ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂກຣິນໂທ ສະບັບທີ 2
ພາກທີ 6
1.ຍ້ອນພວກເຮົາທຳງານຮ່ວມກັບພຣະອົງ, ພວກເຮົາຈຶ່ງຂໍຕຸກເຕືອນພວກພີ່ນ້ອງ ຢ່າໄດ້ຮັບເອົາພຣະຄຸນຂອງພຣະເຈົ້າຢ່າງໄຮ້ປະໂຫຍດ. 2.ຍ້ອນພະເປັນໄດ້ກ່າວວ່າ: “ເຮົາໄດ້ຟັງເຈົ້າໃນເວລາອັນເໝາະສົມ, ແລະໄດ້ຊ່ວຍເຈົ້າໃນວັນແຫ່ງຄວາມຮອດ.” ດຽວນີ້ ແມ່ນເວລາອັນເໝາະສົມ, ດຽວນີ້ ແມ່ນວັນແຫ່ງຄວາມຮອດ. 3.ພວກເຮົາບໍ່ຢາກເປັນສະດຸດໃຫ້ຜູ້ໃດ, ເພື່ອບໍ່ໃຫ້ວຽກການທຳມະທູດຂອງພວກເຮົາຖືກຕ້ອງຕິ. 4.ກົງກັນຂ້າມ, ພວກເຮົາສະແດງຕົວເປັນຜູ້ຮັບໃຊ້ຂອງພຣະເຈົ້າໃນທຸກກໍລະນີ ດ້ວຍມີຄວາມອົດທົນເປັນອັນມາກໃນຄວາມທຸກລຳບາກ, ຄວາມຂັດສົນ, ຄວາມຫຍຸ້ງໃຈ. 5.ໃນການຖືກຂ້ຽນຕີ, ຖືກຈຳຄຸກ, ໃນການກໍ່ຄວາມວຸ້ນວາຍ. ຕ້ອງເມື່ອຍເພຍ ອົດຫລັບອົດນອນ, ອົດເຂົ້າອົດນ້ຳ. 6.ໂດຍຄວາມບໍລິສຸດໃຈ, ໂດຍຄວາມຮູ້, ຄວາມພາກພຽນອົດທົນ, ຄວາມກະລຸນາ, ໂດຍພຣະຈິດເຈົ້າ, ໂດຍຄວາມຮັກແທ້. 7.ໂດຍຄວາມເວົ້າອັນສັດຈິງ, ໂດຍຣິດທານຸພາບຂອງພຣະເຈົ້າ, ດ້ວຍອາວຸດແຫ່ງຄວາມຊອບທຳຢູ່ໃນມືຂວາແລະມືຊ້າຍ. 8.ທັງໃນເວລາໄດ້ຮັບການຍ້ອງຍໍແລະການໝິ່ນປະໝາດ, ທັງໃນເວລາຖືກຕຳໜິຕິຕຽນແລະໄດ້ຮັບການຊົມເຊີຍ. ຖືກຫາວ່າເປັນຄົນຫລອກລວງ, ແຕ່ພວກເຮົາກໍຊື່ສັດຈິງແທ້. 9.ຄືກັບວ່າບໍ່ມີໃຜຮູ້ຈັກ, ແຕ່ກໍມີຄົນຮູ້ຈັກໝົດ. ເປັນຄືຄົນໃກ້ຊິຕາຍ, ແຕ່ກໍຍັງມີຊີວິດຢູ່. ຄືຄົນຖືກລົງໂທດ, ແຕ່ບໍ່ເຖິງຕາຍ. 10.ຄືຄົນຕ້ອງທຸກໂສກ, ແຕ່ມ່ວນຊື່ນຢູ່ສະເໝີ. ຄືຄົນຍາກຈົນ ແຕ່ໄດ້ເຮັດໃຫ້ຫລາຍຄົນຮັ່ງ. ຄືກັບວ່າບໍ່ມີຫຍັງ, ແຕ່ກໍມີໝົດທຸກຢ່າງ.
ຂໍຮ້ອງໃຫ້ແປງກິລິຍາຄວາມປະພຶດ
11.ຊາວເມືອງໂກຣິນໂທທັງຫລາຍເອີຍ! ພວກເຮົາຂໍເວົ້າກັບພວກພີ່ນ້ອງຢ່າງບໍ່ປິດບັງສິ່ງໃດໄວ້ ແລະໄຂດວງໃຈຂອງພວກເຮົາອອກກວ້າງໃຫ້ພວກພີ່ນ້ອງເຫັນ. 12.ພວກເຮົາເປີດໄຂດວງໃຈໃຫ້ພວກພີ່ນ້ອງ, ແຕ່ພີ່ນ້ອງບໍ່ໄດ້ທຳດັ່ງນັ້ນຕໍ່ພວກເຮົາ. 13. ຂ້າພະເຈົ້າຂໍເວົ້າກັບພວກພີ່ນ້ອງ ຄືເວົ້າກັບລູກວ່າ: ພວກພີ່ນ້ອງຈົ່ງເປີດດວງໃຈອອກໃຫ້ກວ້າງເທີ້ນ ເພື່ອເປັນ ການຕອບແທນທີ່ເຮົາໄດ້ກະທຳຕໍ່ພວກພີ່ນ້ອງນັ້ນ.
ພວກເຮົາເປັນວິຫານຂອງພຣະເຈົ້າ
14.ຢ່າເຂົ້າທຽມແອກກັບພວກທີ່ບໍ່ມີຄວາມເຊື່ອ. ຄວາມຊອບທຳກັບຄວາມອະທຳມີຫຍັງກ່ຽວພັນກັນບໍ? ຄວາມສະຫວ່າງຈະສາມັກຄີກັບຄວາມມືດໄດ້ຢ່າງໃດ? 15.ພຣະກຣິສໂຕກັບເບລີອານ (ຜີຊາຕານ) ຈະລົງຮອຍກັນໄດ້ຢ່າງໃດ? ຜູ້ມີຄວາມເຊື່ອມີຄວາມສຳພັນກັນຢ່າງໃດກັບຜູ້ບໍ່ມີຄວາມເຊື່ອ? 16.ພຣະວິຫານຂອງພຣະເຈົ້າກັບຮູບພະເທັດທຽມ ມີຫຍັງຄ້າຍຄືກັນບໍ? ຍ້ອນວ່າຕົວເຮົາຄືພຣະວິຫານຂອງພຣະເຈົ້າຜູ້ຊົງຊີວິດ ດັ່ງທີ່ພຣະອົງໄດ້ກ່າວວ່າ: “ເຮົາຈະອາໄສຢູ່ກາງພວກເຂົາ ແລະເດີນໄປມາກັບພວກເຂົາ. ເຮົາຈະເປັນພຣະເປັນເຈົ້າຂອງພວກເຂົາ, ແລະພວກເຂົາຈະເປັນປະຊາກອນຂອງເຮົາ”. 17.ດ້ວຍເຫດນີ້ ພຣະອົງເຈົ້າຈຶ່ງສັ່ງວ່າ: “ຈົ່ງອອກໜີຈາກພວກຄົນເຫລົ່ານັ້ນ, ຈົ່ງຜີກຕົວໜີຈາກພວກເຂົາ ແລະຢ່າແຕະຕ້ອງສິ່ງທີ່ເປັນມົນທິນ, ແລ້ວເຮົາຈະຕ້ອນຮັບເອົາພວກເຈົ້າ. 18.ເຮົາຈະເປັນບິດາຂອງພວກເຈົ້າ, ແລະພວກເຈົ້າຈະເປັນບຸດຂອງເຮົາ”. ພຣະອົງເຈົ້າຜູ້ຊົງລິດກ່າວດັ່ງນີ້ແລ.