ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂກຣິນໂທ ສະບັບທີ 2
ພາກທີ 7
1.ພີ່ນ້ອງທີ່ຮັກ, ເມື່ອພວກເຮົາມີພຣະສັນຍາດັ່ງນີ້ແລ້ວ ພວກເຮົາຈົ່ງຊຳຣະຕົວໃຫ້ປາດສະຈາກຄວາມເປື້ອນໝອງທຸກຢ່າງ ທັງຝ່າຍກາຍແລະໃຈ ແລະຈົ່ງທຳໃຫ້ຕົວເອງສັກສິດສົມບູນໄປ ດ້ວຍມີຄວາມຢ້ານຈຽມຕໍ່ພຣະເປັນເຈົ້າ.
ເປົາໂລມີຄວາມຍິນດີເຫັນຊາວໂກຣິນໂທກັບໃຈ
2.ຈົ່ງເປີດໃຈຕ້ອນຮັບພວກເຮົາເທີ້ນ. ພວກເຮົາບໍ່ໄດ້ທຳຮ້າຍຜູ້ໃດ, ບໍ່ໄດ້ທຳໃຫ້ຜູ້ໃດເສື່ອມເສຍ ແລະບໍ່ໄດ້ເອົາລັດເອົາປຽບໃຜດ້ວຍ. 3. ຂ້າພະເຈົ້າເວົ້າດັ່ງນີ້ ບໍ່ແມ່ນເພື່ອໃຊ້ໂທດພວກພີ່ນ້ອງດອກ, ຍ້ອນຂ້າພະເຈົ້າໄດ້ເວົ້າແລ້ວວ່າ ພີ່ນ້ອງທັງຫລາຍຢູ່ໃນຫົວໃຈຂອງເຮົາ, ຕາຍນຳກັນ ແລະມີຊີວິດນຳກັນດ້ວຍ. 4. ຂ້າພະເຈົ້າໄວ້ໃຈແລະພາກພູມໃຈໃນຕົວພວກພີ່ນ້ອງ ຢ່າງຫລວງຫລາຍ. ຂ້າພະເຈົ້າເຕັມພຽບດ້ວຍຄວາມອົບອຸ່ນໃຈ ແລະມີຄວາມປິຕິຍິນດີຢ່າງເຫລືອລົ້ນ ແມ່ນວ່າຈະມີຄວາມຍາກລຳບາກຫລາຍກໍຕາມ. 5.ຕາມຈິງແລ້ວ, ເມື່ອມາຮອດແຂວງມາເຊດວນ, ພວກເຮົາກໍບໍ່ໄດ້ພັກຜ່ອນເລີຍ, ພວກເຮົາມີເລື່ອງຫຍຸ້ງຍາກຢູ່ອ້ອມຂ້າງ. ພາຍນອກມີການຕໍ່ສູ້, ພາຍໃນມີຄວາມຢ້ານກົວ. 6.ແຕ່ພຣະເປັນເຈົ້າຜູ້ຊົງອອຍໃຈພວກທີ່ທໍ້ຖອຍ, ກໍໄດ້ຊົງອອຍໃຈພວກເຮົາ ໂດຍຊົງໃຫ້ຕີໂຕມາຫາພວກເຮົາ. 7.ບໍ່ແມ່ນແຕ່ຍ້ອນເຫັນຕີໂຕມາເທົ່ານັ້ນ, ແຕ່ຍ້ອນເຫັນພວກພີ່ນ້ອງອຸດໜຸນນ້ຳໃຈຕີໂຕດ້ວຍ, ຕາມທີ່ຕີໂຕໄດ້ເລົ່າສູ່ຟັງ ເຖິງຄວາມຄິດຮອດຄິດເຖິງ ຄວາມໂສກເສົ້າ ແລະຄວາມພັກດີຮ້ອນຮົນຂອງພວກພີ່ນ້ອງຕໍ່ຂ້າພະເຈົ້າ ຊຶ່ງທຳໃຫ້ຂ້າພະເຈົ້າມີຄວາມປາບປຶ້ມຍິນດີຫລາຍກວ່າອີກ.
ຊາວໂກຣິນໂທສຳນຶກເຖິງຄວາມຜິດຂອງຕົນ
8.ແມ່ນແລ້ວ, ຫາກວ່າຈົດໝາຍກ້ານນັ້ນໄດ້ທຳໃຫ້ພວກພີ່ນ້ອງທຸກໃຈ, ຂ້າພະເຈົ້າກໍບໍ່ກິນແໜງ. ແຕ່ກ່ອນນີ້ ຂ້າພະເຈົ້າກໍໄດ້ກິນແໜງແດ່ ຍ້ອນເຫັນວ່າຈົດໝາຍນັ້ນໄດ້ທຳໃຫ້ພວກພີ່ນ້ອງທຸກໃຈພຽງແຕ່ເວລາໜຶ່ງເທົ່ານັ້ນ. 9.ດຽວນີ້ຂ້າພະເຈົ້າມີຄວາມຊື່ນຊົມຍິນດີ ບໍ່ແມ່ນຍ້ອນເຫັນພວກພີ່ນ້ອງທຸກໃຈ ແຕ່ຍ້ອນວ່າຄວາມທຸກໃຈນັ້ນ ໄດ້ທຳໃຫ້ພວກພີ່ນ້ອງສຳນຶກເຖິງຄວາມຜິດຂອງຕົນ. ດ້ວຍວ່າພີ່ນ້ອງມີຄວາມທຸກໃຈທີ່ຊອບພຣະໄທພຣະເປັນເຈົ້າ ຈຶ່ງບໍ່ໄດ້ຮັບຜົນຮ້າຍຫຍັງຈາກພວກເຮົາເລີຍ. 10.ຍ້ອນວ່າຄວາມທຸກທີ່ຊອບພຣະໄທພຣະເຈົ້ານັ້ນ ທຳໃຫ້ເກີດຄວາມສຳນຶກຜິດ ທີ່ພາໄປເຖິງຄວາມຮອດ ແລະບໍ່ໄດ້ເປັນໜ້າເສຍໃຈ... ຄວາມທຸກໃຈແບບໂລກນັ້ນ ພາໄປເຖິງຄວາມຕາຍ. 11.ຈົ່ງພິຈາລະນາເບິ່ງໃຫ້ດີວ່າ ຄວາມທຸກໃຈທີ່ພໍພຣະໄທພຣະເຈົ້ານັ້ນ ທຳໃຫ້ເກີດຄວາມຂະຫຍັນຂັນແຂງສັກພຽງໃດ! ... ທຳໃຫ້ເກີດມີຄວາມຮ້ອນໃຈຢາກແກ້ແປງຕົວໃໝ່ສັກເທົ່າໃດ! ຄວາມໂກດແຄ້ນ, ຄວາມຢ້ານກົວ, ຄວາມປາດຖະໜາອັນແຮງກ້າ, ຄວາມຮ້ອນຮົນແລະການລົງໂທດຕ່າງໆເຫລົ່ານີ້ ມີຢູ່ມາກມາຍສັກເທົ່າໃດ! ພວກພີ່ນ້ອງກໍໄດ້ພິສູດໃຫ້ເຫັນວ່າ ພວກພີ່ນ້ອງບໍ່ມີຄວາມຜິດແຕ່ຢ່າງໃດໃນເລື່ອງວ່າມານີ້. 12.ດັ່ງນີ້ ການທີ່ຂ້າພະເຈົ້າຂຽນຈົດໝາຍມາຫາພວກພີ່ນ້ອງນັ້ນ ກໍບໍ່ແມ່ນຍ້ອນເຫັນແກ່ຜູ້ທຳຜິດ ຫລືເຫັນແກ່ຜູ້ຕ້ອງຮັບເຄາະຮ້າຍຈາກຄວາມຜິດນັ້ນ, ແຕ່ເພື່ອໃຫ້ຄວາມພັກດີຮ້ອນຮົນ ຊຶ່ງພວກພີ່ນ້ອງມີຕໍ່ຂ້າພະເຈົ້ານັ້ນ ປາກົດແຈ້ງອອກມາແກ່ພວກພີ່ນ້ອງ ຕໍ່ພຣະພັກພຣະເຈົ້າ. 13.ອັນນີ້ແລ້ວເປັນເຄື່ອງບັນເທົາໃຈພວກເຮົາ. ນອກຈາກຄວາມບັນເທົາໃຈນີ້ ພວກເຮົາຍັງມີຄວາມຊື່ນຊົມຍິນດີຫລາຍກວ່າອີກ ທີ່ໄດ້ເຫັນຕີໂຕມີຄວາມຍິນດີ ຍ້ອນວ່າພວກພີ່ນ້ອງໄດ້ທຳໃຫ້ເພິ່ນມີຄວາມສະຫງົບໃຈ. 14.ຍ້ອນວ່າ ຖ້າຂ້າພະເຈົ້າເວົ້າອວດອ້າງພວກພີ່ນ້ອງຕໍ່ໜ້າຕີໂຕແລ້ວ, ຂ້າພະເຈົ້າກໍບໍ່ມີຄວາມລະອາຍຫຍັງ, ຂ້າພະເຈົ້າເຄີຍເວົ້າຄວາມຈິງກັບພວກພີ່ນ້ອງແນວໃດ, ສິ່ງທີ່ຂ້າພະເຈົ້າເວົ້າອວດອ້າງພວກພີ່ນ້ອງຕໍ່ໜ້າຕີໂຕ ກໍເປັນຄວາມຈິງແນວນັ້ນດ້ວຍ. 15.ແລະເມື່ອຕີໂຕລະລຶກເຖິງຄວາມເຊື່ອຟັງຂອງພວກພີ່ນ້ອງ ແລະການທີ່ພວກພີ່ນ້ອງຮັບຕ້ອນເພິ່ນ ດ້ວຍຄວາມຢ້ານກົວຈົນຕົວສັ່ນນັ້ນ, ເພິ່ນກໍແຮງມີຄວາມຮັກຄວາມແພງຕໍ່ພວກພີ່ນ້ອງຫລາຍຂຶ້ນ. 16.ຖ້າຂ້າພະເຈົ້າມີຄວາມປິຕິຍິນດີ ຍ້ອນຂ້າພະເຈົ້າໄວ້ໃຈນຳພວກພີ່ນ້ອງໄດ້ຢ່າງສົມບູນ.