ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂກຣິນໂທ ສະບັບທີ 1
ພາກທີ 13
ຄວາມຮັກຕໍ່ກັນແລະກັນ
1.ເມື່ອຂ້າພະເຈົ້າຫາກປາກພາສາຕ່າງໆຂອງມະນຸດແລະເທວະດາໄດ້, ແຕ່ຂາດຄວາມຮັກ, ຂ້າພະເຈົ້າກໍເປັນຄືກະດິງດັງກ້ອງ ຫລືແສ່ງທີ່ສົ່ງສຽງອຶກກະທຶກເທົ່ານັ້ນ. 2.ເມື່ອຂ້າພະເຈົ້າຫາກຮູ້ທວາຍວຽກການພາຍໜ້າໄດ້ ແລະຮູ້ຈັກຂໍ້ເລິກລັບທຸກຂໍ້ຢ່າງແຈ່ມແຈ້ງ, ມີຄວາມຮູ້ທຸກຢ່າງ ແລະຫາກວ່າຂ້າພະເຈົ້າມີຄວາມເຊື່ອຫລາຍຈົນຍົກຍ້າຍພູໄດ້, ແຕ່ຂາດຄວາມຮັກໄປ, ຂ້າພະເຈົ້າກໍບໍ່ມີຄ່າຫຍັງເລີຍ. 3.ເມື່ອຂ້າພະເຈົ້າຫາກແຈກຢາຍຊັບສົມບັດທຸກຢ່າງຂອງຂ້າພະເຈົ້າເພື່ອຊຸບລ້ຽງພວກຄົນຈົນ ຫລືມອບຕົວໃຫ້ໄຟເຜົາ, ແຕ່ຂາດຄວາມຮັກແລ້ວ, ຂ້າພະເຈົ້າກໍບໍ່ໄດ້ປະໂຫຍດຫຍັງເລີຍ. 4.ຄວາມຮັກພາກພຽນແລະໃຈດີ, ຄວາມຮັກບໍ່ອິດສາ, ບໍ່ມັກສະແດງຕົວ, ບໍ່ຈອງຫອງ, 5.ບໍ່ມັກໃຫຍ່ໃຝ່ສູງ, ບໍ່ເຫັນແກ່ຕົວຜູ້ດຽວ, ບໍ່ໃຈຮ້ອນວູ່ວີ່, ບໍ່ຄຶດໃສ່ຮ້າຍ. 6.ບໍ່ພໍໃຈນຳຄວາມອະຍຸຕິທຳ, ແຕ່ຍິນດີນຳຄວາມຈິງ, 7.ອົດທົນທຸກຢ່າງ, ໄວ້ໃຈນຳທຸກຢ່າງ ແລະທົນສູ້ທຸກຢ່າງດ້ວຍ, 8.ຄວາມຮັກບໍ່ມີສິ້ນສຸດໄດ້ເລີຍ. ສ່ວນຄຳທຳນາຍຈະສາບສູນໄປ. ພາສາຕ່າງໆຈະສູນສ້ຽງ ຄວາມຮູ້ຕ່າງໆຈະດັບສູນ. 9.ຍ້ອນວ່າຄວາມຮູ້ຂອງພວກເຮົາມີຂອບເຂດ ແລະຄຳທຳນາຍກໍດັ່ງດຽວກັນ. 10.ແຕ່ເມື່ອສິ່ງທີ່ຄົບບໍລິບູນມາຮອດແລ້ວ, ສິ່ງທີ່ມີຂອບເຂດຈະດັບສູນໄປ. 11.ເມື່ອເວລາຂ້າພະເຈົ້າຍັງນ້ອຍ, ກໍປາກເວົ້າຄືເດັກນ້ອຍ, ຕັດສິນຄືເດັກນ້ອຍ ແລະຄຶດຢ່າງເດັກນ້ອຍ. ແຕ່ເມື່ອເວລາກາຍເປັນຜູ້ໃຫຍ່ແລ້ວ ຂ້າພະເຈົ້າກໍປະຖິ້ມສະພາບຄວາມເປັນເດັກ. 12.ເວລານີ້ພວກເຮົາເຫັນແຕ່ຮູບມົວໆຄືຢູ່ໃນແວ່ນ ແຕ່ເມື່ອເຖິງເວລານັ້ນແລ້ວ, ພວກເຮົາຈະເຫັນຕາຕໍ່ຕາ. ເວລານີ້ຄວາມຮູ້ຂອງຂ້າພະເຈົ້າຖືກຈຳກັດ, ແຕ່ເມື່ອເຖິງເວລານັ້ນ ຂ້າພະເຈົ້າຈະຮູ້ຈັກຢ່າງຊັດແຈ້ງ ຄືພຣະອົງເຈົ້າຮູ້ຈັກຂ້າພະເຈົ້າ. 13.ໃນເວລານີ້ ລິດກຸສົນສາມຢ່າງຄື ຄວາມເຊື່ອ ຄວາມໄວ້ໃຈ ແລະຄວາມຮັກ ຍັງຄົງຢູ່. ແຕ່ລິດກຸສົນທີ່ຍິ່ງໃຫຍ່ກວ່າໝົດແມ່ນຄວາມຮັກ.