ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂຣມາ
ພາກທີ 9
ການເປັນຢູ່ຂອງຊາວອິສຣາແອນ
- ພອນພິເສດຂອງອິສຣາແອນ
1. ຂ້າພະເຈົ້າຂໍເວົ້າຄວາມຈິງໃນພຣະກຣິສໂຕ ຂ້າພະເຈົ້າບໍ່ຕົວະເລີຍ. ມະໂນທຳຂອງຂ້າພະເຈົ້າເປັນພິຍານໃຫ້ຂ້າພະເຈົ້າໃນພຣະຈິດເຈົ້າແລ້ວ. 2.ຄືຂ້າພະເຈົ້າມີຄວາມໂສກເສົ້າໃຫຍ່ຫລວງ ແລະເຈັບປວດບໍ່ຢຸດຢ່ອນໃນດວງໃຈຂອງຂ້າພະເຈົ້າ. 3.ຈົນຂ້າພະເຈົ້າປາດ ຖະໜາຢາກຖືກສາບແຊ່ງ ຕັດຂາດຈາກພຣະກຣິສໂຕເພື່ອພວກພີ່ນ້ອງ ຜູ້ຮ່ວມເລືອດເນື້ອເຊື້ອຊາດດຽວກັນ. 4.ພວກເຂົາເປັນບຸດຫລານອິສຣາແອນ, ໄດ້ຮັບສິດເປັນບຸດບຸນທຳ, ໄດ້ຮັບກຽດມຸງຄຸນ, ໄດ້ຮັບພຣະສຳພັນໄມຕີ, ໄດ້ຮັບພຣະທຳບັນຢັດທັງພິທີກຳແລະພຣະສັນຍາຕ່າງໆ. 5.ພວກເຂົາມີບັນພະບຸຣຸດ, ສ່ວນພຣະກຣິສໂຕເຈົ້າເອງ, ທາງຝ່າຍເນື້ອໜັງ, ພຣະອົງກໍສືບເຊື້ອສາຍມາຈາກພວກເຂົາດ້ວຍ. ພຣະອົງຊົງຢູ່ເໜືອສັບພະສິ່ງ ແລະຊົງເປັນພຣະເຈົ້າ ຜູ້ໄດ້ຮັບຄວາມຍ້ອງຍໍສັນຣະເສີນຕະຫລອດນິຣັນດອນ ອາແມນ.6.ແນ່ນອນ ພຣະວາຈາຂອງພຣະເຈົ້າບໍ່ໄດ້ລົ້ມເຫລວໄປດອກ ຍ້ອນວ່າທຸກຄົນທີ່ເປັນເຊື້ອສາຍອິສຣາແອນ ກໍບໍ່ແມ່ນມາຈາກອິສຣາແອນທັງໝົດດອກ. 7.ແລະທຸກຄົນທີ່ມາຈາກເຊື້ອສາຍຂອງອາບຣາຮຳ ກໍບໍ່ແມ່ນລູກແທ້ຂອງທ່ານໝົດຄືກັນ. (ພຣະເຈົ້າຊົງກ່າວກັບອາບຣາຮຳວ່າ): “ແມ່ນຜູ້ເກີດຈາກເຜົ່າພັນຂອງອີຊາອັກນັ້ນແຫລະ ຈະເປັນເຊື້ອສາຍຂອງເຈົ້າ”. 8.ໝາຍຄວາມວ່າ ບໍ່ແມ່ນບຸດຫລານຕາມເນື້ອໜັງຈະເປັນບຸດຂອງພຣະເຈົ້າ, ມີແຕ່ບຸດແຫ່ງພຣະສັນຍາເທົ່ານັ້ນ ຈະເປັນຜູ້ສືບເຊື້ອສາຍໄດ້. 9.ຍ້ອນພຣະສັນຍາໄດ້ກ່າວໄວ້ດັ່ງນີ້: “ເຮົາຈະຫລົບມາໃນຍາມນີ້ ແລ້ວນາງຊາຣາຈະບັງເກີດບຸດຊາຍຜູ້ໜຶ່ງ”. 10.ແລະບໍ່ແມ່ນແຕ່ເທົ່ານັ້ນ; ນາງເຣເບັກກາກໍໄດ້ມີທ້ອງກັບຊາຍຜູ້ໜຶ່ງດ້ວຍຄື ອີຊາອັກ ບັນພະບຸຣຸດຂອງພວກເຮົາ. 11.ເວລານັ້ນ ລູກຂອງນາງກໍບໍ່ທັນເກີດມາ, ແລະບໍ່ທັນຮູ້ຈັກທຳດີທຳຊົ່ວດ້ວຍ. ແຕ່ເພື່ອໃຫ້ພຣະປະສົງຂອງພຣະເຈົ້າໝັ້ນຄົງຕະຫລອດໄປ. ພຣະປະສົງນັ້ນມາຈາກນ້ຳພຣະໄທຂອງພຣະອົງເອງ. 12.ບໍ່ກ່ຽວກັບວຽກການກະທຳ, ແຕ່ສຸດແລ້ວແຕ່ໃຈຂອງພຣະອົງຜູ້ຊົງເອີ້ນ, ພຣະອົງຈຶ່ງກ່າວກັບນາງເຣເບັກກາວ່າ: “ຜູ້ເປັນອ້າຍຈະຮັບໃຊ້ຜູ້ເປັນນ້ອງ”.
13.ຕາມທີ່ໄດ້ຈາລຶກໄວ້ວ່າ: “ເຮົາຮັກແພງຢາກັອບ, ແຕ່ຄຽດຊັງເອເຊົາ”. 14.ນີ້ຈະໝາຍຄວາມວ່າຢ່າງໃດ? ມີຄວາມອະຍຸຕິທຳຢູ່ໃນພຣະເຈົ້າບໍ? ບໍ່ແມ່ນດັ່ງນັ້ນດອກ. 15.ຍ້ອນພຣະອົງໄດ້ກ່າວກັບໂມແຊວ່າ: “ເຮົາຢາກກະລຸນາຜູ້ໃດ ກໍຈະກະລຸນາຜູ້ນັ້ນ. ເຮົາຢາກເມດຕາຜູ້ໃດ ກໍຈະເມດຕາສົງສານຜູ້ນັ້ນ. 16.ດັ່ງນີ້ ເລື່ອງທີ່ກ່າວມານັ້ນ ບໍ່ຂຶ້ນຢູ່ກັບຄວາມຕັ້ງໃຈ ຫລືຄວາມພະຍາຍາມຂອງຄົນ, ແຕ່ຂຶ້ນຢູ່ກັບພະກະລຸນາຂອງພຣະເຈົ້າ. 17.ດັ່ງມີຂໍ້ຄວາມໃນພຣະຄຳພີ ບອກແກ່ຟາຣາໂອວ່າ: “ເຮົາໄດ້ຍົກຍໍເຈົ້າຂຶ້ນ ເພື່ອສຳແດງລິດຂອງເຮົາໃນຕົວເຈົ້າ ແລະເພື່ອໃຫ້ພຣະນາມຂອງເຮົາໄດ້ປະກາດໄປທົ່ວພິພົບ”.
18.ດັ່ງນີ້ ພຣະອົງຊົງກະລຸນາຜູ້ໃດກໍໄດ້ຕາມໃຈມັກ ແລະຊົງທຳໃຫ້ຜູ້ໃດມີໃຈແຂງກະດ້າງ ກໍໄດ້ຕາມໃຈມັກຂອງພຣະອົງດ້ວຍ. 19.ແລ້ວເຈົ້າຈະຖາມເຮົາວ່າ: “ພຣະອົງຍັງຈະຕິຕຽນຫຍັງອີກບໍ? ໃຜຍັງອາດຂັດສູ້ນ້ຳພຣະໄທຂອງພຣະອົງຢູ່ບໍ? 20.ຄົນເອີຍ! ເຈົ້າແມ່ນໃຜ ຈຶ່ງກ້າກ່າວໂຕ້ຕອບພຣະເຈົ້າບໍ? ສິ່ງທີ່ຊ່າງປັ້ນຫລໍ່ຂຶ້ນມາ ຈະກ່າວກັບຊ່າງໄດ້ບໍວ່າ: “ເປັນຫຍັງເຈົ້າຈຶ່ງປັ້ນຫລໍ່ເຮົາແບບນີ້?”. 21.ຊ່າງປັ້ນມີສິດທີ່ຈະເອົາດິນກ້ອນດຽວ ມາປັ້ນເປັນເຄື່ອງໃຊ້ທີ່ສວຍງາມ ຫລືເຄື່ອງໃຊ້ທຳມະດາ ບໍ່ໄດ້ບໍ? 22.ພຣະເຈົ້າຢາກສຳແດງພະພິໂລດແລະຣິດທານຸພາບຂອງພຣະອົງໃຫ້ເຮົາຮູ້ກໍໄດ້, ດັ່ງນີ້ແລ້ວ ພຣະອົງຈຶ່ງອົດກັ້ນພຣະໄທໄວ້ດົນນານ ຕໍ່ພວກທີ່ເປັນເຄື່ອງໃຊ້ສົມຖືກພະພິໂລດ, ແລະຕຽມໄວ້ເພື່ອຄວາມຈິບຫາຍ. 23.ດັ່ງນີ້ ກໍເພື່ອສຳແດງໃຫ້ເຫັນສີມຸງຄຸນອັນອຸດົມລົ້ນເຫລືອຂອງພຣະອົງ ຕໍ່ພວກທີ່ເປັນເຄື່ອງໃຊ້ແຫ່ງພຣະເມດຕາ, ຊຶ່ງພຣະອົງໄດ້ຈັດຕຽມໄວ້ກ່ອນແລ້ວເພື່ອຮັບສີມຸງຄຸນ. 24.ຄືພວກເຮົາ ຊຶ່ງພຣະອົງໄດ້ຮຽກເອົາມາ ບໍ່ແມ່ນແຕ່ຈາກພວກຢິວເທົ່ານັນ ແຕ່ຈາກພວກຄົນຕ່າງຊາດອີກດ້ວຍ. 25.ດັ່ງທີ່ພຣະອົງໄດ້ກ່າວໄວ້ທາງປະພາສົກໂອເຊວ່າ: “ເຮົາຈະຮຽກວ່າປະຊາກອນຂອງເຮົາ ຜູ້ຊຶ່ງແຕ່ກ່ອນບໍ່ແມ່ນປະຊາກອນຂອງເຮົາ; ແລະເຮົາຈະເອີ້ນວ່າຍອດຮັກ ຜູ້ຊຶ່ງແຕ່ກ່ອນບໍ່ແມ່ນຍອດຮັກ. 26.ແລະຍັງໄດ້ຊົງກ່າວຢູ່ບ່ອນດຽວອີກວ່າ: “ພວກເຈົ້າບໍ່ແມ່ນປະຊາກອນຂອງເຮົາ”, ພວກເຂົາຈະໄດ້ຊື່ວ່າ ເປັນບຸດຂອງພຣະເຈົ້າຜູ້ຊົງຊີວິດ”. 27.ປະພາສົກອີຊາຢາໄດ້ຮ້ອງປະກາດເລື່ອງພວກອິສຣາແອນວ່າ: “ແມ່ນຈຳນວນບຸດຫລານອິສຣາແອນ ຈະມາກມາຍ ດັ່ງ ເມັດຊາຍຢູ່ທະເລກໍຕາມ, ແຕ່ພວກທີ່ເຫລືອຄ້າງເທົ່ານັ້ນຈະໄດ້ຮອດ. 28.ຍ້ອນວ່າພຣະອົງເຈົ້າຈະທຳໃຫ້ວາຈາຂອງພຣະອົງສຳເລັດໄປໃນແຜ່ນດິນ ຢ່າງຮີບດ່ວນແລະຄົບຖ້ວນ”. 29.ອີຊາຢາຍັງໄດ້ທວາຍໄວ້ລ່ວງໜ້າວ່າ: “ຖ້າພຣະອົງເຈົ້າແຫ່ງຢາກັອບບໍ່ປະໃຫ້ພວກເຮົາມີເຊື້ອສາຍເຫລືອຢູ່, ພວກເຮົາກໍຈະເປັນດັ່ງເມືອງໂຊດົມແລະໂກໂມແລ້ວ”. 30.ຈະມ້ວນທ້າຍຢ່າງໃດ? ຈະວ່າພວກຕ່າງຊາດ ທີ່ບໍ່ໄດ້ຊອກຫາຄວາມຊອບທຳ ໄດ້ຮັບຄວາມຊອບທຳ ທີ່ມາຈາກຄວາມເຊື່ອ 31.ສ່ວນຊາດອິສຣາແອນ ທີ່ໄດ້ຊອກສະແຫວງຫາຂໍ້ບັນຢັດທີ່ພາໄປເຖິງຄວາມຊອບທຳ ເລີຍບໍ່ໄດ້ເຫັນ. 32.ມັນເປັນດ້ວຍເຫດໃດ? ຍ້ອນເຂົາບໍ່ຊອກຫາຄວາມຊອບທຳນີ້ໂດຍທາງຄວາມເຊື່ອ, ແຕ່ຊອກຫາດ້ວຍການກະທຳ. ດັ່ງນີ້ ເຂົາຈຶ່ງເຕະກ້ອນຫີນທີ່ຂວາງທາງ. 33.ດັ່ງທີ່ຈາລຶກໄວ້ວ່າ: “ເຫັນບໍ ເຮົາໄດ້ວາງຫີນກ້ອນໜຶ່ງໄວ້ໃນເມືອງຊີອອນ, ແມ່ນກ້ອນຫີນທີ່ໃຫ້ຄົນຕຳສະດຸດ ແລະທຳໃຫ້ລົ້ມ. ແຕ່ຖ້າຜູ້ໃດເຊື່ອພຣະອົງ ຈະບໍ່ຕ້ອງອັບອາຍຂາຍໜ້າເລີຍ.