ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂກຣິນໂທ ສະບັບທີ 2
ພາກທີ 11
ເປົາໂລແລະທຳມະທູດທຽມ
1. ຂ້າພະເຈົ້າຢາກໃຫ້ພວກພີ່ນ້ອງອົດທົນຄວາມໂງ່ຂອງຂ້າພະເຈົ້າໜ້ອຍໜຶ່ງ. ແຕ່ຕາມຈິງ ພວກພີ່ນ້ອງກໍອົດທົນນຳຢູ່ແລ້ວ. 2.ຍ້ອນວ່າຂ້າພະເຈົ້າຫວງແຫນພວກພີ່ນ້ອງຕາມຢ່າງພຣະເຈົ້າຫວງແຫນ, ເຫດວ່າຂ້າພະເຈົ້າໝາຍໝັ້ນພວກພີ່ນ້ອງໄວ້ສຳລັບຊາຍຄົນດຽວ ເພື່ອນຳຖະຫວາຍແດ່ພຣະກຣິສໂຕເຈົ້າ ດັ່ງສາວພົມມະຈາລີບໍລິສຸດ. 3.ແຕ່ຂ້າພະເຈົ້າຍັງຢ້ານວ່າ ງູທີ່ໄດ້ໃຊ້ກົນອຸບາຍມາຫລອກລວງນາງເອວາແຕ່ກ່ອນນັ້ນ ຈະມາຫລອກລວງໃຫ້ຈິດໃຈພວກພີ່ນ້ອງ ຫລົງໄຫລໄປຈາກຄວາມສັດຊື່ບໍລິສຸດຕໍ່ພຣະກຣິສໂຕເຈົ້າ. 4.ເຫດວ່າ ຖ້າມີໃຜມາປະກາດສັ່ງສອນເລື່ອງພຣະເຢຊູອີກອົງໜຶ່ງ ທີ່ຕ່າງກັບພຣະອົງຜູ້ເຮົາໄດ້ປ່າວປະກາດນັ້ນ, ຫລືຖ້າພວກພີ່ນ້ອງໄດ້ຮັບພຣະຈິດທີ່ຕ່າງກັບພຣະຈິດທີ່ພວກພີ່ນ້ອງໄດ້ຮັບແຕ່ກ່ອນ ຫລືຮັບຂ່າວປະເສີດ ຊຶ່ງຕ່າງກັບພວກພີ່ນ້ອງໄດ້ຮັບນັ້ນ, ກໍເທົ່າກັບວ່າ ພວກພີ່ນ້ອງຍອມເຊື່ອຟັງເຂົາຢ່າງງ່າຍດາຍແທ້. 5. ຂ້າພະເຈົ້າຄຶດວ່າ ຂ້າພະເຈົ້າບໍ່ດ້ອຍກວ່າອັກຄະທຳມະທູດຊັ້ນຜູ້ໃຫຍ່ເຫລົ່ານັ້ນແມ່ນແຕ່ນ້ອຍເລີຍ. 6.ເຖິງແມ່ນວ່າຂ້າພະເຈົ້າບໍ່ມີໂວຫານ, ແຕ່ກໍຍັງມີຄວາມຮູ້. ຕາມຈິງແລ້ວ, ເຮົາໄດ້ສຳແດງຂໍ້ນີ້ຢ່າງແຈ່ມແຈ້ງໃຫ້ພວກພີ່ນ້ອງເຫັນ ໃນວຽກການທຸກຢ່າງແລ້ວ. 7. ຂ້າພະເຈົ້າໄດ້ທຳຜິດບໍ ໃນການທີ່ຂ້າພະເຈົ້າໄດ້ຖ່ອມຕົວລົງເພື່ອຍົກຍໍພວກພີ່ນ້ອງຂຶ້ນ ດ້ວຍການປ່າວປະກາດຂ່າວປະເສີດຂອງພຣະເຈົ້າແກ່ພວກພີ່ນ້ອງລ້າໆໂດຍບໍ່ຄຶດຄ່າຫຍັງ. 8. ຂ້າພະເຈົ້າໄດ້ປຸ້ນຊັບກຸ່ມກຣິສຕະຊົນອື່ນ ດ້ວຍການຮັບເອົາເງິນສົງເຄາະຈາກເຂົາມາລ້ຽງຊີວິດ ເພື່ອຮັບໃຊ້ພວກພີ່ນ້ອງ. 9.ແລະເມື່ອຂ້າພະເຈົ້າຢູ່ກັບພວກພີ່ນ້ອງ ແລະກຳລັງຂາດເຂີນນັ້ນ, ຂ້າພະເຈົ້າກໍບໍ່ໄດ້ເຮັດໃຫ້ຜູ້ໃດຫຍຸ້ງຍາກນຳ, ຍ້ອນວ່າພີ່ນ້ອງທີ່ມາຈາກມາເຊດວນ ໄດ້ຊ່ວຍຂ້າພະເຈົ້າໃຫ້ມີພໍແກ່ຄວາມຕ້ອງການ. ຂ້າພະເຈົ້າລະວັງບໍ່ໃຫ້ພວກພີ່ນ້ອງຫຍຸ້ງຍາກນຳໃນທາງໃດທາງໜຶ່ງ. ແລະຈະລະວັງຢູ່ຢ່າງນີ້ຕໍ່ໄປ. 10.ຄວາມຈິງຂອງພຣະກຣິສໂຕມີຢູ່ໃນຕົວຂ້າພະເຈົ້າຢ່າງແນ່ນອນ ຈົນບໍ່ມີໃຜໃນແຂວງອາກາຢາ ສາມາດຫ້າມປາມຂ້າພະເຈົ້າບໍ່ໃຫ້ອວດເລື່ອງນີ້. 11.ເປັນຫຍັງ? ຍ້ອນຂ້າພະເຈົ້າບໍ່ຮັກພວກພີ່ນ້ອງບໍ? ພຣະເຈົ້າເທົ່ານັ້ນຮູ້. 12.ສິ່ງໃດທີ່ເຮົາທຳຢູ່ດຽວນີ້, ເຮົາກໍຈະທຳຕໍ່ໄປ ເພື່ອບໍ່ໃຫ້ຄົນເຫລົ່ານັ້ນມີໂອກາດອວດຕົວໄດ້ວ່າ ງານທີ່ເຂົາທຳນັ້ນແມ່ນງານແບບດຽວກັບຂອງເຮົາ. 13.ຍ້ອນວ່າຄົນແບບນັ້ນແມ່ນອັກຄະທຳມະທູດທຽມ, ເປັນຄົນງານທີ່ຫລອກລວງ ທີ່ປອມຕົວເປັນອັກຄະທຳມະທູດຂອງພຣະກຣິສໂຕ. 14.ການກະທຳດັ່ງນີ້ກໍບໍ່ແປກປະຫລາດຫຍັງ, ຜີຊາຕານເອງກໍຍັງປອມຕົວເປັນທູດແຫ່ງຄວາມສະຫວ່າງໄດ້. 15.ດັ່ງນີ້ຈຶ່ງບໍ່ແປກປະຫລາດຫຍັງ ທີ່ຜູ້ຮັບໃຊ້ຂອງຊາຕານຈະປອມຕົວເປັນຜູ້ຮັບໃຊ້ຂອງພວກຊອບທຳ. ແຕ່ທ້າຍສຸດຂອງເຂົາຈະເປັນໄປຕາມການກະທຳຂອງເຂົາ.
ຄວາມທຸກລຳບາກທີ່ເປົາໂລຕ້ອງແບກຫາມເອົາ
16. ຂ້າພະເຈົ້າຂໍເວົ້າຊ້ຳອີກວ່າ ຢ່າໃຫ້ໃຜຄິດວ່າຂ້າພະເຈົ້າເສຍຈິດ. ຊັ້ນກໍໃຫ້ຖືເອົາຂ້າພະເຈົ້າເປັນຄົນເສຍຈິດສາ ແລ້ວຂ້າພະເຈົ້າຈະໄດ້ອວດອ້າງຕົວແດ່ສັກໜ້ອຍໜຶ່ງ. 17.ການທີ່ຂ້າພະເຈົ້າເວົ້າຢ່າງນີ້, ຂ້າພະເຈົ້າບໍ່ໄດ້ເວົ້າຕາມຫລັກຂອງພຣະອົງເຈົ້າ, ແຕ່ເວົ້າແບບຄົນເສຍຈິດແທ້ ທີ່ມີຄວາມໄວ້ໃຈໃນຄວາມໂອ້ອວດຂອງຕົນ. 18.ຍ້ອນວ່າມີຫລາຍຄົນເຄີຍອວດຕົວຕາມຢ່າງມະນຸດ, ຂ້າພະເຈົ້າກໍຈະອວດຄືກັນ. 19.ພວກພີ່ນ້ອງຍິນດີທົນຟັງຄົນເສຍຈິດເວົ້ານັ້ນ, ກໍຄົງຈະເປັນຍ້ອນພວກພີ່ນ້ອງເປັນຜູ້ສະຫລາດແລ້ວຕີ້. 20.ພວກພີ່ນ້ອງອົດທົນໃຫ້ເຂົາເອົາເປັນຂ້ອຍ, ໃຫ້ເຂົາກືນກິນ, ໃຫ້ເຂົາປຸ້ນເຈົ້າເອົາຂອງ, ໃຫ້ເຂົາໄດ້ປຽບ, ໃຫ້ເຂົາຕົບໜ້າ. 21. ຂ້າພະເຈົ້າຂໍເວົ້າດ້ວຍຄວາມລະອາຍວ່າ ສຳລັບເລື່ອງເຫລົ່ານີ້, ພວກເຮົາຄືຄົນອ່ອນແອເກີນໄປ. ບໍ່ວ່າໃຜຈະກ້າອວດໃນເລື່ອງໃດ (ຂ້າພະເຈົ້າເວົ້າຄືຄົນເສຍຈິດ), ຂ້າພະເຈົ້າກໍກ້າອວດໃນເລື່ອງນັ້ນຄືກັນ. 22.ເຂົາເປັນໄທເຮເບີຣບໍ? ຂ້າພະເຈົ້າກໍເປັນຄືກັນ. ເຂົາເປັນຊາວອິດສະລະແອນບໍ? ຂ້າພະເຈົ້າກໍເປັນຄືກັນ. ເຂົາເປັນເຊື້ອສາຍຂອງອາບຣາຮຳບໍ? ຂ້າພະເຈົ້າກໍເປັນຄືກັນ. 23.ເຂົາເປັນຜູ້ຮັບໃຊ້ພຣະກຣິສໂຕບໍ? ຂ້າພະເຈົ້າເປັນລື່ນເຂົາອີກ (ຂ້າພະເຈົ້າເວົ້າແບບຄົນເສຍຈິດ) ຂ້າພະເຈົ້າອິດອ່ອນທຳງານຫລາຍກວ່າພວກເຂົາອີກ. ຖືກຕິດຄຸກຕະລາງຫລາຍກວ່າ. ຖືກຂ້ຽນຕີເກີນຂະໜາດ. ຫວິດຕາຍມາແລ້ວຫລາຍເທື່ອ. 24.ພວກຢິວຂ້ຽນຕີຂ້າພະເຈົ້າຫ້າເທື່ອ ເທື່ອລະສາມສິບເກົ້າບາດ. 25.ຖືກຂ້ຽນດ້ວຍແສ້ຫວາຍສາມເທື່ອ. ຖືກເຂົາແກວ່ງກ້ອນຫິນໃສ່ເທື່ອໜຶ່ງ. ຖືກເຮືອຫລົ້ມສາມເທື່ອ, ນອນຢູ່ພື້ນທະເລມື້ໜຶ່ງກັບຄືນໜຶ່ງ. 26.ຕ້ອງເດີນທາງໄປມາຢູ່ບໍ່ຂາດ. ພົບອັນຕະລາຍທາງນ້ຳ, ພົບອັນຕະລາຍຈາກໂຈນຜູ້ຮ້າຍ, ຈາກເພື່ອນຮ່ວມຊາດ, ຈາກຄົນຕ່າງຊາດ. ພົບອັນຕະລາຍໃນເມືອງ, ໃນປ່າ, ໃນທະເລ, ຈາກພວກພີ່ນ້ອງຜູ້ທໍລະຍົດ. 27.ຕ້ອງເມື່ອຍເພຍແລະຍາກລຳບາກ. ຕ້ອງອົດຫລັບອົດນອນເລື້ອຍໆ. ຫິວເຂົ້າຫິວນ້ຳ ແລະອົດອາຫານເລື້ອຍໆ. ຕ້ອງທົນໜາວແລະເປືອຍຕົວ. 28.ນອກຈາກນັ້ນ ຍັງມີວຽກປະຈຳວັນບີບຄັ້ນຂ້າພະເຈົ້າຢູ່ ພ້ອມທັງຄວາມສົນລະວົນນຳກຸ່ມກຣິສຕະຊົນທັງຫລາຍ. 29.ມີໃຜແດ່ອ່ອນແຮງບໍ ແລະຂ້າພະເຈົ້າບໍ່ໄດ້ອ່ອນແຮງນຳ? ມີໃຜພາດທ່າເສຍທີບໍ, ແລະຂ້າພະເຈົ້າບໍ່ເປັນທຸກເປັນຮ້ອນນຳດ້ວຍ?
30.ຖ້າວ່າຕ້ອງເວົ້າອວດຕົວ, ຂ້າພະເຈົ້າຈະອວດຕົວໃນເລື່ອງຄວາມອ່ອນຂອງຂ້າພະເຈົ້າເອງ. 31.ພຣະເປັນເຈົ້າ, ພຣະບິດາຂອງພຣະເຢຊູກຣິສໂຕ, ພຣະອົງຜູ້ສົມໄດ້ຮັບການຍ້ອງຍໍສັນຣະເສີນຕະຫລອດນິຣັນດອນນັ້ນ, ຊົງຊາບດີວ່າຂ້າພະເຈົ້າບໍ່ໄດ້ເວົ້າຕົວະ. 32.ເຈົ້າເມືອງຂອງກະສັດອາເຣຕັດ ຢູ່ນະຄອນດາມາດ ໄດ້ສັ່ງໃຫ້ທະຫານອ້ອມເມືອງໄວ້ ເພື່ອຈະໄດ້ຈັບຕົວຂ້າພະເຈົ້າ. 33.ແຕ່ເຂົາເຈົ້າໄດ້ເອົາຂ້າພະເຈົ້າໃສ່ກະບຸງໃຫຍ່ ຢ່ອນລົງທາງປ່ອງຢ້ຽມ ຜ່ານກຳແພງເມືອງ ລົງດິນ, ດັ່ງນີ້ ຂ້າພະເຈົ້າຈຶ່ງໄດ້ຫວິດຈາກເງື່ອມມືຂອງທ່ານເຈົ້າເມືອງ.