ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ຄາລາຊີອາ
ພາກທີ 3
ຄວາມຊອບທຳໂດຍຄວາມເຊື່ອ
1.ຊາວກາລາຊີອາຜູ້ໂງ່ງ່າວເອີຍ! ໃຜມາສະກົດຈິດພວກພີ່ນ້ອງໃຫ້ຫລົງຜິດໄປ ໃນເວລາທີ່ແນມເຫັນຮູບພາບຂອງພຣະເຢຊູຖືກຄຶງກາງເຂນຢ່າງແຈ່ມແຈ້ງ ຢູ່ຕໍ່ໜ້າແລ້ວ? 2. ຂ້າພະເຈົ້າຂໍຖາມພວກພີ່ນ້ອງຂໍ້ໜຶ່ງ ຄື: ພວກພີ່ນ້ອງໄດ້ຮັບພຣະຈິດໂດຍອາໄສການຖືຕາມພຣະທຳ ບັນຢັດບໍ ຫລືວ່າໂດຍເຊື່ອຂໍ້ຄວາມທີ່ໄດ້ຍິນ? 3.ພວກພີ່ນ້ອງຍັງໂງ່ງ່າວເຖິງພຽງນີ້ບໍ? ພວກພີ່ນ້ອງໄດ້ຕັ້ງຕົ້ນດ້ວຍພຣະຈິດແລ້ວ, ບັດນີ້ຈະມາສຸດລົງດ້ວຍເນື້ອໜັງບໍ? 4.ບັນດາພຣະຄຸນອັນມາກມາຍທີ່ພວກພີ່ນ້ອງໄດ້ຮັບນັ້ນ ເສຍໄປລ້າໆແລ້ວບໍ? ຄົງຈະເສຍໄປລ້າໆຢ່າງແນ່ ນອນ. 5.ພຣະອົງຜູ້ປະທານພຣະຈິດໃຫ້ພວກພີ່ນ້ອງ ແລະທຳການອັດສະຈັນຕ່າງໆຢູ່ກາງພວກພີ່ນ້ອງນັ້ນ, ພຣະອົງທຳຍ້ອນພວກພີ່ນ້ອງຖືຕາມພຣະທຳບັນຢັດບໍ ຫລືວ່າຍ້ອນພວກພີ່ນ້ອງເຊື່ອຂໍ້ຄວາມທີ່ໄດ້ຍິນ? 6.ຍ້ອນວ່າ “ອາບຣາຮຳເຊື່ອໃນພຣະເຈົ້າ ແລະຄວາມເຊື່ອນັ້ນນັບວ່າເປັນຄວາມຊອບທຳໃຫ້ທ່ານ”. 7.ຈົ່ງເຂົ້າໃຈຂໍ້ນີ້ໃຫ້ດີ ຄື: ຜູ້ທີ່ເຊື່ອນັ້ນແຫລະເປັນບຸດຂອງອາບຣາຮຳ. 8.ແລະພຣະຄຳພີເຫັນກ່ອນແລ້ວວ່າ ພຣະເປັນເຈົ້າຈະໂຜດໃຫ້ຄົນຕ່າງສາດສະໜາເປັນຜູ້ຊອບທຳໂດຍທາງຄວາມເຊື່ອ, ຈຶ່ງໄດ້ປະກາດຂ່າວດີນີ້ໃຫ້ອາບຣາຮຳຮູ້ກ່ອນວ່າ: “ນານາຊາດຈະໄດ້ຮັບພຣະພອນໃນຕົວທ່ານ.” 9.ດັ່ງນີ້ ຜູ້ທີ່ເຊື່ອກໍໄດ້ຮັບພຣະພອນພ້ອມກັບອາບຣາຮຳຜູ້ເຊື່ອນັ້ນດ້ວຍ. 10.ຍ້ອນວ່າພວກທີ່ອາໄສການຖືຕາມພຣະບັນຢັດ ກໍຖືກສາບແຊ່ງໄປໝົດ, ຍ້ອນໄດ້ມີຈາລຶກໄວ້ວ່າ: “ຜູ້ທີ່ບໍ່ພາກພຽນຖືຕາມທຸກສິ່ງທຸກຢ່າງທີ່ໄດ້ກຳໜົດໄວ້ໃນໜັງສືຂໍ້ບັນຢັດ ກໍຖືກສາບແຊ່ງ”. 11.ມັນເປັນການຊັດແຈ້ງແລ້ວວ່າ “ຂໍ້ບັນຢັດບໍ່ໄດ້ທຳໃຫ້ຜູ້ໃດເປັນຜູ້ຊອບທຳໄດ້ຕໍ່ພຣະພັກພຣະເຈົ້າ, ຍ້ອນວ່າຄົນຊອບທຳມີຊີວິດຢູ່ໂດຍອາໄສຄວາມເຊື່ອ.” 12.ຂໍ້ບັນຢັດບໍ່ໄດ້ມີຮາກຖານຢູ່ໃນຄວາມເຊື່ອ ດັ່ງມີກ່າວໄວ້ວ່າ: “ຜູ້ໃດຖືຕາມຂໍ້ບັນຢັດກໍມີຊີວິດ ດ້ວຍອາໄສການຖືຕາມຂໍ້ບັນຢັດ.” 13.ພຣະກຣິສໂຕເຈົ້າຊົງໄຖ່ພວກເຮົາ ໃຫ້ພົ້ນຈາກການສາບແຊ່ງຂອງຂໍ້ບັນຢັດ ໂດຍຍອມຖືກສາບແຊ່ງແທນພວກເຮົາ. ຍ້ອນພຣະຄຳພີໄດ້ກ່າວວ່າ: “ຜູ້ໃດຖືກຫ້ອຍແຂວນຢູ່ກັບລຳໄມ້ແມ່ນຖືກສາບແຊ່ງ.” 14.ເປັນດັ່ງນີ້ ກໍເພື່ອໃຫ້ພຣະພອນທີ່ອາບຣາຮຳໄດ້ຮັບນັ້ນ ຈະໄດ້ໄປເຖິງຄົນຕ່າງສາດສະໜາໂດຍທາງພະ ກຣິສໂຕເຢຊູ ແລະເພື່ອພວກເຮົາຈະໄດ້ຮັບພຣະຈິດຕາມພຣະສັນຍາໂດຍຄວາມເຊື່ອ.
ຂໍ້ບັນຢັດແລະພຣະສັນຍາ
15.ພີ່ນ້ອງທັງຫລາຍ, ຈົ່ງປຽບສິ່ງນີ້ໃສ່ກັບເຫດການໃນຊີວິດມະນຸດເຖີດ ຄືເລື່ອງພິໄນກຳ, ຖ້າທຳຕາມແບບອັນຖືກຕ້ອງ, ແມ່ນຈະເປັນພິໄນກຳຂອງມະນຸດກໍຕາມ, ບໍ່ມີໃຜມີສິດລຶບລ້າງຫລືຕື່ມແຖມໃສ່ໄດ້. 16.ພຣະເປັນເຈົ້າປະທານພຣະສັນຍາຕ່າງໆແກ່ອາບຣາຮຳ ແລະ“ແກ່ຜູ້ສືບເຊື້ອສາຍຂອງທ່ານ”. ພຣະຄຳພີບໍ່ໄດ້ກ່າວວ່າ: “ກັບພວກລູກຫລານ” ເໝືອນເວົ້າເຖິງຫລາຍຄົນ. ແຕ່ເວົ້າເຖິງຜູ້ດຽວຄື “ຜູ້ສືບເຊື້ອສາຍ”, ຜູ້ແມ່ນພຣະກຣິສໂຕ. 17.ແຕ່ຄວາມຄິດຂອງຂ້າພະເຈົ້າແມ່ນດັ່ງນີ້ ຄື: ພຣະເປັນເຈົ້າຊົງກະທຳພິໄນກຳຖືກຕ້ອງຕາມແບບແລ້ວ, ກົດໝາຍທີ່ມີມາພາຍຫລັງເຖິງສີ່ຮ້ອຍສາມສິບປີນັ້ນ ຈະລຶບລ້າງພິໄນກຳ ແລ້ວທຳໃຫ້ພຣະສັນຍາກາຍເປັນໂມຄະບໍ່ໄດ້. 18.ຖ້າພວກພີ່ນ້ອງໄດ້ຮັບມໍລະດົກໂດຍທາງກົດໝາຍ, ກໍບໍ່ແມ່ນໂດຍທາງພຣະສັນຍາອີກຕໍ່ໄປ. ແຕ່ພຣະເປັນເຈົ້າໄດ້ປະທານພຣະພອນໃຫ້ອາບຣາຮຳໂດຍທາງພຣະສັນຍາ.
ຈຸດປະສົງຂອງພຣະທຳບັນຢັດ
19.ຖ້າເປັນດັ່ງນັ້ນ, ມີພຣະທຳບັນຢັດໄວ້ເຮັດຫຍັງ? ມີພຣະທຳບັນຢັດເພີ່ມຂຶ້ນ ກໍເພື່ອໃຫ້ການລ່ວງລະເມີດປະຈັກແຈ້ງອອກມາ ຈົນເຖິງເວລາ “ຜູ້ສືບເຊື້ອສາຍ” ຊຶ່ງພຣະເປັນເຈົ້າໄດ້ສັນຍາໄວ້ນັ້ນ ຈະສະເດັດມາ. ທຳບັນຢັດນັ້ນ ແມ່ນພວກເທວະດາເປັນຜູ້ປະກາດດ້ວຍມີຜູ້ໜຶ່ງເປັນຄົນກາງ ຮ່ວມມືນຳ. 20.ເມື່ອມີແຕ່ຜູ້ດຽວ ກໍບໍ່ຕ້ອງການຄົນກາງ, ແລະໃນການສັນຍານັ້ນ ມີແຕ່ພຣະເປັນເຈົ້າຝ່າຍດຽວ. 21.ຖ້າວ່າເປັນດັ່ງນັ້ນ, ບໍ່ໝາຍຄວາມວ່າ ພຣະທຳບັນຢັດຂັດແຍ່ງກັບພຣະສັນຍາບໍ? ບໍ່ແມ່ນ, ຖ້າພຣະທຳບັນຢັດທີ່ເຮົາໄດ້ຮັບນັ້ນ ບັນດານຊີວິດໃຫ້ພວກເຮົາໄດ້, ກໍໝາຍຄວາມວ່າ ຄວາມຊອບທຳມາຈາກພຣະທຳບັນຢັດແທ້. 22.ແຕ່ພຣະຄຳພີໄດ້ຮວບຮວມທຸກສິ່ງຢູ່ກ້ອງອຳນາດຂອງບາບ, ເພື່ອໃຫ້ທຸກຄົນທີ່ເຊື່ອໃນພຣະເຢຊູກຣິສໂຕ ໄດ້ຮັບພຣະພອນແຫ່ງພຣະສັນຍາ. 23.ກ່ອນຄວາມເຊື່ອຈະມາຮອດນັ້ນ, ພວກເຮົາຖືກຈຳຈອງຢູ່ກ້ອງອຳນາດຂອງພຣະທຳບັນຢັດ, ຈົນຮອດເວລາມີການເປີດເຜີຍຄວາມເຊື່ອອອກມາ. 24.ດັ່ງນີ້ພຣະທຳບັນຢັດມີໜ້າທີ່ຄວບຄຸມດູແລພວກເຮົາ ຈົນຮອດເວລາພຣະກຣິສໂຕເຈົ້າສະເດັດມາ ເພື່ອຊ່ວຍພວກເຮົາໃຫ້ເປັນຜູ້ຊອບທຳໂດຍທາງຄວາມເຊື່ອ. 25.ແຕ່ເມື່ອຄວາມເຊື່ອມາຮອດແລ້ວ, ພວກເຮົາກໍບໍ່ໄດ້ຢູ່ກ້ອງອຳນາດຂອງຜູ້ຄຸມອີກຕໍ່ໄປ. 26.ຍ້ອນວ່າພວກພີ່ນ້ອງທຸກຄົນເປັນບຸດຂອງພຣະເຈົ້າ ດ້ວຍອາໄສຄວາມເຊື່ອໃນພຣະເຢຊູກຣິສໂຕ. 27.ແມ່ນແທ້ ທຸກຄົນທີ່ໄດ້ຮັບສິນລ້າງບາບ, ກໍໄດ້ພຣະກຣິສໂຕມາເປັນເຄື່ອງທົງຕຸ້ມຫົ່ມ. 28.ດັ່ງນີ້ ແມ່ນວ່າພວກພີ່ນ້ອງຈະເປັນຄົນຊາດຢິວ, ຊາວເກັຣກ, ເປັນຂ້ອຍທາດຫລືເປັນນາຍ, ເປັນຊາຍຫລືເປັນຍິງກໍຕາມ, ພວກພີ່ນ້ອງກໍເປັນໜຶ່ງດຽວໃນພຣະເຢຊູກຣິສໂຕ. 29.ແລະເມື່ອພວກພີ່ນ້ອງເປັນຂອງພຣະກຣິສໂຕແລ້ວ, ພວກພີ່ນ້ອງກໍເປັນເຊື້ອສາຍຂອງອາບຣາຮຳ ແລະມີສິດຮັບມໍລະດົກຕາມພຣະສັນຍາ.