ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂກຣິນໂທ ສະບັບທີ 1
ພາກທີ 4
1.ຂໍໃຫ້ຄົນທົ່ວໄປຖືພວກເຮົາວ່າເປັນຜູ້ຮັບໃຊ້ຂອງພຣະກຣິສໂຕເຈົ້າ ແລະເປັນຜູ້ຮັກສາຂໍ້ເລິກລັບຂອງພຣະເຈົ້າ. 2.ສິ່ງທີ່ເຂົາຮ້ອງຂໍນຳຜູ້ຮັກສານັ້ນ ຄື ຂໍໃຫ້ເພິ່ນເປັນຜູ້ສັດຊື່. 3.ສຳລັບຂ້າພະເຈົ້າ, ຈະຖືກພວກພີ່ນ້ອງຫລືສານຕັດສິນກໍບໍ່ສຳຄັນຫຍັງ; ຂ້າພະເຈົ້າເອງກໍບໍ່ໄດ້ຕັດສິນຕົວເອງຊ້ຳ. 4.ຕາມຈິງແລ້ວ, ມະໂນທຳຂອງຂ້າພະເຈົ້າບໍ່ຕິຕຽນຂ້າພະເຈົ້າຫຍັງ ແຕ່ບໍ່ໄດ້ໝາຍຄວາມວ່າ ຂ້າພະເຈົ້າເປັນຜູ້ຊອບທຳແລ້ວດອກ, ຜູ້ຕັດສິນພິພາກສາຂ້າພະເຈົ້າແມ່ນພຣະອົງເຈົ້າ. 5.ດັ່ງນີ້ ພວກພີ່ນ້ອງຢ່າຟ້າວພິພາກສາຕັດສິນກ່ອນເວລາ, ຈົ່ງຄອຍຖ້າພຣະອົງເຈົ້າສະເດັດມາເສຍກ່ອນ, ພຣະອົງເອງຈະນຳເອົາສິ່ງທີ່ລີ້ລັບຢູ່ໃນຄວາມມືດ ອອກມາໃຫ້ເຫັນແຈ້ງ ແລະພຣະອົງຈະໄຂສຳແດງຄວາມຄິດເລິກລັບໃນໃຈ ໃຫ້ປາກົດແຈ້ງອອກມາ. ແລ້ວເວລານັ້ນ ພຣະເຈົ້າຈະຍ້ອງຍໍທຸກຄົນຕາມທີ່ເຂົາສົມຄວນຈະໄດ້ຮັບ. 6.ພີ່ນ້ອງທັງຫລາຍ, ການທີ່ຂ້າພະເຈົ້ານຳເອົາເລື່ອງຕົວຂ້າພະເຈົ້າ ແລະເລື່ອງຂອງອາປອນໂລມາກ່າວໄວ້ ກໍຍ້ອນພວກພີ່ນ້ອງນັ້ນເອງ ເພື່ອໃຫ້ພວກພີ່ນ້ອງເອົາຢ່າງພວກເຮົາ ຄື ຢ່າໃຫ້ມີໃຜຈອງຫອງພອງຂົນ ຍົວະໃຫ້ຜູ້ນີ້ຜິດກັບຜູ້ນັ້ນ. 7.ໃຜເຮັດໃຫ້ເຈົ້າວິເສດກວ່າຜູ້ອື່ນ? ມີຫຍັງແດ່ທີ່ເຈົ້າບໍ່ໄດ້ຮັບມາ? ແລະເມື່ອເຈົ້າໄດ້ຮັບມາແລ້ວ ເປັນຫຍັງຈຶ່ງໂອ້ອວດຄືກັບວ່າບໍ່ໄດ້ຮັບຫຍັງເລີຍ. 8.ແມ່ນແລ້ວ, ດຽວນີ້ພວກພີ່ນ້ອງອີ່ມແລ້ວນໍ! ຮັ່ງແລ້ວນໍ! ໄດ້ຂຶ້ນສະເຫວີຍຣາດປະພວກເຮົາແລ້ວນໍ! ຂໍໃຫ້ພວກພີ່ນ້ອງໄດ້ຂຶ້ນສະເຫວີຍຣາດແທ້ ແລ້ວພວກເຮົາຈະໄດ້ຂຶ້ນຮ່ວມສະເຫວີຍຣາດນຳ! 9.ຍ້ອນພວກເຮົາເຫັນວ່າ ພຣະເຈົ້າໄດ້ນຳເອົາພວກເຮົາຜູ້ເປັນອັກຄະທຳມະທູດ ອອກມາສະແດງຢູ່ສຸດໝູ່ ເໝືອນດັ່ງຜູ້ຖືກຕັດສິນປະຫານຊີວິດ. ພວກເຮົາໄດ້ຖືກນຳອອກສະແດງເປັນຕົວລະຄອນໃຫ້ໂລກ, ໃຫ້ເທວະດາແລະມະນຸດຊົມ. 10.ພວກເຮົາເປັນຄົນໂງ່ຍ້ອນພຣະກຣິສໂຕ, ສ່ວນພວກພີ່ນ້ອງເປັນຄົນສະຫລາດໃນພຣະກຣິສໂຕ. ພວກເຮົາອ່ອນແຮງ, ສ່ວນພວກພີ່ນ້ອງແຂງແຮງ, ພວກພີ່ນ້ອງມີຍົດມີກຽດ, ສ່ວນພວກເຮົາເປັນຄົນອັບປະຍົດ. 11.ແລະດຽວນີ້ເອງ, ພວກເຮົາຍັງຫິວເຂົ້າຫິວນ້ຳ ຂາດເຄື່ອງນຸ່ງຂອງຖື, ຖືກຂ້ຽນຕີຂົ່ມເຫັງ, ບໍ່ມີບ່ອນພັກເຊົາເປັນຫລັກແຫລ່ງ 12.ແລະຕ້ອງບາກບັ່ນທຳງານດ້ວຍມືຂອງຕົນເອງ. ເຂົາດ່າພວກເຮົາ ພວກເຮົາໃຫ້ພອນເຂົາ, ເຂົາກົດຂີ່ຂົ່ມເຫັງ, ພວກເຮົາທົນສູ້. 13.ເຂົາດ່າປ້ອຍ ພວກເຮົາຫາທາງເຂົ້າດີ, ຈົນເຖິງດຽວນີ້ ພວກເຮົາເປັນດັ່ງສິ່ງໂສໂຄກຂອງໂລກ, ເປັນດັ່ງຂອງເສດເຫລືອແຫ່ງຈັກກະວານກໍວ່າໄດ້.
ຄວາມເອົາໃຈໃສ່ຢ່າງບິດາຂອງເປົາໂລ
14. ຂ້າພະເຈົ້າຂຽນຂໍ້ຄວາມເຫລົ່ານີ້ຫາພວກພີ່ນ້ອງ ບໍ່ແມ່ນເພື່ອທຳໃຫ້ພວກພີ່ນ້ອງເສຍໜ້າດອກ, ແຕ່ເພື່ອເຕືອນສະຕິພວກພີ່ນ້ອງ ດັ່ງລູກທີ່ຮັກຂອງຂ້າພະເຈົ້າເທົ່ານັ້ນ. 15.ຍ້ອນວ່າແມ່ນພວກພີ່ນ້ອງຈະມີຜູ້ຄວບຄຸມເບິ່ງແຍງສັກໝື່ນຄົນໃນພຣະກຣິສໂຕກໍຕາມ, ແຕ່ພວກພີ່ນ້ອງບໍ່ມີຜູ້ເປັນພໍ່ຫລາຍຄົນດອກ, ແມ່ນຂ້າພະເຈົ້າເອງໄດ້ບັງເກີດພວກພີ່ນ້ອງໃນພຣະກຣິສໂຕ ໂດຍອາໄສພຣະວໍຣະສານ. 16.ດັ່ງນີ້ ຈຶ່ງຂໍເຕືອນພວກພີ່ນ້ອງໃຫ້ເອົາຢ່າງຂ້າພະເຈົ້າ. 17.ດ້ວຍເຫດນີ້ແລ້ວ ຂ້າພະເຈົ້າຈຶ່ງໄດ້ສົ່ງຕີໂມເທລູກທີ່ຮັກແລະສັດຊື່ຂອງຂ້າພະເຈົ້າ ໃນພຣະອົງເຈົ້າ ມາຫາພວກພີ່ນ້ອງ. ເພິ່ນເອງຈະເຕືອນໃຫ້ພວກພີ່ນ້ອງຈື່ຈຳຫລັກການດຳເນີນຊີວິດຂອງຂ້າພະເຈົ້າໃນພຣະກຣິສໂຕ ຕາມທີ່ຂ້າພະເຈົ້າສອນຢູ່ທົ່ວໄປໃນໝູ່ກຣິສຕະຊົນທຸກບ່ອນ. 18.ແຕ່ມີລາງຄົນຄິດວ່າ ຂ້າພະເຈົ້າຄົງຈະບໍ່ມາຫາພວກພີ່ນ້ອງ ເລີຍໄດ້ສະແດງຕົວຈອງຫອງຂຶ້ນ. 19.ແຕ່ຖ້າພຣະອົງເຈົ້າພໍພຣະໄທ, ບໍ່ເຫິງຂ້າພະເຈົ້າຈະມາຫາພວກພີ່ນ້ອງ,ແລ້ວຈະຮູ້ຈັກ ບໍ່ແມ່ນແຕ່ຄວາມເວົ້າຂອງພວກຈອງຫອງນີ້ເທົ່ານັ້ນ, ຍັງຈະຮູ້ຈັກເຖິງວຽກການຂອງເຂົາອີກ. 20.ຍ້ອນວ່າອານາຈັກຂອງພຣະເຈົ້າ ບໍ່ແມ່ນຢູ່ໃນຄວາມເວົ້າ, ແຕ່ຢູ່ໃນການກະທຳ. 21.ພວກພີ່ນ້ອງມັກແນວໃດ? ໃຫ້ເຮົາຖືແສ້ມາພ້ອມບໍ? ຫລືໃຫ້ເຮົາມາດ້ວຍຄວາມຮັກແລະຄວາມອ່ອນຫວານ?