ຟັງພຣະວໍຣະສານ ບົດຮ່ຳເພິງ ແລະບົດພາວະນາ
ບົດອ່ານທີ 1 (2 ຊມອ. 7:18-19. 24-29)
“ໂອພຣະອົງເຈົ້າຜູ້ຂ້າແມ່ນໃຜ? ແລະເຊື້ອວົງຂອງຜູ້ຂ້າແມ່ນຫຍັງ?”
ບົດອ່ານຈາກໜັງສື ຊາມູແອນ ສະບັບທີ 2
ເມື່ອດາວິດ ໄດ້ຮັບຊາບພຣະສັນຍາຂອງພຣະເຈົ້າ ຈາກປະພາສົກນາທັນແລ້ວ ເພິ່ນກໍໄປສະເໜີຕົວ ຕໍ່ພຣະພັກພຣະອົງເຈົ້າ ແລະທູນວ່າ: “ໂອພຣະອົງເຈົ້າ ຜູ້ຂ້າແມ່ນໃຜ? ແລະເຊື້ອວົງຂອງຜູ້ຂ້າແມ່ນຫຍັງ ພໍໃຫ້ພຣະອົງພາຜູ້ຂ້າໄປເຖິງທີ່ນັ້ນ? ແຕ່ສິ່ງນັ້ນຍັງນ້ອຍໂພດ ຕໍ່ພຣະພັກ ພຣະອົງ. ໂອພຣະອົງເຈົ້າ ແລະພຣະອົງຍັງໄດ້ກ່າວເຖິງ ເຊື້ອວົງຂ້າໃຊ້ຂອງພຣະອົງ ເພື່ອອະນາຄົດອັນໄກອີກດ້ວຍ. ໂອພຣະອົງເຈົ້າ ພຣະອົງໄດ້ສ້າງຕັ້ງອິສຣາແອນ ປະຊາກອນຂອງພຣະອົງ ໃຫ້ເປັນປະຊາກອນຂອງພຣະອົງ ຕະຫລອດໄປ ແລະພຣະອົງກໍໄດ້ກາຍເປັນພຣະເຈົ້າຂອງເຂົາ. ໂອພຣະອົງເຈົ້າ ດຽວນີ້ ພຣະອົງຮັກສາ ພຣະສັນຍາ ຊຶ່ງພຣະອົງໄດ້ກະທຳ ກັບຂ້າໃຊ້ຂອງພຣະອົງ ແລະກັບເຊື້ອວົງຂອງເຂົາ ແລະໂຜດປະຕິບັດ ຕາມທີ່ພຣະອົງໄດ້ກ່າວໄວ້ນັ້ນເທີ້ນ. ພຣະນາມຂອງພຣະອົງ ຈະໄດ້ຮັບຍົກຍ້ອງສັນຣະເສີນຕະຫລອດໄປ ແລະເຂົາຈະກ່າວວ່າ: “ພຣະອົງເຈົ້າແຫ່ງໂລກພິພົບ ແມ່ນພຣະເຈົ້າສະຖິດຢູ່ເໜືອອິສຣາແອນ ເຊື້ອວົງດາວິດ ຂ້າໃຊ້ພຣະອົງ ຈະໝັ້ນຄົງຢູ່ຕໍ່ພຣະພັກພຣະອົງ. ໂອພຣະອົງເຈົ້າ ແຫ່ງໂລກພິພົບ ພຣະເຈົ້າົ້ຂອງອິສຣາແອນ ແມ່ນພຣະອົງ ໄດ້ໄຂສຳແດງສິ່ງເຫລົ່ານີ້ ແກ່ຂ້າໃຊ້ຂອງພຣະອົງຄື: ເຮົາຈະສ້າງເຮືອນຫລັງໜຶ່ງ ໃຫ້ເຈົ້າ, ດັ່ງນີ້ແຫລະ ຂ້າໃຊ້ຂອງພຣະອົງ ຈຶ່ງກ້າວິງ ວອນຂໍພຣະອົງແບບນີ້. ໂອພຣະອົງເຈົ້າ ແມ່ນແທ້ ພຣະອົງແມ່ນພຣະເຈົ້າ ວາຈາຂອງພຣະອົງ ແມ່ນຄວາມຈິງ ແລະພຣະອົງໄດ້ໃຫ້ ຄຳ ສັນຍາອັນສວຍງາມນີ້ ກັບຂ້າໃຊ້ຂອງພຣະອົງ ໂຜດພໍພຣະໄທ ອວຍພອນໃຫ້ເຊື້ອວົງຂ້າໃຊ້ຂອງພຣະອົງ ເພື່ອໃຫ້ມັນດຳຣົງຢູ່ ຕໍ່ພຣະພັກພຣະອົງສະເໝີໄປ. ໂອພຣະອົງເຈົ້າ ດ້ວຍວ່າ ພຣະອົງຊົງກ່າວໄວ້ ແລະເດຊະພຣະພອນຂອງພຣະອົງ ເຊື້ອວົງຂອງຂ້າໃຊ້ພຣະອົງ ຈຶ່ງຈະໄດ້ຮັບພຣະພອນຕະຫລອດໄປແລ.”
ເພງສັກສິດ (ພສສ. 131:1-2:3-5:11. 12. 13-14)
ຮັບ: ພຣະອົງເຈົ້າຈະປະທານບັນລັງຂອງດາວິດ ຜູ້ບິດາໃຫ້ແກ່ພຣະອົງ.
- ໂອພຣະອົງເຈົ້າ, ໂຜດລະນຶກເຖິງດາວິດ ແລະຄວາມທຸກລຳບາກຕ່າງໆຂອງທ່ານ. ເມື່ອທ່ານໄປປະຕິຍານ ຕໍ່ພຣະອົງເຈົ້າ, ໄດ້ບະບົນໄວ້ກັບອົງຜູ້ຊົງລິດຂອງຢາກັອບ. (ເຊີນຮັບ)
- “ຂ້າພະເຈົ້າຈະບໍ່ເຂົ້າໃນເຮືອນຂອງຂ້າພະເຈົ້າ, ຈະບໍ່ຂຶ້ນບົນຕຽງນອນ, ຈະອົດຫລັບອົດນອນ, ຈະບໍ່ໃຫ້ໜັງຕາພັບລົງເລີຍ, ຈົນວ່າ ຈະຫາສະຖານ ທີ່ໃຫ້ພຣະອົງເຈົ້າໄດ້ ຄືທີ່ພຳນັກຂອງອົງ ຜູ້ຊົງລິດຂອງຢາກັອບ.” (ເຊີນຮັບ)
- ພຣະອົງເຈົ້າຊົງສາບານກັບດາວິດ ມັນເປັນຄວາມສັດຈິງ ທີ່ພຣະອົງບໍ່ພິກປີ້ນນັ້ນວ່າ: “ເຮົາຈະຕັ້ງບຸດຊາຍ ທີ່ເກີດຈາກກາຍຂອງເຈົ້າ ຂຶ້ນເທິງບັນລັງຂອງເຈົ້າ. (ເຊີນຮັບ)
- ຖ້າບັນດາບຸດຂອງເຈົ້າ ປະຕິບັດຕາມພຣະສັນຍາຂອງເຮົາ, ແລະຕາມວາຈາທີ່ເຮົາໄດ້ສັ່ງສອນ ແລະພວກລູກຫລານຂອງພວກເຂົາ ກໍດັ່ງດຽວກັນ, ພວກເຂົາຈະນັ່ງເທິງບັນລັງຂອງເຈົ້າ ຕະຫລອດໄປ.” (ເຊີນຮັບ)
- ຍ້ອນວ່າ ພຣະອົງເຈົ້າໄດ້ເລືອກເອົາຊີອອນ, ໄດ້ຊົງມີພຣະປະສົງ ເອົາເປັນທີ່ພຳນັກຂອງພຣະອົງ; ດັ່ງທີ່ຊົງໄດ້ກ່າວວ່າ: “ນີ້ຈະເປັນທີ່ພຳນັກຂອງເຮົາ ຕະຫລອດໄປ, ເຮົາຈະຢູ່ທີ່ນີ້ ຍ້ອນເຮົາປາດຖະໜາດັ່ງນັ້ນ.” (ເຊີນຮັບ)
ກ່ອນພຣະວໍຣະສານ (2 ກຣ. 5:19)
ອັນເລລູຢາ! ອັນເລລູຢາ! ພຣະເຈົ້າຊົງທຳໃຫ້ໂລກ ເຂົ້າດີກັບພຣະອົງ ໃນພຣະກຣິສໂຕເຈົ້າ ພຣະອົງໄດ້ປົງວາຈາປອງດອງນັ້ນໄວ້ ໃນປາກຂອງພວກເຮົາ. ອັນເລລູຢາ!
ພຣະວໍຣະສານ (ມກ. 4:21-25)
“ໃຕ້ຕະກຽງແລ້ວ ເອົາໄປໃສ່ເທິງຮ້ານຕັ້ງ. ພວກເຈົ້າໃຊ້ເຄື່ອງຕວງແນວໃດ, ເຂົາກໍຈະໃຊ້ເຄື່ອງຕວງແນວດຽວກັນ ສຳລັບພວກເຈົ້າ ແລະເຂົາຈະຕື່ມໃຫ້ອີກ”.
ພຣະວໍຣະສານ ໂດຍນັກບຸນມັກໂກ
ໃນເວລານັ້ນ, ພຣະເຢຊູເຈົ້າກ່າວວ່າ: “ໃຕ້ຕະກຽງແລ້ວ ຈະເອົາກະຖັງມາກວບ ຫລືເອົາໄປໄວ້ກ້ອງຕຽງບໍ? ບໍ່ແມ່ນຈະເອົາໄປໃສ່ເທິງຮ້ານຕັ້ງບໍ? ຍ້ອນວ່າ ບໍ່ມີຫຍັງທີ່ເຂົາປິດບັງໄວ້ ຈະບໍ່ຖືກໄຂອອກມາ, ແລະທຸກສິ່ງທີ່ຖືກປິດບັງໄວ້ ເປັນຄວາມລັບ ກໍຈະໄດ້ເປີດເຜີຍອອກ. ໃຜມີຫູສຳລັບຟັງ ກໍໃຫ້ຟັງເອົາ.” ແລ້ວພຣະອົງກ່າວວ່າ: “ຈົ່ງຕັ້ງໃຈຟັງໃຫ້ດີ. ພວກເຈົ້າໃຊ້ເຄື່ອງຕວງແນວໃດ, ເຂົາກໍຈະໃຊ້ເຄື່ອງຕວງແນວດຽວກັນ ສຳລັບພວກເຈົ້າ ແລະເຂົາຈະຕື່ມໃຫ້ອີກ. ຍ້ອນວ່າ ໃຜມີແລ້ວ, ຈະໄດ້ຮັບຕື່ມໃຫ້ອີກ. ສ່ວນຜູ້ທີ່ບໍ່ມີ, ແມ່ນວ່າອັນທີ່ມີແລ້ວ ກໍຈະຖືກຢຶດເອົາໄປຊ້ຳ.”
ບົດຮ່ຳເພິງ
ຫລັງຈາກຄວາມປຽບທຽບກ່ຽວກັບເລື່ອງຜູ້ຫວ່ານແລະຄໍາອະທິບາຍຂອງພຣະເຢຊູເຈົ້າໃຫ້ພວກລູກສິດເຂົ້າໃຈກ່ຽວກັບຄວາມປຽບທຽບນີ້.
ວັນນີ້, ພຣະເຢຊູເຈົ້າກໍເລົ່າຄວາມປຽບທຽບອີກເລື່ອງໜຶ່ງໃຫ້ພວກລູກສິດຟັງກ່ຽວກັບເລື່ອງຕະກຽງ. ບໍ່ວ່າຈະເປັນຄວາມປຽບທຽບກ່ຽວກັບເລື່ອງຜູ້ຫວ່ານກໍຄືເລື່ອງຕະກຽງກໍລ້ວນແຕ່ລົງທ້າຍດ້ວຍຄໍາວ່າ: “ໃຜມີຫູຟັງກໍໃຫ້ຟັງເອົາ”. ໝາຍວ່າເພື່ອຈະເຂົ້າໃຈຄວາມໝາຍຂອງຄໍາເທດສອນຂອງພຣະເຢຊູເຈົ້ານັ້ນ, ກ່ອນອື່ນໝົດພວກເຮົາຕ້ອງເປີດຫູແລະເປີດໃຈຮັບຟັງ. ຍ້ອນນັກບຸນເປົາໂລກ່າວວ່າ: ຄວາມເຊື່ອຂອງພວກເຮົາມາຈາກການຟັງ. ແລະສິ່ງທີ່ພວກເຮົາຟັງນັ້ນແມ່ນວາຈາພຣະເຈົ້າ (ຣມ 10, 17). ດ້ວຍເຫດນີ້ຖ້າພວກເຮົາບໍ່ຟັງວາຈາພຣະເຈົ້າ, ພວກເຮົາກໍຈະບໍ່ຮູ້ຈັກພຣະອົງ. ແລະຖ້າພວກເຮົາບໍ່ຮູ້ຈັກພຣະອົງ, ພວກເຮົາກໍຈະບໍ່ເຊື່ອໃນພຣະອົງ. ດັ່ງນັ້ນ, ຫລັງຈາກຄໍາເທດສອນຂອງພຣະເຢຊູເຈົ້າ, ພຣະອົງຈຶ່ງກ່າວກັບຜູ້ທີ່ຟັງພຣະອົງວ່າ: “ໃຜມີຫູຟັງກໍໃຫ້ຟັງເອົາ”.
ແຕ່ຄວາມປຽບທຽບກ່ຽວກັບເລື່ອງຜູ້ຫວ່ານແລະເລື່ອງຕະກຽງນີ້ມີຄວາມກ່ຽວພັນກັນຢ່າງໃດ? ຄວາມປຽບທຽບກ່ຽວກັບເລື່ອງຕະກຽງວັນນີ້ປຽບເໝືອນຄໍາສະຫລຸບຂອງຄວາມປຽບທຽບກ່ຽວກັບເລື່ອງຜູ້ຫວ່ານ. ຍ້ອນຜູ້ທີ່ຮັບເອົາເມັດພືດວາຈາພຣະເຈົ້າແລະທໍາໃຫ້ເກີດໝາກຜົນ: ສາມສິບເທົ່າ, ຫົກສິບເທົ່າແລະຮ້ອຍເທົ່ານັ້ນ, ເຂົາປຽບເໝືອນຕະກຽງທີ່ສ່ອງສະຫວ່າງໃຫ້ກັບຄົນອື່ນຜ່ານທາງການນໍາເອົາວາຈາພຣະເຈົ້າມາປະຕິບັດໃນຊີວິດຂອງເຂົາ. ເພື່ອທຸກຄົນທີ່ພົບເຫັນເຂົາຈະໄດ້ຮູ້ວ່າເຂົາແມ່ນສິດຂອງພຣະເຢຊູເຈົ້າ. ການເປັນພິຍານເຖິງພຣະເຢຊູເຈົ້ານີ້ຈຶ່ງປຽບເໝືອນແສງສະຫວ່າງທີ່ສ່ອງປະກາຍໃຫ້ກັບຄົນອື່ນ.
ບົດພາວະນາ
ໂອພຣະເຢຊູເຈົ້າ ລູກຂໍຂອບພຣະຄຸນພຣະອົງສໍາລັບວາຈາທີ່ພຣະອົງປະທານໃຫ້ລູກໃນແຕ່ລະວັນ, ເພື່ອລູກຈະໄດ້ຮູ້ຈັກແລະເຊື່ອເຖິງພຣະອົງຫລາຍຂຶ້ນ. ແລະເປັນຕົ້ນ, ລູກຈະໄດ້ນໍາວາຈາອັນເປັນແສງສະຫວ່າງຂອງພຣະອົງໄປໃຫ້ຄົນອື່ນໄດ້ຮູ້ຈັກດ້ວຍ. ອາແມນ.
(ຄຸນພໍ່ ອັງຕວນ ກຽດຕິສັກ)