ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂຣມາ

ພາກທີ 4

ຄ/ ແບບຢ່າງຂອງອາບຣາຮຳ

 

- ອາບຣາຮຳໄດ້ເປັນຜູ້ຊອບທຳຍ້ອນຄວາມເຊື່ອ

1.ດັ່ງນີ້ ພວກເຮົາຈະວ່າແນວໃດເລື່ອງອາບຣາຮຳ, ບັນພະບຸຣຸດຂອງພວກເຮົາທາງຝ່າຍເນື້ອໜັງ? 2.ຖ້າວ່າອາບຣາຮຳໄດ້ເປັນຜູ້ຊອບທຳ ຍ້ອນອາໄສການກຸສົນຂອງເພິ່ນ ເພິ່ນກໍອວດຕົວໄດ້. ແຕ່ວ່າບໍ່ແມ່ນຕໍ່ພຣະພັກພຣະເຈົ້າ. 3.ຕາມຈິງແລ້ວ ພຣະຄຳພີໄດ້ວ່າແນວໃດ?”ອາບຣາຮຳເຊື່ອໃນພຣະເຈົ້າ, ແລະຄວາມເຊື່ອນັ້ນ ພຣະເຈົ້າຖືວ່າເປັນຄວາມຊອບທຳໃຫ້ທ່ານ”. 4.ສ່ວນຜູ້ທີ່ທຳງານ, ຄ່າຈ້າງທີ່ເຂົາໄດ້ຮັບນັ້ນ ບໍ່ແມ່ນຄ່າບຳເໜັດ, ແຕ່ເປັນຄ່າແຮງງານ. 5.ສ່ວນຜູ້ທີ່ບໍ່ອາໄສການທຳງານ ແຕ່ມີຄວາມເຊື່ອໃນພຣະອົງ ຜູ້ທຳໃຫ້ຄົນອະທຳກາຍເປັນຄົນຊອບທຳ, ເຮົາກໍຖືເອົາຄວາມເຊື່ອຂອງເຂົາເປັນດັ່ງຄວາມຊອບທຳ. 6.ດັ່ງກະສັດດາວິດໄດ້ປະກາດວ່າ ມີບຸນຫລາຍ ບຸກຄົນທີ່ພຣະເຈົ້າໄດ້ຊົງຖືວ່າເປັນຜູ້ຊອບທຳ ໂດຍອາໄສການປະຕິບັດ ວ່າ: 7.“ບຸນລາບແກ່ຜູ້ໄດ້ຮັບການອະໄພໂທດແລະການໂຜດບາບທັງມວນ. 8.ບຸນລາບແກ່ຜູ້ທີ່ພຣະເຈົ້າບໍ່ຖືໂທດຖືໂພຍອັນໃດ”. 9.ດັ່ງນີ້ ຄຳປະກາດວ່າມີບຸນນັ້ນ ແມ່ນແຕ່ສຳລັບພວກທີ່ໄດ້ຮັບສິນຕັດບໍ? ຫລືວ່າພວກທີ່ບໍ່ໄດ້ຮັບສິນຕັດກໍມີສ່ວນນຳດ້ວຍ? ຕາມຈິງ ພວກເຮົາເວົ້າວ່າ: “ອາບຣາຮຳເຊື່ອ, ພຣະເຈົ້າຈຶ່ງຖືວ່າທ່ານເປັນຜູ້ຊອບທຳ. 10.ພຣະເຈົ້າໄດ້ຖືເອົາຄວາມເຊື່ອຂອງອາບຣາຮຳ ວ່າເປັນຄວາມຊອບທຳນັ້ນ ຢ່າງໃດ? ເມື່ອເວລາທ່ານຮັບສິນຕັດແລ້ວ ຫລືວ່າກ່ອນຮັບສິນຕັດບໍ? ບໍ່ແມ່ນເມື່ອຮັບສິນຕັດແລ້ວ ແຕ່ກ່ອນຮັບສິນຕັດ. 11.ແລ້ວທ່ານກໍໄດ້ຮັບເຄື່ອງໝາຍສິນຕັດ ເປັນການປະທັບແຫ່ງຄວາມຊອບທຳ ທີ່ທ່ານໄດ້ຮັບຈາກຄວາມເຊື່ອ ເມື່ອທ່ານຍັງບໍ່ໄດ້ຮັບສິນຕັດ. ດັ່ງນີ້ ທ່ານຈຶ່ງໄດ້ກາຍເປັນບິດາຂອງພວກທີ່ເຊື່ອ ຊຶ່ງພຣະເຈົ້າຖືວ່າເປັນຄົນຊອບທຳ ແມ່ນວ່າຍັງບໍ່ໄດ້ຮັບສິນຕັດກໍຕາມ. 12.ທ່ານຍັງເປັນບິດາຂອງຜູ້ທີ່ໄດ້ຮັບສິນຕັດແລ້ວ ຄືພວກທີ່ບໍ່ພຽງແຕ່ໄດ້ຮັບສິນຕັດທໍ່ນັ້ນ, ແຕ່ເດີນຕາມຮ່ອງຮອຍຄວາມເຊື່ອ ຊຶ່ງທ່ານອາບຣາຮຳ ບິດາຂອງເຮົາທັງຫລາຍ ໄດ້ມີຢູ່ແລ້ວ ກ່ອນທ່ານເອງບໍ່ທັນໄດ້ຮັບສິນຕັດ. 13.ຕາມຈິງແລ້ວ ພຣະເຈົ້າໄດ້ສັນຍາກັບອາບຣາຮຳແລະບຸດຫລານຂອງເພິ່ນວ່າ ຈະໄດ້ຮັບໂລກເປັນມໍລະດົກນັ້ນ ບໍ່ແມ່ນຍ້ອນຖືຕາມຂໍ້ບັນຢັດ ແຕ່ຍ້ອນມີຄວາມເຊື່ອທີ່ທຳໃຫ້ເປັນຜູ້ຊອບທຳ. 14.ຍ້ອນວ່າ ຖ້າຫາກມໍລະດົກນັ້ນໄດ້ມາຈາກການຖືຕາມຂໍ້ບັນຢັດແລ້ວ, ຄວາມເຊື່ອກໍບໍ່ມີຄວາມໝາຍ, ພຣະສັນຍາກໍບໍ່ມີຄ່າຫຍັງ. 15.ຕາມຈິງແລ້ວ ຂໍ້ບັນຢັດກໍໄດ້ເກີດໂທສະ, ຍ້ອນວ່າ ເມື່ອບໍ່ມີຂໍ້ບັນຢັດ ກໍບໍ່ມີການລ່ວງລະເມີດ. 16.ດ້ວຍອາໄສຄວາມເຊື່ອ ເຮົາຈຶ່ງໄດ້ເປັນທາຍາດ. ນີ້ແຫລະ ແມ່ນພຣະຄຸນທີ່ພຣະອົງປະທານໃຫ້ລ້າໆ. ພຣະສັນຍາຈະຍືນຍົງຢູ່ໄວ້ ແກ່ທຸກຄົນທີ່ເປັນບຸດຫລານອາບຣາຮຳ, ບໍ່ແມ່ນແຕ່ສຳລັບຜູ້ທີ່ຖືຂໍ້ບັນຢັດເທົ່ານັ້ນ, ແຕ່ຍັງສຳລັບຜູ້ທີ່ມີຄວາມເຊື່ອຄືອາບຣາຮຳ, ຜູ້ເປັນບັນພະບຸຣຸດຂອງເຮົາທັງຫລາຍອີກດ້ວຍ. 17.ດັ່ງທີ່ມີຂຽນໄວ້ວ່າ: “ເຮົາໄດ້ຕັ້ງເຈົ້າໃຫ້ເປັນບິດາຂອງປະຊາຊາດທັງມວນ.” ທ່ານເປັນບິດາຂອງເຮົາຕໍ່ພຣະພັກພຣະເຈົ້າຊຶ່ງທ່ານເຊື່ອ ຄືພຣະເຈົ້າຜູ້ປະທານຊີວິດແກ່ຜູ້ຕາຍແລ້ວ ແລະທຳໃຫ້ສິ່ງທີ່ບໍ່ມີ ໃຫ້ມີຂຶ້ນ. 18.ແມ່ນວ່າໝົດຫວັງແລ້ວກໍຕາມ, ອາບຣາຮຳກໍຍັງຫວັງຢູ່ ແລະທ່ານໄດ້ເຊື່ອ, ດັ່ງນີ້ທ່ານຈຶ່ງໄດ້ເປັນບິດາຂອງປະຊາຊາດທັງມວນ, ດັ່ງທີ່ພຣະອົງເຈົ້າໄດ້ກ່າວກັບທ່ານວ່າ: “ເຊື້ອສາຍຂອງເຈົ້າຈະເປັນດັ່ງນີ້ແລ.” 19.ແມ່ນວ່າອາຍຸສັງຂານຂອງທ່ານເກືອບເຖິງຮ້ອຍ ແລະຮ່າງກາຍຂອງທ່ານກໍຄືຕາຍແລ້ວ, ທັງອຸທອນຂອງນາງຊາຣາກໍເປັນໝັນ ຄືກັບວ່າຕາຍແລ້ວດັ່ງດຽວກັນ, ປານນັ້ນດີ ຄວາມເຊື່ອຂອງທ່ານກໍບໍ່ໄດ້ລົດນ້ອຍຖອຍລົງແຕ່ຢ່າງໃດ. 20.ທ່ານບໍ່ມີຄວາມສົງໃສໃນພຣະສັນຍາຂອງພຣະເຈົ້າເລີຍ, ແຕ່ທ່ານໄດ້ຮັບແຮງກຳລັງຈາກຄວາມເຊື່ອ ຈຶ່ງຮ້ອງຖະຫວາຍພອນແດ່ພຣະເຈົ້າ. 21.ໂດຍແນ່ໃຈຢ່າງແຮງກ້າວ່າ ພຣະເຈົ້າມີຣິດທຳໃຫ້ສິ່ງທີ່ພຣະອົງໄດ້ສັນຍາໄວ້ສຳເລັດບໍລິບູນໄປ. 22.ຍ້ອນຄວາມເຊື່ອຂອງທ່ານນີ້ເອງ ພຣະເຈົ້າຈຶ່ງຖືວ່າເປັນຜູ້ຊອບທຳ. 23.ແຕ່ຄຳທີ່ຂຽນວ່າ: “ຊົງຖືວ່າທ່ານເປັນຜູ້ຊອບທໍາ” ນັ້ນ ບໍ່ແມ່ນແຕ່ສຳລັບທ່ານຜູ້ດຽວ. 24.ແຕ່ສຳລັບພວກເຮົາທຸກຄົນອີກດ້ວຍ, ຄືພຣະອົງຈະຖືວ່າພວກເຮົາເປັນຄົນຊອບທຳ ຍ້ອນພວກເຮົາເຊື່ອໃນພຣະເຢຊູກຣິສໂຕພຣະເຈົ້າຂອງເຮົາທັງຫລາຍ ຜູ້ໄດ້ກັບຄືນຊີບຈາກພວກຜູ້ຕາຍ. 25.ຜູ້ໄດ້ຖືກມອບຍ້ອນບາບໂທດຂອງເຮົາ ແລະໄດ້ກັບຄືນຊີບເພື່ອຊ່ວຍພວກເຮົາໃຫ້ເປັນຜູ້ຊອບທຳ.