ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂກຣິນໂທ ສະບັບທີ 1

ພາກທີ 14

ພະທານຂອງພຣະຈິດເພື່ອຊ່ວຍສ້າງເສີມທຸກຄົນໃຫ້ຈະເລີນ

1.ຈົ່ງຊອກສະແຫວງຫາຄວາມຮັກ. ຈົ່ງປາດຖະໜາຢາກໄດ້ພະທານຂອງພຣະຈິດ, ເປັນຕົ້ນພະທານປະກາດພຣະວາຈາ, 2.ຍ້ອນວ່າຜູ້ທີ່ເວົ້າພາສາແປກໆນັ້ນ ບໍ່ໄດ້ເວົ້ານຳມະນຸດ ແຕ່ເວົ້ານຳພຣະເຈົ້າ, ບໍ່ມີໃຜເຂົ້າໃຈເຂົາໄດ້, ດ້ວຍວ່າມະໂນຈິດຂອງເຮົາກ່າວເຖິງສິ່ງພິດສະດານ, 3.ສ່ວນຜູ້ທີ່ປະກາດພຣະວາຈານັ້ນ ເວົ້າກັບມະນຸດ, ເພື່ອເສີມສ້າງ, ຕຸກເຕືອນ ແລະໃຫ້ກຳລັງໃຈແກ່ມະນຸດ. 4.ຜູ້ທີ່ປາກພາສາແປກໆນັ້ນ ເສີມສ້າງຕົວເອງ, ສ່ວນຜູ້ທີ່ປະກາດພຣະວາຈານັ້ນ ເສີມສ້າງໝູ່ກຣິສຕະຊົນໃຫ້ດີຂຶ້ນ, 5. ຂ້າພະເຈົ້າກໍຢາກໃຫ້ພວກພີ່ນ້ອງທຸກຄົນປາກພາສາແປກໆໄດ້ ແຕ່ຢາກໃຫ້ປະກາດພຣະວາຈາຫລາຍກວ່າ. ຜູ້ທີ່ປະກາດພຣະວາຈາ ເດ່ນກວ່າຜູ້ປາກພາສາແປກໆໄດ້ ເວັ້ນເສຍແຕ່ຫາກເຂົາໄດ້ແປອະທິບາຍຄວາມໝາຍ ເພື່ອເສີມສ້າງໝູ່ກຣິສຕະຊົນໃຫ້ດີຂຶ້ນ. 6.ພີ່ນ້ອງທີ່ຮັກ, ຫາກວ່າດຽວນີ້ຂ້າພະເຈົ້າມາຫາພວກພີ່ນ້ອງ ແລະເວົ້າພາສາແປກໆໃຫ້ຟັງ, ຂ້າພະເຈົ້າຈະທຳປະໂຫຍດຫຍັງໃຫ້ພວກພີ່ນ້ອງບໍ? ຖ້າຫາກວ່າ ຄວາມທີ່ເວົ້າອອກມານັ້ນບໍ່ເປັນການໄຂສຳແດງ, ເປັນການໃຫ້ຄວາມຮູ້, ເປັນການປະກາດພຣະວາຈາແລະການສັ່ງສອນ? 7.ສຳລັບເຄື່ອງດົນຕີເຊັ່ນ ຂຸ່ຍຫລືພິນກໍດັ່ງດຽວກັນ, ຖ້າມັນບໍ່ໃຫ້ສຽງແຕກຕ່າງກັນແລ້ວ, ຈະຮູ້ຢ່າງໃດວ່າເປັນສຽງປີ່ສຽງພິນ? 8.ຖ້າສຽງແກບໍ່ໃຫ້ສຽງຊັດແຈ້ງ, ໃຜຈະຕຽມອອກຕີເສິກໄດ້? 9.ສຳລັບພວກພີ່ນ້ອງກໍດັ່ງດຽວກັນ, ຖ້າບໍ່ເວົ້າພາສາທີ່ເຂົ້າໃຈໄດ້, ໃຜຈະຮູ້ວ່າພີ່ນ້ອງຕ້ອງການຢາກເວົ້າຫຍັງ? ແມ່ນເວົ້າຖິ້ມເວົ້າປະຊື່ໆເທົ່ານັ້ນ. 10.ໃນໂລກນີ້ມີຢູ່ຫລາຍພາສາເວົ້າ, ແຕ່ບໍ່ມີພາສາເວົ້າອັນໃດ ວ່າບໍ່ມີຄວາມໝາຍ. 11.ຖ້າຫາກຂ້າພະເຈົ້າບໍ່ຮູ້ຈັກຄວາມໝາຍຂອງພາສານັ້ນ, ຜູ້ທີ່ເວົ້າກໍຈະຖືວ່າຂ້າພະເຈົ້າເປັນຄົນຕ່າງພາສາ, ແລະຂ້າພະເຈົ້າເອງກໍຈະຖືວ່າຜູ້ເວົ້ານັ້ນເປັນຄົນຕ່າງພາສາດ້ວຍ, 12.ພວກພີ່ນ້ອງກໍດັ່ງດຽວກັນ, ຈົ່ງສະແຫວງຫາໃຫ້ໄດ້ຮັບການດົນໃຈ ສົມດັ່ງໃຈມັກ, ແຕ່ແມ່ນເພື່ອເສີມສ້າງໝູ່ກຣິສຕະຊົນໃຫ້ດີຂຶ້ນຫລາຍກວ່າ. 13.ດ້ວຍເຫດນີ້, ຜູ້ທີ່ເວົ້າພາສາແປກໆໄດ້ ຕ້ອງວິງວອນພາວະນາຂໍພຣະຄຸນເພື່ອແປອະທິບາຍພາສານັ້ນໃຫ້ໄດ້. 14.ຖ້າຂ້າພະເຈົ້າພາວະນາເປັນພາສາແປກໆ, ມະໂນຈິດຂອງຂ້າພະເຈົ້າກໍພາວະນາ, ແຕ່ສະຕິປັນຍານັ້ນບໍ່ທຳງານຫຍັງ. 15.ດັ່ງນີ້ຈະທຳຢ່າງໃດດີ? ຂ້າພະເຈົ້າຈະພາວະນາພ້ອມດ້ວຍມະໂນຈິດກໍຈິງຢູ່, ແຕ່ຍັງຈະພາວະນາພ້ອມສະຕິປັນຍາອີກດ້ວຍ. 16.ດ້ວຍວ່າຖ້າເຈົ້າໃຊ້ມະໂນຈິດເທົ່ານັ້ນທຳງານ ເພື່ອກ່າວຄຳສັນຣະເສີນ, ຄົນພາຍນອກທີ່ບໍ່ທັນຄຸ້ນເຄີຍ ຈະຕອບ ອາແມນ ເພື່ອຮ່ວມຂອບພຣະຄຸນກັບເຈົ້າໄດ້ຢ່າງໃດ, ຍ້ອນເຂົາບໍ່ເຂົ້າໃຈຄວາມເວົ້າຂອງເຈົ້າ. 17.ແນ່ນອນ ການສຳແດງຂອບພຣະຄຸນຂອງເຈົ້າດີເລີດ, ແຕ່ຜູ້ນັ້ນບໍ່ໄດ້ຮັບປະໂຫຍດຫຍັງ. 18.ເດຊະພຣະຄຸນພຣະເປັນເຈົ້າ, ຂ້າພະເຈົ້າເວົ້າພາສາແປກໆໄດ້ດີກວ່າພວກພີ່ນ້ອງທັງໝົດ. 19.ແຕ່ໃນທີ່ປະຊຸມໝູ່ກຣິສຕະຊົນ, ຂ້າພະເຈົ້າມັກເວົ້າຫ້າຫົກຄວາມທີ່ຄົນເຂົ້າໃຈໄດ້ ເພື່ອສັ່ງສອນຜູ້ອື່ນ ຫລາຍກວ່າເວົ້າໝື່ນຄວາມເປັນພາສາແປກໆ.

 

ຈຸດມຸ່ງໝາຍຂອງພະທານເຫລົ່ານີ້

20.ພີ່ນ້ອງທີ່ຮັກ, ຢ່າຄຶດຄືເດັກນ້ອຍ - ສ່ວນໃນເລື່ອງຄວາມຊົ່ວຮ້າຍນັ້ນ ຈົ່ງເປັນຄືເດັກນ້ອຍ - ແຕ່ໃນດ້ານຄວາມຄຶດ, ຈົ່ງເປັນຄືຜູ້ໃຫຍ່. 21.ໃນພຣະຄຳພີຈາລຶກໄວ້ວ່າ: “ເຮົາຈະໃຊ້ພາສາແລະປາກຂອງຄົນຊາດອື່ນມາເວົ້າກັບຊົນຊາດນີ້. ແມ່ນເຮົາທຳແບບນີ້, ເຂົາເຈົ້າກໍບໍ່ຍອມຟັງເຮົາ. ພຣະອົງເຈົ້າກ່າວດັ່ງນີ້”. 22.ດ້ວຍເຫດນີ້, ພາສາແປກໆຈຶ່ງມີໄວ້ເປັນເຄື່ອງໝາຍເພື່ອພວກທີ່ບໍ່ເຊື່ອ, ບໍ່ແມ່ນເພື່ອພວກທີ່ເຊື່ອ; ພະທານປະກາດພຣະວາຈາເປັນເຄື່ອງໝາຍໃຫ້ພວກທີ່ເຊື່ອ, ບໍ່ແມ່ນໃຫ້ພວກທີ່ບໍ່ເຊື່ອ. 23.ຕົວຢ່າງ ເມື່ອໝູ່ກຣິສຕະຊົນມາຊຸມນຸມກັນ ແລ້ວຕ່າງຄົນຕ່າງປາກພາສາແປກໆ, ພວກຄົນທຳມະດາຫລືພວກທີ່ບໍ່ເຊື່ອ ຊຶ່ງຈະເຂົ້າມາຮ່ວມນຳ ຈະບໍ່ຖືວ່າພວກພີ່ນ້ອງເປັນຜີບ້າໄປໝົດບໍ? 24.ແຕ່ກົງກັນຂ້າມ, ຖ້າທຸກຄົນປະກາດພຣະວາຈາ, ກໍຈະເປັນໂອກາດໃຫ້ພວກທີ່ບໍ່ເຊື່ອ ຫລືຄົນທຳມະດາທີ່ເຂົ້າມານັ້ນ ຮູ້ເມື່ອຕົວແລະພິຈາລະນາຕົວເອງດ້ວຍ. 25.ຄວາມລັບພາຍໃນຈິດໃຈຂອງເຂົາກໍຈະປາກົດແຈ້ງຊັດ, ຈະຂາບລົງໄຫວ້ພຣະເຈົ້າແລະປ່າວປະກາດວ່າ ພຣະເຈົ້າສະຖິດຢູ່ນຳພວກພີ່ນ້ອງຢ່າງແທ້ຈິງ.

 

ລະບຽບການໃນເວລາບູຊາພຣະເຈົ້າ

26.ພີ່ນ້ອງທີ່ຮັກ, ຈະທຳຢ່າງໃດດີນໍ? ເມື່ອພວກພີ່ນ້ອງມາປະຊຸມກັນນັ້ນ, ຜູ້ໃດຢາກຮ້ອງເພງສະດຸດີ, ກ່າວຄຳສັ່ງສອນ, ຫລືໄຂສຳແດງ, ປາກພາສາແປກໆ ຫລືແປອະທິບາຍກໍໄດ້. ແຕ່ຂໍໃຫ້ທຸກຄົນກະທຳເພື່ອເສີມສ້າງຄວາມດີແກ່ສ່ວນລວມ. 27.ຖ້າຫາກວ່າມີໃຜປາກພາສາແປກໆ ກໍຂໍໃຫ້ມີສອງຄົນ ແລະຢ່າງຫລາຍສາມ, ແຕ່ໃຫ້ປ່ຽນກັນເວົ້າ ແລະໃຫ້ມີຜູ້ໜຶ່ງເປັນຜູ້ແປອະທິບາຍ. 28.ຖ້າບໍ່ມີໃຜແປອະທິບາຍ, ກໍໃຫ້ຜູ້ປາກນັ້ນມິດຢູ່ໃນໝູ່ກຣິສຕູຊົນ, ໃຫ້ເຂົາເວົ້າກັບຕົວເອງແລະກັບພຣະເຈົ້າ. 29.ສ່ວນຜູ້ປ່າວປະກາດພຣະວາຈາ, ກໍໃຫ້ມີສອງຫລືສາມຄົນເວົ້າ, ແລ້ວໃຫ້ພວກຜູ້ອື່ນພິຈາລະນາເບິ່ງຂໍ້ຄວາມນັ້ນ. 30.ຖ້າຫາກຜູ້ນັ່ງຟັງໄດ້ຮັບການໄຂສຳແດງ, ກໍໃຫ້ຜູ້ປາກນັ້ນມິດເສຍກ່ອນ. 31.ພີ່ນ້ອງທຸກຄົນປະກາດພຣະວາຈາໄດ້, ແຕ່ປ່ຽນກັນທຳ ເພື່ອໃຫ້ທຸກຄົນໄດ້ຮັບຄວາມຮູ້ແລະກຳລັງໃຈ. 32.ຜູ້ເປັນປະພາສົກເປັນເຈົ້າຈິດໃຈຂອງໂຕເອງ ໃນການປະກາດພຣະວາຈາ. 33.ຍ້ອນວ່າພຣະເຈົ້າບໍ່ແມ່ນພຣະເຈົ້າແຫ່ງຄວາມວຸ້ນວາຍ ແຕ່ແມ່ນພຣະເຈົ້າແຫ່ງຄວາມສັນຕິ. 34.ດັ່ງທີ່ໄດ້ປະຕິບັດກັນໃນທຸກໆການ ຊຸມນຸມຂອງໝູ່ຜູ້ສັກສິດ, ຈຶ່ງຂໍໃຫ້ພວກຜູ້ຍິງມິດງຽບໃນທີ່ປະຊຸມ ຄືວ່າ ພວກນາງບໍ່ມີອະນຸຍາດໃຫ້ປາກເວົ້າ, ໃຫ້ຢູ່ເສີຍໆຕາມບັນຢັດໄດ້ບົ່ງໄວ້. 35.ຖ້າຫາກຕ້ອງການຢາກຮູ້ເລື່ອງໃດ, ກໍໃຫ້ຖາມຜົວຂອງຕົນຢູ່ເຮືອນ. ຍ້ອຍວ່າ ໃຫ້ຜູ້ຍິງເວົ້າຈາໃນທີ່ຊຸມນຸມນັ້ນ ມັນເປັນການບໍ່ເໝາະສົມ. 36.ພຣະວາຈາຂອງພຣະເຈົ້າເກີດມາຈາກພວກພີ່ນ້ອງບໍ? ມີແຕ່ພວກພີ່ນ້ອງເທົ່ານັ້ນບໍຮັບເອົາພຣະວາຈາໄດ້? 37.ຖ້າມີໃຜຄິດວ່າຕົນເປັນຜູ້ປະກາດພຣະວາຈາຫລືໄດ້ຮັບການດົນໃຈ, ກໍໃຫ້ເຂົາເຂົ້າໃຈວ່າ ສິ່ງທີ່ຂ້າພະເຈົ້າຂຽນມາບອກພວກພີ່ນ້ອງນັ້ນ ແມ່ນຄຳສັ່ງຂອງພຣະເປັນເຈົ້າ. 38.ຖ້າຜູ້ໃດບໍ່ຮັບຮູ້ເລື່ອງນີ້ ພຣະເປັນເຈົ້າກໍບໍ່ຮັບຮູ້ເຂົາດ້ວຍ. 39.ດັ່ງນີ້ ພີ່ນ້ອງທັງຫລາຍ, ຈົ່ງມີຄວາມປາດຖະໜາແຮງກ້າຢາກໄດ້ພະທານປະກາດພຣະວາຈາ ແລະຢ່າກີດຂວາງພະທານການປາກພາສາແປກໆ. 40.ແຕ່ຂໍໃຫ້ທຳທຸກສິ່ງຢ່າງເໝາະສົມແລະມີລະບຽບ.