ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ຄາລາຊີອາ
ພາກທີ 5
ຈົ່ງຕັ້ງໝັ້ນຢູ່ໃນເສລີພາບ
1.ຖ້າວ່າພຣະກຣິສໂຕໄດ້ປົດປ່ອຍພວກເຮົາແລ້ວ, ກໍແມ່ນຢາກໃຫ້ພວກເຮົາມີເສລີພາບແທ້ຈິງນັ້ນເອງ. ດັ່ງນັ້ນ ພວກພີ່ນ້ອງຈົ່ງຕັ້ງໝັ້ນຢູ່ ແລະຢ່າຍອມໝູບລົງເປັນຂ້ອຍທາດອີກເລີຍ. 2. ຂ້າພະເຈົ້າເປົາໂລເອງຂໍບອກພວກພີ່ນ້ອງວ່າ ຖ້າພວກພີ່ນ້ອງຍອມຮັບສິນຕັດ, ພຣະກຣິສໂຕເຈົ້າກໍບໍ່ມີປະໂຫຍດຫຍັງໃຫ້ພວກພີ່ນ້ອງເລີຍ. 3. ຂ້າພະເຈົ້າຂໍຢືນຢັນອີກເທື່ອໜຶ່ງ ວ່າ ທຸກຄົນທີ່ຍອມຮັບສິນຕັດ, ກໍຕ້ອງຖືຕາມພຣະທຳບັນຢັດທຸກຂໍ້ຢ່າງຄົບຖ້ວນ. 4.ຖ້າພວກພີ່ນ້ອງຫວັງຢາກເປັນຜູ້ຊອບທຳດ້ວຍອາໄສພຣະທຳບັນຢັດ, ພວກພີ່ນ້ອງກໍແຍກຕົວອອກຈາກພຣະກຣິສໂຕເຈົ້າ, ແລະຫລຸດຕົກໄປຈາກພຣະຄຸນແລ້ວ. 5.ສ່ວນພວກເຮົາ, ພວກເຮົາໝັ້ນໃຈຄອງຖ້າຄວາມຊອບທຳ ທີ່ພວກເຮົາຫວັງຈະໄດ້ຮັບນັ້ນ ດ້ວຍເດຊະພຣະຈິດແລະຄວາມເຊື່ອ. 6.ຍ້ອນວ່າ ສຳລັບຜູ້ທີ່ຢູ່ໃນພຣະກຣິສໂຕນັ້ນ ຈະຮັບສິນຕັດຫລືບໍ່, ບໍ່ສຳຄັນ. ສິ່ງສຳຄັນແມ່ນຄວາມເຊື່ອທີ່ມີຄວາມຮັກເປັນແນວຊຸກຍູ້ໃນວຽກການ. 7.ພວກພີ່ນ້ອງກຳລັງແລ່ນໄປດີຢູ່ແລ້ວ, ມີໃຜມາກີດຂວາງບໍ່ໃຫ້ພວກພີ່ນ້ອງເຊື່ອຟັງຄວາມຈິງ? ການຍົວະເຍົ້າແບບນັ້ນ ບໍ່ໄດ້ມາຈາກພຣະເຈົ້າຜູ້ຊົງຮຽກເອົາພວກພີ່ນ້ອງດອກ. 9.ເຊື້ອແປ້ງໜ້ອຍດຽວ ກໍເຮັດໃຫ້ແປ້ງທັງໝົດຟູຂຶ້ນ. 10.ສ່ວນຂ້າພະເຈົ້າ, ຂ້າພະເຈົ້າໄວ້ໃຈໃນພຣະອົງເຈົ້າກ່ຽວກັບພວກພີ່ນ້ອງ ຄືວ່າ ພວກພີ່ນ້ອງຄົງຈະເຫັນພ້ອງກັບຂ້າພະເຈົ້າ, ສ່ວນຜູ້ທີ່ມາກໍ່ຄວາມວຸ້ນວາຍໃຫ້ພວກພີ່ນ້ອງນັ້ນ ຈະເປັນໃຜກໍຕາມ, ຈະຕ້ອງໄດ້ຮັບໂທດ. 11.ພີ່ນ້ອງທັງຫລາຍ, ຖ້າຫາກວ່າຂ້າພະເຈົ້າຍັງເທດສະໜາສອນເລື່ອງສິນຕັດ, ເປັນຫຍັງຂ້າພະເຈົ້າຈຶ່ງຍັງຖືກຂົ່ມເຫັງບັງບຽດຢູ່? ຖ້າເປັນດັ່ງນັ້ນ, ໄມ້ກາງເຂນກໍບໍ່ເປັນທີ່ສະດຸດອີກແລ້ວ! 12. ຂ້າພະເຈົ້າຢາກໃຫ້ພວກທີ່ກໍ່ຄວາມວຸ້ນວາຍໃຫ້ພວກພີ່ນ້ອງນັ້ນ ປາດຕອນໂຕເອງເສຍໃຫ້ມັນແລ້ວ!
ເນື້ອໜັງແລະພຣະຈິດ
13.ພີ່ນ້ອງທັງຫລາຍ, ພວກພີ່ນ້ອງຖືກຮຽກມາສູ່ເສລີພາບ, ຈົ່ງລະວັງຢ່າເອົາເສລີພາບນັ້ນ ໄປໃຊ້ເພື່ອປະໂຫຍດສ່ວນຕົວຜູ້ດຽວ, ແຕ່ຈົ່ງຮັບໃຊ້ກັນແລະກັນໃນຄວາມຮັກ. 14.ຍ້ອນວ່າກົດໝາຍທັງໝົດຮວມຢູ່ໃນພຣະບັນຢັດຂໍ້ດຽວເທົ່ານັ້ນ ຄື “ຈົ່ງຮັກເພື່ອນມະນຸດຄືຮັກຕົວເອງ”. 15.ຖ້າພວກພີ່ນ້ອງມີແຕ່ກັດກິນກັນ, ກໍຈົ່ງລະວັງໃຫ້ດີເຖີດ, ພວກພີ່ນ້ອງຈະທຳລາຍກັນເອງເທົ່ານັ້ນ. 16. ຂ້າພະເຈົ້າຂໍເຕືອນວ່າ ພວກພີ່ນ້ອງຈົ່ງດຳເນີນຊີວິດຕາມຄຳແນບນຳຂອງພຣະຈິດເຈົ້າເຖີດ, ແລ້ວພວກພີ່ນ້ອງຈະບໍ່ເປັນຂ້ອຍທາດແຫ່ງຄວາມໂລບໂລພາຂອງເນື້ອໜັງອີກ. 17.ຍ້ອນວ່າຄວາມປາດຖະໜາຂອງເນື້ອໜັງ ຂັດກັບຄວາມປາດຖະໜາຂອງພຣະຈິດ, ແລະຄວາມປາດຖະໜາຂອງພຣະຈິດ ກໍຂັດກັບຄວາມປາດຖະໜາຂອງເນື້ອໜັງ. ດັ່ງນັ້ນ ທັງສອງຝ່າຍຈຶ່ງຂັດສູ້ກັນ ແລະກີດຂວາງບໍ່ໃຫ້ພວກພີ່ນ້ອງທຳສິ່ງທີ່ຕົນປາດຖະໜາຢາກທຳ. 18.ຖ້າພວກພີ່ນ້ອງຍອມໃຫ້ພຣະຈິດເປັນຜູ້ແນບນຳ, ພວກພີ່ນ້ອງກໍຈະບໍ່ເປັນຂ້ອຍທາດຂອງກົດໝາຍອີກເລີຍ.
ໝາກຜົນຂອງພຣະຈິດແລະຂອງເນື້ອໜັງ
19.ໝາກຜົນຂອງເນື້ອໜັງຄື ການລ່ວງປະເວນີ, ລາມົກອຸຈາດ, ໂລພະຕັນຫາ. 20.ນັບຖື ພະທຽມ, ເຊື່ອເວດມົນຄາຖາ, ອາຄາດບາດໝາງ, ຜິດຖຽງກັນ, ໂມໂຫ, ເປັນສັດຕູກັນ, ແຕກແຍກກັນ, ຖືພັກຖືພວກ, 21.ອິດສາ, ເສບສຸລາຢາເມົາ, ກິນລ້ຽງຟູມເຟືອຍ, ແລະແນວອື່ນໆອີກທຳນອງດຽວກັນ. ຂ້າພະເຈົ້າຂໍເຕືອນພວກພີ່ນ້ອງອີກ ດັ່ງທີ່ໄດ້ເຄີຍເຕືອນແລ້ວແຕ່ກ່ອນວ່າ ພວກທີ່ປະພຶດຕົວແບບນີ້ຈະບໍ່ໄດ້ຮັບມໍລະດົກໃນອານາຈັກຂອງພຣະເປັນເຈົ້າດອກ. 22.ກົງຂ້າມ, ໝາກຜົນທີ່ມາຈາກພຣະຈິດເຈົ້າຄື ຄວາມຮັກ, ຄວາມຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມເມດຕາ, ນ້ຳໃຈດີ, ຄວາມຊື່ສັດ, 23.ຄວາມສຸພາບອ່ອນຫວານ, ແລະການຮູ້ຈັກບັງຄັບຕົນ. ບໍ່ມີກົດໝາຍໃດຫ້າມສິ່ງເຫລົ່ານີ້. 24.ສ່ວນຜູ້ເປັນຂອງພຣະກຣິສໂຕ ກໍຄຶງເນື້ອໜັງທັງກິເລດຕັນຫາແລະຄວາມມັກໄດ້ຂອງຕົນ ໃສ່ກາງເຂນແລ້ວ. 25.ຖ້າພຣະຈິດເປັນຊີວິດຂອງພວກເຮົາແລ້ວ, ພວກເຮົາກໍຕ້ອງເດີນຕາມທີ່ພຣະຈິດດົນໃຈດ້ວຍ.