ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂຣມາ

ພາກທີ 8

ຊີວິດຂອງຄົນກຣິສຕັງໃນພຣະຈິດເຈົ້າ

1.ບັດນີ້ ບໍ່ມີການຕັດສິນລົງໂທດເລີຍ ສຳລັບຜູ້ທີ່ເປັນຂອງພຣະກຣິສໂຕ. 2.ຍ້ອນວ່າຂໍ້ບັນຢັດຂອງພຣະຈິດທີ່ບັນດານຊີວິດໃນພຣະກຣິສໂຕນັ້ນ ໄດ້ຊ່ວຍຂ້າພະເຈົ້າໃຫ້ຫວິດພົ້ນຈາກກົດຂອງການບາບແລະຂອງຄວາມຕາຍ. 3.ສິ່ງທີ່ພຣະບັນຢັດບໍ່ສາມາດທຳໄດ້ ຍ້ອນເນື້ອໜັງທຳໃຫ້ອ່ອນເພຍໄປນັ້ນ ພຣະເປັນເຈົ້າທຳໄດ້ ຄືພຣະອົງໄດ້ສົ່ງພຣະບຸດຂອງພຣະອົງລົງມາ ມີສະພາບຄືຮ່າງກາຍບາບຂອງພວກເຮົາ ເພື່ອເປັນສິນບູຊາໄຖ່ບາບ, ພຣະອົງໄດ້ຕັດສິນລົງໂທດບາບໃນເນື້ອໜັງນັ້ນ. 4.ເພື່ອໃຫ້ຄວາມຊອບທຳທີ່ພຣະບັນຢັດຕ້ອງການ ສຳເລັດໄປໃນຕົວຂອງພວກເຮົາ ຜູ້ບໍ່ໄດ້ເກີດຕາມກົດຂອງເນື້ອໜັງ ແຕ່ເດີນຕາມພຣະຈິດເຈົ້າ. 5.ຍ້ອນວ່າ ເມື່ອຢູ່ກ້ອງອຳນາດຂອງເນື້ອໜັງ ເຮົາກໍເອນອຽງໄປທາງເນື້ອໜັງ ແລະເມື່ອຢູ່ກ້ອງອຳນາດຂອງພຣະຈິດເຈົ້າ ເຮົາກໍໃສ່ໃຈແຕ່ນຳຂອງຝ່າຍຈິດ. 6.ການໃສ່ໃຈນຳເນື້ອໜັງຄືຄວາມຕາຍ;

ແຕ່ການໃສ່ໃຈນຳພຣະຈິດແມ່ນຊີວິດແລະສັນຕິສຸກ. 7.ຍ້ອນວ່າການເຄື່ອນໄຫວຕ່າງໆຂອງເນື້ອໜັງແມ່ນການຕໍ່ສູ່ກັບພຣະເຈົ້າ ເນື້ອໜັງບໍ່ນອບນ້ອມຕໍ່ພຣະບັນຢັດຂອງພຣະເຈົ້າ ແລະບໍ່ສາມາດນອບນ້ອມໄດ້ຊ້ຳ. 8.ສ່ວນພວກຢູ່ກ້ອງອຳນາດຂອງເນື້ອໜັງ ຈະເປັນທີ່ພໍພຣະໄທພຣະເຈົ້າບໍ່ໄດ້. 9.ຖ້າຫາກວ່າພຣະຈິດຂອງພຣະເຈົ້າສະຖິດຢູ່ນໍາພວກພີ່ນ້ອງຈິງແທ້, ພວກພີ່ນ້ອງກໍບໍ່ຢູ່ກ້ອງອຳນາດຂອງເນື້ອໜັງ ແຕ່ຢູ່ກ້ອງອຳນາດຂອງຈິດ, ຖ້າຜູ້ໃດບໍ່ມີພຣະຈິດຂອງພະ ກຣິສໂຕຢູ່ນຳ, ຜູ້ນັ້ນກໍບໍ່ແມ່ນຂອງພຣະກຣິສໂຕ. 10.ຖ້າພຣະກຣິສໂຕເຈົ້າສະຖິດກັບພວກພີ່ນ້ອງແທ້, ແມ່ນວ່າກາຍຂອງພວກພີ່ນ້ອງຕ້ອງຕາຍຍ້ອນບາບກໍຕາມ, ແຕ່ຈິດວິນຍານຂອງພວກພີ່ນ້ອງກໍຍັງມີຊີວິດຢູ່ຍ້ອນຄວາມຊອບທຳ. 11.ຖ້າພຣະຈິດຂອງພຣະອົງ ຜູ້ຊົງບັນດານໃຫ້ພຣະເຢຊູກັບຄືນຊີບຈາກພວກຜູ້ຕາຍນັ້ນ ສະຖິດຢູ່ນຳຕົວພວກພີ່ນ້ອງແລ້ວ, ພຣະອົງຜູ້ຊົງບັນດານໃຫ້ພຣະເຢຊູເຈົ້າກັບຄືນຊີບຈາກພວກຜູ້ຕາຍ ກໍຈະຊົງບັນດານໃຫ້ຮ່າງກາຍອັນຕາຍເປັນຂອງພວກພີ່ນ້ອງກັບຄືນຊີບໃໝ່ ເດຊະພຣະຈິດຂອງພຣະອົງ ຜູ້ສະຖິດຢູ່ໃນພວກພີ່ນ້ອງນັ້ນແລ. 12.ດັ່ງນັ້ນ ພີ່ນ້ອງທັງຫລາຍ! ພວກເຮົາຍັງຕິດໜີ້ຢູ່ແນວໜຶ່ງ ແຕ່ບໍ່ແມ່ນຕິດໜີ້ຝ່າຍເນື້ອໜັງ; ດັ່ງນີ້ ພວກເຮົາຈຶ່ງບໍ່ຕ້ອງດຳເນີນຊີວິດຕາມເນື້ອໜັງເລີຍ. 13.ຍ້ອນວ່າ ຖ້າພວກພີ່ນ້ອງດຳເນີນຊີວິດຕາມເນື້ອໜັງ, ພວກພີ່ນ້ອງກໍຈະຕ້ອງຕາຍ. ແຕ່ຖ້າພວກພີ່ນ້ອງກຳຈັດວຽກການຝ່າຍເນື້ອໜັງນັ້ນ ໃຫ້ພິນາດໄປດ້ວຍເດຊະພຣະຈິດແລ້ວ, ພວກພີ່ນ້ອງກໍຈະມີຊີວິດ. 14.ຜູ້ໃດປະພຶດຕາມທີ່ພຣະຈິດເຈົ້າແນບນຳ ຜູ້ນັ້ນແລ້ວແມ່ນບຸດຂອງພຣະເຈົ້າ. 15.ພີ່ນ້ອງບໍ່ໄດ້ຮັບຈິດໃຈເປັນຂ້ອຍທາດ ທີ່ທຳໃຫ້ມີຄວາມຢ້ານກົວຄືນມາອີກເລີຍ, ແຕ່ພີ່ນ້ອງໄດ້ຮັບຈິດໃຈເປັນບຸດບຸນທຳ. ຈິດໃຈນັ້ນບອກໃຫ້ເຮົາຮຽກພຣະອົງວ່າ: “ອັບບາ” (ແປວ່າ ພຣະບິດາ). 16.ແມ່ນພຣະຈິດເຈົ້າເອງຊົງເປັນພິຍານຢືນຢັນໃນຈິດໃຈເຮົາວ່າ ເຮົາແມ່ນບຸດຂອງ ພຣະເຈົ້າ. 17.ຖ້າວ່າພວກເຮົາເປັນບຸດ ເຮົາກໍເປັນທາຍາດ ເປັນທາຍາດຂອງພຣະເຈົ້າ ແລະເປັນຜູ້ຮ່ວມທາຍາດກັບພຣະກຣິສໂຕດ້ວຍ ສັກແຕ່ວ່າພວກເຮົາຍອມທົນທຸກຮ່ວມກັບພຣະອົງ ເພື່ອຈະໄດ້ຮ່ວມສີມຸງຄຸນກັບພຣະອົງ.

 

- ສີມຸງຄຸນໃນພາຍໜ້າ

18. ຂ້າພະເຈົ້າຖືວ່າ ຄວາມທຸກທໍຣະມານຕ່າງໆໃນປັດຈຸບັນນີ້ ຈະປຽບກັບສີມຸງຄຸນຮຸ່ງເຮືອງທີ່ຈະປາກົດອອກມາໃນຕົວພວກເຮົານັ້ນ ບໍ່ໄດ້. 19.ສັບພະສິ່ງທີ່ຖືກສ້າງມາ ມີຄວາມປາດຖະໜາອັນແຮງກ້າ ຢາກເຫັນບັນດາບຸດຂອງພຣະເຈົ້າໄດ້ຮັບສີມຸງຄຸນຮຸ່ງເຮືອງນັ້ນ. 20.ຍ້ອນວ່າສັບພະສິ່ງເຫລົ່ານັ້ນຕ້ອງຈຳໃຈຢູ່ກ້ອງອຳນາດແຫ່ງອະນິຈັງ ບໍ່ແມ່ນຕາມໃຈໂຕເອງ ແຕ່ຕາມນ້ຳພຣະໄທຂອງພຣະອົງ ຜູ້ຊົງບັນດານໃຫ້ເປັນດັ່ງນີ້. 21.ແນວໃດກໍດີ ສັບພະສິ່ງ ເຫລົ່ານັ້ນກໍມີຫວັງຢູ່ ທີ່ຈະໄດ້ພົ້ນຈາກຄວາມເປັນຂ້ອຍທາດ ແລະຈາກຄວາມເສື່ອມຊາມ ອັນຫລີກບໍ່ໄດ້ນັ້ນ ເພື່ອຈະໄດ້ມີສ່ວນໃນເສລີພາບ ແລະຄວາມຮຸ່ງເຮືອງແຫ່ງບັນດາບຸດຂອງພຣະເຈົ້າ. 22.ພວກເຮົາກໍຮູ້ຢູ່ແລ້ວວ່າ ຈົນເຖິງສະໄໝນີ້ ສັບພະສິ່ງທີ່ພຣະເຈົ້າໄດ້ສ້າງມາ ຮ້ອງຄາງຢູ່ດ້ວຍຄວາມເຈັບປວດ ເໝືອນດັ່ງຜູ້ຍິງທີ່ກຳລັງເກີດລູກ. 23.ແລະບໍ່ແມ່ນແຕ່ສັບ ພະສິ່ງເທົ່ານັ້ນ ພວກເຮົາເອງທີ່ໄດ້ຮັບພຣະຄຸນກົກເຄົ້າຂອງພຣະຈິດແລ້ວ ກໍຍັງຮ້ອງຄາງຢູ່ໃນໃຈ ໃນເວລາທີ່ຄອງຖ້າພຣະອົງປະທານໃຫ້ເຮົາເປັນບຸດບຸນທຳຂອງພຣະອົງ ແລະກູ້ໄຖ່ເອົາຮ່າງກາຍຂອງເຮົາ. 24.ພວກເຮົາໄດ້ຮອດດ້ວຍອາໄສຄວາມຫວັງ, ແຕ່ຄວາມຫວັງໃນສິ່ງທີ່ເຫັນແລ້ວ ບໍ່ແມ່ນຄວາມຫວັງອີກເລີຍ ຍ້ອນວ່າຈະຫວັງໃນສິ່ງທີ່ເຫັນແລ້ວໄດ້ຢ່າງໃດອີກ. 25.ແຕ່ຖ້າເຮົາຫວັງໃນສິ່ງທີ່ເຮົາບໍ່ເຫັນ, ເຮົາກໍຕ້ອງຄອຍຖ້າດ້ວຍຄວາມອົດທົນ. 26.ກໍດັ່ງດຽວກັນ ພຣະຈິດເຈົ້າສະເດັດມາຊ່ວຍຊູຄວາມອ່ອນແອຂອງພວກເຮົາ, ຍ້ອນວ່າພວກເ.ຮົາບໍ່ຮູ້ວ່າຄວນວອນຂໍຢ່າງໃດ; ແຕ່ພຣະຈິດເຈົ້ານັ້ນເອງວອນຂໍພຣະເຈົ້າເພື່ອເຮົາ ດ້ວຍສຽງຮ້ອງຄາງເຫລືອທີ່ຈະເວົ້າໄດ້. 27.ແລະພຣະອົງຜູ້ຊົງສ່ອງໃນຈິດໃຈຂອງມະນຸດ ກໍຊາບເຖິງຄວາມປາດຖະໜາຂອງພຣະຈິດເຈົ້າ ແລະພຣະອົງຊົງຊາບວ່າ ຄວາມວອນຂໍຂອງພຣະຈິດເຈົ້າເພື່ອບັນດາພີ່ນ້ອງນັ້ນ ກໍຖືກຕ້ອງຕາມໂຄງການຂອງພຣະເຈົ້າ. 28.ພວກເຮົາຮູ້ດີວ່າ ທຸກສິ່ງເປັນປະໂຫຍດແກ່ບັນດາຜູ້ຮັກຫອມພຣະເຈົ້າ ຄືພວກທີ່ພຣະອົງຊົງຮຽກມາຕາມແຜນການຂອງພຣະອົງ. 29.ພວກທີ່ພຣະອົງຊົງເລືອກໄວ້ແຕ່ໃດໆມາ ພຣະອົງໄດ້ຊົງກຳໜົດໃຫ້ເຂົາເປັນຮູບເງົາແຫ່ງພຣະບຸດຂອງພຣະອົງ ເພື່ອໃຫ້ພຣະບຸດໄດ້ເປັນອ້າຍກົກໃນໝູ່ພີ່ນ້ອງຈຳນວນມາກ. 30.ພວກທີ່ພຣະອົງຊົງກຳໜົດໄວ້ແຕ່ໃດໆມາໃຫ້ຄ້າຍຄືກັບພຣະບຸດນັ້ນ ພຣະອົງກໍຮຽກເຂົາມາເໝືອນກັນ; ພວກທີ່ພຣະອົງຊົງຮຽກມານັ້ນ ພຣະອົງກໍໄດ້ໂຜດໃຫ້ເຂົາເປັນຜູ້ຊອບທຳ ແລະພວກທີ່ພຣະອົງຊົງໂຜດໃຫ້ເປັນຜູ້ຊອບທຳນັ້ນ ພຣະອົງກໍໄດ້ປະທານສີມຸງຄຸນແກ່ເຂົາດ້ວຍ.

31.ຈະວ່າຢ່າງໃດຕື່ມອີກບໍ? ຖ້າພຣະເຈົ້າພ້ອມພວກເຮົາແລ້ວ, ໃຜຈະຕໍ່ສູ້ພວກເຮົາໄດ້? 32.ພຣະອົງບໍ່ໄດ້ຫວງແຫນພຣະບຸດຂອງພຣະອົງ ແຕ່ຊົງມອບພຣະບຸດນັ້ນເພື່ອເຮົາທັງຫລາຍ. ດັ່ງນີ້ ພຣະອົງຈະບໍ່ປະທານທຸກຢ່າງໃຫ້ພວກເຮົາພ້ອມກັບພຣະບຸດຂອງພຣະອົງບໍ? 33.ພຣະເຈົ້າຊົງຍົກໂທດໂຜດຜິດແລ້ວ ໃຜຈະມາຟ້ອງຫາພວກທີ່ພຣະອົງເລືອກສັນໄດ້? 34.ພຣະເຢຊູກຣິສໂຕໄດ້ສິ້ນພຣະຊົນ, ໄດ້ກັບຄືນຊີບ, ຊົງປະທັບຢູ່ເບື້ອງຂວາຂອງພຣະບິດາ ແລະສະເໜີຊ່ວຍພວກເຮົາແລ້ວ, ໃຜຈະມາຕັດສິນລົງໂທດພວກເຮົາໄດ້? 35.ໃຜຈະມາແຍກພວກເຮົາອອກຈາກພຣະກຣິສໂຕໄດ້? ຄວາມຍາກລຳບາກບໍ? ຄວາມວຸ້ນວາຍໃນໃຈບໍ? ການບຽດບຽນຂົ່ມເຫັງບໍ? ຄວາມອຶດຢາກຫລືການຂາດເຂີນເຄື່ອງນຸ່ງຫົ່ມບໍ? ໄພອັນຕະລາຍ ຫລືຄົມຫອກຄົມງ້າວບໍ?

36.ໄດ້ມີຈາລຶກໄວ້ຕາມພຣະຄຳພີວ່າ: “ຍ້ອນເຫັນແກ່ພຣະອົງ ພວກຂ້າພະເຈົ້າຖືກເຂົາ ຂ້າໝົດມື້ເທົ່າຄ່ຳ ແລະຖືກນັບເປັນຄືສັດທີ່ເຂົານຳເອົາໄປໂຮງຂ້າສັດ”. 37.ແຕ່ທຸກສິ່ງເຫລົ່ານີ້ ພວກເຮົາຈະເອົາຊະນະມັນໄດ້ຢ່າງງ່າຍດາຍ ດ້ວຍອາໄສພຣະອົງຜູ້ຊົງຮັກເຮົາ. 38.ແມ່ນແລ້ວ, ຂ້າພະເຈົ້າເຊື່ອແນ່ແທ້ວ່າ: ບໍ່ວ່າຄວາມຕາຍຫລືຊີວິດ, ບໍ່ວ່າເທວະດາຫລືເຈົ້ານາຍ, ບໍ່ວ່າປັດຈຸບັນຫລືອານາຄົດ ຫລືລິດອຳນາດໃດໆ, 39.ບໍ່ວ່າຄວາມສູງຫລືຄວາມເລິກ, ຫລືທຸກສິ່ງທີ່ຖືກສ້າງມານັ້ນກໍດີ ຈະບໍ່ສາມາດແຍກພວກເຮົາອອກຈາກຄວາມຮັກຂອງພຣະເຈົ້າ, ຊຶ່ງປາກົດແຈ້ງອອກມາໃນອົງພຣະເຢຊູກຣິສໂຕພຣະເຈົ້າຂອງເຮົາທັງຫລາຍ ໄດ້ເລີຍ.