອພຣະບິດາເຈົ້າ, ໃນເວລາທີ່ສະເຫລີມສະຫລອງ ມະຫາທໍຣະມານ ບັນດານຄວາມຮອດ, ການກັບຄືນຊີບ ອັນຮຸ່ງເຮືອງ, ແລະການສະເດັດ ຂຶ້ນສະຫວັນຂອງພຣະບຸດເຈົ້າ, ແລະໃນເວລາ ຄອງຖ້າ ພຣະອົງສະເດັດກັບມາໃໝ່, ຂ້າພະເຈົ້າທັງຫລາຍ ຂໍນ້ອມຖະຫວາຍ ສິນບູຊາ ອັນຊົງຊີວິດ ແລະສັກສິດນີ້ ເພື່ອສົມມະນາຄຸນພຣະອົງ. ໂອພຣະອົງເຈົ້າ, ຂໍຊົງທອດພຣະເນດ ສິນບູຊາຂອງພຣະກຣິສຕະຈັກ ຊຶ່ງພວກຂ້າພະເຈົ້າ ນ້ອມຖະຫວາຍຢູ່ນີ້, ແລະຊົງຮັບຮູ້ວ່າ ແມ່ນການບູຊາ ຂອງພຣະບຸດເຈົ້າ
ທີ່ທຳໃຫ້ສຳຣານ ພຣະໄທພຣະອົງຢ່າງຍິ່ງ.
ເມື່ອພວກຂ້າພະເຈົ້າໄດ້ຮັບພຣະກາຍ ແລະພຣະໂລຫິດຂອງພຣະບຸດ ຢ່າງອີ່ມໜຳສຳຣານ ແລະເຕັມພຽບ ດ້ວຍພຣະຈິດເຈົ້າແລ້ວ, ຂໍໃຫ້ໄດ້ຮ່ວມກັນ ເປັນກາຍໜຶ່ງໃຈດຽວກັນ ໃນພຣະກຣິສໂຕເຈົ້າເທີ້ນ.
ພສ 1: ຂໍໂຜດໃຫ້ ພຣະຈິດເຈົ້າ ຊ່ວຍຂ້າພະເຈົ້າທັງຫລາຍ ໄດ້ກາຍເປັນ ເຄື່ອງບັນນາການນິຣັນດອນ ເພື່ອເປັນກຽດແດ່ພຣະອົງ ຈຶ່ງຈະສົມໄດ້ຮັບມໍຣະດົກ, ຮ່ວມກັບ ບັນດາ ຜູ້ເລືອກສັນ ທັງຫລາຍ ຄື: ພຣະນາງພົມມະຈາຣີ ມາຣີອາ ມານດາພຣະເຈົ້າ, ນັກບຸນ ຢໍແຊ ສາມີ ຂອງພຣະນາງ, ບັນດາ ອັກຄະທຳມະທູດ, ບັນດາ ມໍຣະນະສັກຂີ, ນັກບຸນ (ສະຫລອງ, ທີ່ເພິ່ງວັດ...) ແລະນັກບຸນ ທັງຫລາຍ. ພວກຂ້າພະເຈົ້າ ໄວ້ໃຈວ່າ ບັນດານັກບຸນນັ້ນ ຈະສະເໜີຊ່ວຍ ຂ້າພະເຈົ້າທັງຫລາຍ ຕໍ່ພຣະພັກພຣະອົງ ຕະຫລອດໄປ.
ພສ 2: ໂອພຣະອົງເຈົ້າ, ຂໍໃຫ້ສິນບູຊາ ທີ່ຊ່ວຍພວກຂ້າພະເຈົ້າ ຄືນດີກັບພຣະອົງນີ້, ຈົ່ງນຳສັນຕິສຸກ ແລະຄວາມຮອດ ມາສູ່ໂລກພິພົບເທີ້ນ. ຂໍຊົງພຣະກະຣຸນາ ໂຜດໃຫ້ພຣະກຣິສຕະຈັກ ໝັ້ນຄົງໃນຄວາມເຊື່ອ ແລະຄວາມຮັກ ຕະຫລອດເວລາ ທີ່ເດີນທາງຢູ່ໃນໂລກນີ້. ໂຜດດູແລຮັກສາ ພຣະສັນຕະປາປາ..... ຜູ້ຮັບໃຊ້ ຂອງ ພຣະອົງ ພຣະສັງຄະຣາດ ....., ຄະນະພຣະສັງຄະຣາດ, ພຣະສົງທັງຫຼາຍ, ແລະປະຊາກອນທັງມວນ ທີ່ພຣະອົງໄດ້ຊົງໄຖ່ເອົານັ້ນດ້ວຍ. ຂໍຟັງຄຳວິງວອນຂອງພວກລູກ ທີ່ມາຊຸມນຸມກັນ ຢູ່ຕໍ່ພຣະພັກ ຂອງພຣະອົງນີ້. ໂອພຣະບິດາ ຜູ້ຊົງພຣະໄທດີ, ໂຜດພາລູກທັງຫລາຍ ທີ່ແຕກແຍກກັນນັ້ນ ໃຫ້ຕ່າວຄືນມາຫາພຣະອົງ.
ເວລາມິດຊາເພື່ອວິນຍານ
ພສ 3: ໂຜດກະຣຸນາ ຮັບເອົາຍາດພີ່ນ້ອງ ແລະບັນດາຜູ້ຊອບທຳ ທີ່ລ່ວງລັບໄປແລ້ວນັ້ນ ເຂົ້າໃນອານາຈັກຂອງພຣະອົງ, ບ່ອນພວກຂ້າພະເຈົ້າ ຫວັງຈະໄດ້ພ້ອມກັນ ຊື່ນຊົມຍິນດີ ຢ່າງເຕັມພຽບ ໃນສີມຸງຄຸນຂອງພຣະອົງ ຕະຫລອດນິຣັນດອນ. ຍ້ອນເຫັນແກ່ ພຣະກຣິສໂຕ ພຣະເຈົ້າຂອງຂ້າພະເຈົ້າ ທັງຫລາຍ, ເດຊະພຣະກຣິສໂຕນັ້ນ ພຣະອົງຊົງປະທານ ສັບພຣະຄຸນຄວາມດີ ໃຫ້ ໂລກທັງມວນ.
ພສ: ດ້ວຍ ເດຊະພຣະກຣິສໂຕເຈົ້າ ພ້ອມກັບ ພຣະອົງ ແລະໃນພຣະອົງ ໂອພຣະບິດາ ຜູ້ຊົງຣິດທານຸພາບ ກຽດ ແລະສີມຸງຄຸນ ທຸກຢ່າງ ເປັນຂອງພຣະອົງ ຮ່ວມກັບ ພຣະຈິດ ຕະຫລອດນິຣັນດອນ
ຕ: ອາແມນ
ເວລາມິດຊາຜູ້ຕາຍ ໃຫ້ພາວະນາດັ່ງ ຕໍ່ໄປນີ້
ຂໍພຣະອົງ ຊົງພຣະກະຣຸນາ ລຳລຶກເຖິງ....... ທີ່ພຣະອົງໄດ້ຊົງ ຮຽກຈາກໂລກ ໄປຫາພຣະອົງ (ໃນວັນນີ້). (ເພິ່ນ.....) ໄດ້ມີສ່ວນ ໃນການສິ້ນພຣະຊົນຂອງພຣະບຸດເຈົ້າ ດ້ວຍສິນລ້າງບາບນັ້ນ ຢ່າງໃດ, ກໍຂໍໂຜດໃຫ້ (ເພິ່ນ ...) ມີສ່ວນຮ່ວມ ໃນການກັບຄືນຊີບ ຂອງພຣະອົງ ຢ່າງດຽວກັນ ເມື່ອເວລາ ພຣະອົງຈະໃຫ້ຜູ້ຕາຍ ກັບເປັນຄືນມາ, ແລະບັນດານ ໃຫ້ຮ່າງກາຍ ອັນເປື່ອຍເນົ່ານັ້ນ ມີຮູບໂສມ ເໝືອນພຣະກາຍ ອັນຮຸ່ງເຮືອງຂອງພຣະອົງ. ໂຜດກະຣຸນາ ຮັບເອົາ ຍາດພີ່ນ້ອງ ແລະບັນດາ ຜູ້ຊອບທຳທັງຫລາຍ ທີ່ລ່ວງລັບໄປແລ້ວ ເຂົ້າໃນອານາຈັກ ຂອງພຣະອົງ, ບ່ອນພວກຂ້າພະເຈົ້າ ໄວ້ໃຈວ່າ ຈະໄດ້ພ້ອມກັນ ຊື່ນຊົມຍິນດີ ຢ່າງເຕັມພຽບ ໃນສີມຸງຄຸນຂອງພຣະອົງ ຕະຫລອດນິຣັນດອນ, ໃນເວລາ ພຣະອົງ ຈະໄດ້ເຊັດນ້ຳຕາຂອງພວກຂ້າພະເຈົ້າ ໃຫ້ເຫືອດແຫ້ງ ; ແລະເມື່ອ ໄດ້ເຫັນພຣະອົງເຈົ້າ ຕາມສະພາບແທ້ຂອງພຣະອົງແລ້ວ, ພວກຂ້າພະເຈົ້າ ກໍຈະຄ້າຍຄືພຣະອົງ ຕະຫຼອດການ, ທັງຍ້ອງຍໍສໍຣະເສີນພຣະອົງ ບໍ່ມີວັນສິ້ນສຸດເລີຍ. ຍ້ອນເຫັນແກ່ ພຣະກຣິສໂຕ ພຣະເຈົ້າ ຂອງຂ້າພະເຈົ້າ ທັງຫລາຍ. ເດຊະພຣະກຣິສໂຕນັ້ນ ພຣະອົງຊົງ ປະທານ ສັບພຣະຄຸນຄວາມດີ ໃຫ້ໂລກທັງມວນ.
Eucharistic Prayer No. 4
ພສ: ໂອພຣະບິດາ ຜູ້ສັກສິດ, ພວກຂ້າພະເຈົ້າປະກາດວ່າ ພຣະອົງເປັນຜູ້ຍິ່ງໃຫຍ່ ແລະໄດ້ຊົງສ້າງ ສັບພະສິ່ງທັງຫລາຍ ຢ່າງສະຫລາດສຸຂຸມ ແລະຍ້ອນຄວາມຮັກ, ພຣະອົງໄດ້ຊົງສ້າງມະນຸດ ຕາມຮູບແບບຂອງພຣະອົງ ແລະໄດ້ມອບໝາຍ ໃຫ້ເບິ່ງແຍງໂລກພິພົບ, ແລ້ວຈະໄດ້ຄຸ້ມຄອງ ສັບພະສິ່ງທັງຫລາຍ ໂດຍຮັບໃຊ້ພຣະອົງ ພຣະຜູ້ສ້າງ ແຕ່ຜູ້ດຽວ. ເຖິງວ່າມະນຸດ ໄດ້ເສຍຄວາມເປັນມິດ ກັບພຣະອົງ ໂດຍບໍ່ນົບນອບຟັງຄວາມ ພຣະອົງ ກໍຕາມ, ແຕ່ພຣະອົງ ກໍຍັງບໍ່ໄດ້ປະໃຫ້ ຢູ່ກ້ອງອຳນາດ ແຫ່ງ ຄວາມຕາຍເລີຍ, ຍ້ອນ ພຣະໄທເມດຕາກະຣຸນາ, ພຣະອົງຈຶ່ງໄດ້ ຊ່ວຍທຸກຄົນ ໃຫ້ຊອກຫາ ແລ້ວຈະພົບພໍ້ພຣະອົງໄດ້. ຫລາຍໆເທື່ອ ພຣະອົງ ຍັງໄດ້ຟື້ນຟູ ສຳພັນໄມຕຣີ ກັບມະນຸດ ແລະໄດ້ໃຊ້ປະພາສົກ ມາອົບຣົມສັ່ງສອນ ໃຫ້ເຂົາຄອງຖ້າ ພຣະຜູ້ບັນດານຄວາມຮອດ. ໂອພຣະບິດາ ຜູ້ສັກສິດ ພຣະອົງຊົງຮັກແພງໂລກ ຢ່າງເຫລືອລົ້ນ ຈົນວ່າ ເມື່ອເຖິງກຳນົດແລ້ວ ພຣະອົງໄດ້ສົ່ງ ພຣະເອກະບຸດ ມາກອບກູ້ພວກຂ້າພະເຈົ້າ. ພຣະບຸດເຈົ້າ ໄດ້ປະຕິສົນ ດ້ວຍຣິດພຣະຈິດ, ບັງເກີດນຳພຣະນາງ ພົມມະຈາຣີ ມາຣີອາ, ຊົງຈຳເຣີນຊີວິດ ຕາມສະພາບມະນຸດ ໃນທຸກຢ່າງ ເວັ້ນເສຍແຕ່ການບາບ ພຣະອົງໄດ້ຊົງ ປະກາດຂ່າວປະເສີດ ແຫ່ງຄວາມຮອດ ໃຫ້ພວກທຸກຈົນ, ປ່າວການກູ້ໄຖ່ ໃຫ້ ພວກຖືກຄຸມຂັງ, ນຳຄວາມຍິນດີ ມາໃຫ້ ພວກໂສກເສົ້າເຫງົາໃຈ. ເພື່ອໃຫ້ແຜນການ ແຫ່ງຄວາມຮັກ ຂອງພຣະອົງ ສຳເຣັດໄປ, ພຣະບຸດເຈົ້າ ຈຶ່ງ ສະໝັກມອບຕົວ ຮັບຄວາມຕາຍ, ແລະຍ້ອນວ່າ ພຣະອົງໄດ້ກັບຄືນຊີບ ພຣະອົງຈຶ່ງໄດ້ທຳລາຍຄວາມຕາຍ ແລະຟື້ນຟູ ຊີວິດໃໝ່. ໂອພຣະບິດາເຈົ້າ, ພຣະບຸດໄດ້ສົ່ງພຣະຈິດ ມາຈາກພຣະອົງ ໃຫ້ເປັນປະຖົມມະທານ ແກ່ພວກທີ່ເຊື່ອ ແລະດຳເນີນກິດຈະການ ຂອງພຣະອົງ ຕໍ່ໄປໃນໂລກນີ້ ເພື່ອທຳໃຫ້ທຸກສິ່ງທຸກຢ່າງ ໄດ້ຮັບຄວາມທ່ຽງທຳ ເຕັມບໍຣິບູນ. ທັງນີ້ ກໍເພື່ອບໍ່ໃຫ້ພວກຂ້າພະເຈົ້າ ດຳເນີນຊີວິດ ໂດຍເຫັນແກ່ຕົວອີກ, ແຕ່ເຫັນແກ່ພຣະບຸດ ຜູ້ໄດ້ສິ້ນພຣະຊົນ ແລະໄດ້ກັບຄືນຊີບ ສຳລັບຂ້າພະເຈົ້າທັງຫຼາຍ.
(ປົກມືເທິງເຄື່ອງບູຊາ)
ພສ: ດ້ວຍເຫດນີ້ ໂອ ພຣະອົງເຈົ້າ, ຂໍຊົງກະຣຸນາ ບັນດານໃຫ້ເຄື່ອງບູຊານີ້ ສັກສິດໄປ ເດຊະພຣະຈິດເຈົ້າ ນັ້ນເອງ.
(ທຳສຳຄັນກາງເຂນເທິງເຄື່ອງບູຊາ)
ເພື່ອໃຫ້ກາຍເປັນ ພຣະກາຍ + ແລະພຣະໂລຫິດ ຂອງພຣະເຢຊູກຣິສໂຕ ພຣະເຈົ້າ ຂອງຂ້າພະເຈົ້າທັງຫລາຍ ໃນພິທີ ສະເຫລີມສະຫຼອງ ກິດຈະການ ອັນເລິກລັບນີ້ ຊຶ່ງພຣະອົງເອງ ໄດ້ໃຫ້ໄວ້ ເປັນສຳພັນໄມຕຣີນິຣັນດອນ ແກ່ຂ້າພະເຈົ້າທັງຫລາຍ.
ໂອພຣະບິດາເຈົ້າຜູ້ສັກສິດ, ຍ້ອນເວລາທີ່ພຣະບຸດເຈົ້າ ຕ້ອງຮັບສີມຸງຄຸນຈາກພຣະອົງ ມາເຖິງແລ້ວ ແລະຍ້ອນພຣະບຸດນັ້ນ ຮັກພວກລູກສິດ ທີ່ຢູ່ໃນໂລກນີ້ ພຣະອົງໄດ້ຮັກເຂົາ ຢ່າງສຸດຂີດ.
ດັ່ງນັ້ນ ເມື່ອຮ່ວມຮັບປະທານອາຫານ ພຣະອົງຈຶ່ງຊົງຈັບເອົາປັງ, ຊົງສົມມະນາຄຸນ, ຊົງບິແບ່ງ ແລ້ວຍື່ນໃຫ້ພວກລູກສິດ ພ້ອມທັງກ່າວວ່າ: “ຈົ່ງຮັບເອົາ ແລະຮັບປະທານ ດ້ວຍກັນທຸກຄົນເຖີດ ນີ້ແຫລະ ກາຍຂອງເຮົາ ທີ່ຈະຖືກມອບເພື່ອພວກເຈົ້າ”.
ດັ່ງດຽວກັນ ເມື່ອຮັບປະທານອາຫານແລ້ວ, ພຣະອົງຊົງຈັບເອົາຈອກນີ້, ຊົງສົມມະນາຄຸນ ແລ້ວຍື່ນໃຫ້ພວກລູກສິດ ພ້ອມທັງກ່າວວ່າ: “ຈົ່ງຮັບເອົາ ແລະດື່ມດ້ວຍກັນທຸກຄົນເຖີດ ນີ້ແຫລະ ຈອກໂລຫິດຂອງເຮົາ ແມ່ນໂລຫິດ ແຫ່ງ ພຣະສຳພັນໄມຕຣີໃໝ່ ແລະຖາວອນນິຣັນດອນ ທີ່ຈະໄຫລຫລັ່ງອອກມາ ເພື່ອພວກເຈົ້າ ແລະຄົນທັງຫລາຍ ເປັນການໄຖ່ບາບທັງມວນ ຈົ່ງກະທຳ ກິດຈະການນີ້ ເພື່ອເປັນທີ່ລຳລຶກເຖິງເຮົາ”.
ຢັ້ງຢືນຄວາມເຊື່ອ
ພສ:
(ເວລາເວົ້າຊື່ໆ): ນີ້ແມ່ນຂໍ້ເລິກລັບ ແຫ່ງຄວາມເຊື່ອ.
(ເວລາຂັບ): ນີ້ແມ່ນຂໍ້ເລິກລັບ ພວກເຮົາຈົ່ງຍອມໃຈເຊື່ອ.
ຮັບ: ໂອພຣະເຢຊູເຈົ້າ, ຂ້າພະເຈົ້າທັງຫລາຍ ຂໍປະກາດການສິ້ນພຣະຊົນ ແລະຍ້ອງຍໍສໍຣະເສີນ ການກັບຄືນຊີບ ຂອງພຣະອົງ ຈົນເຖິງເວລາ ພຣະອົງຈະສະເດັດກັບມາໃໝ່.
ພສ:
(ເວລາເວົ້າຊື່ໆ): ນີ້ແມ່ນ ຂໍ້ເລິກລັບ ແຫ່ງ ຄວາມເຊື່ອ.
(ເວລາຂັບ): ເວລານີ້ ພວກເຮົາ ສະເຫລີມສະຫລອງ ຂໍ້ເລິກລັບແຫ່ງຄວາມເຊື່ອ.
ຕ: ໂອພຣະເຢຊູເຈົ້າ, ຍາມໃດພວກຂ້າພະເຈົ້າ ຮັບປະທານເຂົ້າປັງ ແລະດື່ມຈອກນີ້ ພວກຂ້າພະເຈົ້າ ກໍປະກາດ ການສິ້ນພຣະຊົນຂອງພຣະອົງ ຈົນເຖິງເວລາ ພຣະອົງຈະສະເດັດກັບມາໃໝ່.
ພສ:
(ເວລາເວົ້າຊື່ໆ): ນີ້ແມ່ນ ຂໍ້ເລິກລັບ ແຫ່ງ ຄວາມເຊື່ອ.
(ເວລາຂັບ): ຈົ່ງພ້ອມກັນ ປະກາດຂໍ້ເລິກລັບ ແຫ່ງຄວາມເຊື່ອ.
ຕ: ໂອພຣະເຢຊູເຈົ້າ, ຜູ້ບັນດານ ຄວາມຮອດ ແກ່ໂລກ ພຣະອົງ ໄດ້ຊົງກອບກູ້ ພວກຂ້າພະເຈົ້າ ດ້ວຍອາໄສ ກາງເຂນ ແລະການກັບຄືນຊີບຂອງພຣະອົງ ໂຜດຊ່ວຍພວກຂ້າພະເຈົ້າໃຫ້ຮອດເທີ້ນ.
ພສ: ດ້ວຍເຫດນີ້ ໂອ ພຣະບິດາເຈົ້າ, ຂ້າພະເຈົ້າສະເຫລີມສະຫລອງ ການກູ້ໄຖ່ມະນຸດຊາດ ໂດຍລຳລຶກ ເຖິງພຣະກຣິສໂຕ ຜູ້ໄດ້ສິ້ນພຣະຊົນ, ໄດ້ສະເດັດໄປ ບາດານ ແລະໂດຍປະກາດວ່າ ພຣະອົງໄດ້ກັບຄືນຊີບ, ໄດ້ສະເດັດຂຶ້ນສະຫວັນ ປະທັບຢູ່ເບື້ອງຂວາ ພຣະບິດາ, ໃນເວລາຄອງຖ້າພຣະອົງຈະສະເດັດກັບມາໃໝ່ ຢ່າງຮຸ່ງເຮືອງພວກຂ້າພະເຈົ້າ ຂໍນ້ອມຖະຫວາຍ ພຣະກາຍ ແລະພຣະໂລຫິດ ຂອງພຣະເຢຊູເຈົ້າ ອັນແມ່ນສິນບູຊາ ທີ່ສົມກຽດພຣະອົງ ແລະບັນດານຄວາມຮອດ ມາໃຫ້ ໂລກທັງມວນ. ໂອພຣະອົງເຈົ້າ, ໂຜດທອດພຣະເນດ ເຄື່ອງບູຊາທີ່ພຣະອົງເອງ ຊົງຈັດຕຽມໄວ້ ໃຫ້ພຣະກຣິສຕະຈັກ. ສ່ວນພວກທີ່ຈະຮ່ວມຮັບປະທານ ປັງກ້ອນດຽວ ແລະດື່ມຮ່ວມຈອກດຽວກັນນີ້, ໂຜດໃຫ້ພຣະຈິດເຈົ້າ ທ້ອນໂຮມເຂົາ ເຂົ້າເປັນ ຮ່າງກາຍດຽວ, ແລ້ວຈະໄດ້ເປັນເຄື່ອງບູຊາ
ອັນມີຊີວິດ ໃນພຣະກຣິສໂຕເຈົ້າ ເພື່ອຍ້ອງຍໍສໍຣະເສີນ ສີມຸງຄຸນຂອງພຣະອົງ.
ພສ 1: ໂອພຣະອົງເຈົ້າ, ບັດນີ້ ຂໍພຣະອົງ ຊົງລຳລຶກເຖິງ ທຸກຄົນທີ່ພວກຂ້າພະເຈົ້າຖະຫວາຍສິນບູຊາ ອຸທິດໃຫ້, ຄື: ພຣະສັນຕະປາປາ .......... ຜູ້ຮັບໃຊ້ຂອງພຣະອົງ, ພຣະສັງຄະຣາດ ............. ຄະນະພຣະສັງຄະຣາດ, ພຣະສົງທັງຫລາຍ ແລະບັນດາສັດຕະບຸຣຸດ
ຜູ້ສ້າງກອງບຸນ, ພ້ອມດ້ວຍ ຜູ້ຮ່ວມໂມທະນາທັງຫລາຍ ແລະປະຊາກອນທັງມວນຂອງພຣະອົງ ຕະຫຼອດທັງ ຜູ້ທີ່ສະແຫວງຫາພຣະອົງ ດ້ວຍໃຈຈິງ.
ພສ 2: ຂໍຊົງພຣະກະຣຸນາ ລຳລຶກເຖິງ ພວກທີ່ໄດ້ລ່ວງລັບໄປ ໃນສັນຕິສຸກ ຂອງ ພຣະກຣິສໂຕເຈົ້າ ແລະພວກຜູ້ຕາຍ ທັງຫລາຍ ຊຶ່ງ ພຣະອົງຜູ້ດຽວ ຊາບເຖິງຄວາມເຊື່ອຂອງເຂົາ.
ໂອພຣະບິດາເຈົ້າ ຜູ້ຊົງພຣະໄທດີ ໂຜດໃຫ້ຂ້າພະເຈົ້າ ທຸກຄົນ ຜູ້ເປັນບຸດຂອງພຣະອົງນີ້ ໄດ້ຮັບມໍຣະດົກສະຫວັນ ຮ່ວມກັບ ພຣະນາງພົມມະຈາຣີ ມາຣີອາ ມານດາພຣະເຈົ້າ, ນັກບຸນ ຢໍແຊ ສາມີຂອງພຣະນາງ, ບັນດາອັກຄະທຳມະທູດ ແລະນັກບຸນທັງຫລາຍ ໃນອານາຈັກຂອງພຣະອົງ ບ່ອນພວກຂ້າພະເຈົ້າ ແລະສັບພະສິ່ງທັງມວນທີ່ພຣະອົງ ໄດ້ປົດປ່ອຍ ໃຫ້ພົ້ນຈາກບາບ ແລະຄວາມຕາຍແລ້ວ, ຈະໄດ້ຍ້ອງຍໍ ສໍຣະເສີນພຣະອົງ, ຍ້ອນເຫັນແກ່ ພຣະກຣິສໂຕ ພຣະເຈົ້າ ຂອງຂ້າພະເຈົ້າທັງຫລາຍ. ໂອພຣະບິດາເຈົ້າ, ດ້ວຍ ເດຊະພຣະກຣິສໂຕນັ້ນ ພຣະອົງຊົງປະທານ ສັບພຣະຄຸນຄວາມດີ ໃຫ້ໂລກທັງມວນ.
ພສ: ດ້ວຍເດຊະ ພຣະກຣິສໂຕເຈົ້າ ພ້ອມກັບ ພຣະອົງ ແລະໃນພຣະອົງ ໂອ ພຣະບິດາ ຜູ້ ຊົງຣິດທານຸພາບ ກຽດ ແລະສີມຸງຄຸນ ທຸກຢ່າງ ເປັນຂອງພຣະອົງ ຮ່ວມກັບ ພຣະຈິດ ຕະຫລອດນິຣັນດອນ.
ຕ: ອາແມນ
ພິທີຮັບສິນມະຫາສະໜິດ
ຄຳພາວະນາຂອງພຣະເຈົ້າ
ພສ: ຍ້ອນພຣະມະຫາໄຖ່ ພຣະອົງເອງ ໄດ້ຊົງສະຖາປະນາ ແຕ່ງຂຶ້ນ ແລະມີດຳຣັດ ສັ່ງໄວ້, ພວກເຮົາ ຈຶ່ງຫານ ກ່າວວ່າ:
ຕ: ໂອພຣະບິດາຂອງຂ້າພະເຈົ້າທັງຫລາຍ. ພຣະອົງຢູ່ສະຫວັນ ຂໍໃຫ້ພຣະນາມຮຸ່ງເຮືອງໄປ, ເມືອງພຣະອົງໃຫ້ມາເຖິງ, ໃຫ້ໄດ້ຕາມນ້ຳພຣະໄທ ໃນແຜ່ນດິນ ຄື ໃນສະຫວັນ. ອາຫານ ປະຈຳວັນ ຂໍທານໃຫ້ ໃນວັນນີ້; ຂໍໂຜດຜິດໃຫ້ພວກຂ້າພະເຈົ້າ ຄື ພວກຂ້າພະເຈົ້າ ໂຜດໃຫ້ເຂົາ; ຂໍຢ່າປະພວກຂ້າພະເຈົ້າ ໃນຍາມຖືກຫລອກລວງ, ແຕ່ໃຫ້ພົ້ນຈາກຄວາມຊົ່ວຮ້າຍເທີ້ນ.
ພສ: ໂອ ພຣະອົງເຈົ້າ, ຂໍກະຣຸນາ ໃຫ້ພວກຂ້າພະເຈົ້າ ຫວິດຈາກ ຄວາມຊົ່ວຮ້າຍທັງຫລາຍ ແລະປະທານ ສັນຕິສຸກ ໃຫ້ຕະຫລອດຊີວິດ. ອາໄສພຣະເມດຕາກະຣຸນາຂອງພຣະອົງ ຂໍໃຫ້ພວກຂ້າພະເຈົ້າ ຫວິດຈາກບາບ ສະເໝີໄປ ແລະປອດໄພ ທຸກຢ່າງ. ດຽວນີ້ ພວກຂ້າພະເຈົ້າ ຄອງຖ້າ ຮັບຄວາມບໍຣົມມະສຸກ ແລະການສະເດັດກັບມາໃໝ່ ຂອງພຣະເຢຊູກຣິສໂຕ ພຣະຜູ້ບັນດານຄວາມຮອດ.
ຕ: ຍ້ອນວ່າ ພຣະຣາໄຊ ຣິດທານຸພາບ ແລະສີມຸງຄຸນ ເປັນ ຂອງພຣະອົງ ຕະຫລອດນິຣັນດອນ .
ສະຫວັດດີໃນພຣະກຣິສໂຕເຈົ້າ
(ຕໍ່ຈາກນັ້ນ ພຣະສົງ ນົບມື ກ່າວ ຕໍ່ໄປ ວ່າ)
ພສ: ໂອພຣະເຢຊູກຣິສໂຕເຈົ້າ ຍ້ອນພຣະອົງໄດ້ຊົງກ່າວແກ່ພວກອັກຄະທຳມະທູດວ່າ: “ເຮົາມອບສັນຕິສຸກໃຫ້ພວກເຈົ້າ ເຮົາປະທານສັນຕິສຸກຂອງເຮົາໃຫ້ພວກເຈົ້າ”. ຂໍພຣະອົງຢ່າຖືຊາບາບຕ່າງໆ ຂອງພວກຂ້າພະເຈົ້າ ແຕ່ຂໍພຣະອົງທອດພຣະເນດ ຄວາມເຊື່ອ ແຫ່ງພຣະກຣິສຕະຈັກຂອງພຣະອົງ. ໂຜດກະຣຸນາ ປະທານສັນຕິສຸກ ແລະເອກະພາບ ໃຫ້ພຣະກຣິສຕະຈັກນັ້ນ ຕາມນ້ຳພຣະໄທຂອງພຣະອົງ ຜູ້ດຳຣົງຊີວິດ ແລະສະເຫວີຍຣາດ ຕະຫລອດນິຣັນດອນ.
ຕ: ອາແມນ.
ພສ: ສັນຕິສຸກ ພຣະອົງເຈົ້າ ຈົ່ງຢູ່ນຳພວກທ່ານ.
ຕ: ສັນຕິສຸກ ພຣະອົງເຈົ້າ ຈົ່ງຢູ່ນຳທ່ານດ້ວຍ.
ການບິແຜ່ນສິນ
(ພຣະສົງບິແຜ່ນສິນ ໃສ່ປ່ຽງນຶ່ງເຂົ້າໃນ ຖ້ວຍກາລິດ ແລ້ວ ກ່າວເບົາໆ ວ່າ)
ພສ: ຂໍໃຫ້ການຮ່ວມ ພຣະກາຍ ແລະ ພຣະໂລຫິດຂອງພຣະເຢຊູກຣິສໂຕ ພຣະເຈົ້າຂອງພວກຂ້າພະເຈົ້າ, ໄດ້ບັນດານຊີວິດນິຣັນດອນ ໃຫ້ພວກຂ້າພະເຈົ້າ ຜູ້ຈະຮັບກິນນີ້ ດ້ວຍເທີ້ນ.
AGNUS DEI
(ລະຫວ່າງນັ້ນ ຂັບຮ້ອງ ຫລື ກ່າວວ່າ)
- ໂອ ພຣະຊຸມພານ້ອຍ ຂອງພຣະເຈົ້າ ຜູ້ຍົກບາບໂທດຂອງໂລກ. ເມດຕາພວກຂ້າພະເຈົ້າເທີ້ນ.
- ໂອ ພຣະຊຸມພານ້ອຍ ຂອງພຣະເຈົ້າ ຜູ້ຍົກບາບໂທດຂອງໂລກ. ເມດຕາພວກຂ້າພະເຈົ້າເທີ້ນ.
- ໂອ ພຣະຊຸມພານ້ອຍ ຂອງພຣະເຈົ້າ ຜູ້ຍົກບາບໂທດຂອງໂລກ. ໂຜດປະທານສັນຕິສຸກ ໃຫ້ພວກຂ້າພະເຈົ້າເທີ້ນ.
ພຣະສົງພາວະນາກ່ອນຮັບສິນ
ໂອພຣະກຣິສໂຕເຈົ້າ ພຣະບຸດຂອງພຣະເຈົ້າ ຜູ້ຊົງຊີວິດ ພຣະອົງໄດ້ສິ້ນພຣະຊົນ ເພື່ອປະທານຊີວິດໃຫ້ ແກ່ໂລກ ຕາມນ້ຳພຣະໄທ ຂອງພຣະບິດາ ແລະມີພຣະຈິດ ຮ່ວມການນຳ, ຂໍໂຜດໃຫ້ຂ້າພະເຈົ້າ ຫວິດຈາກ ຄວາມຜິດ ແລະຄວາມຊົ່ວຮ້າຍທັງປວງ. ຍ້ອນເຫັນແກ່ພຣະກາຍ ແລະພຣະໂລຫິດ ຍອດສັກສິດນີ້ ຂໍໂຜດ ໃຫ້ຂ້າພະເຈົ້າ ຖືຕາມພຣະບັນຢັດ ແລະຂໍຢ່າປະໃຫ້ຂ້າພະເຈົ້າ ໜີຈາກພຣະອົງເລີຍ.
ໂອພຣະເຢຊູກຣິສໂຕເຈົ້າ, ຂໍຢ່າໃຫ້ການຮັບພຣະກາຍ ແລະພຣະໂລຫິດຂອງພຣະອົງນີ້ ເປັນຕົ້ນເຫດໃຫ້ຂ້າພະເຈົ້າ ຕ້ອງຖືກຕັດສິນລົງໂທດເລີຍ, ແຕ່ຂໍພຣະອົງຊົງກະຣຸນາ ໂຜດໃຫ້ຂ້າພະເຈົ້າສຸກກາຍສະບາຍໃຈ ແລະຫາຍຈາກໂລກໄພ.
ການຮັບສິນມະຫາສະໜິດ
(ພຣະສົງ ນົບມືໄຫວ້ຍົກແຜ່ນສິນຂຶ້ນ ຫັນໄປທາງສັດຕະບຸຣຸດ ກ່າວດັງໆ ວ່າ)
ພສ: ບຸນມະຫາລາບ ແກ່ບັນດາ ຜູ້ທີ່ພຣະເຈົ້າໄດ້ເຊີນມາ ຮ່ວມໃນງານລ້ຽງຂອງພຣະຊຸມພານ້ອຍ. ນີ້ແມ່ນ ພຣະຊຸມພານ້ອຍຂອງພຣະເຈົ້າ. ນີ້ແມ່ນພຣະອົງ ຜູ້ຍົກບາບໂທດຂອງໂລກ.
ຮັບ: ໂອພຣະອົງເຈົ້າ ຂ້າພະເຈົ້າບໍ່ສົມຕ້ອນຮັບ ພຣະອົງສະເດັດເຂົ້າມາ ໃນຕົວຂ້າພະເຈົ້າ, ຂໍພຣະອົງ ກ່າວແຕ່ຄວາມດຽວເທົ່ານັ້ນ ແລ້ວຂ້າພະເຈົ້າກໍຈະສະອາດບໍລິສຸດໄປ.
(ພຣະສົງ ກ່າວເບົາໆ ວ່າ)
- ຂໍໃຫ້ພະກາຍ ພຣະກຣິສໂຕເຈົ້າ ປົກປ້ອງຮັກສາຂ້າພະເຈົ້າ ໃຫ້ເຖິງຊີວິດນິຣັນດອນເທີ້ນ. ອາແມນ.
- ຂໍໃຫ້ພຣະໂລຫິດ ພຣະກຣິສໂຕເຈົ້າ ປົກປ້ອງຮັກສາຂ້າພະເຈົ້າ ໃຫ້ເຖິງຊີວິດນິຣັນດອນເທີ້ນ. ອາແມນ.
(ຕໍ່ໄປ ພຣະສົງ ຫລື ອະນຸສົງ ເອົາສິນໄປແຈກ ໃຫ້ຜູ້ຮັບສິນ ຍົກແຜ່ນສິນຂຶ້ນ ທັງກ່າວວ່າ)
ພສ: ພຣະກາຍ ພຣະກຣິສໂຕເຈົ້າ
ຕ: ອາແມນ.
ພຣະສົງພາວະນາຫລັງຮັບສິນ
(ເມື່ອ ສົ່ງສິນພຣະສົງ ຫລືອະນຸສົງເກັບເສດສິນເທິງຈານໃສ່ຈອກກາລິດ ແລ້ວລ້າງຈອກ ກາລິດ ໃນເວລາ ລ້າງຈອກກາລິດ ກ່າວເບົາໆວ່າ)
ໂອພຣະອົງເຈົ້າ ຂໍໃຫ້ຂ້າພະເຈົ້າ ທັງຫລາຍ ຮັບສິນນີ້ໄວ້ ດ້ວຍຈິດໃຈ ບໍລິສຸດ ໃຫ້ກາຍເປັນ ການບຳບັດຮັກສາ ທັງກາຍແລະໃຈ ບັດນີ້ ແລະຕະຫລອດໄປ ດ້ວຍເທີ້ນ.
ບົດເພງຮັບສິນ
ມິດຊາເສກນ້ຳມັນສັກສິດ (ພສສ. 88 : 2)
ຂ້າພະເຈົ້າ ຈະຮ້ອງເພງ ສັນຣະເສີນ ພຣະເມດຕາກະລຸນາຂອງພຣະອົງເຈົ້າ ຕະຫລອດນິຣັນດອນ. ປາກຂອງຂ້າພະເຈົ້າ ຈະປະກາດ ຄວາມສັດຈິງຂອງພຣະອົງ ແກ່ຄົນທຸກເຊັ່ນ ທຸກສະໄໝ.
ມິດຊາຕັ້ງສິນ (1ກຣ. 11 : 24 - 25)
ພຣະອົງເຈົ້າກ່າວວ່າ : “ນີ້ແມ່ນ ກາຍຂອງເຮົາ ທີ່ຈະຖືກມອບເພື່ອພວກເຈົ້າ. ຈອກນີ້ ແມ່ນສຳພັນໄມຕີໃໝ່ ທີ່ໄດ້ສ້າງຂຶ້ນມາ ໃນໂລຫິດຂອງເຮົາ. ທຸກໆຄັ້ງ ທີ່ພວກເຈົ້າຈະດື່ມ ໃຫ້ພວກເຈົ້າກະທຳສິ່ງນີ້ ເພື່ອເປັນທີ່ລຳລຶກເຖິງເຮົາ.”
ບົດວິງວອນຫລັງຮັບສິນ
(ພຣະສົງ ສວດ "ບົດພາວະນາຫລັງຮັບສິນ". ຈາກນັ້ນ ກໍອວຍພອນ ປິດພິທີ)
ພສ: ພວກເຮົາຈົ່ງອ້ອນວອນ
ມິດຊາເສກນ້ຳມັນສັກສິດ
ໂອພຣະເຈົ້າ ຜູ້ຊົງຣິດທານຸພາບ, ພວກຂ້າພະເຈົ້າ ວອນຂໍພຣະອົງ ໂຜດໃຫ້ພວກທີ່ ພຣະອົງໄດ້ຊົງຊຸບລ້ຽງ ດ້ວຍສິນສັກສິດນີ້ ກາຍເປັນ ເຄື່ອງບູຊາ ອັນຫອມຫວນຂອງພຣະກຣິສໂຕເທີ້ນ.
ມິດຊາຕັ້ງສິນ
ໂອພຣະອົງເຈົ້າ ຜູ້ຊົງລິດທາຸພາບ, ພຣະອົງໄດ້ຟື້ນຟູພວກຂ້າພະເຈົ້າ ດ້ວຍງານລ້ຽງຂອງພຣະບຸດເຈົ້າ ໃນແຜ່ນດິນນີ້ແລ້ວ, ຂໍໂຜດໃຫ້ພວກຂ້າພະເຈົ້າ ໄດ້ອີ່ມໜຳສຳຣານ ດ້ວຍງານລ້ຽງ ນິຣັນດອນຂອງພຣະອົງ ຢູ່ສະຫວັນ ເທີ້ນ.
ຍ້ອນເຫັນແກ່ ພຣະເຢຊູກຣິສໂຕ ພຣະບຸດຂອງພຣະອົງ ພຣະເຈົ້າ ຂອງຂ້າພະເຈົ້າທັງຫຼາຍ.
ຕ: ອາແມນ
ພິທີມ້ວນທ້າຍ
ພສ: ຂໍພຣະອົງເຈົ້າ ຊົງສະຖິດ ຢູ່ນຳພວກທ່ານ.
ຕ: ຂໍພຣະອົງເຈົ້າ ຊົງສະຖິດ ຢູ່ນຳທ່ານດ້ວຍ.
ການອວຍພອນ
ພສ: ຂໍພຣະເປັນເຈົ້າ ຜູ້ຊົງຣິດທານຸພາບ
ພຣະບິດາ ແລະພຣະບຸດ + ແລະພຣະຈິດ
ອວຍ ພຣະພອນ ໃຫ້ ພວກທ່ານ ເທີ້ນ.
ຕ: ອາແມນ.
ພສ: ເຊີນໄປດີໃນສິນ ແລະພຣະພອນຂອງພຣະກຣິສໂຕເຈົ້າ.
ຕ: ຂໍຂອບພຣະຄຸນ ພຣະເປັນເຈົ້າ.
ພສ: ພຣະເປັນເຈົ້າ ຜູ້ຊົງດີເຫລືອລົ້ນ ໄດ້ຊົງກຳຈັດ ຄວາມມືດ ໃຫ້ໝົດໄປຈາກໂລກ ໂດຍສົ່ງພຣະບຸດມາຮັບສະພາບມະນຸດ ແລະໄດ້ຊົງສະຫລອງ ຄືນ(ວັນ) ສັກສິດຍິ່ງນີ້ ໂດຍໃຫ້ພຣະບຸດມາບັງເກີດ ຢ່າງຮຸ່ງເຮືອງ, ຂໍພຣະອົງ ຊົງກຳຈັດຄວາມມືດ ຈາກສິ່ງຊົ່ວຮ້າຍ ໃຫ້ພົ້ນໄປຈາກ ທ່ານ ທັງຫລາຍ ແລະສ່ອງດວງໃຈ ທ່ານທຸກຄົນ ໃຫ້ສະຫວ່າງ ດ້ວຍແສງແຫ່ງຄຸນນະທຳຄວາມດີ ເທີ້ນ.
ຕ: ອາແມນ
ພສ: ພຣະເປັນເຈົ້າ ພໍໃຈ ໃຫ້ເທວະດາ ນຳຂ່າວອັນຫນ້າ ຍິນດີຍິ່ງ ຄື ຂ່າວ ພຣະບຸດໄດ້ຊົງບັງເກີດມາ ກອບກູ້ມະນຸດ ໄປແຈ້ງ ໃຫ້ ພວກລ້ຽງແກະຮູ້, ຂໍພຣະອົງຊົງບັນດານ ໃຫ້ຈິດໃຈທ່ານທັງຫລາຍ ເຕັມໄປດ້ວຍຄວາມຍິນດີ ທີ່ຈະເປັນຜູ້ປະກາດພຣະວໍຣະສານ ເທີ້ນ.
ຕ: ອາແມນ
ພສ: ອາໄສການບັງເກີດເປັນມະນຸດຂອງພຣະບຸດ ພຣະອົງຊົງຮ່ວມທຸກສິ່ງໃນໂລກ ກັບທຸກສິ່ງໃນສະຫວັນ ເຂົ້ານຳກັນ ຂໍພຣະອົງ ຊົງບັນດານໃຫ້ທ່ານທັງຫລາຍ ມີນ້ຳໃຈດີ ມີສັນຕິສຸກບໍລິບູນ ແລະມີສ່ວນໃນ ສະຫວັນດ້ວຍເທີ້ນ.
ຕ: ອາແມນ
ພສ: ຂໍພຣະເປັນເຈົ້າ ຜູ້ຊົງຣິດທານຸພາບ
ພຣະບິດາ ແລະພຣະບຸດ + ແລະພຣະຈິດ
ອວຍພຣະພອນ ໃຫ້ພວກທ່ານເທີ້ນ.
ຕ: ອາແມນ
ພສ: ເຊີນໄປດີ ໃນສິນ ແລະພຣະພອນ ຂອງພຣະກຣິສໂຕເຈົ້າ.
ຕ: ຂໍຂອບພຣະຄຸນ ພຣະເປັນເຈົ້າ.
ພສ: ຂໍ ພຣະເປັນເຈົ້າ ຊົງເປັນບໍ່ເກີດ ແລະຕົ້ນກຳເນີດແຫ່ງພຣະພອນທຸກປະການ ປະທານພຣະຄຸນ ແລະພຣະພອນ ຢ່າງອຸດົມສົມບູນ ແກ່ທ່ານທັງຫລາຍ, ໂຜດຊົງຄຸ້ມຄອງ ທ່ານທັງຫລາຍ ໃຫ້ຢູ່ເຢັນເປັນສຸກ ປອດພັຍ ທັງປວງ ຕະຫລອດປີເທີ້ນ.
ຕ: ອາແມນ
ພສ: ຂໍພຣະອົງຊົງປົກປັກ ທ່ານທັງຫລາຍ ໃຫ້ມີຄວາມເຊື່ອ ເຂັ້ມແຂງໝັ້ນຄົງ ມີຄວາມຫວັງແນ່ວແນ່ ແລະຄວາມຮັກ ຮ້ອນຮົນ ສາມາດ ຕັ້ງໝັ້ນ ຈົນເຖິງວາລະສຸດທ້າຍ ດ້ວຍຄວາມອົດທົນ ຢ່າງຜູ້ສັກສິດເທີ້ນ.
ຕ: ອາແມນ
ພສ: ຂໍພຣະອົງຊົງຄຸ້ມຄອງຊີວິດ ແລະພາລະກິດຂອງທ່ານທັງຫລາຍ ໃຫ້ດຳຣົງຢູ່ໃນສັນຕິສຸກ ສະດັບຟັງຄຳພາວະນາຂອງທ່ານ ທັງຢູ່ທີ່ນີ້ ແລະທຸກແຫ່ງ ແລະຊົງນຳ ທ່ານທັງຫລາຍ ໄປສູ່ຊີວິດນິຣັນດອນເທີ້ນ.
ຕ: ອາແມນ
ພສ: ຂໍພຣະເປັນເຈົ້າ ຜູ້ຊົງຣິດທານຸພາບ
ພຣະບິດາ ແລະພຣະບຸດ + ແລະພຣະຈິດ
ອວຍພຣະພອນ ໃຫ້ພວກທ່ານເທີ້ນ.
ຕ: ອາແມນ
ພສ: ເຊີນໄປດີໃນສິນ ແລະພຣະພອນຂອງພຣະກຣິສໂຕເຈົ້າ.
ຕ: ຂໍຂອບພຣະຄຸນ ພຣະເປັນເຈົ້າ.
ພສ: ໃນໂອກາດ ວັນສົມໂພດປາສກາ ຄື ວັນນີ້, ຂໍພຣະເປັນເຈົ້າ ຜູ້ຊົງຣິດທານຸພາບ ຊົງອຳນວຍພຣະພອນ ແລະຊົງພຣະເມດຕາ ປົກປ້ອງທ່ານທັງຫລາຍ ໃຫ້ພົ້ນຈາກການໂຈມຕີຂອງບາບທັງປວງເທີ້ນ.
ຕ: ອາແມນ
ພສ: ພຣະເປັນເຈົ້າຊົງຟື້ນຟູ ໃຫ້ທ່ານທັງຫລາຍ ກັບມີຊີວິດນິຣັນດອນ ໂດຍໃຫ້ພຣະບຸດກັບເປັນຄືນມາ. ຂໍພຣະອົງໂຜດໃຫ້ທ່ານທັງຫລາຍ ໄດ້ຮັບບຳເນັດ ຄື ຄວາມບໍ່ຮູ້ຕາຍເທີ້ນ.
ຕ: ອາແມນ
ພສ: ອາໄສການກັບເປັນຄືນມາຂອງພຣະບຸດ ຂໍພຣະເປັນເຈົ້າ ໂຜດໃຫ້ທ່ານທັງຫລາຍ ໄດ້ຮັບຜົນຈາກການກອບກູ້ ໄດ້ມາ ເປັນບຸດບຸນທຳຂອງພຣະອົງ ແລະບັງເກີດຄວາມຊື່ນຊົມຍິນດີ ໃນພຣະພອນ ຂອງພຣະອົງເທີ້ນ.
ຕ: ອາແມນ
ພສ: ຂໍພຣະເປັນເຈົ້າ ຜູ້ຊົງຣິດທານຸພາບ
ພຣະບິດາ ແລະພຣະບຸດ + ແລະພຣະຈິດ
ອວຍພຣະພອນ ໃຫ້ພວກທ່ານເທີ້ນ.
ຕ: ອາແມນ
ພສ: ເຊີນໄປດີໃນສິນ ແລະພຣະພອນຂອງພຣະກຣິສໂຕເຈົ້າ.
ຕ: ຂໍຂອບພຣະຄຸນ ພຣະເປັນເຈົ້າ.
ພສ: ພຣະເປັນເຈົ້າ ເປັນບໍ່ເກີດແຫ່ງຄວາມສະຫວ່າງ ທຸກປະການ ພຣະອົງປະທານ ພຣະຈິດເຈົ້າ ພຣະຜູ້ຊ່ວຍເຫລືອລົງ ໃນຈິດໃຈຂອງພວກລູກສິດ. ຂໍພຣະອົງ ໂຜດໃຫ້ທ່ານທັງຫລາຍ ຊື່ນຊົມຍິນດີທີ່ຈະຮັບ ພຣະພອນຂອງພຣະຈິດເຈົ້າ ຢ່າງອຸດົມສົມບູນ ຕະຫລອດໄປເທີ້ນ.
ຕ: ອາແມນ
ພສ: ຂໍພຣະກຣິສໂຕເຈົ້າ ຊົງກັບເປັນຄືນມາ ປະທານໄຟແຫ່ງພຣະຈິດເຈົ້າ ບັນດານໃຫ້ທ່ານທັງຫລາຍ ເຕັມດ້ວຍພຣະປີຊາສລາດຂອງພຣະອົງເທີ້ນ.
ຕ: ອາແມນ
ພສ: ພຣະເຈົ້າ ຊົງຮວບຮວມ ຊົນຊາດຕ່າງພາສາ ໃຫ້ເປັນພຣະກຣິສຕະຈັກນຶ່ງດຽວ, ຂໍພຣະອົງ ໂຜດໃຫ້ທ່ານທັງຫລາຍ ໝັ້ນຄົງໃນຄວາມເຊື່ອ ແລະຊື່ນຊົມຍິນດີ ໃນຄວາມຫວັງ ຈົນວ່າ ຈະໄດ້ຊົມພຣະພັກພຣະອົງໃນສວັນເທີ້ນ.
ຕ: ອາແມນ
ພສ: ຂໍພຣະເປັນເຈົ້າ ຜູ້ຊົງຣິດທານຸພາບ
ພຣະບິດາ ແລະພຣະບຸດ + ແລະພຣະຈິດ
ອວຍພຣະພອນ ໃຫ້ພວກທ່ານເທີ້ນ.
ຕ: ອາແມນ
ພສ: ເຊີນໄປດີ ໃນສິນ ແລະພຣະພອນ ຂອງພຣະກຣິສໂຕເຈົ້າ.
ຕ: ຂໍຂອບພຣະຄຸນ ພຣະເປັນເຈົ້າ.
ພສ: ພຣະເປັນເຈົ້າ ຊົງເມດຕາ ກູ້ໄຖ່ມະນຸດຊາດ ອາໄສພຣະບຸດ ທີ່ຊົງບັງເກີດ ຈາກພຣະນາງ ພົມມະຈາຣີ ມາຣີອາ, ຂໍພຣະອົງຊົງ ອຳນວຍພຣະພອນ ຢ່າງອຸດົມສົມບູນ ແກ່ທ່ານທັງຫລາຍເທີ້ນ.
ຕ: ອາແມນ.
ພສ: ຂໍ ພຣະນາງ ພົມມະຈາຣີ ມາຣີອາ ມານດາຂອງພຣະບຸດ ຊ່ວຍວອນຂໍພຣະອົງ ໃຫ້ຊົງຄຸ້ມຄອງທ່ານທັງຫລາຍ ຕະຫລອດໄປ ເທີ້ນ.
ຕ: ອາແມນ.
ພສ: ວັນນີ້ ທ່ານທັງຫລາຍ ມີຈິດໃຈເຫລື້ອມໃສສັດທາ ມາຊຸມນຸມກັນ ສະຫລອງ............ຂອງພຣະນາງ ພົມມະຈາຣີ ມາຣີອາ. ຂໍພຣະເປັນເຈົ້າ ໂຜດໃຫ້ທ່ານ ມີສຸກຂະພາບດີ ທັງກາຍແລະໃຈດ້ວຍເທີ້ນ.
ຕ: ອາແມນ.
ພສ: ຂໍພຣະເປັນເຈົ້າ ຜູ້ຊົງຣິດທານຸພາບ
ພຣະບິດາ ແລະພຣະບຸດ + ແລະພຣະຈິດ
ອວຍພຣະພອນ ໃຫ້ພວກທ່ານເທີ້ນ.
ຕ: ອາແມນ.
ພສ: ເຊີນໄປດີ ໃນສິນ ແລະພຣະພອນ ຂອງພຣະກຣິສໂຕເຈົ້າ.
ຕ: ຂໍຂອບພຣະຄຸນ ພຣະເປັນເຈົ້າ.
ພສ: ພຣະບິດາ ໂຜດໃຫ້ທ່ານທັງຫລາຍ ສະຫລອງນັກບຸນ....... ຂໍພຣະອົງ ປະທານພຣະພອນ ແກ່ທ່ານ ພິທັກຮັກສາທ່ານ ແລະບັນດານໃຫ້ທ່ານ ມີສັນຕິສຸກ ຕະຫລອດໄປ.
ຕ: ອາແມນ.
ພສ: ພຣະກຣິສໂຕເຈົ້າຊົງສຳແດງ ຣິດເດດແຫ່ງການກັບເປັນຄືນມາຂອງພຣະອົງ ໃນຊີວິດຂອງທ່ານນັກບຸນ...... ຂໍພຣະອົງ ໂຜດໃຫ້ທ່ານທັງຫລາຍ ເປັນພະຍານ ເຖິງພຣະວໍຣະສານຂອງພຣະອົງ ຕະຫລອດໄປເທີ້ນ.
ຕ: ອາແມນ.
ພສ: ພຣະຈິດເຈົ້າຊົງບັນດານໃຫ້ນັກບຸນ...... ເປັນແບບຢ່າງ ການຮັບໃຊ້ ເພື່ອພີ່ນ້ອງ, ຂໍພຣະອົງ ໂຜດໃຫ້ທ່ານທັງຫລາຍ ໄດ້ສົ່ງເສີມເອກະພາບແຫ່ງຄວາມເຊື່ອ ແລະຄວາມຮັກ ໃນພຣະກຣິສຕະຈັກຂອງພຣະອົງເທີ້ນ.
ຕ: ອາແມນ.
ພສ: ຂໍພຣະເປັນເຈົ້າ ຜູ້ຊົງຣິດທານຸພາບ
ພຣະບິດາ ແລະພຣະບຸດ + ແລະພຣະຈິດ
ອວຍພຣະພອນ ໃຫ້ພວກທ່ານເທີ້ນ.
ຕ: ອາແມນ.
ພສ: ເຊີນໄປດີ ໃນສິນ ແລະພຣະພອນ ຂອງພຣະກຣິສໂຕເຈົ້າ.
ຕ: ຂໍຂອບພຣະຄຸນ ພຣະເປັນເຈົ້າ.