ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂກຣິນໂທ ສະບັບທີ 1

ພາກທີ 7

ຕອບບັນຫາຕ່າງໆກ່ຽວກັບການສົມລົດ

1.ກ່ຽວເລື່ອງທີ່ພວກພີ່ນ້ອງຂຽນມາຖາມຂ້າພະເຈົ້ານັ້ນ ຂໍຕອບວ່າ: “ໃຫ້ຜູ້ຊາຍບໍ່ກ່ຽວພັນກັບຜູ້ຍິງນັ້ນ ເປັນການດີ”. 2.ປານນັ້ນກໍດີ, ເພື່ອຫລີກເວັ້ນການຜິດຊາຍຍິງ, ຈຶ່ງຄວນໃຫ້ຜູ້ຊາຍມີເມຍ ແລະຜູ້ຍິງມິຜົວເສຍ. 3.ຜູ້ເປັນຜົວ ໃຫ້ປະຕິບັດໜ້າທີ່ຂອງຕົນຕໍ່ຜູ້ເປັນພັນລະຍາ, ແລະຜູ້ເປັນພັນລະຍາ, ກໍໃຫ້ປະຕິບັດໜ້າທີ່ຂອງຕົນຕໍ່ຜູ້ເປັນຜົວດ້ວຍ. 4.ຜູ້ເປັນພັນລະຍາບໍ່ມີສິດໃນຮ່າງກາຍຂອງຕົນ, ແຕ່ຜູ້ເປັນຜົວມີສິດ. ຜູ້ເປັນຜົວກໍບໍ່ມີສິດໃນຮ່າງກາຍຂອງຕົນ,ແຕ່ຜູ້ເປັນພັນລະຍາມີສິດ. 5.ຢ່າປະຕິເສດການຢູ່ຮ່ວມກັນ, ເວັ້ນແຕ່ໄດ້ຕົກລົງກັນເປັນການຊົ່ວຄາວ ເພື່ອອຸທິດຕົນໃນການສວດພາວະນາ. ແລ້ວຈຶ່ງຫລົບມາຢູ່ຮ່ວມກັນ ເພື່ອບໍ່ໃຫ້ຜີຊາຕານມີໂອກາດມາຍົວະເຍົ້າພວກພີ່ນ້ອງໃຫ້ທຳຄວາມຜິດ ຍ້ອນຄຸມຕົວບໍ່ໄດ້. 6. ຂ້າພະເຈົ້າເວົ້າດັ່ງນີ້ ເປັນການອະນຸຍາດ, ບໍ່ແມ່ນຄຳສັ່ງ. 7. ຂ້າພະເຈົ້າປາດຖະໜາໃຫ້ທຸກຄົນເປັນຄືຂ້າພະເຈົ້າ, ແຕ່ຜູ້ໃດກໍໄດ້ຮັບພຣະຄຸນພິເສດຈາກພຣະເຈົ້າ, ຜູ້ໜຶ່ງຢ່າງນັ້ນ, ຜູ້ໜຶ່ງຢ່າງນີ້. 8.ດັ່ງນີ້ ຂ້າພະເຈົ້າຂໍເວົ້າກັບພວກເປັນໂສດແລະນາງໝ້າຍວ່າ ຖ້າຫາກຢູ່ໄດ້ຄືຂ້າພະເຈົ້າ ກໍເປັນການດີ. 9.ແຕ່ຖ້າຫາກຈຳເລີນຊີວິດຢູ່ໃນຄວາມອົດກັ້ນບໍ່ໄດ້, ກໍໃຫ້ແຕ່ງງານເສຍ, ຍ້ອນວ່າແຕ່ງງານກໍດີກວ່າຢູ່ໃຫ້ຕົວເຜົາຮ້ອນດ້ວຍກາມະລົມ. 10.ສ່ວນພວກທີ່ແຕ່ງງານແລ້ວນັ້ນ ຂ້າພະເຈົ້າຂໍສັ່ງວ່າ ຂໍຢ່າໃຫ້ເມຍປະຜົວ. ຄຳສັ່ງນີ້ບໍ່ແມ່ນຂອງຂ້າພະເຈົ້າ, ແຕ່ແມ່ນຂອງພຣະເຈົ້າ. 11.ຖ້າຫາກວ່າຍິງນັ້ນປະຜົວໄປ, ກໍຢ່າແຕ່ງງານກັບຊາຍຄົນໃໝ່ ຫລືໃຫ້ຄືນດີກັບຜົວເກົ່າເສຍ. ສ່ວນຜູ້ເປັນຜົວ, ກໍຢ່າປະຮ້າງເມຍຂອງຕົນ. 12.ສຳລັບຄົນອື່ນນັ້ນ, ແມ່ນຂ້າພະເຈົ້າເອງບອກ, ບໍ່ແມ່ນພຣະເຈົ້າ, ຄື ຖ້າພີ່ນ້ອງຜູ້ໃດມີເມຍທີ່ບໍ່ທັນເຊື່ອແລະພໍໃຈຢູ່ນຳ, ກໍຢ່າປະຮ້າງເຂົາ. 13.ຖ້າເອື້ອຍນ້ອງຜູ້ໃດມີຜົວທີ່ບໍ່ທັນເຊື່ອແລະພໍໃຈຢູ່ນຳ, ກໍຢ່າປະຮ້າງເຂົາ. 14.ຍ້ອນວ່າ ຜົວຜູ້ບໍ່ເຊື່ອຈະໄດ້ເປັນຜູ້ສັກສິດຍ້ອນເມຍ, ແລະເມຍຜູ້ບໍ່ທັນເຊື່ອ ຈະໄດ້ເປັນຜູ້ສັກສິດຍ້ອນຜົວ. ບໍ່ດັ່ງນັ້ນ, ລູກເຕົ້າຂອງພວກພີ່ນ້ອງກໍຈະເປັນຄົນເປື້ອນໝອງ, ແຕ່ວ່າບັດນີ້ໄດ້ເປັນຜູ້ສັກສິດແລ້ວ. 15.ຖ້າຫາກວ່າຜູ້ບໍ່ທັນເຊື່ອຢາກປະຮ້າງ, ກໍໃຫ້ເຂົາປະ. ພີ່ນ້ອງຫລືອ້າຍນ້ອງບໍ່ຖືກຜູກມັດອີກສຳລັບເລື່ອງນີ້; ພຣະເປັນເຈົ້າໄດ້ຮຽກພວກພີ່ນ້ອງມາ ສຳລັບດຳເນີນຊີວິດຢ່າງສະຫງົບ. 16.ດ້ວຍວ່າ ເຈົ້າຜູ້ເປັນເມຍ ຮູ້ບໍວ່າຈະຊ່ວຍຜົວໃຫ້ຮອດໄດ້? ແລະເຈົ້າຜູ້ເປັນຜົວ ກໍຮູ້ບໍວ່າ ຈະຊ່ວຍເມຍໃຫ້ຮອດໄດ້?

 

ຈົ່ງດຳເນີນຊີວິດຕາມຖານະຂອງຕົນ

17.ຂໍໃຫ້ທຸກຄົນດຳເນີນຊີວິດຕາມຖານະທີ່ພຣະອົງເຈົ້າປະທານໃຫ້, ແລະຕາມທີ່ພຣະອົງເຈົ້າໄດ້ຮຽກເອົາ. ແມ່ນລະບຽບທີ່ຂ້າພະເຈົ້າໄດ້ວາງໄວ້ສຳລັບທຸກໝູ່ກກຣິສຕະຊົນ. 18.ມີໃຜຖືກເອີ້ນເວລາຮັບສິນຕັດແລ້ວ, ກໍຢ່າປິດບັງສິນຕັດທີ່ໄດ້ຮັບ. ຜູ້ໃດບໍ່ໄດ້ຮັບສິນຕັດ, ຂໍຢ່າຂໍຮັບ. 19.ການຮັບສິນຕັດຫລືບໍ່ຮັບນັ້ນ ບໍ່ສຳຄັນຫຍັງ: ສິ່ງສຳຄັນແມ່ນປະຕິບັດຕາມພຣະບັນຢັດຂອງພຣະເຈົ້າ. 20.ຂໍໃຫ້ທຸກຄົນຢູ່ໃນຖານະທີ່ຕົນຢູ່ ເມື່ອເວລາຖືກຮຽກເອີ້ນ. 21.ເວລາຖືກຮຽກເອີ້ນນັ້ນ ເຈົ້າເປັນຂ້ອຍທາດບໍ? ເຈົ້າຢ່າສົນໃຈນຳເລື່ອງນັ້ນ. ກົງຂ້າມ, ຖ້າເຈົ້າໄຖ່ເອົາຕົວເຈົ້າໃຫ້ຫວິດເປັນຂ້ອຍທາດໄດ້, ກໍຄວນໄຖ່ດີກວ່າ. 22.ຍ້ອນວ່າ ຂ້ອຍທາດຜູ້ພຣະອົງເຈົ້າຮຽກ, ກໍເປັນຄົນມີເສລີພາບໃນພຣະອົງເຈົ້າ. ດັ່ງດຽວກັນ, ຜູ້ມີເສລີພາບທີ່ຖືກຮຽກ ກໍເປັນຂ້ອຍທາດຂອງພຣະກຣິສໂຕ. 23.ມີຜູ້ໜຶ່ງໄດ້ໄຖ່ເອົາພວກພີ່ນ້ອງດ້ວຍລາຄາແພງ: ດັ່ງນີ້ ຢ່າກັບຄືນເປັນຂ້ອຍທາດຂອງມະນຸດ. 24.ພີ່ນ້ອງທັງຫລາຍ, ຜູ້ໃດຢູ່ໃນຖານະໃດ ເມື່ອພຣະເຈົ້າຮຽກເອົານັ້ນ ກໍໃຫ້ຢູ່ໃນຖານະນັ້ນຕໍ່ໄປ.

 

ກ່ຽວກັບພວກເປັນໂສດ, ພວກມີຄູ່ໝັ້ນ, ແລະພວກນາງໝ້າຍ

25.ສ່ວນຄົນໂສດນັ້ນ, ຂ້າພະເຈົ້າບໍ່ໄດ້ຮັບຄຳສັ່ງຈາກພຣະອົງເຈົ້າ, ຂ້າພະເຈົ້າໃຫ້ແຕ່ຄວາມຄິດຄວາມເຫັນ. ແມ່ນຄວາມຄິດຄວາມເຫັນຂອງຜູ້ໜຶ່ງທີ່ໄດ້ຮັບພຣະເມດຕາຈາກພຣະເຈົ້າ ແລະເປັນທີ່ໄວ້ວາງໃຈໄດ້. 26. ຂ້າພະເຈົ້າຄິດວ່າ ການຢູ່ເປັນໂສດນີ້ດີ ຍ້ອນຄວາມລຳບາກຕ່າງໆທີ່ຈະເປັນມາຢູ່ໃນເວລານີ້. ແມ່ນແທ້, ໃຫ້ຄົນເຮົາຢູ່ຕາມຖານະທີ່ເປັນຢູ່ດຽວນີ້ ກໍເປັນການດີ. 27.ຖ້າວ່າເຈົ້າມີເມຍແລ້ວ, ກໍຢ່າຫາທາງປະ. ຖ້າວ່າເຈົ້າປະແລ້ວ, ກໍຢ່າຫາເອົາຜູ້ໃໝ່. 28.ຖ້າເຈົ້າແຕ່ງງານ, ເຈົ້າກໍບໍ່ມີຜິດຫຍັງ. ຖ້າສາວໂສດແຕ່ງງານ, ກໍບໍ່ມີຜິດຫຍັງ. ແຕ່ວ່າພວກທີ່ແຕ່ງງານແລ້ວ ຈະຕ້ອງທົນສູ້ຄວາມຫຍຸ້ງຍາກຫລາຍຢ່າງ. ແລະເຮົາເອງກໍຢາກໃຫ້ພວກພີ່ນ້ອງພົ້ນຈາກຄວາມຫຍຸ້ງຍາກນີ້ດ້ວຍ. 29.ພີ່ນ້ອງທີ່ຮັກ, ຂ້າພະເຈົ້າຂໍບອກພວກພີ່ນ້ອງວ່າ ເວລາຍັງເຫລືອໜ້ອຍເຕັມທີ. ແຕ່ນີ້ເມືອໜ້າ, ຜູ້ທີ່ມີພັນລະຍາແລ້ວ ກໍໃຫ້ຖືຄືວ່າບໍ່ມີ. 30.ຜູ້ທີ່ຮ້ອງໄຫ້ ກໍໃຫ້ຖືວ່າບໍ່ໄດ້ຮ້ອງໄຫ້ເລີຍ. ຜູ້ທີ່ມີຄວາມຍິນດີ ກໍໃຫ້ຖືວ່າບໍ່ໄດ້ມີຄວາມຍິນດີຫຍັງ. ພວກທີ່ຊື້ຂອງ ກໍໃຫ້ຖືຄືວ່າບໍ່ມີຫຍັງເປັນກຳມະສິດຂອງຕົນ. 31.ຜູ້ທີ່ໃຊ້ຂອງໆໂລກນີ້ ກໍໃຫ້ຖືຄືວ່າບໍ່ໄດ້ໃຊ້ມັນເລີຍ, ຍ້ອນວ່າໂລກທີ່ເຮົາເຫັນຢູ່ດຽວນີ້ ກຳລັງຈະດັບສູນໄປ. 32. ຂ້າພະເຈົ້າຢາກໃຫ້ພວກພີ່ນ້ອງໝົດກັງວົນທຸກຢ່າງ, ຄືຊາຍໃດບໍ່ໄດ້ແຕ່ງງານ ກໍເປັນຫ່ວງກັງວົນນຳການງານຂອງພຣະເຈົ້າ ແລະຊອກຫາວິທີທາງທຳໃຫ້ພຣະອົງພໍພຣະໄທ. 33.ສ່ວນຊາຍໃດທີ່ແຕ່ງງານແລ້ວ ກໍເປັນຫ່ວງນຳການງານຂອງໂລກນີ້ ແລະຊອກຫາວິທີທຳໃຫ້ພັນລະຍາຂອງຕົນພໍໃຈ. 34.ຈຶ່ງເປັນເຫດໃຫ້ເຂົາມີສອງຈິດສອງໃຈ. ກໍດັ່ງດຽວກັນ, ຍິງໃດທີ່ບໍ່ແຕ່ງງານ ແລະນາງສາວພົມມະຈາລີ ກໍເປັນຫ່ວງນຳການງານຂອງພຣະອົງເຈົ້າ ເພື່ອຈະໄດ້ເປັນຜູ້ສັກສິດທັງກາຍແລະຈິດໃຈ. ສ່ວນຍິງທີ່ແຕ່ງງານແລ້ວ ກໍເປັນຫ່ວງກັງວົນນຳການງານຂອງໂລກນີ້ ແລະຊອກຫາວິທີທຳໃຫ້ສາມີຂອງຕົນພໍໃຈ. 35.ການທີ່ຂ້າພະເຈົ້າເວົ້າດັ່ງນີ້ ກໍເພື່ອຜົນປະໂຫຍດຂອງພວກພີ່ນ້ອງເອງ ບໍ່ແມ່ນວ່າຂ້າພະເຈົ້າຢາກເອົາເຊືອກຜູກຄໍປໍມັດສອກພວກພີ່ນ້ອງດອກ, ແຕ່ຢາກສະເໜີສິ່ງທີ່ດີໃຫ້ພວກພີ່ນ້ອງ, ເພື່ອພວກພີ່ນ້ອງຈະໄດ້ຕິດສະໜິດກັບພຣະອົງເຈົ້າ ໂດຍບໍ່ເປັນຫ່ວງກັງວົນນຳສິ່ງອື່ນໃດເລີຍ. 36.ຖ້າຊາຍໃດມີຄູ່ໝັ້ນເປັນສາວປອດ ແລະຮູ້ສຶກວ່າຈະປະຕິບັດຕໍ່ຄູ່ໝັ້ນຢ່າງສົມຄວນບໍ່ໄດ້, ແລະຍ້ອນຄວາມຮັກແຮງກ້າ ຈຶ່ງຕ້ອງເຮັດແນວໃດແນວໜຶ່ງ, ກໍໃຫ້ເຂົາເຮັດໄປຕາມໃຈຊອບ ຄືໃຫ້ແຕ່ງງານກັນເສຍ, ບໍ່ມີຜິດຫຍັງ. 37.ສ່ວນຊາຍໃດຕັ້ງໃຈໜຽວແໜ້ນ ແລະເຫັນວ່າບໍ່ມີຄວາມຈຳເປັນ ທັງບັງຄັບໃຈຕົນເອງໄດ້, ແລ້ວຕັດສິນໃຈຮັບເອົານາງສາວນັ້ນໄວ້ເປັນຄູ່ໝັ້ນຂອງຕົນຕໍ່ໄປ, ເຂົາກໍກະທຳແນວດີແລ້ວ. 38.ດັ່ງນີ້ ຜູ້ໃດແຕ່ງງານກັບຄູ່ໝັ້ນຂອງຕົນ, ກໍທຳດີ. ສ່ວນຜູ້ບໍ່ແຕ່ງງານ, ກໍທຳດີ. ສ່ວນຜູ້ບໍ່ແຕ່ງງານ, ກໍທຳດີກວ່າອີກ. 39.ຕະຫລອດເວລາທີ່ຜົວຍັງມີຊີວິດຢູ່, ເມຍກໍຕ້ອງຢູ່ກັບຜົວ. ແຕ່ເມື່ອຜົວຕາຍແລ້ວ, ນາງກໍເປັນອິດສະລະ ຈະແຕ່ງງານກັບຊາຍໃດກໍໄດ້ຕາມໃຈ, ແຕ່ຕ້ອງແຕ່ງກັບຜູ້ທີ່ເຊື່ອໃນພຣະອົງເຈົ້າ. 40.ແຕ່ຕາມຄວາມເຫັນຂອງຂ້າພະເຈົ້າ, ຂ້າພະເຈົ້າຄຶດວ່າ ຖ້ານາງຢູ່ຄົນດຽວ ກໍຈະມີຄວາມສຸກກວ່າ. ແລະຂ້າພະເຈົ້າເຊື່ອວ່າ ພຣະຈິດຂອງພຣະເຈົ້າສະຖິດຢູ່ກັບຂ້າພະເຈົ້າດ້ວຍ.