ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ຄາລາຊີອາ
ພາກທີ 1
ຈົດໝາຍຂອງນັກບຸນເປົາໂລຂຽນເຖິງສັດຕະບຸຣຸດຢູ່ແຂວງຄາລາຊີອາ
ຖາມຂ່າວ - ອວຍໄຊໃຫ້ພອນ
11. ຂ້າພະເຈົ້າເປົາໂລ, ຜູ້ໄດ້ເປັນອັກຄະທຳມະທູດ, ບໍ່ແມ່ນຍ້ອນມະນຸດແຕ່ງຕັ້ງ ຫລືຄົນໃດຄົນໜຶ່ງສະເໜີເອົາ, ແຕ່ຍ້ອນພຣະເຢຊູກຣິສໂຕແລະພຣະເຈົ້າພຣະບິດາ ຜູ້ບັນດານໃຫ້ພຣະອົງກັບຄືນຊີບຈາກພວກຜູ້ຕາຍ ເປັນຜູ້ແຕ່ງຕັ້ງ. 2.ພ້ອມທັງບັນດາພີ່ນ້ອງທີ່ຢູ່ກັບຂ້າພະເຈົ້າ, ເຖິງໝູ່ກຣິສຕະຊົນທີ່ຢູ່ແຂວງຄາລາຊີອາ. 3.ຂໍພຣະພອນແລະສັນຕິສຸກທີ່ມາຈາກພຣະເປັນເຈົ້າພຣະບິດາຂອງພວກເຮົາ ແລະພຣະເຢຊູກຣິສໂຕເຈົ້າ ຈົ່ງສະຖິດຢູ່ນຳພວກພີ່ນ້ອງເທີ້ນ. 4.ພຣະເຢຊູນີ້ແຫລະໄດ້ຖະຫວາຍພຣະອົງເອງຍ້ອນບາບຂອງພວກເຮົາ ເພື່ອຊ່ວຍພວກເຮົາໃຫ້ພົ້ນຈາກໂລກປັດຈຸບັນອັນຕ່ຳຊ້ານີ້ ຕາມນ້ຳພຣະໄທຂອງພຣະເຈົ້າ ພຣະບິດາຂອງພວກເຮົາທັງຫລາຍ. 5.ສີມຸງຄຸນຈົ່ງມີແດ່ພຣະອົງຕະຫລອດເປັນນິດເທີ້ນ ອາແມນ.
ບໍ່ມີຂ່າວປະເສີດອື່ນອີກ
6. ຂ້າພະເຈົ້າມີຄວາມແປກປະຫລາດໃຈ ເຫັນພວກພີ່ນ້ອງຟ້າວປະຖິ້ມພຣະອົງ ຜູ້ຊົງຮຽກພວກພີ່ນ້ອງມາ ດ້ວຍເດຊະພຣະຄຸນຂອງພຣະກຣິສໂຕ ແລ້ວຫັນໄປເຊື່ອພຣະວໍຣະສານອື່ນໄວປານນີ້. 7.ບໍ່ແມ່ນຍ້ອນມີພຣະວໍຣະສານອື່ນດອກ, ແຕ່ຍ້ອນມີບາງຄົນກໍ່ຄວາມວຸ້ນວາຍຂຶ້ນໃນໝູ່ພວກພີ່ນ້ອງ ເພື່ອຫວັງພິກປີ້ນພຣະວໍຣະສານຂອງພຣະກຣິສໂຕເຈົ້າເທົ່ານັ້ນ. 8.ດັ່ງນີ້ ຂ້າພະເຈົ້າຂໍບອກພວກພີ່ນ້ອງວ່າ ຖ້າຜູ້ໃດຜູ້ໜຶ່ງມາປະກາດພຣະວໍຣະສານ ທີ່ແຕກຕ່າງກັນກັບທີ່ພວກຂ້າພະເຈົ້າໄດ້ເທດສະໜາໃຫ້ພວກພີ່ນ້ອງຟັງແລ້ວນັ້ນ, ຈະແມ່ນພວກຂ້າພະເຈົ້າເອງ ຫລືເທວະດາອົງໃດອົງໜຶ່ງກໍຕາມ, ຂໍໃຫ້ມັນຖືກສາບແຊ່ງເຖີດ. 9.ພວກຂ້າພະເຈົ້າໄດ້ເວົ້າແລ້ວ, ແລະຂໍເວົ້າຊ້ຳອີກວ່າ ຖ້າຜູ້ໃດຜູ້ໜຶ່ງມາປະກາດພຣະວໍຣະສານ ແຕກຕ່າງກັບທີ່ພວກພີ່ນ້ອງໄດ້ຮັບນັ້ນ, ຂໍໃຫ້ມັນຖືກສາບແຊ່ງເຖີດ. 10.ເມື່ອເປັນດັ່ງນີ້ແລ້ວ, ກໍແມ່ນຂ້າພະເຈົ້າຢາກເອົາໃຈມະນຸດ ຫລືທຳໃຫ້ຊອບພຣະໄທພຣະເຈົ້າ? ແມ່ນຂ້າພະເຈົ້າຊອກຫາທາງເອົາໃຈມະນຸດບໍ? ຖ້າຫາກຂ້າພະເຈົ້າຍັງຢາກຫາທາງເອົາໃຈມະນຸດຢູ່ອີກ, ຂ້າພະເຈົ້າກໍບໍ່ແມ່ນຄົນໃຊ້ຂອງພຣະກຣິສໂຕ. 11.ພີ່ນ້ອງທັງຫລາຍ, ຂ້າພະເຈົ້າຂໍປະກາດໃຫ້ພວກພີ່ນ້ອງຮູ້ວ່າ ພຣະວໍຣະສານທີ່ຂ້າພະເຈົ້າປະກາດນັ້ນ ບໍ່ແມ່ນຂອງມະນຸດ, 12.ຍ້ອນວ່າ ຂ້າພະເຈົ້າບໍ່ໄດ້ຮັບແລະຮຽນຮູ້ຈາກມະນຸດ, ແຕ່ແມ່ນພຣະເຢຊູກຣິສໂຕເຈົ້າເອງໄດ້ເປີດເຜີຍແກ່ຂ້າພະເຈົ້າ. 13.ພີ່ນ້ອງກໍໄດ້ຍິນແລະຮູ້ເຖິງຄວາມປະພຶດຂອງຂ້າພະເຈົ້າ ເມື່ອຍັງຖືສາດສະໜາຢິວຢູ່ນັ້ນ ຄືຂ້າພະເຈົ້າໄດ້ບັງບຽດຕໍ່ສູ້ ແລະທຳຄວາມເສຍຫາຍອັນໃຫຍ່ຫລວງແກ່ພຣະກຣິສຕະຈັກຂອງພຣະເຈົ້າສັກພຽງໃດ. 14. ຂ້າພະເຈົ້າເລີດກວ່າໝູ່ລຸ້ນດຽວກັນໃນການຖືສາດສະໜາຢິວ ແລະມີຄວາມຮ້ອນຮົນກວ່າໝູ່ ໃນການຮັກສາປະເພນີຂອງບັນພະບຸຣຸດຂອງຂ້າພະເຈົ້າ ດ້ວຍ. 15.ແຕ່ພຣະອົງຜູ້ຊົງເລືອກສັນຂ້າພະເຈົ້າແຕ່ຍັງຢູ່ໃນອຸທອນຂອງມານດາ ແລະຮຽກເອົາຂ້າພະເຈົ້າເດຊະພຣະຄຸນຂອງພຣະອົງນັ້ນ, 16.ໄດ້ຊົງພໍພຣະໄທເຜີຍສຳແດງພຣະບຸດຂອງ ພຣະອົງແກ່ຂ້າພະເຈົ້າ ເພື່ອໃຫ້ຂ້າພະເຈົ້າປະກາດໃຫ້ນານາຊາດຮູ້ຈັກພຣະອົງໃນທັນທີ ໂດຍບໍ່ໄດ້ປຶກສາຫາລືກັບຜູ້ໃດກ່ອນເລີຍ. 17.ແລະບໍ່ໄດ້ຂຶ້ນໄປນະຄອນເຢຣູຊາແລມ ເພື່ອພົບກັບພວກທີ່ເປັນອັກຄະທຳມະທູດກ່ອນຂ້າພະເຈົ້າອີກຊ້ຳ, ແຕ່ຂ້າພະເຈົ້າໄດ້ໄປປະເທດອາຣາບີ, ແລ້ວຈຶ່ງຫລົບມາເມືອງດາມາດອີກ. 18.ສາມປີຕໍ່ມາ, ຂ້າພະເຈົ້າຈຶ່ງຂຶ້ນໄປນະຄອນເຢຣູຊາແລມ ເພື່ອພົບເປໂຕແລະພັກຢູ່ກັບທ່ານເປັນເວລາສິບຫ້າວັນ. 19. ຂ້າພະເຈົ້າບໍ່ໄດ້ພົບອັກຄະທຳມະທູດອົງອື່ນ ນອກຈາກຢາໂກເບຜູ້ເປັນພີ່ນ້ອງຂອງພຣະອົງເຈົ້າ. 20. ຂ້າພະເຈົ້າຂໍຢັ້ງຢືນຕໍ່ພຣະພັກພຣະເຈົ້າວ່າ ເລື່ອງທີ່ຂຽນມານີ້ເປັນຄວາມຈິງ, ບໍ່ຕົວະ. 21.ຕໍ່ຈາກນັ້ນ, ຂ້າພະເຈົ້າກໍໄດ້ໄປແຂວງຊີຣີແລະຊີລີຊີ. 22.ບັນດາກຣິສຕະຊົນໃນແຂວງຢູເດກໍຍັງບໍ່ເຄີຍຮູ້ຈັກໜ້າຂ້າພະເຈົ້າເລີຍ. 23.ເຂົາເຫລົ່ານັ້ນເຄີຍໄດ້ຍິນແຕ່ຂ່າວລືວ່າ: “ຜູ້ທີ່ແຕ່ກ່ອນເຄີຍກົດຂີ່ຂົ່ມເຫງພວກເຮົານັ້ນ ບັດນີ້ໄດ້ຫລົບມາປະກາດຄວາມເຊື່ອ ຊຶ່ງເພິ່ນເອງພະຍາຍາມທຳລາຍ.” 24.ເຂົາເຫລົ່ານັ້ນກໍໄດ້ຖະຫວາຍກຽດແດ່ພຣະເຈົ້າ ຜູ້ໄດ້ຊົງໂຜດເມດຕາຂ້າພະເຈົ້າ.