ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂກຣິນໂທ ສະບັບທີ 1

ພາກທີ 11

1.ພວກພີ່ນ້ອງຈົ່ງປະຕິບັດຕາມແບບຢ່າງຂອງຂ້າພະເຈົ້າ ດັ່ງທີ່ຂ້າພະເຈົ້າປະຕິບັດຕາມແບບຢ່າງຂອງພຣະກຣິສໂຕ.

 

ຜູ້ຊາຍແລະຜູ້ຍິງຕໍ່ພຣະພັກພຣະເຈົ້າ

2.ຂໍຊົມເຊີຍພວກພີ່ນ້ອງທີ່ລະລຶກເຖິງຂ້າພະເຈົ້າຢູ່ທຸກຍາມ ແລະຍັງຮັກສາປະເພນີທຳ ທີ່ຂ້າພະເຈົ້າໄດ້ມອບໝາຍໃຫ້ນັ້ນ ຢູ່ຕະຫລອດມາ. 3.ແຕ່ຂ້າພະເຈົ້າຢາກບອກໃຫ້ພວກພີ່ນ້ອງຊາບວ່າ ຜູ້ເປັນສີສະຂອງຊາຍທຸກຄົນແມ່ນພຣະກຣິສໂຕເຈົ້າ; ຜູ້ເປັນສີສະຂອງຜູ້ຍິງແມ່ນຜູ້ຊາຍ; ຜູ້ເປັນສີສະຂອງພຣະກຣິສໂຕ ແມ່ນພຣະເຈົ້າ. 4.ຊາຍທຸກຄົນທີ່ເອົາແພປົກຫົວ ເວລາພາວະນາຫລືປະກາດພຣະວາຈາ ກໍທຳໃຫ້ສີສະຂອງຕົນເສຍກຽດໄປ. 5.ແຕ່ຍິງທຸກຄົນທີ່ບໍ່ມີແພປົກຫົວເວລາພາວະນາຫລືປະກາດພຣະວາຈາ ກໍທຳໃຫ້ສີສະຂອງຕົນເສຍກຽດໄປ ຄືກັບວ່າໄດ້ແຖຫົວເສຍແລ້ວ. 6.ຖ້າຜູ້ຍິງບໍ່ມີແພປົກຫົວ ກໍໃຫ້ເຂົາຕັດຜົມຖິ້ມເສຍ. ຖ້າການຕັດຜົມຫລືແຖຫົວ ເປັນການອັບອາຍໃຫ້ຜູ້ຍິງ, ກໍໃຫ້ເຂົາເອົາແພປົກຫົວເສຍ. 7.ສ່ວນຜູ້ຊາຍນັ້ນ ບໍ່ຕ້ອງມີແພປົກຫົວ ຍ້ອນວ່າເຂົາແມ່ນຮູບເງົາແລະກຽດມຸງຄຸນຂອງພຣະເຈົ້າ. ແຕ່ສ່ວນຜູ້ຍິງນັ້ນ ແມ່ນກຽດມຸງຄຸນຂອງຜູ້ຊາຍ. 8.ຍ້ອນວ່າພຣະເຈົ້າບໍ່ໄດ້ສ້າງຜູ້ຊາຍຈາກຜູ້ຍິງ, ແຕ່ໄດ້ຊົງຜູ້ຍິງຈາກຜູ້ຊາຍ. 9.ພຣະເຈົ້າບໍ່ໄດ້ຊົງສ້າງຜູ້ຊາຍເພື່ອຜູ້ຍິງ, ແຕ່ຊົງສ້າງຜູ້ຍິງເພື່ອຜູ້ຊາຍ. 10.ດ້ວຍເຫດນີ້ ຜູ້ຍິງຈຶ່ງຄວນຮັກສາເຄື່ອງໝາຍອຳນາດນີ້ຢູ່ເທິງສີສະຂອງຕົນ ເພື່ອຄວາມເຄົາລົບຕໍ່ພວກເທວະດາ. 11.ແຕ່ເຖິງປານນັ້ນກໍດີ ຊາຍຕ້ອງເພິ່ງຍິງ ແລະຍິງຕ້ອງເພິ່ງຊາຍໃນພຣະອົງເຈົ້າ. 12.ຍ້ອນວ່າ ຖ້າຫາກຜູ້ຍິງຄົນທຳອິດມາຈາກຜູ້ຊາຍ, ຜູ້ຊາຍກໍເກີດມາຈາກຜູ້ຍິງດ້ວຍ ແລະທັງໝົດມາຈາກພຣະເປັນເຈົ້າ. 13.ໃຫ້ພວກພີ່ນ້ອງຕັດສິນເອົາເອງວ່າ ສົມຄວນບໍ່ໃຫ້ພວກຜູ້ຍິງສວດພາວະນາວິງວອນພຣະເຈົ້າ ໂດຍບໍ່ມີແພປົກຫົວ? 14.ທຳມະຊາດເອງບໍ່ໄດ້ສອນພວກພີ່ນ້ອງບໍວ່າ ຜູ້ຊາຍໄວ້ຜົມຍາວເປັນການເສຍປຽບໃຫ້ໂຕເອງ. 15.ສ່ວນຜູ້ຍິງໄວ້ຜົມຍາວ ເປັນກຽດໃຫ້ເຂົາ ຍ້ອນຜົມເປັນສິ່ງທີ່ພະທານໃຫ້ແທນຜ້າປົກຫົວ. 16.ແລະຖ້າຜູ້ໃດຢາກຕໍ່ວ່າຕໍ່ຂານ, ຂ້າພະເຈົ້າຂໍບອກວ່າ ພວກເຂົາຫລືໝູ່ກຣິສຕະຊົນຕ່າງໆຂອງພຣະເຈົ້າ ບໍ່ເຄີຍມີທຳນຽມຖຽງກັນແບບນີ້.

 

ກ່ຽວກັບສິນມະຫາສະໜິດ

17.ໃນຄຳສັ່ງຕໍ່ໄປນີ້ ຂ້າພະເຈົ້າບໍ່ອາດຊົມເຊີຍພວກພີ່ນ້ອງໄດ້ ດ້ວຍວ່າ ການປະຊຸມຂອງພວກພີ່ນ້ອງນັ້ນມີຜົນຮ້າຍຫລາຍກວ່າຜົນດີ. 18.ກ່ອນໝົດຂ້າພະເຈົ້າໄດ້ຂ່າວວ່າ ເມື່ອເວລາພວກພີ່ນ້ອງປະຊຸມກັນນັ້ນ ໄດ້ມີການແບ່ງພັກແບ່ງພວກ. ແລະຂ້າພະເຈົ້າຄິດວ່າເປັນຄວາມຈິງຢູ່. 19.ຍ້ອນວ່າ ຕ້ອງມີການຂັດແຍ່ງກັນໃນລະຫວ່າງພວກພີ່ນ້ອງ ເພື່ອໃຫ້ເຫັນແຈ້ງຊັດວ່າຝ່າຍໃດຖືກ. 20.ເມື່ອພວກພີ່ນ້ອງມາປະຊຸມກັນນັ້ນ ບໍ່ແມ່ນເພື່ອຮັບປະທານອາຫານຂອງພຣະອົງເຈົ້າດອກ. 21.ດ້ວຍວ່າຜູ້ໃດກໍກິນເຂົ້າໃຜເຂົ້າມັນ, ຈົນວ່າລາງຄົນບໍ່ໄດ້ກິນຫຍັງ, ສ່ວນຜູ້ອື່ນມຶນເມົາໄປ. 22.ພວກພີ່ນ້ອງບໍ່ມີເຮືອນສຳລັບກິນແລະດື່ມບໍ? ຫລືວ່າຢາກດູໝິ່ນໝູ່ກຣິສຕະຊົນຂອງພຣະເຈົ້າ ແລະທຳໃຫ້ຜູ້ທຸກຈົນຕ້ອງອັບອາຍບໍ? ຢາກໃຫ້ຂ້າພະເຈົ້າວ່າແນວໃດ? ໃຫ້ຂ້າພະເຈົ້າຍ້ອງພວກພີ່ນ້ອງບໍ? ສຳລັບເລື່ອງນີ້ ຂ້າພະເຈົ້າບໍ່ຍ້ອງດອກ. 23.ນີ້ແມ່ນສິ່ງທີ່ຂ້າພະເຈົ້າເອງໄດ້ຮັບຈາກພຣະອົງເຈົ້າ ແລະໄດ້ມອບໝາຍໃຫ້ພວກພີ່ນ້ອງຄື ໃນຄືນທີ່ພຣະເຢຊູເຈົ້າຖືກມອບນັ້ນ ພຣະອົງຊົງຈັບເອົາປັງ. 24.ເມື່ອຂອບພຣະຄຸນແລ້ວ ພຣະອົງກໍຫັກປັງພ້ອມທັງກ່າວວ່າ: “ນີ້ແມ່ນກາຍຂອງເຮົາທີ່ຖືກມອບເພື່ອພວກເຈົ້າ, ຈົ່ງກະທຳກິດຈະການນີ້ເພື່ອເປັນທີ່ລະລຶກເຖິງເຮົາ.” 25.ດັ່ງດຽວກັນ ເມື່ອຮັບປະທານອາຫານແລ້ວ, ພຣະອົງຊົງຈັບເອົາຈອກນ້ຳອະງຸ່ນ ແລ້ວຊົງກ່າວວ່າ: “ຈອກນີ້ແມ່ນສຳພັນໄມຕີໃໝ່ໃນເລືອດຂອງເຮົາ. ທຸກເທື່ອທີ່ພວກເຈົ້າຈະດື່ມ ກໍໃຫ້ພວກເຈົ້າກະທຳເພື່ອເປັນທີ່ລະລຶກເຖິງເຮົາ.” 26.ດ້ວຍວ່າ ທຸກໆຄັ້ງທີ່ພວກພີ່ນ້ອງຈະກິນປັງນີ້ແລະດື່ມຈອກນີ້, ພວກພີ່ນ້ອງກໍປະກາດການສິ້ນພຣະຊົນຂອງພຣະອົງເຈົ້າ ຈົນຮອດເວລາພຣະອົງຈະສະເດັດກັບມາໃໝ່. 27.ດ້ວຍເຫດນີ້ ຜູ້ໃດຈະຮັບກິນປັງແລະດື່ມຈອກຂອງພຣະເຈົ້າຢ່າງບໍ່ສົມຄວນ, ຜູ້ນັ້ນກໍທຳຜິດຕໍ່ພຣະກາຍແລະພຣະໂລຫິດຂອງພຣະອົງເຈົ້າ. 28.ຂໍໃຫ້ແຕ່ລະຄົນພິຈາລະນາຕົວເອງເສຍກ່ອນ ແລ້ວຈຶ່ງໄປຮັບກິນປັງແລະດື່ມຈອກນີ້ . 29.ຍ້ອນວ່າຜູ້ໃດກິນປັງແລະດື່ມຈອກໂດຍບໍ່ພິນິດພິເຄາະ ວ່າແມ່ນພຣະກາຍຂອງພຣະອົງເຈົ້າ, ຜູ້ນັ້ນກໍກິນແລະດື່ມການຕັດສິນລົງໂທດຂອງໂຕເອງ. 30.ຍ້ອນເຫດນີ້ແລ້ວ ຫລາຍຄົນໃນພວກພີ່ນ້ອງຈຶ່ງເຈັບໂຊແລະເສຍອົງຄະ ແລະຕາຍໄປອີກກໍຫລາຍ. 31.ຖ້າຫາກວ່າພວກເຮົາພິຈາລະນາຕົວ ຄົ້ນຄວ້າເບິ່ງຕົວເອງແລ້ວ, ຄົງຈະບໍ່ຖືກລົງໂທດ. 32.ແຕ່ເມື່ອພຣະເຈົ້າຕັດສິນເຮົາ ກໍແມ່ນເພື່ອແກ້ແປງຄວາມປະພຶດຂອງເຮົາ, ເພື່ອບໍ່ຢາກໃຫ້ພວກເຮົາຖືກລົງໂທດກັບໂລກ. 33.ດັ່ງນີ້ ພີ່ນ້ອງທີ່ຮັກ, ເມື່ອເວລາມາເຕົ້າໂຮມກັນຮັບອາຫານ ກໍໃຫ້ຖ້າກັນແນ່. 34.ຖ້າມີໃຜຫິວແທ້ ກໍໃຫ້ກິນເຂົ້າຢູ່ເຮືອນເສຍກ່ອນ ເພື່ອຫລີກເວັ້ນການກ່າວໂທດໃສ່ກັນ. ສ່ວນເລື່ອງອື່ນ ເມື່ອເວລາຂ້າພະເຈົ້າມາ ຈະຈັດການໃຫ້.