ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂຣມາ

ພາກທີ 3

ແມ່ນຈະມີພຣະສັນຍາຂອງພຣະເຈົ້າກໍຕາມແຕ່ທຸກຄົນມີໂທດ

1.ດັ່ງນີ້ ຄົນຢິວລື່ນຜູ້ອື່ນໃນເລື່ອງໃດ? ສິນຕັດມີປະໂຫຍດຫຍັງ? 2.ຍິ່ງໃຫຍ່ໃນທຸກດ້ານ. ກ່ອນໝົດ ຍ້ອນວ່າພຣະເຈົ້າໄດ້ຝາກຝັງໂອວາດຂອງພຣະອົງໄວ້ນຳພວກເຂົາ. 3.ວ່າແນວໃດບໍ...? ຖ້າມີລາງຄົນບໍ່ສັດຊື່, ຄວາມບໍ່ສັດຊື່ຂອງເຂົາຈະລຶບລ້າງຄວາມສັດຊື່ຂອງພຣະເຈົ້າບໍ? 4.ບໍ່ແມ່ນດັ່ງນັ້ນດອກ! ຈຳເປັນພຣະເຈົ້າຕ້ອງເປັນຜູ້ມີສັດຈະ ແລະທຸກຄົນເປັນຜູ້ຕົວະຫລອກ ດັ່ງພຣະຄຳພີໄດ້ກ່າວໄວ້ວ່າ ເພື່ອໃຫ້ພຣະອົງເປັນຜູ້ມີຍຸຕິທຳໃນວາຈາທີ່ຊົງກ່າວອອກມາ ແລະມີໄຊຊະນະເມື່ອຖືກເຂົາຕ້ອງຫາ. 5.ແຕ່ຖ້າຄວາມຍຸຕິທຳຂອງເຂົາສະແດງໃຫ້ເຫັນຄວາມຍຸຕິທຳຂອງພຣະເຈົ້າແລ້ວ, ຈະວ່າແນວໃດ? ເມື່ອພຣະເຈົ້າຊົງໂກດຮ້າຍລົງໂທດເຮົາ, ພຣະອົງກໍເປັນຜູ້ບໍ່ມີຄວາມຍຸຕິທຳບໍ? ... ອັນນີ້ ຂ້າພະເຈົ້າເວົ້າຕາມຄວາມຄິດຂອງຄົນ. 6.ບໍ່ແມ່ນດັ່ງນັ້ນດອກ! ຖ້າວ່າແມ່ນ, ພຣະເຈົ້າຈະຕັດສິນໂລກຢ່າງໃດ? 7.ຕາມຈິງແລ້ວ ຖ້າການເວົ້າຕົວະຂອງຂ້າພະເຈົ້າຍົກຍໍຄວາມສັດຈິງຂອງພຣະເຈົ້າ ເພື່ອສີມຸງຄຸນຂອງພຣະອົງແລ້ວ ເຫດໃດຂ້າພະເຈົ້າຈຶ່ງຍັງຖືກຕັດສິນວ່າເປັນຄົນບາບດ້ວຍ? 8.ຫລືວ່າ ເປັນຫຍັງພວກເຮົາບໍ່ທຳຄວາມຊົ່ວ ເພື່ອໃຫ້ເກີດຄວາມດີ ດັ່ງທີ່ລາງຄົນກ່າວຫາຢ່າງຫຍາບຄາຍວ່າ ພວກເຮົາໄດ້ເວົ້າດັ່ງນັ້ນ? ຄົນພວກນັ້ນສົມຕ້ອງຖືກລົງໂທດນໍ! 9.ຈະວ່າຢ່າງໃດ? ພວກເຮົາຊາວຢິວຍັງໄດ້ປຽບຢູ່ບໍ? ບໍ່ແມ່ນດອກ. ຍ້ອນພວກເຮົາໄດ້ໃຫ້ຫລັກຖານແນ່ຊັດໄວ້ແລ້ວວ່າ ໝົດທຸກຄົນ ບໍ່ວ່າຢິວຫລືຕ່າງຊາດ ກໍຢູ່ກ້ອງອຳນາດຂອງບາບທັງນັ້ນ. 10.ດັ່ງທີ່ມີຂຽນໄວ້ໃນພຣະຄຳພີວ່າ: “ບໍ່ມີຄົນຊອບທຳແມ່ນແຕ່ຄົນດຽວ. 11.ບໍ່ມີຄົນມີຄວາມຊື່ກົງ, ບໍ່ມີຄົນຊອກສະແຫວງຫາພຣະເຈົ້າ. 12.ໝົດທຸກຄົນຫລົງຜິດ ແລະເປັນຄົນຊົ່ວຊ້າໄປຕາມກັນ. ຜູ້ທຳຄວາມດີ ກໍບໍ່ມີແມ່ນແຕ່ຄົນດຽວ. 13.ຮູຄໍຂອງເຂົາຄືຂຸມຝັງສົບທີ່ໄຂອອກກວ້າງຢູ່. ເຂົາໃຊ້ລີ້ນຂອງຕົນກ່າວຄຳຕົວະຫລອກ. ຢາພິດຮ້າຍແຮງຢູ່ກ້ອງຮິມສົບຂອງເຂົາ. 14.ປາກຂອງເຂົາເຕັມແຕ່ຄຳດ່າປ້ອຍ ແລະຄຳເວົ້າທີ່ຂົມຂື່ນ. 15.ຕີນຂອງເຂົາຕຽມພ້ອມທຳການນອງເລືອດ. 16.ເຂົາຜ່ານໄປທາງໃດ ກໍມີແຕ່ທຳຄວາມຈິບຫາຍແລະຄວາມທຸກທໍຣະມານ. 17.ທາງພາໄປສູ່ສັນຕິສຸກນັ້ນ ເຂົາບໍ່ຮູ້ຈັກ. 18.ເຂົາບໍ່ມີຄວາມຢ້ານຈຽມຕໍ່ພຣະເຈົ້າເລີຍ ແມ່ນແຕ່ໜ້ອຍດຽວ”. 19.ແຕ່ເຮົາທຸກຄົນກໍຮູ້ຢູ່ແລ້ວວ່າ ທຸກຂໍ້ທີ່ພຣະບັນຢັດກ່າວໄວ້ ກໍແມ່ນກ່າວກັບພວກທີ່ຢູ່ກ້ອງອຳນາດພຣະບັນຢັດ ເພື່ອປິດປາກເຂົາ ແລະເພື່ອໃຫ້ໂລກທັງມວນສຳນຶກຕົວວ່າ ໄດ້ທຳຜິດຕໍ່ພຣະພັກພຣະເຈົ້າ. 20.ດັ່ງນີ້ ຈຶ່ງວ່າບໍ່ມີໃຜເປັນຜູ້ຊອບທຳຕໍ່ພຣະພັກພຣະເຈົ້າ ດ້ວຍອາໄສການປະຕິບັດຕາມພຣະບັນຢັດ. ຕາມຈິງແລ້ວ ພຣະບັນຢັດຊ່ວຍໃຫ້ເຮົາຮູ້ຈັກການບາບເທົ່ານັ້ນ.

 

2. ຄວາມຊອບທຳຂອງພຣະເຈົ້າແລະຄວາມເຊື່ອ

 

- ການໄຂສຳແດງຄວາມຊອບທຳຂອງພຣະເຈົ້າ

21.ບັດນີ້ ພຣະເຈົ້າໄດ້ໄຂສຳແດງຄວາມຊອບທຳຂອງພຣະອົງອອກມາໃຫ້ປະຈັກແຈ້ງ ໂດຍບໍ່ຕ້ອງການບົດບັນຢັດ. ແຕ່ບົດບັນຢັດແລະປະພາສົກທັງຫລາຍກໍໄດ້ເປັນຫລັກຖານ ຢັ້ງຢືນ ເຖິງຄວາມຊອບທຳນີ້ໄວ້ແລ້ວ. 22.ພຣະເຈົ້າຊົງປະທານຄວາມຊອບທຳນັ້ນ ໂດຍທາງຄວາມເຊື່ອໃນພຣະເຢຊູກຣິສໂຕ ໃຫ້ແກ່ທຸກຄົນທີ່ເຊື່ອ ຢ່າງບໍ່ເລືອກໜ້າໃຜເລີຍ. 23.ຍ້ອນວ່າທຸກຄົນໄດ້ທຳບາບ ແລະໄດ້ສູນເສຍສີມຸງຄຸນຂອງພຣະເຈົ້າ. 24.ທຸກຄົນໄດ້ເປັນຜູ້ຊອບທຳ ດ້ວຍອາໄສພຣະຄຸນຊຶ່ງພຣະອົງປະທານໃຫ້ລ້າໆ ຍ້ອນເຫັນແກ່ການກູ້ໄຖ່ ທີ່ໄດ້ສຳເລັດໄປໃນອົງພຣະເຢຊູກຣິສໂຕ. 25.ຜູ້ພຣະເຈົ້າໄດ້ຕັ້ງໄວ້ໃຫ້ເປັນເຄື່ອງບູຊາໃຊ້ໂທດບາບ ຍ້ອນພຣະໂລຫິດຂອງພຣະອົງ. ດ້ວຍອາໄສຄວາມເຊື່ອ ພຣະອົງຊົງປາດຖະໜາສຳແດງຄວາມຊອບທຳຂອງພຣະອົງອອກມາ ດ້ວຍການຍົກໂທດໂຜດບາບທີ່ໄດ້ກະທຳແຕ່ປາງກ່ອນ. 26.ໃນຄາວພຣະເຈົ້າຊົງມີຄວາມອົດກັ້ນ ແລະໃນປັດຈຸບັນນີ້ ພຣະອົງກໍໄດ້ສຳແດງຄວາມຊອບທຳຂອງພຣະອົງອອກມາ ເພື່ອບອກວ່າພຣະອົງເປັນຜູ້ຊອບທຳ ແລະເພື່ອຊ່ວຍໃຫ້ຜູ້ອື່ນເຊື່ອໃນພຣະເຢຊູເຈົ້າ ໄດ້ເປັນຜູ້ຊອບທຳດ້ວຍ.

 

- ໜ້າທີ່ຂອງຄວາມເຊື່ອ

27.ສິດທິທີ່ຈະອວດຕົວນັ້ນຢູ່ໃສ? ມັນຖືກລຶບລ້າງແລ້ວ ຖືກລຶບລ້າງດ້ວຍບັນຢັດຂໍ້ໃດ? ດ້ວຍບັນຢັດເລື່ອງການກຸສົນບໍ? ບໍ່ດອກ. ແມ່ນດ້ວຍບັນຢັດແຫ່ງຄວາມເຊື່ອ. 28.ດັ່ງນີ້ພວກເຮົາຈຶ່ງຖືວ່າ ມະນຸດໄດ້ເປັນຜູ້ຊອບທຳດ້ວຍອາໄສຄວາມເຊື່ອ ໂດຍບໍ່ຕ້ອງປະຕິບັດ ຕາມບົດບັນຢັດຂອງຊາວຢິວ. 29.ບັດນີ້ ພຣະເຈົ້າກໍເປັນພຣະເຈົ້າຂອງແຕ່ຊາວຢິວເທົ່ານັ້ນບໍ? ແລະພຣະອົງບໍ່ແມ່ນພຣະເຈົ້າຂອງນານາຊາດບໍ? ແນ່ນອນ, ພຣະອົງກໍເປັນພຣະເຈົ້າຂອງນານາ ຊາດດ້ວຍ, ຍ້ອນວ່າມີແຕ່ພຣະເຈົ້າອົງດຽວ. 30.ຜູ້ທຳໃຫ້ພວກຮັບສິນຕັດແລ້ວເປັນຜູ້ຊອບທຳຍ້ອນຄວາມເຊື່ອ ແລະພວກບໍ່ຮັບສິນຕັດເປັນຜູ້ຊອບທຳ ດ້ວຍອາໄສຄວາມເຊື່ອອັນດຽວນີ້ເອງ. 31.ດັ່ງນີ້ ພວກເຮົາໃຊ້ຄວາມເຊື່ອມາຍົກເລີກພຣະບັນຢັດບໍ? ບໍ່ດອກ, ພວກເຮົາເປັນຜູ້ສະໜັບສະໜູນພຣະບັນຢັດອີກຊ້ຳ.