ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂກຣິນໂທ ສະບັບທີ 2
ພາກທີ 1
ຈົດໝາຍຂອງນັກບຸນເປົາໂລຂຽນເຖິງສັດຕະບຸຣຸດຢູ່ເມືອງໂກຣິນໂທສະບັບທີ 2
ຖາມຂ່າວ
1. ຂ້າພະເຈົ້າເປົາໂລ ອັກຄະທຳມະທູດຂອງພຣະເຢຊູກຣິສໂຕ ຕາມນ້ຳພຣະໄທຂອງພຣະເຈົ້າ ພ້ອມທັງຕີໂມເທພີ່ນ້ອງຂອງເຮົາ, ເຖິງກຸ່ມກຣິສຕະຊົນຂອງພຣະເຈົ້າຢູ່ເມືອງໂກຣິນໂທ ແລະພວກສັດຕະບຸຣຸດທຸກຖ້ວນໜ້າທີ່ຢູ່ໃນແຂວງອາກາຍຢາ. 2.ຂໍພຣະຄຸນແລະສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາຂອງພວກເຮົາ ແລະພຣະເຢຊູກຣິສໂຕພຣະເຈົ້າຂອງເຮົາທັງຫລາຍ ຈົ່ງສະຖິດຢູ່ນຳພວກພີ່ນ້ອງທຸກຄົນເທີ້ນ!
ຂອບພຣະຄຸນພຣະເປັນເຈົ້າ
3.ຂໍຖະຫວາຍພອນແດ່ພຣະເປັນເຈົ້າ, ພຣະບິດາຂອງພຣະເຢຊູກຣິສໂຕ ພຣະເຈົ້າຂອງເຮົາທັງຫລາຍ, ພຣະບິດາຜູ້ຊົງເມດຕາ ແລະພຣະເຈົ້າແຫ່ງຄວາມບັນເທົາທຸກຢ່າງ. 4.ພຣະອົງຊົງບັນເທົາໃຈພວກເຮົາໃນຄວາມທຸກຍາກລຳບາກຕ່າງໆຂອງເຮົາ, ເພື່ອໃຫ້ພວກເຮົາສາມາດບັນເທົາໃຈພວກທີ່ຕ້ອງຕົກທຸກໄດ້ຍາກຕ່າງໆ ດ້ວຍອາໄສຄວາມບັນເທົາໃຈທີ່ພວກເຮົາໄດ້ຮັບຈາກພຣະເປັນເຈົ້າອີກຕໍ່ໜຶ່ງ. 5.ຕາມຈິງແລ້ວ ພວກເຮົາໄດ້ຮັບຄວາມທຸກທໍຣະມານຮ່ວມກັບພຣະກຣິສໂຕເຈົ້າມາກມາຍປານໃດ, ພວກເຮົາກໍຈະໄດ້ຮັບຄວາມບັນເທົາໃຈໂດຍທາງພະ ກຣິສໂຕເຈົ້າ ມາກມາຍປານນັ້ນດ້ວຍ. 6.ພວກເຮົາຖືກທຸກຍາກລຳບາກບໍ? ນັ້ນກໍເພື່ອທຸເລົາໃຈ ແລະຊ່ວຍພວກພີ່ນ້ອງໃຫ້ຮອດ. ພວກເຮົາໄດ້ຮັບຄວາມທຸເລົາໃຈບໍ? ນັ້ນກໍເພື່ອໃຫ້ພວກພີ່ນ້ອງໄດ້ຮັບຄວາມທຸເລົາໃຈດ້ວຍ, ຊຶ່ງແມ່ນຄວາມບັນເທົາໃຈ ທີ່ຊ່ວຍໃຫ້ພວກພີ່ນ້ອງສູ້ທົນຄວາມລຳບາກ ຢ່າງດຽວກັນກັບທີ່ພວກເຮົາທົນສູ້ນັ້ນແລ້ວ. 7.ພວກເຮົາມີຄວາມຫວັງໝັ້ນຄົງໃນຕົວພວກພີ່ນ້ອງ, ຍ້ອນພວກເຮົາຮູ້ວ່າ ເມື່ອພວກພີ່ນ້ອງຮ່ວມໃນຄວາມທຸກຂອງພວກເຮົາ, ພວກພີ່ນ້ອງກໍຈະມີສ່ວນໃນຄວາມບັນເທົາໃຈຂອງພວກເຮົາດ້ວຍ. 8.ພີ່ນ້ອງທີ່ຮັກ, ເຮົາຢາກໃຫ້ພວກພີ່ນ້ອງຊາບເຖິງຄວາມທຸກລຳບາກ ທີ່ພວກເຮົາໄດ້ຮັບຢູ່ແຂວງອາຊີ ຄື ພວກເຮົາຖືກກົດຂີ່ເຫລືອກຳລັງ ຈົນໝົດຫວັງທີ່ຈະເອົາຕົວຮອດໄດ້. 9.ຕາມຈິງ ພວກເຮົາຄິດວ່າໄດ້ຖືກໂທດປະຫານຊີວິດແລ້ວ. ການທີ່ເປັນດັ່ງນີ້ ກໍເພື່ອໃຫ້ພວກເຮົາຢ່າໄວ້ໃຈຕົວເອງ, ແຕ່ໃຫ້ໄວ້ໃຈນຳພຣະເຈົ້າ ຜູ້ຊົງບັນດານໃຫ້ພວກຜູ້ຕາຍກັບເປັນຄືນມາ. 10.ພຣະອົງນັ້ນແລ້ວ ໄດ້ຊົງໂຜດໃຫ້ພວກເຮົາພົ້ນຈາກມໍລະນະໄພ ແລະຍັງຊ່ວຍໃຫ້ພົ້ນຢູ່ດຽວນີ້ ແລະພວກເຮົາໄວ້ໃຈວ່າ ພຣະອົງຈະຊ່ວຍອີກຕໍ່ໄປ. 11.ຂໍພີ່ນ້ອງທັງຫລາຍພາວະນາຊ່ວຍພວກເຮົາ. ດັ່ງນີ້ ແຮງມີຄົນສວດພາວະນາໃຫ້ຫລາຍ, ພວກເຮົາກໍແຮງຈະຂອບພຣະຄຸນພຣະເປັນເຈົ້າຫລາຍຂຶ້ນ ເມື່ອພວກເຮົາໄດ້ຮັບພຣະພອນນັ້ນ.
ເລື່ອງເລື່ອນການຢ້ຽມຢາມ
12.ສິ່ງທີ່ພວກເຮົາອວດຕົວໄດ້ ຄືມະໂນທຳຂອງເຮົາເປັນພິຍານຫລັກຖານວ່າ ພວກເຮົາໄດ້ປະພຶດຕົວຢ່າງໃດຕໍ່ໜ້າໂລກ ແລະພິເສດກັບພວກພີ່ນ້ອງ ຄື ພວກເຮົາໄດ້ທຳໄປດ້ວຍນ້ຳໄສໃຈຈິງ ຊຶ່ງມາຈາກພຣະເຈົ້າ ບໍ່ແມ່ນດ້ວຍຄວາມສະຫລາດຝ່າຍໂລກ ແຕ່ດ້ວຍອາໄສພຣະຄຸນຂອງພຣະເປັນເຈົ້າ. 13.ຕາມຈິງ ພວກເຮົາບໍ່ໄດ້ຂຽນຫຍັງອື່ນເຖິງພວກພີ່ນ້ອງ ນອກຈາກສິ່ງທີ່ພວກພີ່ນ້ອງສາມາດອ່ານແລະເຂົ້າໃຈໄດ້. ຂ້າພະເຈົ້າຫວັງວ່າພວກພີ່ນ້ອງຄົງຈະເຂົ້າໃຈດີໂດຍຕະຫລອດ. 14.ດັ່ງທີ່ພວກພີ່ນ້ອງໄດ້ເຂົ້າໃຈແດ່ເລັກນ້ອຍວ່າ ພວກພີ່ນ້ອງມີຄວາມພູມໃຈໃນພວກເຮົາ ແລະພວກເຮົາກໍຈະມີຄວາມພູມໃຈໃນພວກພີ່ນ້ອງ ໃນມື້ຂອງ ພຣະເຢຊູພຣະເຈົ້າຂອງພວກເຮົານັ້ນ ຄືກັນ. 15.ຍ້ອນຂ້າພະເຈົ້າແນ່ໃຈໃນເລື່ອງນີ້ ຈຶ່ງປາດຖະໜາຢາກມາຢ້ຽມຢາມພວກພີ່ນ້ອງກ່ອນ, ເພື່ອໃຫ້ພວກພີ່ນ້ອງມີຄວາມຍິນດີເປັນສອງຕໍ່, 16.ຄື ຂ້າພະເຈົ້າໝາຍໃຈວ່າຈະແວ່ຢາມພວກພີ່ນ້ອງ ໃນເວລາເດີນທາງໄປແຂວງມາເຊ ດວນ ແລະເມື່ອກັບຈາກແຂວງມາເຊດວນແລ້ວ ກໍຈະແວ່ຢາມພວກພີ່ນ້ອງອີກ, ເພື່ອໃຫ້ພວກພີ່ນ້ອງຫາວິທີສົ່ງເຮົາໄປແຂວງຢູເດຕໍ່ໄປ. 17.ເມື່ອໄດ້ຕັດສິນໃຈແບບນີ້, ແມ່ນຂ້າພະເຈົ້າທຳໄປດ້ວຍຄວາມລັງເລໃຈບໍ? ຫລືວ່າ ໂຄງການຂອງຂ້າພະເຈົ້ານັ້ນມາຈາກຄວາມຄິດຂອງມະນຸດ, ຈົນຂ້າພະເຈົ້າກ່າວອອກມາໄດ້ພ້ອມກັນບາດດຽວວ່າ “ແມ່ນແລະບໍ່ແມ່ນ”. 18. ຂ້າພະເຈົ້າຂໍເອົາພຣະເຈົ້າຜູ້ຊົງສັດຈິງມາເປັນພິຍານວ່າ: ຖ້ອຍຄຳທີ່ພວກຂ້າພະເຈົ້າເວົ້າກັບພວກພີ່ນ້ອງ ບໍ່ແມ່ນ “ແມ່ນແລະບໍ່ແມ່ນ” ພ້ອມກັນ. 19.ພຣະກຣິສໂຕເຢຊູພຣະບຸດຂອງພຣະເຈົ້າ ຊຶ່ງພວກຂ້າພະເຈົ້າ ຊິນວາໂນ, ຕີໂມເທ ແລະຕົວຂ້າພະເຈົ້າເອງ ໄດ້ປ່າວປະກາດໃນທ່າມກາງພວກພີ່ນ້ອງນັ້ນ ບໍ່ແມ່ນ “ແມ່ນແລະບໍ່ແມ່ນ” ພ້ອມກັນ. ໃນພຣະອົງມີແຕ່ “ແມ່ນ” ເທົ່ານັ້ນ. 20.ອັນທີ່ຈິງ ພຣະສັນຍາທັງສິ້ນຂອພຣະເຈົ້າກໍເປັນແຕ່ “ແມ່ນ” ໃນຕົວພຣະອົງ. ດ້ວຍເຫດນີ້ ພວກຂ້າພະເຈົ້າຈຶ່ງກ່າວຄຳວ່າ “ແມ່ນ” ໂດຍທາງພຣະກຣິສໂຕ ເພື່ອສີມຸງຄຸນຂອງພຣະເຈົ້າ, 21.ພຣະອົງຜູ້ຊົງທຳໃຫ້ພວກຂ້າພະເຈົ້າພ້ອມກັບພວກພີ່ນ້ອງໄດ້ຕັ້ງໝັ້ນຢູ່ໃນພຣະກຣິສໂຕ ແລະຜູ້ຊົງສະເຫລີມພວກເຮົາໃຫ້ເປັນຜູ້ສັກສິດນັ້ນ ກໍແມ່ນພຣະເຈົ້າເອງ. 22.ພຣະອົງຊົງປະທັບຕາຂອງພຣະອົງໃສ່ພວກເຮົາ ແລະຊົງປະທານພຣະຈິດເຈົ້າເປັນຂອງຄ້ຳປະກັນໄວ້ໃນຈິດໃຈຂອງພວກເຮົາ. 23.ຂໍພຣະເປັນເຈົ້າຊົງເປັນພິຍານໃຫ້ຂ້າພະເຈົ້າດ້ວຍ ຄືວ່າ ຂ້າພະເຈົ້າງົດການເດີນທາງມາເມືອງໂກຣິນໂທນີ້ ກໍເພື່ອໄວ້ໜ້າໄວ້ຕາພວກພີ່ນ້ອງເທົ່ານັ້ນ. 24.ບໍ່ແມ່ນວ່າພວກເຮົາຈະທຳຕົວເປັນນາຍບັງຄັບຄວາມເຊື່ອຂອງພວກພີ່ນ້ອງດອກ. ພວກເຮົາເປັນແຕ່ເພື່ອນຮ່ວມງານຂອງພວກພີ່ນ້ອງ ເພື່ອຄວາມຍິນດີຂອງພວກພີ່ນ້ອງເທົ່ານັ້ນ, ຍ້ອນພວກພີ່ນ້ອງໜັກແໜ້ນໃນຄວາມເຊື່ອແລ້ວ.