ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂກຣິນໂທ ສະບັບທີ 2

ພາກທີ 2

1. ຂ້າພະເຈົ້າໄດ້ຕັດສິນໃຈວ່າຈະບໍ່ຫລົບມາຢາມ ແລະນຳຄວາມທຸກໃຈມາໃຫ້ພວກພີ່ນ້ອງອີກ. 2.ຖ້າຫາກຂ້າພະເຈົ້າໄດ້ທຳໃຫ້ພວກພີ່ນ້ອງມີຄວາມອຸກທຸກໃຈແລ້ວ, ໃຜຈະເຮັດໃຫ້ຂ້າພະເຈົ້າມີຄວາມຍິນດີໄດ້ ນອກຈາກທີ່ຂ້າພະເຈົ້າໄດ້ທຳໃຫ້ທຸກໃຈ? 3. ຂ້າພະເຈົ້າຂຽນຈົດໝາຍມາຫາພວກພີ່ນ້ອງດັ່ງນີ້ ກໍເພື່ອວ່າ ເມື່ອຂ້າພະເຈົ້າມາຮອດ ຂ້າພະເຈົ້າກໍຈະບໍ່ອຸກທຸກໃຈ ຈາກຜູ້ທີ່ຄວນໃຫ້ຄວາມຍິນດີແກ່ຂ້າພະເຈົ້າ. ຂ້າພະເຈົ້າແນ່ໃຈວ່າ ພວກພີ່ນ້ອງເອງກໍຖືວ່າ ຄວາມຍິນດີຂອງຂ້າພະເຈົ້າກໍແມ່ນຄວາມຍິນດີຂອງພວກພີ່ນ້ອງດ້ວຍ. 4. ຂ້າພະເຈົ້າຂຽນຈົດໝາຍເຖິງພວກພີ່ນ້ອງ ດ້ວຍຄວາມທຸກແລະຕື້ນຕັນໃຈຢ່າງໜັກ ທັງນ້ຳຕາໄຫລດ້ວຍ, ບໍ່ແມ່ນເພື່ອສ້າງຄວາມທຸກໃຫ້ພວກພີ່ນ້ອງ ແຕ່ເພື່ອໃຫ້ພວກພີ່ນ້ອງຮູ້ວ່າ ຂ້າພະເຈົ້າຮັກແພງພວກພີ່ນ້ອງຢ່າງເຫລືອລົ້ນເທົ່ານັ້ນ.

 

ອະໄພໂທດແກ່ຜູ້ສ້າງຄວາມທຸກ

5.ຖ້າຜູ້ໃດກໍ່ໃຫ້ເກີດຄວາມທຸກ, ຜູ້ນັ້ນບໍ່ໄດ້ເຮັດໃຫ້ຂ້າພະເຈົ້າທຸກຜູ້ດຽວດອກ, ແຕ່ເຮັດໃຫ້ພີ່ນ້ອງທັງຫລາຍໄດ້ຮັບທຸກນຳກັນດ້ວຍ (ຂ້າພະເຈົ້າເວົ້າແບບນີ້ ກໍບໍ່ໄດ້ໂພດໄປດອກ) 6.ສຳລັບຄົນຜູ້ນີ້, ໂທດທີ່ເຂົາໄດ້ຮັບຈາກຄົນສ່ວນມາກ ກໍພຽງພໍສຳລັບເຂົາແລ້ວ. 7.ດ້ວຍເຫດນີ້, ພວກພີ່ນ້ອງຄວນໃຫ້ອະໄພ ແລະອະນຸໂລມໃຈເຂົາດີກວ່າ ຢ້ານວ່າເຂົາແຮງຈະອຸກທຸກໃຈຫລາຍກວ່າອີກ. 8.ດັ່ງນັ້ນ ເຮົາວອນຂໍພວກພີ່ນ້ອງສະແດງຄວາມຮັກຕໍ່ເຂົາຫລາຍໆ. 9.ຍ້ອນວ່າ ຂ້າພະເຈົ້າຂຽນຈົດໝາຍກ້ານນີ້ມາຫາພວກພີ່ນ້ອງ ກໍເພື່ອເບິ່ງວ່າ ພວກພີ່ນ້ອງເຊື່ອຟັງໃນທຸກສິ່ງທຸກຢ່າງຫລືບໍ? 10.ພວກພີ່ນ້ອງໃຫ້ອະໄພຜູ້ໃດ, ຂ້າພະເຈົ້າກໍໃຫ້ອະໄພຜູ້ນັ້ນດ້ວຍ. ຖ້າຂ້າພະເຈົ້າໃຫ້ອະໄພ ແລະໄດ້ໃຫ້ອະໄພໄປແລ້ວນັ້ນ ກໍຍ້ອນເຫັນແກ່ພວກພີ່ນ້ອງ ຕໍ່ພຣະພັກຂອງພຣະກຣິສໂຕເຈົ້າ, 11.ເພື່ອບໍ່ໃຫ້ຜີຊາຕານໄດ້ຢຽບເຮົາ ຍ້ອນພວກເຮົາຮູ້ຈັກແຜນການຂອງມັນແລ້ວ.

 

ຄວາມວຸ້ນວາຍໃຈແລະຄວາມທຸເລົາໃຈຂອງເປົາໂລ

12.ເມື່ອຂ້າພະເຈົ້າມາເຖິງເມືອງຕົຣວ ເພື່ອປະກາດຂ່າວປະເສີດຂອງພຣະກຣິສໂຕນັ້ນ, ພຣະເປັນເຈົ້າໄດ້ໄຂຊ່ອງທາງໃຫ້ຂ້າພະເຈົ້າ. 13.ເຖິງປານນັ້ນ ຂ້າພະເຈົ້າກໍຍັງບໍ່ສະບາຍໃຈ, ຍ້ອນບໍ່ໄດ້ເຫັນຕີໂຕ ນ້ອງຂອງຂ້າພະເຈົ້າ ຢູ່ເມືອງນັ້ນ. ຂ້າພະເຈົ້າຈຶ່ງອຳລາພວກເຂົາໄປ ແລະເດີນທາງຕໍ່ໄປຍັງມາເຊດວນ. 14.ຈົ່ງຂອບພຣະຄຸນພຣະເປັນເຈົ້າ ຜູ້ຊົງນຳເຮົາໄປສະຫລອງໄຊນຳພຣະອົງສະເໝີໄປ ໃນພຣະກຣິສໂຕເຈົ້າ, ແລະໂດຍອາໄສພວກເຮົາ ພຣະອົງໄດ້ແຜ່ຜາຍກິ່ນຫອມຫວານແຫ່ງຄວາມຮູ້ເຖິງພຣະອົງໄປທົ່ວທຸກແຫ່ງຫົນ. 15.ແທ້ຈິງ, ພວກເຮົາຄືກິ່ນຫອມຫວານ ຊຶ່ງພຣະກຣິສໂຕຖະຫວາຍແດ່ພຣະເຈົ້າ ໃນໝູ່ຄົນທີ່ກຳລັງຈະຮອດ ແລະໃນໝູ່ຄົນທີ່ກຳລັງຈະພິນາດຈິບຫາຍ. 16.ສຳລັບພວກໜຶ່ງແມ່ນກິ່ນຈາກຄວາມຕາຍ ພາໄປເຖິງຄວາມຕາຍ, ແຕ່ສຳລັບອີກພວກໜຶ່ງ ແມ່ນກິ່ນມາຈາກຊີວິດ ພາໄປເຖິງຊີວິດ ແລະແມ່ນໃຜເປັນຜູ້ເໝາະສົມກັບພາລະກິດເຫລົ່ານີ້? 17.ດ້ວຍວ່າພວກເຮົາບໍ່ໄດ້ເປັນຄືຫລາຍຄົນ ທີ່ເອົາພຣະວາຈາຂອງພຣະເຈົ້າໄປຂາຍກິນ. ພວກເຮົາໄດ້ຮັບໜ້າທີ່ຈາກພຣະເຈົ້າ ແລະຕໍ່ພຣະພັກຂອງພຣະອົງ, ພວກເຮົາຈຶ່ງປ່າວປະກາດພຣະວາຈາດ້ວຍຄວາມສັດຊື່ໃນພຣະກຣິສໂຕເຈົ້າ.