ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂກຣິນໂທ ສະບັບທີ 1

ພາກທີ 9

ເປົາໂລກ່າວເຖິງສິດຂອງເພິ່ນ

1. ຂ້າພະເຈົ້າບໍ່ມີເສລີພາບບໍ? ຂ້າພະເຈົ້າບໍ່ເປັນອັກຄະທຳມະທູດບໍ? ຂ້າພະເຈົ້າບໍ່ໄດ້ເຫັນພຣະເຢຊູພຣະອົງເຈົ້າຂອງພວກເຮົາບໍ? ພວກພີ່ນ້ອງບໍ່ແມ່ນຜົນງານຂອງຂ້າພະເຈົ້າໃນພຣະອົງເຈົ້າບໍ? 2.ຖ້າຫາກວ່າຂ້າພະເຈົ້າບໍ່ໄດ້ເປັນອັກຄະທຳມະທູດສຳລັບພວກອື່ນແລ້ວ ຢ່າງໜ້ອຍ ຂ້າພະເຈົ້າກໍເປັນອັກຄະທຳມະທູດສຳລັບພວກພີ່ນ້ອງ, ຍ້ອນວ່າພວກພີ່ນ້ອງເອງແມ່ນຕາຕຳແໜ່ງອັກຄະທຳມະທູດຂອງຂ້າພະເຈົ້າໃນພຣະອົງເຈົ້າ. 3.ເພື່ອຕໍ່ສູ້ກັບພວກທີ່ຟ້ອງຫາຂ້າພະເຈົ້ານັ້ນ, ຂ້າພະເຈົ້າຂໍປ້ອງກັນຕົວວ່າດັ່ງນີ້ຄື 4.ພວກເຮົາບໍ່ມີສິດຈະກິນແລະດື່ມບໍ? 5.ພວກເຮົາບໍ່ມີສິດເອົາຜູ້ຍິງກຣິສຕັງໄປນຳຄືພວກອັກຄະທຳມະທູດອື່ນໆ, ຄືພວກພີ່ນ້ອງຂອງພຣະອົງເຈົ້າ ແລະຄືເກຟາດກະທຳນັ້ນບໍ? 6.ມີແຕ່ຂ້າພະເຈົ້າຜູ້ດຽວກັບບາກນາເບເທົ່ານັ້ນບໍ ທີ່ບໍ່ມີສິດຢຸດທຳງານຫາລ້ຽງຊີບ? 7.ຜູ້ທີ່ເປັນທະຫານ ຕ້ອງຈົກຖົງຕົນມາລ້ຽງໂຕເອງບໍ? ຜູ້ປູກຕົ້ນອະງຸ່ນ ຈະບໍ່ກິນໝາກຂອງມັນບໍ? ຫລືຜູ້ລ້ຽງສັດ ຈະບໍ່ເອົານ້ຳນົມຈາກຝູງສັດນັ້ນມາກິນບໍ? 8.ອັນນີ້ແມ່ນທຳນຽມທີ່ມະນຸດເຄີຍມີບໍ? ພຣະບັນຢັດບໍ່ໄດ້ເວົ້າແບບດຽວກັນບໍ? 9.ຕາມຈິງແລ້ວ, ໃນພຣະບັນຢັດໂມແຊກໍຂຽນບອກວ່າ: “ຢ່າເອົາຊົບອັດປາກງົວເວລາມັນຢຽບເຂົ້າ” ພຣະເປັນເຈົ້າເປັນຫ່ວງນຳງົວບໍ? 10.ພຣະອົງກ່າວດັ່ງນີ້ ສຳລັບແຕ່ພວກເຮົາບໍ່ແມ່ນບໍ? ແມ່ນແທ້, ຂໍ້ຄວາມທີ່ໄດ້ຂຽນໄວ້ກໍແມ່ນເພື່ອພວກເຮົາ, ດ້ວຍວ່າ ຜູ້ໄຖນາກໍຕ້ອງໄຖດ້ວຍຄວາມຫວັງ; ຜູ້ຍີເຂົ້າ ກໍຕ້ອງຍີດ້ວຍມີຫວັງຈະໄດ້ຮັບສ່ວນຄ່າແຮງ. 11.ຖ້າພວກເຮົາໄດ້ຫວ່ານແນວດີຝ່າຍຈິດໃຫ້ພວກພີ່ນ້ອງ, ແລ້ວມາຂໍເກັບເອົາໝາກຜົນຈາກແນວລ້ຽງຊີບຂອງພວກພີ່ນ້ອງນັ້ນ ຈະຖືວ່າເກີນຄວນໄປບໍ? 12.ຖ້າຜູ້ອື່ນໃຊ້ສິດນີ້ກັບພວກພີ່ນ້ອງແລ້ວ, ພວກເຮົາຈະບໍ່ມີສິດກວ່າບໍ? ແຕ່ພວກເຮົາບໍ່ໃຊ້ສິດນີ້ດອກ. ກົງຂ້າມ ພວກເຮົາອົດທົນທຸກຢ່າງ ເພື່ອບໍ່ໃຫ້ການປະກາດຂ່າວປະເສີດຂອງພຣະກຣິສໂຕ ເກີດມີອຸປະສັກໃດໆຂຶ້ນ. 13.ພວກພີ່ນ້ອງບໍ່ຮູ້ບໍວ່າ ພວກທີ່ຮັບໃຊ້ໃນພຣະວິຫານ ກໍກິນຂອງຖະຫວາຍໃນພຣະວິຫານ, ສ່ວນຜູ້ຮັບໃຊ້ຢູ່ພຣະແທ່ນບູຊາ, ກໍຮັບເອົາສ່ວນແບ່ງຈາກເຄື່ອງບູຊາ. 14.ກໍດັ່ງດຽວກັນ, ພຣະອົງເຈົ້າໄດ້ຊົງກຳໜົດໄວ້ວ່າ ຜູ້ທີ່ປະກາດຂ່າວປະເສີດ ກໍຄວນຕ້ອງໄດ້ຮັບການລ້ຽງດູຈາກຂ່າວປະເສີດ. 15.ສ່ວນຂ້າພະເຈົ້າ, ຂ້າພະເຈົ້າບໍ່ໄດ້ໃຊ້ສິດນີ້ເລີຍ. ແລະຂ້າພະເຈົ້າຂຽນຂໍ້ຄວາມເຫລົ່ານີ້ບໍ່ແມ່ນເພື່ອຮ້ອງຂໍສິດເຫລົ່ານັ້ນດອກ. ຂ້າພະເຈົ້າຂໍຍອມຕາຍດີກວ່າ. ຂໍຢ່າໃຫ້ມີໃຜມາທຳລາຍຂໍ້ອ້າງຕົວຂອງຂ້າພະເຈົ້ານີ້ເລີຍ. 16.ດ້ວຍວ່າການປ່າວປະກາດພຣະວໍຣະສານນັ້ນ ບໍ່ແມ່ນຂໍ້ອວດອ້າງຕົວຂອງຂ້າພະເຈົ້າດອກ, ມັນແມ່ນຄວາມຈຳເປັນບັງຄັບຂ້າພະເຈົ້າ. ເວນກຳແກ່ຂ້າພະເຈົ້າ ຖ້າຫາກວ່າຂ້າພະເຈົ້າບໍ່ປະກາດພຣະວໍຣະສານ. 17.ຖ້າຂ້າພະເຈົ້າເອງເລືອກທຳງານນີ້, ຂ້າພະເຈົ້າກໍມີສິດທີ່ຈະໄດ້ຮັບຄ່າຈ້າງ; ແຕ່ຖ້າວ່າບໍ່ແມ່ນຂ້າພະເຈົ້າເອງເລືອກທຳແລ້ວ, ກໍແມ່ນພາລະໜ້າທີ່ຊຶ່ງພຣະເຈົ້າໄດ້ມອບໝາຍໃຫ້ຂ້າພະເຈົ້າ. 18.ຄ່າຈ້າງທີ່ຂ້າພະເຈົ້າຈະໄດ້ຮັບນັ້ນແມ່ນຫຍັງ? ແມ່ນປະກາດພຣະວໍຣະສານລ້າໆ ໂດຍບໍ່ໃຊ້ສິດທີ່ຂ້າພະເຈົ້າມີໃນການປະກາດພຣະວໍຣະສານນັ້ນ. 19.ແມ່ນແທ້, ຂ້າພະເຈົ້າບໍ່ໄດ້ຢູ່ກ້ອງບັງຄັບຂອງໃຜ. ຂ້າພະເຈົ້າຍອມເປັນຂ້ອຍທາດຂອງທຸກຄົນ ເພື່ອຈະໄດ້ໃຈຄົນໃຫ້ຫລາຍໆ. 20.ກັບຊາວຢິວ, ຂ້າພະເຈົ້າກໍເຮັດເປັນຄົນຢິວ, ກັບພວກຢູ່ກ້ອງອຳນາດກົດໝາຍ, ຂ້າພະເຈົ້າກໍເຮັດຄືຄົນຢູ່ກ້ອງອຳນາດກົດໝາຍ. ແມ່ນວ່າຂ້າພະເຈົ້າເອງບໍ່ຢູ່ກ້ອງອຳນາດກົດໝາຍກໍຕາມ. ທັງນີ້ກໍເພື່ອຈະໄດ້ໃຈພວກທີ່ຢູ່ກ້ອງອຳນາດກົດໝາຍ.21.ກັບພວກຢູ່ນອກກົດໝາຍ, ຂ້າພະເຈົ້າກໍເຮັດຄືຄົນຢູ່ນອກກົດໝາຍ ແມ່ນວ່າຂ້າພະເຈົ້າບໍ່ໄດ້ຢູ່ນອກກົດໝາຍຂອງພຣະເປັນເຈົ້າກໍຕາມ. ຍ້ອນວ່າກົດໝາຍຂອງຂ້າພະເຈົ້າແມ່ນພຣະກຣິສໂຕ. ທັງນີ້ ກໍເພື່ອຈະໄດ້ໃຈພວກຢູ່ນອກກົດໝາຍ. 22. ຂ້າພະເຈົ້າໄດ້ທຳຕົວເປັນຄົນອ່ອນແອກັບຜູ້ອ່ອນແອ, ເພື່ອຈະໄດ້ໃຈຜູ້ອ່ອນແອ. ຂ້າພະເຈົ້າເປັນທຸກຢ່າງສຳລັບທຸກຄົນ, ເພື່ອຊ່ວຍລາງຄົນໃຫ້ຮອດຢ່າງແນ່ນອນ. 23. ຂ້າພະເຈົ້າທຳທຸກຢ່າງເຫລົ່ານີ້ຍ້ອນເຫັນແກ່ ພຣະວໍຣະສານ ເພື່ອຂ້າພະເຈົ້າເອງຈະໄດ້ມີສ່ວນໃນພຣະວໍຣະສານນັ້ນ.

 

ລະບຽບວິໄນຂອງພວກນັກກິລາ

24.ພວກພີ່ນ້ອງບໍ່ຮູ້ບໍວ່າ ພວກທີ່ແລ່ນແຂ່ງຂັນຢູ່ເດີ່ນກິລານັ້ນ ກໍແລ່ນໝົດທຸກຄົນ, ແຕ່ມີຄົນດຽວໄດ້ຮັບລາງວັນ? ພວກພີ່ນ້ອງກໍຈົ່ງພາກັນແລ່ນເພື່ອເອົາໄຊຊະນະ. 25.ນັກກິລາທຸກຄົນຕ້ອງຍອມອົດຍອມທົນຢ່າງເຂັ້ມງວດ. ເຂົາເຈົ້າທຳດັ່ງນີ້ ກໍເພື່ອຈະໄດ້ຮັບພວງມາໄລທີ່ຫ່ຽວແຫ້ງເປັນ. ສ່ວນພວກເຮົາ ເພື່ອຈະໄດ້ພວງມາໄລທີ່ບໍ່ມີຍາມຫ່ຽວແຫ້ງໄດ້. 26.ດັ່ງນີ້ ຂ້າພະເຈົ້າຈຶ່ງແລ່ນ, ບໍ່ແມ່ນວ່າແລ່ນໄປໂດຍບໍ່ມີຈຸດໝາຍ. ຂ້າພະເຈົ້າຊົກຕ່ອຍ, ແຕ່ບໍ່ແມ່ນຕີລົມຕີແລ້ງດອກ. 27.ແຕ່ຂ້າພະເຈົ້າທຸບຕີຮ່າງກາຍຂອງຂ້າພະເຈົ້າຢ່າງໜັກ ແລະຄຸມມັນໃຫ້ຢູ່ກ້ອງອຳນາດ, ຍ້ອນຢ້ານວ່າ ເມື່ອໄດ້ປະກາດຂ່າວສານແກ່ຜູ້ອື່ນແລ້ວ, ຕົວຂ້າພະເຈົ້າເອງຕ້ອງຖືກກຳຈັດເສຍ.