ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂກຣິນໂທ ສະບັບທີ 1

ພາກທີ 8

ເລື່ອງຊີ້ນຖະຫວາຍພະ

1.ສ່ວນເລື່ອງຊີ້ນຖະຫວາຍພະນັ້ນ, ພວກເຮົາກໍຮູ້ຢູ່ແລ້ວວ່າ: “ທຸກຄົນຕ່າງກໍມີຄວາມຮອບຮູ້. ຄວາມຮອບຮູ້ນັ້ນທຳໃຫ້ອວດຕົວ, ສ່ວນຄວາມຮັກນັ້ນເສີມສ້າງ. 2.ຖ້າຜູ້ໃດຄຶດວ່າຕົວຮູ້ສິ່ງໃດສິ່ງໜຶ່ງດີແລ້ວ, ຜູ້ນັ້ນກໍຍັງບໍ່ຮູ້ຕາມທີ່ຄວນຮູ້. 3.ແຕ່ຖ້າຜູ້ໃດຮັກພຣະເຈົ້າ, ພຣະເຈົ້າກໍຮູ້ຈັກຜູ້ນັ້ນ. 4.ດັ່ງນີ້, ກິນຊີ້ນທີ່ຖະຫວາຍພະແລ້ວໄດ້ບໍ? ພວກເຮົາຮູ້ຢູ່ວ່າ ຢູ່ໃນໂລກບໍ່ມີ ພະທຽມເລີຍ ແລະບໍ່ມີພຣະເຈົ້າອື່ນ ນອກຈາກພຣະເປັນເຈົ້າຜູ້ດຽວ. 5.ຍ້ອນແມ່ນວ່າຈະມີສິ່ງທີ່ເຂົາເອີ້ນວ່າພະຢູ່ເທິງຟ້າ ແລະຢູ່ໃນໂລກກໍຕາມ. ຕາມຈິງ ມີຫລາຍພະຫລາຍເຈົ້າແທ້. 6.ສຳລັບພວກເຮົາ ມີແຕ່ພຣະເປັນເຈົ້າຜູ້ດຽວ ຄືພຣະບິດາ, ສັບພະສິ່ງມາຈາກພຣະອົງ ແລະພວກເຮົາກຳລັງໄປຫາພຣະອົງ; ພວກເຮົາມີພຣະອົງເຈົ້າຜູ້ດຽວຄື ພຣະເຢຊູກຣິສໂຕ, ຜູ້ບັນດານໃຫ້ທຸກສິ່ງສາລະພັດເກີດມີຂຶ້ນ, ພວກເຮົາກຳລັງໄປຫາພຣະເຈົ້າພຣະບິດາໂດຍທາງພຣະອົງ. 7.ແຕ່ວ່າບໍ່ແມ່ນທຸກຄົນມີຄວາມຮູ້ແບບນີ້ ບາງຄົນທີ່ເຄີຍຖືພະທຽມມາຈົນເຖິງບັດນີ້, ເມື່ອກິນຊີ້ນຖະຫວາຍພະທຽມແລ້ວ ກໍຄຶດວ່າເປັນຂອງບູຊາໃຫ້ພະທຽມແທ້ ແລະມະໂນທຳຂອງເຂົາກໍອ່ອນແອ ຈຶ່ງຕ້ອງມົວໝອງໄປ. 8.ບໍ່ແມ່ນອາຫານດອກພາເຮົາເຂົ້າໃກ້ພຣະເຈົ້າ ຖ້າບໍ່ກິນ ພວກເຮົາກໍບໍ່ເສຍຫາຍຫຍັງ; ຖ້າກິນ, ພວກເຮົາກໍບໍ່ໄດ້ປະໂຫຍດຫຍັງ. 9.ແຕ່ໃຫ້ພວກພີ່ນ້ອງລະວັງຢ່າໃຫ້ການໃຊ້ອຳເພີໃຈຂອງຕົນນັ້ນ ເປັນແນວບາດຫູບາດຕາຜູ້ທີ່ອ່ອນແອ. 10.ຍ້ອນວ່າ ຖ້າມີໃຜເຫັນເຈົ້າຜູ້ມີຄວາມຮອບຮູ້ ໄປນັ່ງຮ່ວມພາເຂົ້າໃນວັດຂອງພະທຽມແລ້ວ, ເຫດການນີ້ຈະບໍ່ສົງເສີມໃຫ້ຜູ້ທີ່ມີມະໂນທຳອ່ອນແອຢູ່ແລ້ວ ບັງອາດມາກິນຂອງເຊັ່ນພະທຽມນັ້ນດ້ວຍບໍ? 11.ແລະຍ້ອນຄວາມຮອບຮູ້ຂອງເຈົ້ານັ້ນແລ້ວ, ພີ່ນ້ອງຜູ້ອ່ອນແອ, ຜູ້ພຣະກຣິສໂຕໄດ້ຕາຍຍ້ອນນັ້ນ ຈຶ່ງຈິບຫາຍວາຍວອດ. 12.ດັ່ງນີ້ ເມື່ອທຳບາບຜິດຕໍ່ພີ່ນ້ອງຂອງຕົນ ແລະທຳໃຫ້ມະໂນທຳທີ່ອ່ອນແອຂອງເຂົາເຈັບແສບ, ກໍແມ່ນເຮັດບາບຜິດຕໍ່ພຣະກຣິສໂຕເຈົ້າເອງ. 13.ດ້ວຍເຫດນີ້, ຖ້າວ່າອາຫານນັ້ນເຮັດໃຫ້ພີ່ນ້ອງຂອງຂ້າພະເຈົ້າພາດທ່າເສຍທີແລ້ວ, ຂ້າພະເຈົ້າກໍຈະຍອມອົດບໍ່ກິນຊີ້ນນັ້ນອີກເດັດຂາດ ຍ້ອນຢ້ານວ່າຈະທຳໃຫ້ພີ່ນ້ອງຂອງຂ້າພະເຈົ້າຕ້ອງພາດທ່າເສຍທີ.