ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ຄາລາຊີອາ

ພາກທີ 2

ການປະຊຸມຢູ່ເຢຣູຊາແລມ - ຮັບເອົາເປົາໂລ

1.ຫລັງຈາກນັ້ນສິບສີ່ປີ ຂ້າພະເຈົ້າກັບບາກນາເບກໍໄດ້ຂຶ້ນໄປນະຄອນເຢຣູຊາແລມ ແລະພາຕີໂຕໄປນຳດ້ວຍ. 2. ຂ້າພະເຈົ້າຂຶ້ນໄປຕາມທີ່ພຣະເຈົ້າໄດ້ໄຂສຳແດງແກ່ຂ້າພະເຈົ້າ, ແລະຂ້າພະເຈົ້າກໍໄດ້ເລົ່າຂ່າວປະເສີດທີ່ຂ້າພະເຈົ້າປະກາດໃຫ້ຊົນຕ່າງຊາດ ສູ່ເຂົາຟັງ. ຂ້າພະເຈົ້າຍັງໄດ້ເລົ່າໃຫ້ບຸກຄົນສຳຄັນຟັງ ເປັນສ່ວນຕົວອີກ, ເພື່ອບໍ່ໃຫ້ວຽກການທີ່ຂ້າພະເຈົ້າຈະທຳແລະໄດ້ທຳມາແລ້ວ ເສຍປະໂຫຍດ. 3.ແນວໃດກໍດີ ແມ່ນຕີໂຕ ຊາວເກັຣກ ຜູ້ໄປນຳຂ້າພະເຈົ້ານັ້ນ, ກໍບໍ່ໄດ້ຖືກບັງຄັບໃຫ້ຮັບສິນຕັດ. 4.ຕາມຄຳແນບນຳຂອງພວກພີ່ນ້ອງຜູ້ທໍລະຍົດ, ທີ່ແອບແຝງເຂົ້າມາ ເພື່ອສືບເບິ່ງການເປັນຢູ່ຢ່າງເສລີຂອງພວກເຮົາໃນພຣະກຣິສໂຕເຢຊູ ແລະມຸ່ງໝາຍຢາກເອົາພວກເຮົາຄືນໄປເປັນທາດ. 5.ແຕ່ພວກເຮົາບໍ່ໄດ້ອ່ອນຂໍ້ໃຫ້ເຂົາແມ່ນແຕ່ໜ້ອຍດຽວ, ນີ້ກໍເພື່ອຮັກສາຄວາມຈິງແຫ່ງພຣະວໍຣະສານນັ້ນໃຫ້ໝັ້ນຄົງຢູ່ກັບພວກພີ່ນ້ອງຕໍ່ໄປ. 6.ສ່ວນບຸກຄົນທີ່ເຂົາຖືວ່າເປັນຄົນສຳຄັນ ເຂົາຈະເຄີຍເປັນອີຫຍັງມາແຕ່ກ່ອນ ກໍບໍ່ສຳຄັນຫຍັງສຳລັບຂ້າພະເຈົ້າ, ຍ້ອນວ່າພຣະເປັນເຈົ້າບໍ່ໄດ້ເລືອກທີ່ຮັກມັກທີ່ຊັງ. ພວກເພິ່ນຜູ້ເປັນຫົວໜ້າເຫລົ່ານັ້ນ ກໍບໍ່ໄດ້ບັງຄັບຫຍັງຕື່ມໃຫ້ຂ້າພະເຈົ້າເລີຍ. 7.ແຕ່ກົງກັນຂ້າມ ທ່ານເຫລົ່ານັ້ນຍອມຮັບວ່າ ຂ້າພະເຈົ້າເປັນຜູ້ໄດ້ຮັບມອບໝາຍໜ້າທີ່ໃຫ້ປະກາດຂ່າວປະເສີດແກ່ພວກທີ່ບໍ່ໄດ້ຮັບສິນຕັດ. ແບບດຽວກັບທ່ານເປໂຕ ຜູ້ໄດ້ຮັບໜ້າທີ່ໃຫ້ປ່າວປະກາດຂ່າວປະເສີດ ແກ່ພວກທີ່ໄດ້ຮັບສິນຕັດແລ້ວ. 8.ຍ້ອນພຣະອົງຜູ້ຊົງດົນໃຈໃຫ້ທ່ານເປໂຕປ່າວປະກາດພຣະທຳຄຳສອນແກ່ຜູ້ໄດ້ຮັບສິນຕັດແລ້ວ. ກໍແມ່ນພຣະອົງດຽວກັນ ທີ່ໄດ້ຊົງດົນໃຈຂ້າພະເຈົ້າ ໃຫ້ປ່າວປະກາດພຣະທຳຄຳສອນແກ່ຄົນຕ່າງສາດສະໜາ. 9.ດັ່ງນີ້ ເມື່ອຢາໂກເບ ເປໂຕແລະຢວງ ຊຶ່ງຖືວ່າເປັນຫລັກ ໄດ້ຮັບຮູ້ພຣະຄຸນທີ່ຂ້າພະເຈົ້າໄດ້ຮັບນັ້ນ, ກໍພ້ອມກັນຈັບມືຂ້າພະເຈົ້າແລະບາກນາເບ ສະແດງວ່າພວກເຮົາເປັນເພື່ອນຮ່ວມງານກັນ, ເພື່ອໃຫ້ຂ້າພະເຈົ້າໄປຫາຄົນຕ່າງຊາດ, ສ່ວນທ່ານເຫລົ່ານັ້ນໄປຫາພວກທີ່ຮັບສິນຕັດແລ້ວ. 10.ທ່ານເຫລົ່ານັ້ນຂໍແຕ່ພຽງຢ່າໃຫ້ພວກເຮົາລືມຄົນຍາກຈົນ, ອັນແມ່ນສິ່ງທີ່ຂ້າພະເຈົ້າມຸ່ງໝາຍຈະທຳຢູ່ແລ້ວ.

 

ເປົາໂລຕໍ່ວ່າກັບເປໂຕຢູ່ເມືອງອັນຕີໂອເກຍ

11.ເມື່ອເກຟັດ (ເປໂຕ) ມາເຖິງເມືອງອັນຕີໂອເກຍແລ້ວ, ຂ້າພະເຈົ້າກໍຄັດຄ້ານເພິ່ນຢ່າງເປີດເຜີຍ ຍ້ອນເພິ່ນໄດ້ທຳຜິດແທ້. 12.ຍ້ອນວ່າ ກ່ອນທີ່ພັກພວກບາງຄົນຂອງຢາໂກເບມາເຖິງ, ເພິ່ນກໍໄດ້ຮ່ວມຮັບອາຫານກັບພວກຕ່າງຊາດ. ແຕ່ພໍພວກນັ້ນມາຮອດ, ເພິ່ນກໍຜີກຕົວໜີໄປຢູ່ຕ່າງຫາກ ຍ້ອນຢ້ານພວກທີ່ໄດ້ຮັບສິນຕັດ. 13.ແລະພວກຢິວອື່ນໆກໍເອົາຢ່າງທ່ານ, ແມ່ນທ່ານບາກນາເບເອງກໍຍອມຕາມຄົນເຫລົ່ານັ້ນດ້ວຍ. 14.ເມື່ອຂ້າພະເຈົ້າເຫັນວ່າ ເຂົາເຫລົ່ານັ້ນບໍ່ປະພຶດຕົນຢ່າງຖືກຕ້ອງຕາມຄວາມຈິງຂອງຂ່າວປະເສີດ, ຂ້າພະເຈົ້າຈຶ່ງເວົ້າກັບເກຟັດຕໍ່ໜ້າຄົນທັງຫລາຍວ່າ: “ຖ້າຫາກທ່ານເອງ ຜູ້ເປັນຄົນຊາດຢິວ ປະພຶດຕົວຕາມຢ່າງຄົນຕ່າງຊາດ, ບໍ່ແມ່ນຕາມຢ່າງຊາວຢິວແລ້ວ, ທ່ານຈະບັງຄັບໃຫ້ຄົນຕ່າງຊາດ ປະພຶດຕົວຕາມຢ່າງຊ່າວຢິວໄດ້ຢ່າງໃດ?”

 

ຊາວຢິວແລະຄົນຕ່າງຊາດຈະໄດ້ຮອດດ້ວຍອາໄສຄວາມເຊື່ອອັນດຽວກັນ

15.ພວກເຮົາເອງເປັນຊາວຢິວແຕ່ກຳເນີດ, ບໍ່ແມ່ນຄົນບາບຢ່າງຄົນຕ່າງສາດສະໜາ. 16.ແຕ່ພວກເຮົາຮູ້ດີວ່າ ຄົນເຮົາເປັນຄົນຊອບທຳໄດ້ ບໍ່ແມ່ນຍ້ອນການປະຕິບັດຕາມພຣະທຳບັນຢັດ, ແຕ່ຍ້ອນການມີຄວາມເຊື່ອໃນພຣະເຢຊູກຣິສໂຕເຈົ້າເທົ່ານັ້ນ. ພວກເຮົາກໍໄດ້ເຊື່ອເຖິງພຣະເຢຊູກຣິສໂຕ ເພື່ອຈະໄດ້ເປັນຜູ້ຊອບທຳ ດ້ວຍອາໄສຄວາມເຊື່ອໃນພຣະກຣິສໂຕ ບໍ່ແມ່ນດ້ວຍການປະຕິບັດຕາມພຣະທຳບັນຢັດ ຍ້ອນວ່າ “ບໍ່ມີຜູ້ໃດເປັນຜູ້ຊອບທຳໄດ້” ດ້ວຍອາໄສການຖືຕາມພຣະທຳບັນຢັດ. 17.ຖ້າຫາກວ່າ ເວລາພວກເຮົາສະແຫວງຫາຢາກເປັນຜູ້ຊອບທຳໃນພຣະກຣິສໂຕນັ້ນ ເລີຍເຫັນວ່າຕົວເອງຍັງເປັນຄົນບາບຢູ່, ກໍໝາຍຄວາມວ່າ ພຣະກຣິສໂຕເປັນຜູ້ລວງໃຫ້ເຮົາທຳບາບບໍ? ບໍ່ແມ່ນເດັດຂາດ. 18.ຍ້ອນວ່າ ຖ້າຂ້າພະເຈົ້າກໍ່ສ້າງສິ່ງທີ່ໄດ້ທຳລາຍໄປແລ້ວ ຂຶ້ນໃໝ່ ກໍໝາຍຄວາມວ່າຂ້າພະເຈົ້າເປັນຜູ້ທຳຜິດ. 19.ຕາມຈິງແລ້ວ, ແມ່ນຍ້ອນພຣະທຳບັນຢັດນີ້ແຫລະ ຂ້າພະເຈົ້າຈຶ່ງໄດ້ຕາຍປະພຣະທຳບັນຢັດ ເພື່ອຈະໄດ້ມີຊີວິດເພື່ອພຣະເຈົ້າ ຄືວ່າ ຂ້າພະເຈົ້າໄດ້ຖືກຄຶງໃສ່ກາງເຂນພ້ອມກັບພຣະກຣິສໂຕແລ້ວ. 20.ແລະຖ້າວ່າດຽວນີ້ ຂ້າພະເຈົ້າມີຊີວິດຢູ່, ແຕ່ບໍ່ແມ່ນຂ້າພະເຈົ້າດອກມີຊີວິດ, ແມ່ນພະ ກຣິສໂຕມີຊີວິດຢູ່ໃນຕົວຂ້າພະເຈົ້າ. ການທີ່ຂ້າພະເຈົ້າມີຊີວິດໃນຮ່າງກາຍຢູ່ດຽວນີ້, ຂ້າພະເຈົ້າກໍມີຊີວິດນັ້ນ ໃນຄວາມເຊື່ອເຖິງພຣະບຸດຂອງພຣະເຈົ້າ ຜູ້ໄດ້ຮັກແລະມອບພຣະອົງເພື່ອຂ້າພະເຈົ້າ. 21. ຂ້າພະເຈົ້າບໍ່ໄດ້ລຶບລ້າງພຣະຄຸນຂອງພຣະເຈົ້າ ຍ້ອນວ່າ ຖ້າຄວາມຊອບທຳມາຈາກພຣະທຳບັນຢັດແລ້ວ, ພຣະກຣິສໂຕກໍໄດ້ສິ້ນພຣະຊົນຢ່າງໄຮ້ປະໂຫຍດ.