ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂຣມາ
ພາກທີ 7
ຄົນກຣິສຕັງຫລຸດພົ້ນຈາກອຳນາດຂໍ້ບັນຢັດ
1.ພີ່ນ້ອງທັງຫລາຍ, ພີ່ນ້ອງບໍ່ຮູ້ບໍວ່າ ຂໍ້ບັນຢັດມີອຳນາດຄວບຄຸມຄົນ ຕະຫລອດເວລາທີ່ຄົນຍັງມີຊີວິດຢູ່? ນີ້ ເຮົາເວົ້າກັບພວກນັກກົດໝາຍ. 2.ດັ່ງນີ້ ຜູ້ຍິງທີ່ມີຜົວ ກໍຕ້ອງຢູ່ໃນກົດລະບຽບຜົວເມຍ ຕະຫລອດເວລາທີ່ຜົວຍັງມີຊີວິດຢູ່. ແຕ່ຖ້າຜົວຕາຍໄປ ຍິງນັ້ນກໍພົ້ນຈາກກົດລະບຽບນີ້. 3.ດັ່ງນີ້ ຖ້າເວລາຜົວຍັງມີຊີວິດຢູ່ ແຕ່ຍິງນັ້ນໄປພົວພັນກັບຊາຍຄົນອື່ນ, ຍິງນັ້ນກໍຈະໄດ້ຊື່ວ່າຍິງຫລິ້ນຊູ້. ຖ້າວ່າຜົວຕາຍ, ຍິງນັ້ນກໍພົ້ນຈາກກົດລະບຽບຜົວເມຍ, ເຂົາຈະໄປຕິດພັນຊາຍຄົນອື່ນ ກໍບໍ່ຜິດໃນການຫລິ້ນຊູ້. 4.ພວກພີ່ນ້ອງກໍດັ່ງດຽວກັນ, ພວກພີ່ນ້ອງໄດ້ຕາຍປະຂໍ້ບັນຢັດແລ້ວ ດ້ວຍອາໄສພຣະກາຍຂອງພຣະກຣິສໂຕ ເພື່ອຈະໄດ້ກາຍເປັນຂອງຜູ້ອື່ນ ຄືຂອງພຣະອົງ ຜູ້ໄດ້ກັບຄືນຊີບຈາກພວກຜູ້ຕາຍ ເພື່ອໃຫ້ພວກເຮົາໄດ້ເກີດໝາກຜົນຖະຫວາຍແດ່ພຣະເຈົ້າ. 5.ຕາມຈິງແລ້ວ, ເມື່ອເວລາພວກເຮົາດຳເນີນຊີວິດຕາມຢ່າງມະນຸດນັ້ນ ຕັນຫາຊົ່ວກໍໃຊ້ຂໍ້ບັນຢັດເປັນເຄື່ອງມື ເພື່ອໃຫ້ອະໄວຍະວະຂອງເຮົາເກີດຜົນ ພາໄປສູ່ຄວາມຕາຍ. 6.ແຕ່ດຽວນີ້ ພວກເຮົາໄດ້ຕາຍປະສິ່ງທີ່ດຶງຈ່ອງພວກເຮົາໄວ້, ພວກເຮົາໄດ້ຫລຸດພົ້ນຈາກອຳນາດຂອງຂໍ້ບັນຢັດ, ມາຮັບໃຊ້ຢູ່ໃນລະບອບປົກຄອງໃໝ່ຂອງພຣະຈິດເຈົ້າ ບໍ່ແມ່ນຢູ່ກ້ອງອຳນາດຂອງລະບອບປົກຄອງເກົ່າ ຄືຕາມຕົວໜັງສືອີກແລ້ວ.
- ໜ້າທີ່ຂອງພຣະບັນຢັດ
7.ດັ່ງນີ້ຈະວ່າຢ່າງໃດ? ວ່າພຣະບັນຢັດເປັນຄືການບາບບໍ? ບໍ່ແມ່ນດອກ. ແຕ່ຂ້າພະເຈົ້າຮູ້ຈັກວ່າ ເປັນບາບກໍຍ້ອນມີບັນຢັດບົ່ງໄວ້. ດັ່ງນີ້ ຖ້າພຣະບັນຢັດບໍ່ບອກວ່າ “ເຈົ້າຢ່າໂລບມາກ” ຂ້າພະເຈົ້າກໍຄົງຈະບໍ່ຮູ້ວ່າ ຄວາມໂລບນັ້ນຄືຫຍັງ. 8.ແຕ່ການບາບໄດ້ໃຊ້ພຣະບັນຢັດເປັນຊ່ອງທາງສ້າງຄວາມໂລບຕ່າງໆຂຶ້ນໃນຕົວຂ້າພະເຈົ້າ. ຍ້ອນວ່າ ຖ້າບໍ່ມີກົດໝາຍ ການບາບກໍເປັນຂອງທີ່ຕາຍໄປແລ້ວ. 9.ແຕ່ກ່ອນ ຂ້າພະເຈົ້າຈຳເລີນຊີວິດໂດຍບໍ່ມີພຣະບັນຢັດ. ແຕ່ເມື່ອມີພຣະບັນຢັດ ບາບກໍມີຊີວິດຂຶ້ນມາ. 10.ສ່ວນຂ້າພະເຈົ້າກໍເລີຍຕາຍ, ຍ້ອນວ່າພຣະບັນຢັດທີ່ພາໄປຫາຊີວິດນັ້ນ ໄດ້ພາຂ້າພະເຈົ້າໄປຫາຄວາມຕາຍ. 11.ຍ້ອນວ່າບາບໄດ້ໃຊ້ພຣະບັນຢັດເປັນຊ່ອງທາງຫລອກລວງຂ້າພະເຈົ້າ ແລະຂ້າຂ້າພະເຈົ້າໃຫ້ຕາຍ. 12.ດັ່ງນີ້ ພຣະບັນຢັດຈຶ່ງເປັນສິ່ງສັກສິດ ແລະຂໍ້ບັນຢັດເປັນສິ່ງຍຸຕິທຳແລະດີງາມ. 13.ແນວດີງາມຈະນຳເອົາຄວາມຕາຍມາໃຫ້ຂ້າພະເຈົ້າບໍ? ບໍ່ແມ່ນດອກ. ແຕ່ແມ່ນໂຕບາບນັ້ນເອງ ມັນໃຊ້ແນວດີງາມນຳເອົາຄວາມຕາຍມາໃຫ້ຂ້າພະເຈົ້າ, ເພື່ອໃຫ້ປະຈັກແຈ້ງອອກມາວ່າແມ່ນບາບແທ້ ແລະມັນໄດ້ໃຊ້ພຣະບັນຢັດເປັນເຄື່ອງມື ເພື່ອສຳແດງລິດບາບຂອງມັນອອກມາຈົນສຸດຂີດ.
- ການສູ້ຮົບພາຍໃນຕົວເຮົາ
14.ພວກເຮົາຮູ້ຢ່າງແນ່ນອນວ່າ ພຣະບັນຢັດແມ່ນເລື່ອງຝ່າຍຈິດ. ສ່ວນຕົວຂ້າພະເຈົ້າ ເປັນມະນຸດທີ່ຖືກຂາຍໃຫ້ເປັນຂ້ອຍທາດຂອງບາບ. 15.ຕາມຈິງແລ້ວ ຂ້າພະເຈົ້າບໍ່ເຂົ້າໃຈວ່າຂ້າພະເຈົ້າເຮັດຫຍັງ ຍ້ອນວ່າແນວຂ້າພະເຈົ້າມັກ ຂ້າພະເຈົ້າບໍ່ທຳ ແຕ່ໄປທຳແນວທີ່ຕົວບໍ່ມັກ. 16.ຖ້າຂ້າພະເຈົ້າທຳແນວທີ່ຂ້າພະເຈົ້າບໍ່ມັກ ຂ້າພະເຈົ້າກໍຮັບຮູ້ວ່າພຣະບັນຢັດນັ້ນດີ. 17.ດັ່ງນີ້ ບໍ່ແມ່ນຂ້າພະເຈົ້າເປັນຜູ້ທຳ ແຕ່ແມ່ນບາບຢູ່ໃນຕົວຂ້າພະເຈົ້ານັ້ນເປັນຜູ້ທຳ. 18.ຍ້ອນຂ້າພະເຈົ້າຮູ້ວ່າ ໃນເນື້ອກາຍຂອງຂ້າພະເຈົ້າບໍ່ມີແນວດີຢູ່ນຳ, ຍ້ອນວ່າເຈດຕະນາດີນັ້ນ ຂ້າພະເຈົ້າມີຢູ່ ແຕ່ບໍ່ແມ່ນເພື່ອທຳໃຫ້ເຈດຕະນານັ້ນສຳເລັດໄປ. 19.ຍ້ອນວ່າການດີທີ່ຂ້າພະເຈົ້າຢາກທຳນັ້ນ ຂ້າພະເຈົ້າກໍບໍ່ທຳ ແຕ່ໄປທຳແນວບໍ່ດີທີ່ຂ້າພະເຈົ້າບໍ່ປາດຖະໜາ. 20.ດັ່ງນີ້ ຖ້າຂ້າພະເຈົ້າທຳສິ່ງທີ່ຕົນບໍ່ປາດຖະໜາແລ້ວ ກໍບໍ່ແມ່ນຂ້າພະເຈົ້າເອງທຳ ແຕ່ແມ່ນບາບທີ່ຢູ່ໃນຕົວຂ້າພະເຈົ້ານັ້ນແຫລະ ເປັນຜູ້ທຳ. 21. ຂ້າພະເຈົ້າສັງເກດເຫັນມີກົດອັນໜຶ່ງ ຄືເມື່ອໃດຂ້າພະເຈົ້າປາດຖະໜາຢາກທຳການດີ ຄວາມຊົ່ວກໍມາແຊກແຊງຕັນທາງໄວ້. 22.ຍ້ອນວ່າ ໃນສ່ວນເລິກແຫ່ງຈິດໃຈຂອງຂ້າພະເຈົ້ານັ້ນ, ຂ້າພະເຈົ້າມີຄວາມປິຕິຍິນດີໃນພຣະບັນຢັດຂອງພຣະເຈົ້າ. 23.ແຕ່ຢູ່ໃນອະໄວຍະວະຂອງຂ້າພະເຈົ້ານັ້ນ ຂ້າພະເຈົ້າໄດ້ພົບເຫັນມີກົດອັນໜຶ່ງອີກ ທີ່ຕໍ່ສູ້ກັບກົດແຫ່ງຈິດໃຈຂອງຂ້າພະເຈົ້າ ມັນເຮັດໃຫ້ຂ້າພະເຈົ້າເປັນຂ້ອຍທາດຂອງບາບ ທີ່ຢູ່ໃນອະໄວຍະວະຂອງຂ້າພະເຈົ້າເອງ. 24.ໂອນໍ! ຂ້າພະເຈົ້າເປັນຄົນທຸກເວດທະນາແທ້! ໃຜຈະຊ່ວຍຂ້າພະເຈົ້າໃຫ້ຫວິດຈາກຮ່າງກາຍທີ່ຕ້ອງຕາຍນີ້ບໍ? 25.ຂໍສົມມະນາຄຸນພຣະເປັນເຈົ້າ ເດຊະພຣະເຢຊູກຣິສໂຕພຣະເຈົ້າຂອງເຮົາທັງຫລາຍ! ດັ່ງນີ້ ທາງດ້ານຈິດໃຈ ຂ້າພະເຈົ້າຍອມຢູ່ກ້ອງອຳນາດພຣະບັນຢັດຂອງພຣະເຈົ້າ ແຕ່ທາງເນື້ອໜັງ ຂ້າພະເຈົ້າກໍຢູ່ກ້ອງອຳນາດຂອງການບາບ.