ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂກຣິນໂທ ສະບັບທີ 2

ພາກທີ 3

ຜູ້ຮັບໃຊ້ພຣະສຳພັນໄມຕີໃໝ່

1.ພວກເຮົາກຳລັງຈະຍົກຍ້ອງໂຕເອງຢູ່ອີກບໍ? ຫລືວ່າພວກເຮົາຈະຕ້ອງການເອົາຈົດໝາຍແນບນຳມາສະເໜີພວກພີ່ນ້ອງ ຫລືຂໍຈົດໝາຍແນບນຳຈາກພວກພີ່ນ້ອງ ເໝືອນກັບລາງຄົນຕ້ອງການຊັ້ນບໍ? 2.ພວກພີ່ນ້ອງນັ້ນແຫລະເປັນຈົດໝາຍທີ່ບັນທຶກໄວ້ໃນດວງໃຈຂອງພວກເຮົາ ຊຶ່ງທຸກຄົນສາມາດອ່ານແລະຮູ້ຈັກໄດ້. 3.ແມ່ນແທ້, ມັນເປັນທີ່ປາກົດແຈ້ງແລ້ວວ່າ ພວກພີ່ນ້ອງເປັນຈົດໝາຍທີ່ມາຈາກພຣະກຣິສໂຕ ໂດຍແມ່ນພວກເຮົາເອງເປັນຜູ້ແຕ່ງຂຶ້ນ. ຈົດໝາຍນີ້ບໍ່ໄດ້ຂຽນດ້ວຍນ້ຳໝຶກ ແຕ່ຂຽນດ້ວຍພຣະຈິດຂອງພຣະເຈົ້າຜູ້ຊົງຊີວິດ. ບໍ່ແມ່ນຈາລຶກໄວ້ໃນແຜ່ນສີລາ, ແຕ່ຈາລຶກໄວ້ໃນແຜ່ນດວງໃຈຂອງມະນຸດ. 4.ນີ້ແຫລະຄືຄວາມໄວ້ວາງໃຈທີ່ພວກເຮົາມີ ໂດຍທາງພຣະກຣິສໂຕເຈົ້າ. 5.ຄືວ່າພວກເຮົາບໍ່ໄດ້ອວດອ້າງຕົວເອງວ່າ ໄດ້ທຳສິ່ງໃດສິ່ງໜຶ່ງຍ້ອນຄວາມສາມາດຂອງຕົນເອງເລີຍ, ແຕ່ຄວາມສາມາດຂອງພວກເຮົາມາຈາກພຣະເຈົ້າ. 6.ແມ່ນພຣະອົງເອງເປັນຜູ້ໂຜດໃຫ້ພວກຂ້າພະເຈົ້າສາມາດເປັນຜູ້ຮັບໃຊ້ພຣະສຳພັນໄມຕີໃໝ່ໄດ້, ພຣະສຳພັນໄມຕີໃໝ່ນີ້ບໍ່ແມ່ນເປັນແຕ່ຕົວໜັງສື, ແຕ່ແມ່ນພຣະສຳພັນໄມຕີຂອງພຣະຈິດເຈົ້າ. ຍ້ອນວ່າຕົວໜັງສືນັ້ນທຳໃຫ້ຕາຍ, ສ່ວນພຣະຈິດເຈົ້າຊົງປະທານຊີວິດ. 7.ຖ້າລະບອບແຫ່ງຄວາມຕາຍທີ່ຈາລຶກເປັນຕົວໜັງສືຢູ່ເທິງແຜ່ນສີລາ ເກີດແສງລັດສະໝີຮຸ່ງແຈ້ງ, ຈົນຊາວອິດສະລະແອນແນມເບິ່ງໜ້າທ່ານໂມແຊບໍ່ໄດ້ ຍ້ອນແສງລັດສະໝີທີ່ຮຸ່ງອອກມາຈາກໜ້ານັ້ນ ອັນແມ່ນລັດສະໝີທີ່ຈະຕ້ອງຈືດຈາງໄປ. 8.ລະບອບແຫ່ງພຣະຈິດ ຈະບໍ່ສ່ອງແສງລັດສະໝີຮຸ່ງແຈ້ງກວ່າອີກບໍ? 9.ດ້ວຍວ່າ ຖ້າລະບອບທີ່ຕັດສິນລົງໂທດມີແສງລັດສະໝີແລ້ວ, ລະບອບທີ່ໃຫ້ຄວາມຊອບທຳຈະບໍ່ມີແສງລັດສະໝີຮຸ່ງແຈ້ງກວ່າອີກບໍ? 10.ຄືວ່າ ສິ່ງທີ່ເຄີຍຮຸ່ງເຫລື້ອມມາແຕ່ກ່ອນນັ້ນ ບັດນີ້ດັບແສງໄປ ດ້ວຍມີແສງລັດສະໝີອັນຮຸ່ງແຈ້ງຫລາຍກວ່າ ມາກົບໄວ້. 11.ຍ້ອນວ່າ ຖ້າສິ່ງຈືດຈາງເປັນ ມີລັດສະໝີເຖິງພຽງນີ້, ສິ່ງທີ່ໝັ້ນຄົງຖາວອນ ກໍແຮງຈະມີແສງລັດສະໝີຮຸ່ງແຈ້ງກວ່າອີກ. 12.ເມື່ອມີຄວາມຫວັງແຮງກ້າດັ່ງນີ້, ພວກເຮົາຈຶ່ງສະແດງຄວາມອາດຫານຂຶ້ນ. 13.ແຕ່ບໍ່ແມ່ນຕາມຢ່າງຂອງໂມແຊ ຜູ້ເອົາແພບັງໜ້າໄວ້ ເພື່ອບໍ່ໃຫ້ຊາວອິດສະລະແອນເຫັນແສງລັດສະໝີທີ່ຈືດຈາງໄປໄດ້ນັ້ນ. 14.ສ່ວນຈິດໃຈຂອງພວກເຂົານັ້ນມືດບອດໄປ! ຍ້ອນວ່າ ຈົນທຸກວັນນີ້, ເມື່ອພວກເຂົາອ່ານພຣະສຳພັນໄມຕີເກົ່າ ຜ້າປົກໜ້ານັ້ນກໍຍັງບັງຢູ່ ບໍ່ໄດ້ເປີດອອກ,ຍ້ອນພວກເຂົາບໍ່ຮູ້ວ່າ ພຣະກຣິສໂຕໄດ້ເລີກຜ້າຄຸມ ອັນແມ່ນພຣະສຳພັນໄມຕີເກົ່ານັ້ນ ອອກແລ້ວ. 15.ແມ່ນແທ້, ແມ່ນຈົນຮອດທຸກວັນນີ້, ເມື່ອເຂົາອ່ານເລື່ອງຂອງໂມແຊ, ຜ້າຄຸມນັ້ນກໍຍັງບັງຈິດໃຈຂອງພວກເຂົາຢູ່. 16.ແຕ່ເມື່ອໃດເຂົາເຈົ້າຫັນໜ້າຄືນມາຫາພຣະເຈົ້າ ຜ້າຄຸມນັ້ນກໍຕົກຫລົ່ນອອກ. 17.ຄຳວ່າ”ພຣະອົງເຈົ້າ”ນັ້ນ ແມ່ນອົງພຣະຈິດ. ແລະພຣະຈິດຂອງພຣະເຈົ້າຢູ່ໃສ ເສລີພາບກໍຢູ່ທີ່ນັ້ນດ້ວຍ. 18.ສ່ວນພວກເຮົາ, ພວກເຮົາບໍ່ມີຜ້າປົກໜ້າ, ພວກເຮົາຈຶ່ງສະທ້ອນແສງລັດສະໝີຂອງພຣະເຈົ້າອອກມາຄືແວ່ນແຍງ. ເຮົາທຸກຄົນໄດ້ປ່ຽນແປງ ມີລັກສະນະຄືຮູບເງົາຂອງພຣະອົງ ຍິ່ງວັນຍິ່ງທະວີຂຶ້ນ ດ້ວຍອາໄສພຣະອົງເຈົ້າຜູ້ຊົງເປັນພຣະຈິດນັ້ນເອງ.