ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂຣມາ

ພາກທີ 6

ຄວາມຕາຍແລະຊີວິດຮ່ວມກັບພຣະເຢຊູເຈົ້າ

 

- ສິນລ້າງບາບ

1.ຖ້າດັ່ງນັ້ນແລ້ວ ຈະວ່າຢ່າງໃດ? ຄວນໃຫ້ເຮົາຈົມຢູ່ໃນບາບ ເພື່ອໃຫ້ພຣະຄຸນເພີ່ມພູນທະວີຂຶ້ນບໍ? 2.ບໍ່ແມ່ນດັ່ງນັ້ນດອກ. ຍ້ອນວ່າພວກເຮົາໄດ້ຕາຍປະບາບແລ້ວ ຍັງຈະມາຈຳເລີນຊີວິດຢູ່ໃນບາບອີກບໍ? 3.ພີ່ນ້ອງບໍ່ຮູ້ບໍວ່າ ເຮົາທຸກຄົນທີ່ໄດ້ຮັບສິນລ້າງບາບໃນພຣະກຣິສໂຕເຢຊູແລ້ວ, ກໍແມ່ນໄດ້ຮັບສິນລ້າງໃນຄວາມຕາຍຂອງພຣະອົງດ້ວຍ. 4.ຍ້ອນວ່າ ພວກເຮົາໄດ້ຖືກຝັງຮ່ວມກັບພຣະອົງໃນຄວາມຕາຍດ້ວຍສິນລ້າງບາບແລ້ວ, ນັ້ນກໍເພື່ອໃຫ້ພວກເຮົາໄດ້ຈຳເລີນຊີວິດໃໝ່ ດັ່ງດຽວກັບພຣະກຣິສໂຕຜູ້ໄດ້ກັບເປັນຄືນມາຈາກຄວາມຕາຍ ເດຊະຣິດທານຸພາບຂອງພຣະບິດາ. 5.ຍ້ອນວ່າ ຖ້າພວກເຮົາໄດ້ປະສົບຄວາມຕາຍແນວດຽວກັບພຣະກຣິສໂຕ, ພວກເຮົາກໍຈະກັບເປັນຄືນມາແນວດຽວກັບພຣະອົງດ້ວຍ. 6.ພວກເຮົາຕ້ອງເຂົ້າໃຈວ່າ ສະພາບຄົນເກົ່າຂອງເຮົາໄດ້ຖືກຄຶງໃສ່ກາງເຂນຮ່ວມກັບພຣະອົງແລ້ວ, ເພື່ອໃຫ້ກາຍ,ທີ່ເປັນຂ້ອຍທາດຂອງບາບນັ້ນ, ຖືກທຳລາຍເສຍ, ແລ້ວພວກເຮົາຈະບໍ່ເປັນຂ້ອຍທາດຂອງບາບອີກຕໍ່ໄປ. 7.ດ້ວຍວ່າ ຜູ້ທີ່ຕາຍແລ້ວກໍພົ້ນຈາກອຳນາດຂອງບາບ. 8.ພວກເຮົາເຊື່ອວ່າ ຖ້າເຮົາຕາຍຮ່ວມກັບພຣະກຣິສໂຕແລ້ວ ພວກເຮົາກໍມີຊີວິດຮ່ວມກັບພຣະອົງ. 9.ພວກເຮົາຮູ້ຢູ່ແລ້ວວ່າ ພຣະກຣິສໂຕເຈົ້າ, ເມື່ອກັບເປັນຄືນມາຈາກພວກຜູ້ຕາຍແລ້ວ, ບໍ່ໄດ້ຕາຍອີກ ແລະຄວາມຕາຍບໍ່ມີອຳນາດໃນພຣະອົງຕໍ່ໄປອີກເລີຍ. 10.ຄວາມຕາຍແຕ່ເທື່ອດຽວຂອງພຣະອົງ ແມ່ນຄວາມຕາຍເພື່ອທຳລາຍບາບຕະຫລອດໄປ, ແຕ່ຊີວິດຂອງພຣະອົງແມ່ນຊີວິດເພື່ອພຣະເປັນເຈົ້າ. 11.ສ່ວນພວກພີ່ນ້ອງກໍດັ່ງດຽວກັນ, ຈົ່ງຖືວ່າຕົນໄດ້ຕາຍປະບາບແລ້ວ, ແລະມີຊີວິດເພື່ອພຣະເປັນເຈົ້າໃນພຣະກຣິສໂຕເຢຊູ. 12.ດັ່ງນີ້ ຂໍຢ່າໃຫ້ບາບໄດ້ເປັນເຈົ້າຄຸ້ມຄອງຮ່າງກາຍທີ່ຕາຍເປັນຂອງພວກພີ່ນ້ອງເລີຍ ເພື່ອບັງຄັບໃຫ້ທຳຕາມຄວາມມັກໄດ້ຂອງມັນ. 13.ຢ່າມອບອະໄວຍະວະຂອງຕົນຮັບໃຊ້ບາບ ເພື່ອເປັນເຄື່ອງມືສ້າງຄວາມອະທຳ ຈົ່ງມອບຕົວຂອງຕົນໃຫ້ພຣະເຈົ້າ ພ້ອມທັງອະໄວຍະວະ ເພື່ອເປັນເຄື່ອງມືສ້າງຄວາມຊອບທຳ ເໝືອນກັບຄົນທີ່ໄດ້ກັບເປັນຄືນມາຈາກພວກຜູ້ຕາຍແລ້ວ. 14.ຍ້ອນວ່າບາບຈະບໍ່ມີສິດຫຍັງໃນຕົວພວກພີ່ນ້ອງອີກ. ດ້ວຍວ່າພວກພີ່ນ້ອງບໍ່ໄດ້ຢູ່ກ້ອງອຳນາດຂໍ້ບັນຢັດ ແຕ່ຢູ່ກ້ອງອຳນາດຂອງພຣະຄຸນ. 

 

- ການຮັບໃຊ້ຄວາມຊອບທຳ

15.ດັ່ງນັ້ນ ຈະເປັນຢ່າງໃດຕໍ່ໄປບໍ? ພວກເຮົາຈະພາກັນທຳບາບ ຍ້ອນວ່າພວກເຮົາບໍ່ໄດ້ຢູ່ກ້ອງອຳນາດຂອງຂໍ້ບັນຢັດ ແຕ່ຢູ່ກ້ອງອຳນາດຂອງພຣະຄຸນບໍ? ... ບໍ່ແມ່ນດັ່ງນັ້ນດອກ. 16.ພີ່ນ້ອງບໍ່ຮູ້ບໍວ່າ ເມື່ອພວກພີ່ນ້ອງມອບຕົວຮັບໃຊ້ເຊື່ອຟັງຜູ້ໃດ ພວກພີ່ນ້ອງກໍເປັນຂ້ອຍຜູ້ທີ່ພວກພີ່ນ້ອງເຊື່ອຟັງນັ້ນເອງ ຄືເປັນຂ້ອຍບາບທີ່ພາໄປເຖິງຄວາມຕາຍ ຫລືເປັນຂ້ອຍຂອງການເຊື່ອຟັງ ທີ່ພາໄປເຖິງຄວາມຊອບທຳ? 17.ຈົ່ງສົມມະນາຄຸນພຣະເຈົ້າ ຍ້ອນວ່າ ແຕ່ກ່ອນພວກພີ່ນ້ອງໄດ້ເປັນຂ້ອຍຂ້າຂອງບາບ ແຕ່ບັດນີ້ ພວກພີ່ນ້ອງໄດ້ເຕັມໃຈເຊື່ອຟັງຫລັກຄໍາ ສອນອັນດຽວກັນ ທີ່ໄດ້ຖືກຖ່າຍທອດມາເຖິງພວກພີ່ນ້ອງ. 18.ເມື່ອໄດ້ຫລຸດພົ້ນຈາກບາບແລ້ວ ພວກພີ່ນ້ອງກໍໄດ້ກາຍເປັນຂ້ອຍທາດຂອງຄວາມຊອບທຳ. 19.ເຮົາຂໍເອົາຄວາມປຽບທຽບແບບທຳມະດາມະນຸດ ມາເວົ້າ ຍ້ອນຄວາມອ່ອນແອພາສາມະນຸດຂອງພວກພີ່ນ້ອງ ຄືວ່າ ແຕ່ກ່ອນພວກພີ່ນ້ອງໄດ້ມອບອະໄວຍະວະຂອງຕົນ ໃຫ້ເປັນຂ້ອຍທາດຂອງຄວາມຊົ່ວມົວໝອງແລະຄວາມວຸ້ນວາຍ ທີ່ພາໃຫ້ກໍ່ການຂະບົດຕໍ່ພຣະເຈົ້າຢ່າງໃດ ດຽວນີ້ ກໍຈົ່ງມອບອະໄວຍະວະນັ້ນມາຮັບໃຊ້ຄວາມຊອບທຳ ເພື່ອຈະໄດ້ເປັນຜູ້ສັກສິດຢ່າງນັ້ນດ້ວຍ. 20.ເມື່ອພວກພີ່ນ້ອງເປັນຂ້ອຍທາດຂອງບາບຢູ່ນັ້ນ ພວກພີ່ນ້ອງກໍບໍ່ໄດ້ຫົວຊານຳຄວາມຊອບທຳ. 21.ແຕ່ວ່າໄດ້ປະໂຫຍດຫຍັງແດ່ບໍ? ດຽວນີ້ ເມື່ອຄຶດເຖິງມັນ ພວກພີ່ນ້ອງກໍຮູ້ສຶກລະອາຍ ຍ້ອນວ່າທ້າຍສຸດຂອງມັນແມ່ນຄວາມຕາຍ. 22.ສ່ວນດຽວນີ້ ໄດ້ຫລຸດພົ້ນຈາກບາບ ແລະໄດ້ກາຍເປັນຂ້ອຍທາດຂອງພຣະເຈົ້າແລ້ວ, ຜົນຕອບແທນກໍຄືຄວາມສັກສິດ ແລະທ້າຍສຸດກໍແມ່ນຊີວິດນີລັນດອນ. 23.ດ້ວຍວ່າ ຄ່າຈ້າງຂອງບາບແມ່ນຄວາມຕາຍ ແຕ່ພະທານຈາກ ພຣະເຈົ້ານັ້ນແມ່ນຊີວິດນິຣັນດອນໃນພຣະເຢຊູກຣິສໂຕພຣະເຈົ້າຂອງເຮົາທັງຫລາຍ.