ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂກຣິນໂທ ສະບັບທີ 1

ພາກທີ 10

ແບບຢ່າງຂອງຊາວອິສຣາແອນຢູ່ໂຄກປ່ຽວ

1.ພີ່ນ້ອງທັງຫລາຍ, ຂ້າພະເຈົ້າຢາກໃຫ້ພວກພີ່ນ້ອງຈື່ຈຳວ່າ ບັນພະບຸຣຸດທຸກຄົນຂອງພວກເຮົາໄດ້ຢູ່ກ້ອງຮົ່ມເງົາຂອງເມກ ແລະທຸກຄົນກໍໄດ້ຂ້າມທະເລ. 2.ທຸກຄົນໄດ້ຮັບສິນລ້າງຮ່ວມກັບໂມແຊໃນເມກແລະໃນທະເລ. 3.ທຸກຄົນໄດ້ຮັບກິນອາຫານທິບອັນດຽວກັນ. 4.ທຸກຄົນໄດ້ດື່ມນ້ຳທິບອັນດຽວກັນ, ຍ້ອນວ່າພວກເຂົາໄດ້ດື່ມນ້ຳທີ່ໄຫລອອກມາຈາກຫີນສີລາທິບ ທີ່ຕິດຕາມພວກເຂົາໄປ, ແລະສີລານັ້ນແມ່ນພຣະກຣິສໂຕ. 5.ປານນັ້ນກໍດີ ຄົນສ່ວນຫລາຍໃນພວກນັ້ນ ບໍ່ໄດ້ເປັນທີ່ຊອບພຣະໄທພຣະເປັນເຈົ້າ, ຍ້ອນເຂົາໄດ້ລົ້ມຕາຍຫລວງຫລາຍໃນໂຄກປ່ຽວນັ້ນ. 6.ເຫດການເຫລົ່ານີ້ໄດ້ເກີດຂຶ້ນ ເພື່ອເປັນແບບຢ່າງໃຫ້ພວກເຮົາເພື່ອບໍ່ໃຫ້ພວກມີໃຈໂລບໂລພາ ປາດຖະໜາສິ່ງຊົ່ວຄືເຂົາເຫລົ່ານັ້ນ. 7.ຢ່າຄືນໄປນົບພະທຽມຄືລາງຄົນໃນພວກເຂົາ, ຕາມທີ່ໄດ້ມີຈາລຶກໄວ້ວ່າ: “ປະຊາກອນພາກັນນັ່ງກິນນັ່ງດື່ມ, ແລ້ວລຸກຂຶ້ນເຕັ້ນລຳທຳເພງ”. 8.ຢ່າປ່ອຍຕົວຕາມຄວາມລາມົກ ຄືລາງຄົນໃນພວກເຂົາ, ແລ້ວຕ້ອງລົ້ມຕາຍເຖິງສອງໝື່ນສາມພັນຄົນໃນວັນດຽວ. 9.ຢ່າລອງດີກັບພຣະເຈົ້າ ຄືລາງຄົນໃນພວກເຂົາ, ແລ້ວກໍຖືກງູຕອດຕາຍ. 10.ສຸດທ້າຍ, ຢ່າຈົ່ມວ່າ ຄືລາງຄົນໃນພວກເຂົາ, ແລ້ວກໍຖືກເທວະດາເພັດຊະຄາດມາທຳລາຍພິນາດໄປ. 11.ເຫດການເຫລົ່ານີ້ໄດ້ເປັນມາແກ່ພວກເຂົາ ເພື່ອເປັນແບບຢ່າງໃຫ້ພວກເຮົາ ແລະໄດ້ບັນທຶກໄວ້ເພື່ອສອນພວກເຮົາຜູ້ກຳລັງຈະເຖິງວາລະສຸດທ້າຍ. 12.ດັ່ງນີ້ ຜູ້ທີ່ຄິດວ່າຕົນຕັ້ງໝັ້ນແລ້ວ ກໍໃຫ້ລະຫວັງຢ້ານລົ້ມ. 13.ການທົດລອງຕ່າງໆທີ່ເກີດຂຶ້ນກັບພວກພີ່ນ້ອງນັ້ນ, ມັນແມ່ນການທົດລອງທີ່ເຄີຍເກີດຂຶ້ນກັບມະນຸດທຸກຄົນ. ພຣະເປັນເຈົ້າຊົງສັດຊື່. ພຣະອົງຈະບໍ່ປະໃຫ້ພວກພີ່ນ້ອງຖືກທົດລອງເກີນກຳລັງຂອງພວກພີ່ນ້ອງດອກ. ແລະເມື່ອເວລາຖືກທົດລອງນັ້ນ, ພຣະອົງກໍບັນດານໃຫ້ພວກພີ່ນ້ອງມີທາງຫລີກໜີໄປໄດ້ ແລະມີແຮງມີກຳລັງທົນສູ້ອີກດ້ວຍ.

 

ຢ່າສາມັກຄີກັບໝູ່ມານ

14.ດ້ວຍເຫດນີ້, ພີ່ນ້ອງທີ່ຮັກ, ຈົ່ງຫລີກໜີການນົບໄຫວ້ພະທຽມ. 15. ຂ້າພະເຈົ້າເວົ້າກັບພວກພີ່ນ້ອງ ຄືເວົ້າກັບຄົນທີ່ມີປັນຍາ. ຈົ່ງພິຈາລະນາຄວາມເວົ້ານີ້ເອົາເອງເຖີດ. 16.ຈອກແຫ່ງພຣະພອນທີ່ພວກເຮົາຂອບພຣະຄຸນນັ້ນ ບໍ່ແມ່ນການຮ່ວມສຳພັນກັບພຣະໂລຫິດຂອງພຣະກຣິສໂຕເຈົ້າບໍ? ແລະປັງທີ່ພວກເຮົາບິອອກນັ້ນ ບໍ່ແມ່ນການຮ່ວມສຳພັນກັບພຣະກາຍຂອງ ພຣະກຣິສໂຕເຈົ້າບໍ? 17.ຍ້ອນວ່າ ມີແຕ່ປັງດຽວ, ແມ່ນວ່າພວກເຮົາມີຫລາຍຄົນກໍຕາມ, ແຕ່ກໍຮ່ວມກັນເປັນຮ່າງກາຍດຽວ. ຍ້ອນວ່າ ພວກເຮົາທຸກຄົນມາຮ່ວມກິນປັງກ້ອນດຽວນີ້. 18.ຈົ່ງເບິ່ງພວກບຸດຫລານອິສຣາແອນ: ພວກທີ່ມາຮ່ວມກິນຂອງບູຊາ ບໍ່ຮ່ວມເປັນໜຶ່ງດຽວກັບພຣະແທ່ນບູຊາບໍ? 19.ຈະວ່າກັນຢ່າງໃດ? ຈະວ່າຊີ້ນເຊັ່ນພະທຽມແລ້ວນັ້ນເປັນຂອງສັກສິດ ຫລືວ່າພຣະແທ່ນນັ້ນສັກສິດບໍ? 20.ບໍ່ແມ່ນຈັກແນວ. ແຕ່ຍ້ອນວ່າຂອງບູຊານັ້ນ ພວກເຂົາໄດ້ຖະຫວາຍໃຫ້ຜີ, ບໍ່ແມ່ນໃຫ້ພຣະເຈົ້າ, ຂ້າພະເຈົ້າຈຶ່ງບໍ່ຢາກໃຫ້ພວກພີ່ນ້ອງມີສ່ວນພົວພັນກັບຜີ. 21.ພວກພີ່ນ້ອງຈະດື່ມຈອກຂອງພຣະອົງເຈົ້າແລະຈອກຂອງຜີພ້ອມກັນບໍ່ໄດ້. 22.ທຳດັ່ງນີ້ ບໍ່ແມ່ນພວກເຮົາຢາກຍົວະໂທສະຂອງພຣະອົງເຈົ້າ ຫລືຢາກສະແດງວ່າພວກເຮົາເກ່ງກວ່າພຣະອົງບໍ?

 

ຈົ່ງທຳທຸກຢ່າງເພື່ອສີມຸງຄຸນໃຫ້ພຣະເຈົ້າ

23.“ພວກເຮົາເຮັດຫຍັງກໍໄດ້”, ແຕ່ບໍ່ແມ່ນໝົດທຸກຢ່າງມີຄຸນປະໂຫຍດໃຫ້ພວກເຮົາ. “ພວກເຮົາເຮັດຫຍັງກໍໄດ້” ແຕ່ບໍ່ແມ່ນໝົດທຸກແນວຈະຍົກຈິດໃຈເຮົາຂຶ້ນສູງ. 24.ຢ່າໃຫ້ມີໃຜຊອກຫາຜົນປະໂຫຍດສ່ວນຕົວ, ແຕ່ໃຫ້ຊອກຫາຜົນປະໂຫຍດຂອງຜູ້ອື່ນ. 25.ທຸກສິ່ງທີ່ເຂົາຂາຍຢູ່ຕະຫລາດ ກໍຊື້ມາກິນໄດ້ໂດຍບໍ່ຕ້ອງສືບຖາມ ເພື່ອຄວາມສະຫງົບຂອງມະໂນທຳ. 26.ຍ້ອນວ່າ ແຜ່ນດິນແລະທຸກສິ່ງໃນແຜ່ນດິນເປັນຂອງພຣະເຈົ້າ. 27.ຖ້າມີຄົນຕ່າງສາດສະໜາເຊີນເຈົ້າໄປກິນລ້ຽງ ແລະເຈົ້າຮັບຄຳເຊີນຂອງເຂົາ, ເຈົ້າກໍຈົ່ງຮັບກິນທຸກສິ່ງທີ່ເຂົາຈັດມາໃຫ້ ໂດຍບໍ່ຕ້ອງສືບຖາມ ເພື່ອຄວາມສະຫງົບຂອງມະໂນທຳ. 28.ແຕ່ຖ້າມີຜູ້ບອກເຈົ້າວ່າ: “ແມ່ນຊີ້ນເຊັ່ນພະ”, ເຈົ້າກໍຢ່າກິນ, ຍ້ອນເຫັນແກ່ຜູ້ບອກ ແລະເພື່ອຄວາມສະຫງົບຂອງມະໂນທຳ. 29. ຂ້າພະເຈົ້າເວົ້າເຖິງມະໂນທຳຂອງຜູ້ນັ້ນ, ບໍ່ແມ່ນເວົ້າເຖິງມະໂນທຳຂອງເຈົ້າ. ຍ້ອນວ່າ ເປັນຫຍັງຈຶ່ງໃຫ້ມະໂນທຳຂອງຜູ້ອື່ນມາຕັດສິນອຳເພີໃຈຂອງຂ້າພະເຈົ້າ. 30.ຖ້າຫາກຂ້າພະເຈົ້າຮັບກິນໂດຍຂອບພຣະຄຸນ, ເປັນຫຍັງຂ້າພະເຈົ້າຈຶ່ງຖືກຕິຕຽນ ຍ້ອນສິ່ງທີ່ຂ້າພະເຈົ້າຂອບພຣະຄຸນ? 31.ດັ່ງນີ້ ພວກພີ່ນ້ອງຈະກິນ ຈະດື່ມ ຫລືຈະທຳສິ່ງໜຶ່ງສິ່ງໃດກໍຕາມ ຈົ່ງທຳທຸກສິ່ງເຫລົ່ານັ້ນເພື່ອສີມຸງຄຸນຂອງພຣະເຈົ້າເຖີດ. 32.ຢ່າທຳຕົນເປັນທີ່ສະດຸດແກ່ຜູ້ໃດເລີຍ, ຈະເປັນພວກຢິວ ພວກເກັຣກ ຫລືພຣະກຣິສຕະຈັກຂອງພຣະເຈົ້າ. 33. ຂ້າພະເຈົ້າເອງກໍໄດ້ອອກແຮງ ທຳຕົນໃຫ້ເປັນທີ່ພໍໃຈແກ່ທຸກຄົນໃນທຸກຢ່າງ ໂດຍບໍ່ໄດ້ຊອກສະແຫວງຫາຜົນປະໂຫຍດສ່ວນຕົວ, ແຕ່ສະແຫວງຫາຜົນປະໂຫຍດຂອງຄົນຈຳນວນມາກ ເພື່ອໃຫ້ພວກເຂົາໄດ້ຮອດ.