ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂກຣິນໂທ ສະບັບທີ 2
ພາກທີ 12
ສິ່ງທີ່ເປົາໂລໄດ້ນິມິດເຫັນ - ພຣະຄຸນພິເສດ
1.ຈະຕ້ອງອວດຕົວອີກບໍ? ເບິ່ງຄືວ່າບໍ່ມີປະໂຫຍດຫຍັງ! ແຕ່ຂ້າພະເຈົ້າຈະເລົ່າເຖິງສິ່ງທີ່ໄດ້ນິມິດເຫັນ ແລະສິ່ງທີ່ພຣະເປັນເຈົ້າໄດ້ໄຂສຳແດງ. 2.ຄືໄດ້ສິບສີ່ປີມາແລ້ວ ຂ້າພະເຈົ້າຮູ້ຈັກຄົນຜູ້ໜຶ່ງທີ່ເຫລື້ອມໃສໃນພຣະກຣິສໂຕ ຄົນນັ້ນຖືກຍົກຂຶ້ນໄປເຖິງສະຫວັນຊັ້ນສາມ ຈະໄປທັງກາຍຫລືບໍ່ມີກາຍກໍບໍ່ຮູ້, ພຣະເປັນເຈົ້າເທົ່ານັ້ນຮູ້. 3. ຂ້າພະເຈົ້າຮູ້ແຕ່ວ່າ ຄົນນັ້ນຖືກຍົກຂຶ້ນໄປເຖິງສະຖານທີ່ບໍລົມມະສຸກ, ຈະໄປທັງກາຍຫລືບໍ່ມີກາຍກໍບໍ່ຮູ້, ພຣະເປັນເຈົ້າຮູ້. 4.ຄົນນັ້ນໄດ້ຍິນຄຳເວົ້າທີ່ບໍ່ສາມາດແປອອກໄດ້. ແລະມະນຸດບໍ່ມີສິດກ່າວອອກມາດ້ວຍ. 5.ສຳລັບຄົນຜູ້ນັ້ນ ຂ້າພະເຈົ້າອວດໄດ້, ແຕ່ສຳລັບຂ້າພະເຈົ້າເອງ ຂ້າພະເຈົ້າຈະອວດຕົວໃນຄວາມອ່ອນແອຂອງຕົນ. 6.ແຕ່ຖ້າວ່າຂ້າພະເຈົ້າຢາກອວດຕົວ, ຂ້າພະເຈົ້າກໍບໍ່ເປັນຄົນເສຍສະຕິ, ຍ້ອນຂ້າພະເຈົ້າເວົ້າຄວາມຈິງ. ຂ້າພະເຈົ້າອົດກັ້ນໄວ້ ເພື່ອບໍ່ໃຫ້ມີໃຜຍົກຍໍຂ້າພະເຈົ້າ ເກີນກວ່າທີ່ເຂົາເຫັນຢູ່ໃນຂ້າພະເຈົ້າ ຫລືໄດ້ຍິນຊ່າລືເຖິງຂ້າພະເຈົ້າ. 7.ແລະເພື່ອບໍ່ໃຫ້ຂ້າພະເຈົ້າຈອງຫອງອວດຕົວໃນສິ່ງແປກປະຫລາດ ທີ່ຂ້າພະເຈົ້າໄດ້ຮັບນັ້ນ ພຣະອົງຈຶ່ງບັນດານໃຫ້ມີສ້ຽນໜາມຝັງຢູ່ໃນຊີ້ນຂອງຂ້າພະເຈົ້າ, ເປັນຄືລູກສະໝຸນຂອງຊາຕານ ເພື່ອຕົບຕີຂ້າພະເຈົ້າໄວ້ ບໍ່ໃຫ້ຂ້າພະເຈົ້າອວດຕົວເກີນໄປ. 8.ຍ້ອນເຫດນີ້, ຂ້າພະເຈົ້າຈຶ່ງວອນຂໍພຣະເຈົ້າເຖິງສາມເທື່ອ ຂໍໃຫ້ຂັບໄລ່ມັນອອກຈາກຕົວຂ້າພະເຈົ້າ. 9.ແຕ່ພຣະອົງຊົງຕອບວ່າ: “ພຣະຄຸນຂອງເຮົາກໍພໍຊ່ວຍເຈົ້າໄດ້ແລ້ວ, ຍ້ອນວ່າລິດເດດຂອງເຮົາເກີດຜົນສຳເລັດໃນຄວາມອ່ອນແອ.” ດັ່ງນີ້ ຂ້າພະເຈົ້າຍິນດີອວດຕົວໃນຄວາມອ່ອນແອຂອງຂ້າພະເຈົ້າເອງ, ເພື່ອໃຫ້ລິດເດດຂອງພຣະກຣິສໂຕສະຖິດຢູ່ໃນຕົວຂ້າພະເຈົ້າ. 10.ດ້ວຍເຫດນີ້, ຍ້ອນເຫັນພຣະກຣິສໂຕ, ຂ້າພະເຈົ້າຈຶ່ງຍິນດີຮັບເອົາຄວາມອ່ອນແອ, ການດ່າປ້ອຍ, ຄວາມຂັດໃຈ, ການບຽດບຽນ ແລະຄວາມຍາກລຳບາກຕ່າງໆ, ຍ້ອນວ່າ ເມື່ອໃດຂ້າພະເຈົ້າອ່ອນກຳລັງ ເວລານັ້ນຂ້າພະເຈົ້າເປັນຜູ້ແຂງແຮງ.”
ເປົາໂລເປັນຫ່ວງນຳກຸ່ມກຣິສຕະຊົນເມືອງໂກຣິນໂທ
11. ຂ້າພະເຈົ້າກາຍເປັນຄົນເສຍສະຕິແລ້ວນໍ! ແມ່ນພວກພີ່ນ້ອງໄດ້ບັງຄັບໃຫ້ຂ້າພະເຈົ້າເປັນ, ແມ່ນພວກພີ່ນ້ອງເອງທີ່ຄວນຈະຕ້ອງຍ້ອງຍໍຂ້າພະເຈົ້າ. ແມ່ນວ່າຂ້າພະເຈົ້າບໍ່ເປັນຄົນວິເສດຫຍັງ, ຂ້າພະເຈົ້າກໍບໍ່ໄດ້ນ້ອຍໜ້າພວກອັກຄະທຳມະທູດຊັ້ນຜູ້ໃຫຍ່ເຫລົ່ານັ້ນແຕ່ປະການໃດເລີຍ. 12.ຕາມຈິງແລ້ວ, ລັກສະນະພິເສດຂອງອັກຄະທຳມະທູດກໍໄດ້ປາກົດແຈ້ງອອກມາໃຫ້ພວກພີ່ນ້ອງເຫັນແລ້ວຄື ຄວາມພາກພຽນ, ໝາຍສຳຄັນ, ການອັດສະຈັນແລະລິດເດດຕ່າງໆ. 13.ພວກພີ່ນ້ອງເສຍປຽບກຸ່ມກຣິສຕະຊົນອື່ນໆໃນຂໍ້ໃດແດ່? ເວັ້ນໄວ້ແຕ່ຂໍ້ນີ້ຄື ເຮົາບໍ່ໄດ້ໃຫ້ພວກພີ່ນ້ອງຕ້ອງຫຍຸ້ງຍາກນຳເຮົາເທົ່ານັນ. ສຳລັບການພາດຜິດນັ້ນ ຂໍພວກພີ່ນ້ອງອະໄພໃຫ້ເຮົາດ້ວຍ. 14.ເຫັນບໍ, ບັດນີ້ເປັນເທື່ອທີສາມ ທີ່ຂ້າພະເຈົ້າຕຽມການຈະມາຫາພວກພີ່ນ້ອງ, ຂ້າພະເຈົ້າຈະບໍ່ໃຫ້ພວກພີ່ນ້ອງຫຍຸ້ງຍາກນຳຂ້າພະເຈົ້າ ຍ້ອນວ່າຂ້າພະເຈົ້າບໍ່ຕ້ອງການຫຍັງນຳພວກພີ່ນ້ອງ, ຕ້ອງການແຕ່ຕົວພວກພີ່ນ້ອງເທົ່ານັ້ນ. ຍ້ອນວ່າລູກຈະທ້ອນໂຮມຊັບໄຫ້ພໍ່ແມ່ ກໍບໍ່ສົມຄວນ, ແຕ່ແມ່ນພໍ່ແມ່ທ້ອນໂຮມຊັບໄວ້ໃຫ້ລູກ. 15.ສຳລັບຂ້າພະເຈົ້ານັ້ນ, ຂ້າພະເຈົ້າມີຄວາມຍິນດີທີ່ຈະສະລະຊັບ ແລະເຫື່ອແຮງຂອງຕົນເພື່ອພວກພີ່ນ້ອງ. ຖ້າຂ້າພະເຈົ້າຮັກແພງພວກພີ່ນ້ອງຫລາຍຂຶ້ນແລ້ວ, ພວກພີ່ນ້ອງຈະຮັກຂ້າພະເຈົ້າໜ້ອຍລົງບໍ? 16.ບາງທີພວກພີ່ນ້ອງຍອມຮັບວ່າ ຂ້າພະເຈົ້າເອງບໍ່ໄດ້ໃຫ້ພວກພີ່ນ້ອງຫຍຸ້ງຍາກນຳ, ແຕ່ພວກພີ່ນ້ອງກໍເວົ້າວ່າ ຂ້າພະເຈົ້າໃຊ້ກົນອຸບາຍເອົາລັດເອົາປຽບພວກພີ່ນ້ອງ. 17.ເວລາຂ້າພະເຈົ້າສົ່ງຄົນເຫລົ່ານັ້ນມາຫາພວກພີ່ນ້ອງ, ຂ້າພະເຈົ້າໄດ້ໂກງເອົາຫຍັງຈາກພວກພີ່ນ້ອງບໍ? 18. ຂ້າພະເຈົ້າຂໍໃຫ້ໃຫ້ຕີໂຕມາກັບພວກພີ່ນ້ອງອີກຜູ້ໜຶ່ງ, ຕີໂຕໄດ້ໂກງເອົາຫຍັງຈາກພວກພີ່ນ້ອງແດ່ບໍ? ພວກເຮົາທັງສອງບໍ່ໄດ້ດຳເນີນການໄປດ້ວຍມີຈິດໃຈດຽວກັນບໍ? ບໍ່ໄດ້ເດີນຕາມຮ່ອງຮອຍດຽວກັນບໍ? 19.ພວກພີ່ນ້ອງຄົງຄິດແຕ່ດົນນານແລ້ວວ່າ ພວກເຮົາເວົ້າແກ້ຕົວຕໍ່ໜ້າພວກພີ່ນ້ອງ. ຕາມຈິງແລ້ວ ພວກເຮົາເວົ້າໃນພຣະກຣິສໂຕ ຕໍ່ພຣະພັກພຣະເຈົ້າ. ພີ່ນ້ອງທີ່ຮັກ, ທຸກສິ່ງທີ່ພວກເຮົາໄດ້ກະທຳມານັ້ນ ກໍເພື່ອຊ່ວຍພວກພີ່ນ້ອງຈະເລີນຂຶ້ນ. 20. ຂ້າພະເຈົ້າຢ້ານວ່າ ເມື່ອຂ້າພະເຈົ້າມາຮອດ ອາດຈະບໍ່ໄດ້ເຫັນພວກພີ່ນ້ອງ ເປັນເໝືອນດັ່ງພວກພີ່ນ້ອງຢາກເຫັນດ້ວຍ. ຢ້ານວ່າຈະເກີດມີແນວໃດແນວໜຶ່ງຂຶ້ນ ຄື ມີການຜິດຖຽງກັນ, ອິດສາກັນ, ຄຽດກັນ, ມັກໃຫຍ່ໃຝ່ສູງໃສ່ກັນ, ກ່າວຂວັນນິນທາກັນ, ເວົ້າຊຸບຊິບສຽດສີໃສ່ກັນ, ຈອງຫອງພອງຂົນ, ກໍ່ຄວາມວຸ້ນວາຍເກາະຜິດກັນ. 21. ຂ້າພະເຈົ້າຢ້ານວ່າ ເມື່ອເຮົາມາຮອດ; ພຣະເຈົ້າຂອງຂ້າພະເຈົ້າ ຈະທຳໃຫ້ຂ້າພະເຈົ້າຖືກອັບອາຍຕໍ່ໜ້າພວກພີ່ນ້ອງ, ແລະຕ້ອງທຸກອຸກໃຈ ຍ້ອນຫລາຍຄົນໄດ້ທຳຜິດມາກ່ອນແລ້ວ, ແລະບໍ່ຍອມກັບໃຈປະຖິ້ມສິ່ງໂສໂຄກ, ການລ່ວງປະເວນີ ແລະການລາມົກຕ່າງໆ ທີ່ເຂົາໄດ້ກະທຳຢູ່ນັ້ນ.