ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂກຣິນໂທ ສະບັບທີ 1
ພາກທີ 3
ພາລະກິດຂອງຜູ້ປ່າວປະກາດຂ່າວປະເສີດ
1.ພີ່ນ້ອງທັງຫລາຍ, ສຳລັບຂ້າພະເຈົ້ານີ້, ຂ້າພະເຈົ້າບໍ່ສາມາດເວົ້າກັບພວກພີ່ນ້ອງຄືເວົ້າກັບຄົນຝ່າຍຈິດໄດ້, ເວົ້າໄດ້ແຕ່ຄືກັບຄົນທຳມະດາ, ກັບເດັກນ້ອຍໆໃນພຣະກຣິສໂຕເທົ່ານັ້ນ. 2.ເຮົາໄດ້ລ້ຽງເກືອພວກພີ່ນ້ອງດ້ວຍນ້ຳນົມ, ບໍ່ແມ່ນດ້ວຍອາຫານແຂງ ດ້ວຍວ່າພວກພີ່ນ້ອງບໍ່ທັນສາມາດຮັບໄດ້, ແລະດຽວນີ້ກໍຍັງບໍ່ທັນສາມາດຮັບໄດ້ດ້ວຍ. 3.ຍ້ອນວ່າພວກພີ່ນ້ອງເປັນຄົນທຳມະດາປະສາມະນຸດ ໃນພວກພີ່ນ້ອງກໍຍັງມີການອິດສາແລະຜິດຂ້ອງຕ້ອງຖຽງກັນ, ນັ້ນບໍ່ແມ່ນພວກພີ່ນ້ອງຍັງເປັນຄົນຝ່າຍໂລກ ແລະປະພຶດຕົວຕາມປະສາໂລກຢູ່ບໍ? 4.ເມື່ອມີຜູ້ໜຶ່ງປະກາດວ່າ: “ຂ້າພະເຈົ້າເປັນພວກຂອງເປົາໂລ”, ອີກຜູ້ໜຶ່ງວ່າ “ຂ້າພະເຈົ້າເປັນພວກຂອງອາປອນໂລ”, ມັນບໍ່ແມ່ນພວກພີ່ນ້ອງເຮັດຕາມປະສາໂລກບໍ? 5.ອາປອນໂລແມ່ນໃຜ? ເປົາໂລແມ່ນໃຜ? ແມ່ນພວກຂ້າໃຊ້ທີ່ໄດ້ພາພວກພີ່ນ້ອງມາຫາຄວາມເຊື່ອ. ແລະພວກຄົນໃຊ້ແຕ່ລະຄົນກໍປະຕິບັດຕາມພຣະຄຸນທີ່ພຣະອົງເຈົ້າປະທານໃຫ້. 6. ຂ້າພະເຈົ້າເປັນຜູ້ປູກ, ອາປອນໂລເປັນຜູ້ຫົດ, ແຕ່ຜູ້ທຳໃຫ້ເຕີບໂຕຂຶ້ນນັ້ນແມ່ນພຣະເປັນເຈົ້າ. 7.ດັ່ງນີ້ ຜູ້ປູກກໍບໍ່ສຳຄັນ, ຜູ້ຫົດກໍບໍ່ສຳຄັນ, ແຕ່ພຣະເຈົ້າຜູ້ທຳໃຫ້ເຕີບໂຕຂຶ້ນນັ້ນແຫລະສຳຄັນ. 8.ຜູ້ປູກແລະຜູ້ຫົດສະເໝີກັນ, ແຕ່ລະຄົນຈະໄດ້ຮັບບຳເໜັດຕາມວຽກການທີ່ເຂົາທຳ. 9.ຍ້ອນວ່າພວກເຮົາຮ່ວມກັນທຳງານຂອງພຣະເຈົ້າ, ພວກພີ່ນ້ອງເປັນທົ່ງນາທີ່ພຣະເຈົ້າປູກຝັງ, ເປັນເຮືອນຊານທີ່ພຣະເຈົ້າກໍ່ສ້າງຂຶ້ນ. 10.ອາໄສພຣະຄຸນທີ່ພຣະເຈົ້າປະທານໃຫ້ ເຮົາໄດ້ວາງຮາກຖານໄວ້ ດັ່ງນາຍຊ່າງຜູ້ຊຳນານ, ແລ້ວຜູ້ອື່ນມາເປັນຜູ້ກໍ່ຂຶ້ນ, ແຕ່ໃຜກໍຕ້ອງລະວັງໃນການກໍ່. 11.ສ່ວນຮາກນັ້ນ ບໍ່ມີໃຜສາມາດວາງຮາກອື່ນລົງໄປໄດ້ ນອກຈາກຮາກທີ່ໄດ້ວາງໄວ້ແລ້ວ ຄືພຣະເຢຊູກຣິສໂຕເຈົ້າ. 12.ຈະເອົາຄຳ, ເອົາເງິນ, ເອົາເພັດນິນຈິນດາ, ເອົາໄມ້, ເອົາເຟືອງ, ເອົາຫຍ້າມາກໍ່ສ້າງເທິງຮາກຖານນັ້ນກໍໄດ້. 13.ຜົນງານຂອງແຕ່ລະຄົນກໍຈະປາກົດແຈ້ງອອກມາ. ມື້ວັນພິພາກສາຈະບອກໃຫ້ຮູ້, ຍ້ອນວ່າຈະປາກົດແຈ້ງອອກມາ ດ້ວຍອາໄສໄຟ. ໄຟຈະພິສູດໃຫ້ເຫັນວ່າ ຜົນງານຂອງແຕ່ລະຄົນມີຄ່າປານໃດ. 14.ຜົນງານກໍ່ສ້າງຂອງຜູ້ໃດຍັງຄົງໝັ້ນຢູ່, ຜູ້ນັ້ນຈະໄດ້ຮັບບຳເໜັດ. 15.ສ່ວນຜົນງານຂອງຜູ້ໃດຖືກເຜົາຜານໝົດ, ຜູ້ນັ້ນຈະບໍ່ໄດ້ຮັບບຳເໜັດ; ເຂົາເອງຈະໄດ້ຮອດ, ເໝືອນດັ່ງເຂົາຫວິດໄຟໄໝ້. 16.ພວກພີ່ນ້ອງບໍ່ຮູ້ບໍວ່າ ພວກພີ່ນ້ອງເປັນວິຫານຂອງພຣະເຈົ້າ ແລະພຣະຈິດຂອງພຣະເຈົ້າຊົງສະຖິດຢູ່ໃນພວກພີ່ນ້ອງ. 17.ຖ້າຜູ້ໃດທຳລາຍວິຫານຂອງພຣະເຈົ້າ ພຣະເຈົ້າກໍຈະທຳລາຍຜູ້ນັ້ນ ຍ້ອນວ່າວິຫານຂອງພຣະເຈົ້າເປັນບ່ອນສັກສິດ ແລະວິຫານນັ້ນກໍແມ່ນຕົວພວກພີ່ນ້ອງເອງ. 18.ຢ່າໃຫ້ຜູ້ໃດຫລົງຕົວະໂຕເອງ: ຫາກວ່າໃນພວກພີ່ນ້ອງ ມີໃຜຄິດວ່າຕົນເປັນຄົນສະຫລຽວສະຫລາດຕາມປະສາໂລກນີ້, ກໍໃຫ້ເຂົາກັບເປັນຄົນໂງ່ເສຍກ່ອນ ເພື່ອຈະໄດ້ເປັນຄົນສະຫລາດແທ້. 19.ຍ້ອນວ່າຄວາມສະຫລາດຂອງໂລກນີ້ເປັນແຕ່ຄວາມໂງ່ຊ້າຕໍ່ສາຍພຣະເນດຂອງພຣະເຈົ້າ, ພຣະຄຳພີໄດ້ຂຽນໄວ້ວ່າ: “ພຣະອົງຈັບຜິດຄົນສະຫລາດໃນເລ່ຫລ່ຽມຂອງເຂົາເອງ.” 20.ແລະຍັງມີອີກຕອນໜຶ່ງວ່າ: “ພຣະອົງເຈົ້າຊົງຊາບດີເຖິງຄວາມຄິດຂອງຄົນສະຫລາດເຫລົ່ານັ້ນ ວ່າບໍ່ມີແກ່ນສານຫຍັງເລີຍ.” 21.ດັ່ງນີ້ ຂໍຢ່າໃຫ້ໃຜມີຄວາມພາກພູມໃຈໃນມະນຸດ, ຍ້ອນວ່າທຸກສິ່ງທຸກຢ່າງເປັນຂອງພວກພີ່ນ້ອງ: 22.ຈະແມ່ນເປົາໂລ ຈະແມ່ນອາປອນໂລຫລືເປໂຕ, ຈະແມ່ນໂລກ, ແມ່ນຊີວິດຫລືຄວາມຕາຍ, ຈະແມ່ນປັດຈຸບັນຫລືອະນາຄົດກໍດີ, ທຸກສິ່ງເຫລົ່ານີ້ເປັນຂອງພວກພີ່ນ້ອງທັງໝົດ. 23.ແຕ່ພວກພີ່ນ້ອງນັ້ນເປັນຂອງພຣະກຣິສໂຕ ແລະພຣະກຣິສໂຕເປັນຂອງພຣະເຈົ້າ.