ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂກຣິນໂທ ສະບັບທີ 1

ພາກທີ 5

ຄວາມປະພຶດອັນໜ້າອັບປະຍົດ

1.ມີຂ່າວລືກັນທົ່ວໄປວ່າ ມີການປະພຶດອັນໜ້າອັບປະຍົດໃນໝູ່ພວກພີ່ນ້ອງ. ແມ່ນໃນພວກຕ່າງສາດສະໜາກໍບໍ່ເຄີຍມີການກະທຳແບບນີ້ຄື ມີຜູ້ໜຶ່ງເອົາແມ່ນ້າຂອງຕົນມາເປັນເມຍ. 2.ແລະພວກພີ່ນ້ອງກໍຖືເປັນກຽດຊ້ຳ ແທນທີ່ຈະເປັນທຸກໂສກເສົ້າ ເພື່ອຈະໄດ້ຂັບໄລ່ຄົນແບບນີ້ອອກຈາກໝູ່ຂອງພວກພີ່ນ້ອງ. 3.ສ່ວນຂ້າພະເຈົ້ານີ້, ຢູ່ໄກແຕ່ກາຍ, ສ່ວນໃຈນັ້ນຢູ່ກັບພວກພີ່ນ້ອງ. ຂ້າພະເຈົ້າໄດ້ຕັດສິນລົງໂທດຜູ້ກະທຳຜິດແບບນີ້ແລ້ວ ຄືກັບວ່າຂ້າພະເຈົ້າຢູ່ກັບພວກພີ່ນ້ອງ. 4.ໃນນາມຂອງອົງພຣະເຢຊູ ແລະອາໄສລິດອຳນາດຂອງພຣະອົງ, ເມື່ອພວກພີ່ນ້ອງຈະປະຊຸມກັນ ແລະຂ້າພະເຈົ້າຈະຮ່ວມນຳທາງໃຈດ້ວຍ. 5.ຂໍໃຫ້ມອບຄົນນັ້ນແກ່ຜີຊາຕານ ເພື່ອທຳລາຍເນື້ອໜັງມັນ, ແລ້ວຈິດວິນຍານເຂົາຈະໄດ້ຮອດໃນມື້ຂອງພຣະອົງເຈົ້າ. 6.ແນວທີ່ພວກພີ່ນ້ອງຖືເປັນກຽດນັ້ນ, ມັນບໍ່ດີບໍ່ງາມແທ້! ພວກພີ່ນ້ອງບໍ່ຮູ້ບໍວ່າ ເຊື້ອແປ້ງໜ້ອຍດຽວ ກໍເຮັດໃຫ້ແປ້ງດິບທັງໝົດຟູຂຶ້ນໄດ້. 7.ຍ້ອນວ່າພວກພີ່ນ້ອງເປັນປັງບໍ່ມີເຊື້ອ, ຈົ່ງປະຖິ້ມເຊື້ອແປ້ງເກົ່າເພື່ອຈະໄດ້ເປັນແປ້ງໃໝ່, ຍ້ອນວ່າພຣະກຣິສໂຕປາສກາຂອງພວກເຮົາໄດ້ຖືກຂ້າບູຊາແລ້ວ. 8.ດັ່ງນີ້ ພວກເຮົາຈົ່ງພາກັນກິນລ້ຽງ ບໍ່ແມ່ນກັບເຊື້ອແປ້ງເກົ່າ ຊຶ່ງແມ່ນເຊື້ອແປ້ງແຫ່ງຄວາມໂຫດຮ້າຍແລະຄວາມຊົ່ວຊາມ, ແຕ່ກັບປັງບໍ່ມີເຊື້ອ ອັນແມ່ນຄວາມບໍລິສຸດແລະຄວາມສັດຈິງ. 9. ຂ້າພະເຈົ້າໄດ້ຂຽນບອກພວກພີ່ນ້ອງແລ້ວວ່າ ຢ່າຄົບຫາສະມາຄົມກັບຄົນລ່ວງປະເວນີ. 10.ແຕ່ຂ້າພະເຈົ້າບໍ່ໄດ້ແນໃສ່ຄົນລ່ວງປະເວນີແຫ່ງໂລກນີ້, ຫລືຄົນໂລບມາກ, ຄົນຂີ້ສໍ້, ຄົນນົບພະເທັດທຽມທົ່ວໆໄປດອກ, ຍ້ອນຖ້າຫ້າມດັ່ງນີ້ແລ້ວ, ພວກພີ່ນ້ອງກໍຈຳເປັນຕ້ອງໜີຈາກໂລກນີ້ໄປ. 11.ບໍ່ແມ່ນດັ່ງນີ້ດອກ, ຂ້າພະເຈົ້າຂຽນບອກພວກພີ່ນ້ອງວ່າ ຖ້າຜູ້ທີ່ມີຊື່ວ່າເປັນກຣິສຕັງ, ແຕ່ຍັງເປັນຄົນລ່ວງປະເວນີ, ຫລືເປັນຄົນໂລພາ, ນົບພະເທດທຽມ, ມັກເວົ້າຫຍາບຊ້າ, ກິນເຫລົ້າເມົາຢາ, ຂີ້ສໍ້, ກໍຢ່າຄົບຫາສະມາຄົມກັບເຂົາ ແລະຢ່າກິນເຂົ້າຮ່ວມພາກັບເຂົາດ້ວຍ. 12.ແມ່ນຂ້າພະເຈົ້າບໍຈະຕັດສິນຄົນຢູ່ນອກ? ແມ່ນພວກພີ່ນ້ອງເອງ ຈະຕັດສິນຄົນຢູ່ໃນດ້ວຍກັນ ບໍ່ແມ່ນບໍ? 13.ພວກຢູ່ນອກນັ້ນ ແມ່ນພຣະເປັນເຈົ້າຈະຕັດສິນ. “ຈົ່ງຂັບໄລ່ຄົນຊົ່ວຊາມອອກໜີໄປຈາກພວກເຈົ້າ”.