ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ຄາລາຊີອາ

ພາກທີ 4

ບັນດາບຸດຂອງພຣະເຈົ້າ

1. ຂ້າພະເຈົ້າຂໍເວົ້າອີກໃນເລື່ອງໜຶ່ງວ່າ ຕະຫລອດເວລາທີ່ຜູ້ສືບມໍລະດົກນັ້ນຍັງນ້ອຍຢູ່, ແມ່ນຈະມີອຳນາດເໜືອທຸກຢ່າງກໍຕາມ ເຂົາກໍບໍ່ຕ່າງຫຍັງກັບຜູ້ເປັນທາດເລີຍ. 2.ເຂົາຕ້ອງຢູ່ກ້ອງບັງຄັບຂອງຜູ້ປົກຄອງ ແລະຮູ້ຈັກຮັກສາຊັບ ຈົນເຖິງອາຍຸທີ່ຜູ້ເປັນບິດາກຳນົດໄວ້, 3.ພວກເຮົາກໍຄືກັນ, ເມື່ອເວລາຍັງນ້ອຍຢູ່, ພວກເຮົາກໍເປັນຂ້ອຍທາດສິ່ງສັກສິດທຳມະດາຂອງໂລກ. 4.ແຕ່ເມື່ອຖ້ວນກຳນົດການແລ້ວ, ພຣະອົງກໍໄດ້ໃຊ້ພຣະບຸດມາບັງເກີດນຳສັດຕີຜູ້ໜຶ່ງ, ໄດ້ຊົງຢູ່ກ້ອງອຳນາດຂອງກົດໝາຍ, 5.ເພື່ອກູ້ໄຖ່ພວກທີ່ຢູ່ໃຕ້ກົດໝາຍ, ໂດຍທານ ໃຫ້ໄດ້ເປັນບຸດບຸນທຳ. 6.ແລະຍ້ອນວ່າພວກພີ່ນ້ອງໄດ້ເປັນລູກ, ພຣະເປັນເຈົ້າຈຶ່ງໄດ້ສົ່ງພຣະຈິດຂອງພຣະບຸດ ມາໃນດວງໃຈຂອງພວກພີ່ນ້ອງ ໃຫ້ສາມາດຮຽກພຣະອົງວ່າ “ພຣະບິດາ”. 7.ດັ່ງນີ້ ພວກພີ່ນ້ອງບໍ່ເປັນຂ້ອຍທາດອີກເລີຍ, ແຕ່ໄດ້ເປັນລູກ, ແລະເມື່ອໄດ້ເປັນລູກແລ້ວ ກໍໄດ້ເປັນຜູ້ສືບມໍລະດົກເດຊະພຣະເປັນເຈົ້າ. 8.ແຕ່ກ່ອນ, ເມື່ອພວກພີ່ນ້ອງບໍ່ທັນຮູ້ຈັກພຣະເຈົ້າ, ພວກພີ່ນ້ອງກໍເປັນຂ້ອຍທາດຂອງພະຕ່າງໆ ຊຶ່ງຕາມຈິງແລ້ວບໍ່ແມ່ນພະຫຍັງໝົດ. 9.ດຽວນີ້ ພວກພີ່ນ້ອງຮູ້ຈັກພຣະເປັນເຈົ້າແລ້ວ ຫລືຈະເວົ້າໃຫ້ຖືກກວ່າ ກໍແມ່ນພຣະເຈົ້າຮູ້ຈັກພວກພີ່ນ້ອງແລ້ວ, ເຫດໃດພວກພີ່ນ້ອງຈຶ່ງຈະຫລົບໄປເປັນຂ້ອຍທາດສິ່ງສັກສິດທຳມະດາ ທີ່ອ່ອນແອແລະບໍ່ມີຣິດເດດຫຍັງນັ້ນອີກ? 10.ພວກພີ່ນ້ອງຍັງຖືວັນ, ເດືອນ, ລະດູແລະປີ ດ້ວຍຄວາມສັດທາ. 11.ພວກພີ່ນ້ອງທຳໃຫ້ເຮົາຕົກໃຈ, ຢ້ານວ່າວຽກການທີ່ໄດ້ທຳເພື່ອພວກພີ່ນ້ອງນັ້ນ ເປັນການເສຍແຮງໄປລ້າໆ.

 

ການວອນຂໍເປັນສ່ວນຕົວ

12.ພີ່ນ້ອງທັງຫລາຍ, ຂ້າພະເຈົ້າວອນຂໍໃຫ້ພວກພີ່ນ້ອງເປັນຄືຂ້າພະເຈົ້າ, ດັ່ງຂ້າພະເຈົ້າໄດ້ເປັນຄືພວກພີ່ນ້ອງນັ້ນແລ້ວ. ພວກພີ່ນ້ອງບໍ່ໄດ້ເຮັດຫຍັງເຄືອງໃຈຂ້າພະເຈົ້າດອກ. 13.ພວກພີ່ນ້ອງກໍຮູ້ວ່າ ຍ້ອນການເຈັບເປັນ ຂ້າພະເຈົ້າຈຶ່ງມີໂອກາດປ່າວຂ່າວປະເສີດແກ່ພວກພີ່ນ້ອງເທື່ອທຳອິດໄດ້. 14.ແລະແມ່ນວ່າສຸຂະພາບຂອງຂ້າພະເຈົ້າ ຈະເປັນການລອງໃຈພວກພີ່ນ້ອງກໍຕາມ, ພວກພີ່ນ້ອງກໍບໍ່ໄດ້ສຳແດງທ່າທາງຂີ້ດຽດ ຫລືໝິ່ນປະໝາດຂ້າພະເຈົ້າແຕ່ຢ່າງໃດ. ກົງຂ້າມ, ພວກພີ່ນ້ອງໄດ້ຮັບຕ້ອນຂ້າພະເຈົ້າດັ່ງເທວະທູດຂອງພຣະເຈົ້າ, ຫລືເໝືອນດັ່ງພຣະເຢຊູກຣິສໂຕເຈົ້າກໍວ່າໄດ້. 15.ຄວາມຊື່ນຊົມຍິນດີທີ່ພວກພີ່ນ້ອງເຄີຍມີແຕ່ກ່ອນນັ້ນ ເຫືອດຫາຍໄປໃສໝົດແລ້ວ? ຂ້າພະເຈົ້າຂໍຮັບຮອງວ່າ ເວລານັ້ນ ຖ້າຫາກເປັນໄປໄດ້, ພວກພີ່ນ້ອງຄົງຈະຄວັດເອົາໜ່ວຍຕາຂອງພວກພີ່ນ້ອງອອກໃຫ້ຂ້າພະເຈົ້າ. 16.ແລ້ວບັດນີ້, ຂ້າພະເຈົ້າໄດ້ກາຍເປັນສັດຕູຂອງພວກພີ່ນ້ອງ ຍ້ອນໄດ້ບອກຄວາມຈິງໃຫ້ພວກພີ່ນ້ອງບໍ? 17.ພວກນັ້ນເອົາອົກເອົາໃຈພວກພີ່ນ້ອງ ບໍ່ແມ່ນຍ້ອນຫວັງດີດອກ, ເຂົາຢາກແຍກພວກພີ່ນ້ອງອອກຈາກຂ້າພະເຈົ້າ ເພື່ອໃຫ້ພວກພີ່ນ້ອງເອົາອົກເອົາໃຈເຂົາເທົ່ານັ້ນເອງ. 18.ການເອົາອົກເອົາໃຈດ້ວຍຄວາມຫວັງດີ ກໍເປັນການດີຕະຫລອດໄປ, ແລະບໍ່ແມ່ນແຕ່ເມື່ອເວລາຂ້າພະເຈົ້າຢູ່ນຳພວກພີ່ນ້ອງເທົ່ານັ້ນ. 19.ພວກລູກທີ່ຮັກ, ຂ້າພະເຈົ້າຍັງຈະຕ້ອງເຈັບປວດຍ້ອນພວກພີ່ນ້ອງອີກ ຈົນກວ່າພຣະກຣິສໂຕຈະໄດ້ກໍ່ຮ່າງສ້າງຕົວຂຶ້ນໃນຕົວພວກພີ່ນ້ອງ 20. ຂ້າພະເຈົ້າປາດຖະໜາຢາກຢູ່ນຳພວກພີ່ນ້ອງດຽວນີ້ ເພື່ອຈະໄດ້ຫາຄຳເວົ້າອັນເໝາະສົມ ຍ້ອນເຮົາບໍ່ທັນຮູ້ຈັກວ່າ ຈະເຮັດວິທີໃດແທ້ກັບພວກພີ່ນ້ອງ. 21.ພວກພີ່ນ້ອງຢາກຢູ່ກ້ອງອຳນາດຂອງພຣະທຳບັນຢັດບໍ? ພວກພີ່ນ້ອງບໍ່ໄດ້ຍິນພຣະທຳບັນຢັດກ່າວແນວໃດບໍ? ບອກມາໃຫ້ຟັງເບິ່ງ, 22.ຍ້ອນມີກ່າວໃນພຣະຄຳພີວ່າ: ທ່ານອາບຣາຮຳມີລູກສອງຄົນ, ຄົນໜຶ່ງເກີດຈາກນາງຂ້ອຍທາດ, ອີກຜູ້ໜຶ່ງເກີດຈາກຍິງເສລີ. 23.ລູກທີ່ເກີດຈາກນາງຂ້ອຍທາດນັ້ນ ກໍເກີດຕາມທຳມະດາ. ແຕ່ສ່ວນລູກທີ່ເກີດຈາກນາງເສລີນັ້ນ ແມ່ນເກີດຕາມພຣະສັນຍາ. 24.ນີ້ແຫລະແມ່ນຄວາມປຽບ ຄືວ່າ ສອງຄົນນັ້ນໝາຍເຖິງພຣະສັນຍາສອງຢ່າງ, ຍິງຜູ້ທີໜຶ່ງຄືນາງອາຄາ ມາຈາກພູເຂົາຊີໄນ ແລະບັງເກີດລູກທີ່ເປັນຂ້ອຍທາດ. 25.ຍ້ອນວ່າ ພູເຂົາຊີໄນນີ້ຢູ່ໃນປະເທດອາຣາບີ, ນາງອາຄາຈຶ່ງປຽບເໝືອນນະຄອນເຢຣູຊາແລມທຸກວັນນີ້, ຍ້ອນນະຄອນນີ້ກັບພົນລະເມືອງ ຍັງເປັນຂ້ອຍທາດຢູ່. 26.ສ່ວນນະຄອນເຢຣູຊາແລມເບື້ອງບົນນັ້ນເປັນຜູ້ມີເສລີ ແລະແມ່ນມານດາຂອງພວກເຮົາທັງຫລາຍ. 27.ຍ້ອນໄດ້ມີຂຽນໄວ້ວ່າ: “ຜູ້ຍິງທີ່ເປັນໝັນແລະບໍ່ມີລູກ ຈົ່ງຊື່ນຊົມຍິນດີເຖີດ. ແລະຜູ້ຍິງທີ່ບໍ່ເຄີຍເຈັບທ້ອງລູກ, ຈົ່ງໂຮຮ້ອງຍິນດີ. ຍ້ອນວ່າລູກຂອງແມ່ຮ້າງນັ້ນມີມາກມາຍ ຫລາຍກວ່າລູກຂອງຜູ້ຍິງທີ່ມີຜົວຢູ່ນຳ.” 28.ພີ່ນ້ອງທັງຫລາຍ, ພວກພີ່ນ້ອງເປັນບຸດຫລານແຫ່ງພຣະສັນຍາ ຄືກັນກັບອີຊາອັກ. 29.ແຕ່ຄາວກ່ອນໆພຸ້ນ ລູກທີ່ເກີດມາຕາມທຳມະດາ ໄດ້ຂົ່ມເຫງລູກທີ່ເກີດມາຕາມພຣະສັນຍາແນວໃດ, ດຽວນີ້ກໍຄືກັນ. 30.ພຣະຄຳພີບໍ່ໄດ້ກ່າວບໍວ່າ: “ຈົ່ງໄລ່ຍິງຂ້ອຍທາດກັບລູກຂອງມັນໜີ. ຍ້ອນວ່າລູກຂອງຍິງຂ້ອຍທາດຈະເປັນຜູ້ຮ່ວມມໍລະດົກກັບລູກຂອງຍິງເສລີບໍ່ໄດ້ເປັນເດັດຂາດ. 31.ດັ່ງນີ້ແຫລະ ພີ່ນ້ອງທັງຫລາຍ, ພວກເຮົາບໍ່ແມ່ນລູກຫລານຂອງຍິງຂ້ອຍທາດ, ແຕ່ແມ່ນລູກຫລານຂອງຍິງເສລີ.