ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂຣມາ

ພາກທີ 2

ຂ): ພວກຢິວ

1.ສ່ວນເຈົ້າ ຜູ້ມັກພິພາກສາຜູ້ອື່ນ ເຈົ້າຈະເປັນຄົນແນວໃດກໍຕາມ ເຈົ້າກໍແກ້ຕົວບໍ່ໄດ້ດອກ ດ້ວຍວ່າ ເມື່ອເຈົ້າພິພາກສາຜູ້ອື່ນ ເຈົ້າກໍຫາໂທດໃສ່ຕົວເຈົ້າເອງ, ຍ້ອນວ່າເຈົ້າພິພາກສາເຂົາແລ້ວ ເຈົ້າກໍຍັງເຮັດຄືກັນກັບເຂົາດ້ວຍ. 2.ພວກເຮົາຮູ້ວ່າ ພຣະເປັນເຈົ້າຊົງຕັດສິນພວກທີ່ກະທຳແບບນີ້ ຕາມຄວາມສັດຈິງ. 3.ເຈົ້າຜູ້ມັກພິພາກສາຜູ້ທີ່ກະທຳການດັ່ງນີ້ ແລະຕົວເຈົ້າເອງກໍກະທໍາຄືກັນແລ້ວ ເຈົ້າຄຶດວ່າເຈົ້າຈະຫວິດການຕັດສິນຂອງພຣະເປັນເຈົ້າບໍ? 4.ຫລືວ່າເຈົ້າປະໝາດນ້ຳພຣະໄທດີອັນສຸດພັນນະນາ, ຄວາມອົດພຽນແລະນ້ຳໃຈກວ້າງຂອງພຣະເປັນເຈົ້າບໍ? ເຈົ້າບໍ່ຍອມຮັບຮູ້ວ່າ ນ້ຳພຣະໄທດີຂອງພຣະເຈົ້າ ເປັນເຄື່ອງຊ່ວຍໃຫ້ເຈົ້າ ກັບຈິດປ່ຽນໃຈບໍ? 5.ຍ້ອນເຈົ້າໃຈແຂງກະດ້າງບໍ່ຍອມສຳນຶກຕົວ, ເຈົ້າຈຶ່ງຮິບໂຮມຄວາມໂທສະຕ່າງໆໄວ້ໃຫ້ເຈົ້າເອງ ໃນມື້ພຣະອົງຈະຊົງໂກດຮ້າຍ ເມື່ອພຣະເຈົ້າຈະສຳແດງການຕັດສິນອັນທ່ຽງກົງຂອງພຣະອົງອອກມາ. 6.ພຣະອົງຈະຕອບແທນແຕ່ລະຄົນ ຕາມວຽກການທີ່ໄດ້ກະທຳ. 7.ສຳລັບພວກທີ່ຊອກຫາກຽດມຸງຄຸນ, ກຽດຕິສັກ ແລະຄວາມອະມະຕະ ດ້ວຍມີຄວາມໝັ້ນໜຽວໃນການທຳດີ, ພຣະອົງກໍຈະປະທານຊີວິດນີລັນດອນໃຫ້. 8.ສ່ວນພວກອື່ນທີ່ເປັນຂະບົດ, ບໍ່ຍອມນອບນ້ອມຕາມຄວາມຈິງ ແລະມັກຟັງຕາມຄວາມອະຍຸຕິທຳ ພວກເຂົາຈະໄດ້ຮັບຄວາມຕິຮ້າຍ ແລະຄວາມຄຽດແຄ້ນ. 9.ຄວາມທຸກເວດທະນາ, ຄວາມອຸກໃຈ ຈະເກີດຂຶ້ນແກ່ທຸກຄົນທີ່ທຳຄວາມຊົ່ວ, ຈະເກີດແກ່ຊາວຢິວກ່ອນ ແລ້ວຕໍ່ມາຈະເກີດແກ່ຄົນຕ່າງຊາດ. 10.ສີມຸງຄຸນ, ກຽດຕິສັກ ແລະສັນຕິສຸກ ຈະເກີດມີແກ່ທຸກຄົນທີ່ ທຳຄວາມດີ, ແກ່ຊາວຢິວກ່ອນ, ແລ້ວຕໍ່ມາແກ່ຊາວຕ່າງຊາດ. 11.ຍ້ອນວ່າພຣະເປັນເຈົ້າບໍ່ຮັກບັງຊັງບ່ຽງ.

 

ແມ່ນຈະມີພຣະບັນຢັດກໍຕາມ

12.ຕາມຈິງແລ້ວ, ຜູ້ໃດທຳບາບເມື່ອບໍ່ທັນມີພຣະບັນຢັດ, ກໍຈະຕ້ອງພິນາດ ຢ່າງບໍ່ມີພຣະບັນຢັດດ້ວຍ. ສ່ວນຜູ້ໃດທຳບາບເມື່ອມີພຣະບັນຢັດແລ້ວ ກໍຈະຖືກພຣະບັນຢັດຕັດສິນ. 13.ບໍ່ແມ່ນພວກທີ່ໄດ້ຍິນໄດ້ຟັງພຣະບັນຢັດດອກ ຈະເປັນຜູ້ຊອບທຳຕໍ່ພຣະພັກພຣະເຈົ້າ, ແຕ່ແມ່ນພວກທີ່ຖືຕາມພຣະບັນຢັດຕ່າງຫາກ ຈະໄດ້ເປັນຜູ້ຊອບທຳ. 14.ຕາມຈິງແລ້ວ, ເມື່ອນານາຊາດທີ່ບໍ່ມີພຣະບັນຢັດ ໄດ້ປະຕິບັດຄຳສັ່ງຂອງພຣະບັນຢັດຢ່າງຄົບຖ້ວນຕາມທຳມະຊາດບອກແລ້ວ, ເຂົາເຫລົ່ານັ້ນທີ່ບໍ່ໄດ້ຮັບພຣະບັນຢັດ ກໍເປັນພຣະບັນຢັດໃຫ້ຕົວເຂົາເອງ. 15.ເຂົາສຳແດງໃຫ້ເຫັນຢ່າງຊັດແຈ້ງ ເຖິງພຣະບັນຢັດທີ່ໄດ້ພິມໃສ່ໃນດວງໃຈຂອງເຂົາເຈົ້າ, ສຽງມະໂນທຳ, ຄຳຕິຊົມທີ່ເຂົາເຈົ້າມີຕໍ່ກັນ ເປັນພິຍານຫລັກຖານເຖິງເລື່ອງນີ້. 16.ໃນມື້ພຣະເຈົ້າຈະຕັດສິນວຽກການລັບໆຂອງຄົນທັງຫລາຍ ດ້ວຍພຣະກຣິສໂຕເຈົ້າ ຕາມຂ່າວປະເສີດຂອງເຮົາ. 17.ແຕ່ຖ້າວ່າ ເຈົ້າຜູ້ມີຊື່ເປັນຊາວຢິວ, ຜູ້ໄວ້ວາງໃຈໃນພຣະບັນຢັດ, ຜູ້ຖືເປັນກຽດໃນພຣະເຈົ້າ. 18.ຮູ້ຈັກນ້ຳພຣະໄທຂອງພຣະອົງ, ຮູ້ຈັກແນວໃດປະເສີດກວ່າ ຍ້ອນໄດ້ຮັບການສິດສອນຈາກພຣະບັນຢັດ. 19.ແລະມີຄວາມພາກພູມໃຈໄດ້ເປັນນາຍທາງໃຫ້ຄົນຕາບອດ ເປັນແສງສະຫວ່າງຂອງຜູ້ທີ່ເດີນໃນຄວາມມືດ. 20.ເປັນອາຈານພວກໂງ່ຊ້າ, ເປັນຄູສອນພວກປັນຍາອ່ອນ, ຍ້ອນເຈົ້າມີຫລັກສອນຄວາມຮູ້ແລະຄວາມຈິງຢູ່ໃນພຣະບັນຢັດ. 21.ດີແລ້ວ ເຈົ້າສອນຜູ້ອື່ນແຕ່ບໍ່ສອນໂຕເອງ. ເຈົ້າປະກາດບໍ່ໃຫ້ລັກ ແຕ່ແຕ່ໂຕເອງລັກ. 22.ເຈົ້າຫ້າມຜູ້ອື່ນບໍ່ໃຫ້ລ່ວງປະເວນີ, ສ່ວນເຈົ້າເອງທຳການລ່ວງປະເວນີ. ເຈົ້າກຽດຊັງຮູບພະເທັດທຽມ, ແຕ່ໂຕເອງເຂົ້າປຸ້ນເອົາຂອງໃນວັດເຂົາ. 23.ເຈົ້າຜູ້ມີຄວາມພາກພູມໃຈໃນພຣະບັນຢັດ ເຈົ້າໄດ້ທຳໃຫ້ພຣະເຈົ້າຕ້ອງເສຍກຽດ ດ້ວຍການຝ່າຝືນຕໍ່ພຣະບັນຢັດ. 24.ຍ້ອນພຣະຄຳພີໄດ້ກ່າວໄວ້ວ່າ ນານາຊາດເວົ້າຫຍາບຊ້າໃສ່ພຣະນາມຂອງພຣະເຈົ້າ, ກໍແມ່ນຍ້ອນພວກເຈົ້ານີ້ແລ້ວ.

 

ແມ່ນຈະມີສິນຕັດກໍຕາມ

25.ສິນຕັດຈະເປັນປະໂຫຍດແກ່ເຈົ້າ, ຖ້າເຈົ້າປະຕິບັດຕາມພຣະບັນຢັດ. ແຕ່ຖ້າເຈົ້າຝ່າຝືນພຣະບັນຢັດ, ສິນຕັດທີ່ເຈົ້າໄດ້ຮັບກໍເປັນຄືກັນກັບວ່າບໍ່ໄດ້ຮັບນັ້ນເອງ. 26.ດັ່ງນີ້ ຖ້າຜູ້ບໍ່ຮັບສິນຕັດ ຖືຕາມຂໍ້ບັງຄັບຂອງພຣະບັນຢັດແລ້ວ ກໍຖືວ່າ ການບໍ່ຮັບສິນຕັດຂອງເຂົາ ເປັນຄືກັບວ່າແລ້ວ ບໍ່ແມ່ນບໍ? 27.ແລະຜູ້ທີ່ຢູ່ທຳມະດາ ບໍ່ໄດ້ຮັບສິນຕັດ ຖ້າວ່າຖືຕາມພຣະບັນຢັດຢ່າງຄົບຖ້ວນ, ເຂົາກໍຈະພິພາກສາເຈົ້າຜູ້ມີພຣະບັນຢັດ ແລະໄດ້ຮັບສິນຕັດ ແຕ່ວ່າຝ່າຝືນກົດໝາຍ. 28.ຍ້ອນວ່າຄົນຢິວແທ້ ບໍ່ແມ່ນຢູ່ໃນເຄື່ອງໝາຍພາຍນອກ ແລະສິນຕັດແທ້ບໍ່ຢູ່ທີ່ເນື້ອໜັງພາຍນອກ. 29.ຄົນຢິວແທ້ ແມ່ນຢູ່ພາຍໃນ ແລະສິນຕັດແທ້ ຢູ່ໃນໃຈ, ມາຈາກພຣະຈິດ ບໍ່ແມ່ນຕາມຕົວໜັງສື: ຄົນແບບນີ້ແຫລະ ທີ່ບໍ່ຕ້ອງການຄຳຍ້ອງຍໍຈາກມະນຸດ ແຕ່ຈາກພຣະເປັນເຈົ້າ.