ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂກຣິນໂທ ສະບັບທີ 2

ພາກທີ 10

ເປົາໂລໂຕ້ຕອບຄຳກ່າວຫາ

1. ຂ້າພະເຈົ້າເປົາໂລ ຂໍວິງວອນພີ່ນ້ອງທັງຫລາຍດ້ວຍໂຕເອງ ໂດຍເຫັນແກ່ຄວາມສຸພາບອ່ອນຫວານ ແລະນ້ຳພຣະໄທກະລຸນາຂອງພຣະກຣິສໂຕ, ຂ້າພະເຈົ້າ ຜູ້ຊຶ່ງວ່າເປັນຄົນສຸພາບຖ່ອມຕົນ ເມື່ອຢູ່ຕໍ່ໜ້າພວກພີ່ນ້ອງ, ແຕ່ເມື່ອຢູ່ໄກ ກໍເປັນຄົນໃຈກ້າແຂງ. 2. ຂ້າພະເຈົ້າວອນຂໍພວກພີ່ນ້ອງວ່າ ເມື່ອຂ້າພະເຈົ້າມາຢູ່ນຳພວກພີ່ນ້ອງ ຂໍຢ່າໃຫ້ຂ້າພະເຈົ້າສະແດງເປັນຄົນກ້າແຂງ ດັ່ງທີ່ຂ້າພະເຈົ້າຄຶດບັງອາດຢາກສະແດງຕໍ່ບາງຄົນທີ່ຄຶດວ່າ ເຮົາຍັງປະພຶດຕົວຕາມແບບເນື້ອໜັງ. 3.ແມ່ນວ່າເຮົາຢູ່ໃນໂລກກໍຈິງ, ແຕ່ເຮົາບໍ່ໄດ້ສູ້ຮົບຕາມແບບເນື້ອໜັງ. 4.ຍ້ອນວ່າເຄື່ອງອາວຸດຂອງເຮົາບໍ່ແມ່ນມາຈາກຝ່າຍໂລກ ລິດອຳນາດຂອງມັນມາຈາກພຣະເຈົ້າ ເພື່ອໃຊ້ທຳລາຍປ້ອມອັນເຂັ້ມແຂງຕ່າງໆໄດ້. ຄືທຳລາຍຄວາມຄຶດທີ່ມີເຫດຜົນອັນບໍ່ຈິງ, 5.ແລະອຳນາດຈອງຫອງຕ່າງໆທີ່ຕັ້ງຕົວຂຶ້ນ ຂັດຂວາງຄວາມຮູ້ຈັກພຣະເປັນເຈົ້າ. ພວກເຮົາຜາບຄວາມຄຶດທຸກຢ່າງລົງຢູ່ໃຕ້ບັງຄັບ ຈົນໃຫ້ມັນຍອມເຊື່ອຟັງພຣະກຣິສໂຕເຈົ້າ. 6.ແລະເມື່ອພວກພີ່ນ້ອງຍອມເຊື່ອຟັງຢ່າງສົມບູນແລ້ວ, ເຮົາກໍຕຽມພ້ອມທີ່ຈະລົງໂທດທຸກຄົນທີ່ບໍ່ຍອມເຊື່ອຟັງ. 7.ຈົ່ງແນມເບິ່ງສິ່ງທີ່ປາກົດແກ່ຕາໃຫ້ດີ. ຖ້າຜູ້ໃດແນ່ໃຈວ່າ ຕົນເປັນຄົນຂອງພຣະກຣິສໂຕແລ້ວ, ກໍໃຫ້ຜູ້ນັ້ນຄຳນຶງເຖິງຕົວເອງວ່າ ຖ້າເຂົາເປັນຄົນຂອງພຣະກຣິສໂຕ ເຮົາກໍເປັນຄົນຂອງພຣະກຣິສໂຕຄືກັນ. 8.ເຖິງແມ່ນວ່າຂ້າພະເຈົ້າໄດ້ອວດອ້າງໄປຫລາຍແດ່ ໃນເລື່ອງອຳນາດທີ່ພຣະອົງພຣະເຈົ້າໄດ້ປະທານໃຫ້ ເພື່ອເສີມສ້າງພວກພີ່ນ້ອງ ບໍ່ແມ່ນເພື່ອທຳລາຍ, ຂ້າພະເຈົ້າກໍຈະມີຄວາມລະອາຍ. 9. ຂ້າພະເຈົ້າເວົ້າດັ່ງນີ້ ເພື່ອບໍ່ໃຫ້ພວກພີ່ນ້ອງຄຶດວ່າ ຂ້າພະເຈົ້າຢາກໃຫ້ພວກພີ່ນ້ອງມີຄວາມຢ້ານກົວຍ້ອນຈົດໝາຍຂອງຂ້າພະເຈົ້າ. 10.ຍ້ອນມີບາງຄົນເວົ້າວ່າ: “ຈົດໝາຍຂອງເປົາໂລນັ້ນມີນ້ຳໜັກ ແລະມີອຳນາດກໍຈິງຢູ່, ແຕ່ຕົວເພິ່ນເບິ່ງຄືອ່ອນແຮງ, ແລະຖ້ອຍຄຳຂອງເພິ່ນກໍໃຊ້ການບໍ່ໄດ້”. 11.ຈົ່ງບອກໃຫ້ຄົນນັ້ນເຂົ້າໃຈດັ່ງນີ້ວ່າ ເມື່ອເຮົາບໍ່ຢູ່, ເຮົາເວົ້າໃນຈົດໝາຍວ່າຢ່າງໃດ; ເມື່ອເຮົາມາແລ້ວ, ເຮົາກໍຈະເຮັດຢ່າງນັ້ນ. 12.ຍ້ອນເຮົາບໍ່ກ້າປຽບຕົວເອງໃສ່ກັບບາງຄົນທີ່ຍ້ອງຍໍຕົວເອງ, ແຕ່ເມື່ອເຂົາເອົາຕົວເອງມາເປັນເຄື່ອງວັດຕວງ ແລະປຽບໃສ່ກັນແລະກັນແລ້ວ, ເຂົາກໍແມ່ນຄົນຫົວເສຍ. 13.ສ່ວນເຮົາ, ເຮົາບໍ່ໄດ້ໂອ້ອວດສິ່ງໃດເກີນຂອບເຂດ, ແຕ່ວ່າຈະອວດຕົວໃນຂອບເຂດທີ່ພຣະເປັນເຈົ້າຈັດໄວ້ໃຫ້ເທົ່ານັ້ນ, ແລະພວກພີ່ນ້ອງກໍຢູ່ໃນຂອບເຂດນັ້ນດ້ວຍ. 14.ການທີ່ເຮົາມາຈົນເຖິງພວກພີ່ນ້ອງນັ້ນ ບໍ່ແມ່ນເປັນການລ່ວງລະເມີດຂອບເຂດອັນຄວນ. ເຮົາແມ່ນພວກທຳອິດທີ່ນຳຂ່າວປະເສີດຂອງພຣະກຣິສໂຕ ມາປະກາດແກ່ພວກພີ່ນ້ອງ. 15.ເຮົາບໍ່ໄດ້ອວດຕົວເກີນຂອບເຂດ. ບໍ່ໄດ້ເອົາວຽກການທີ່ຄົນອື່ນເຮັດ ມາອວດ, ແຕ່ເຮົາຫວັງໃຈວ່າ ເມື່ອຄວາມເຊື່ອຂອງພວກພີ່ນ້ອງຈະເລີນຂຶ້ນຫລາຍແລ້ວ, ວຽກການຂອງເຮົາກໍຈະຂະຫຍາຍເຂດອອກໄປຢ່າງກວ້າງຂວາງໃນໝູ່ພວກພີ່ນ້ອງ. 16.ເມື່ອເຮົາຈະໄປປ່າວປະກາດຂ່າວປະເສີດໃນເຂດທີ່ຢູ່ນອກທ້ອງຖິ່ນຂອງພວກພີ່ນ້ອງ ໂດຍບໍ່ອວດເລື່ອງການງານທີ່ຄົນອື່ນໄດ້ກະທຳໄວ້ແລ້ວ. 17.ຖ້າຜູ້ໃດຈະອວດຕົວ, ກໍໃຫ້ອວດຕົວໃນພຣະອົງເຈົ້າເຖີດ. 18.ບໍ່ແມ່ນຜູ້ທີ່ຍົກຍ້ອງຕົວເອງດອກ, ຈະເປັນທີ່ນັບຖືຂອງຄົນອື່ນ. ຜູ້ທີ່ເປັນຕານັບຖືນັ້ນແມ່ນຜູ້ທີ່ພຣະເປັນເຈົ້າຊົງຍົກຍ້ອງນັ້ນເອງ.