ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂຣມາ

ພາກທີ 14

ຄວາມຮັກແພງຕໍ່ຜູ້ອ່ອນຄວາມເຊື່ອ

1.ຈົ່ງຕ້ອນຮັບຜູ້ທີ່ຍັງມີຄວາມເຊື່ອອ່ອນ ໂດຍບໍ່ຕ້ອງຫາທາງສືບຖາມຄວາມຄິດຄວາມເຫັນຂອງເຂົາ. 2.ຜູ້ໜຶ່ງເຊື່ອວ່າກິນຫຍັງກໍໄດ້ໝົດ, ແຕ່ອີກຜູ້ໜຶ່ງ ຍ້ອນອ່ອນຄວາມເຊື່ອ ກໍຄິດວ່າກິນໄດ້ແຕ່ຜັກເທົ່ານັ້ນ. 3.ຂໍໃຫ້ຜູ້ກິນໄດ້ນັ້ນຢ່າປະໝາດຜູ້ທີ່ອົດ ແລະຜູ້ທີ່ອົດກໍຢ່າກ່າວໂທດໃສ່ຜູ້ທີ່ກິນໄດ້ ຍ້ອນວ່າພຣະເຈົ້າໄດ້ຕ້ອນຮັບເອົາເຂົາແລ້ວ. 4.ເຈົ້າແມ່ນໃຜຈຶ່ງບັງອາດກ່າວໂທດຂອງຜູ້ອື່ນ. ເຂົາຈະຕັ້ງໝັ້ນຢູ່ຫລືພາດລົ້ມ ກໍສຸດແລ້ວແຕ່ນາຍຂອງເຂົາເອງ ເຂົາຈະຕັ້ງໝັ້ນຢູ່ດອກ. ຍ້ອນວ່າພຣະເຈົ້າມີຣິດຊ່ວຍເຂົາໃຫ້ຕັ້ງໝັ້ນຢູ່ໄດ້. 5.ຜູ້ນີ້ວ່າ ອັນນີ້ດີກວ່າອັນນັ້ນ. ຜູ້ນັ້ນວ່າ ວັນໃດກໍຄືກັນໝົດ. ຂໍໃຫ້ຜູ້ໃດກໍໝັ້ນໃຈໃນຄວາມຄິດເຫັນຂອງຕົນເອງ. 6.ຜູ້ທີ່ຖືວັນ ກໍໃຫ້ຖືເພື່ອຖະຫວາຍກຽດແດ່ພຣະອົງເຈົ້າ. ຜູ້ທີ່ກິນໝົດທຸກແນວ ກໍກິນເພື່ອຖະຫວາຍກຽດແດ່ພຣະອົງເຈົ້າ ຍ້ອນເຂົາຂອບພຣະຄຸນພຣະເຈົ້າ. ສ່ວນຜູ້ທີ່ບໍ່ກິນໝົດທຸກແນວ ກໍອົດເພື່ອຖະຫວາຍກຽວແດ່ພຣະອົງເຈົ້າ ແລະຂອບພຣະຄຸນພຣະເຈົ້າດ້ວຍ. 7.ຕາມຈິງແລ້ວ, ໃນພວກເຮົາ ບໍ່ມີໃຜມີຊີວິດເພື່ອຕົນເອງ ແລະບໍ່ມີຜູ້ໃດຕາຍເພື່ອຕົນເອງ. 8.ຖ້າຫາກພວກເຮົາມີຊີວິດ, ກໍແມ່ນມີຊີວິດເພື່ອພຣະອົງເຈົ້າ ຖ້າຫາກພວກເຮົາຕາຍ ກໍແມ່ນຕາຍເພື່ອພຣະອົງເຈົ້າ. ດັ່ງນັ້ນ ບໍ່ວ່າເຮົາມີຊີວິດຢູ່ຫລືຕາຍໄປ ພວກເຮົາກໍເປັນຂອງໆພຣະອົງເຈົ້າ. 9.ດ້ວຍເຫດນີ້ເອງ ພຣະກຣິສໂຕໄດ້ສິ້ນພຣະຊົນ, ແລ້ວໄດ້ກັບຄືນຊີບ ກໍເພື່ອຈະໄດ້ເປັນພຣະອົງເຈົ້າຂອງພວກຜູ້ຕາຍແລະຂອງພວກຜູ້ເປັນດ້ວຍ.

10.ສ່ວນເຈົ້າ, ເປັນຫຍັງຈຶ່ງກ່າວໂທດໃສ່ພີ່ນ້ອງຂອງຕົນ? ເປັນຫຍັງໝິ່ນປະໝາດເຂົາ? ເຮົາທຸກຄົນຈະຕ້ອງປາກົດຕົວຕໍ່ໜ້າສານຂອງພຣະເຈົ້າ. 11.ຍ້ອນມີຄຳຂຽນໄວ້ວ່າ: “ພຣະອົງເຈົ້າກ່າວວ່າ: ເຮົາຊົງຊີວິດຢູ່ທ່ຽງແທ້ແນວໃດ ທຸກຄົນກໍຕ້ອງຄູ້ເຂົ່າກາບໄຫວ້ເຮົາ ແລະທຸກສິ່ງຈະຕ້ອງສັນຣະເສີນພຣະເຈົ້າ.” 12.ດັ່ງນີ້ເອງ ເຮົາແຕ່ລະຄົນຈະຕ້ອງລາຍງານເລື່ອງລາວຂອງຕົນຕໍ່ພຣະເຈົ້າ. 13.ຈົ່ງຢຸດເຊົາການກ່າວໂທດໃສ່ແລະກັນເສຍ, ແລ້ວມາປະຕິບັດຢ່າງນີ້ຈະດີກວ່າ ຄື ຢ່າເປັນເຫດໃຫ້ຜູ້ອື່ນພາດລົ້ມ ຫລືເປັນສະດຸດໃຫ້ເຂົາ. 14. ຂ້າພະເຈົ້າຮູ້ແລະແນ່ໃຈໃນພຣະເຢຊູເຈົ້າວ່າ ບໍ່ມີຫຍັງເປິເປື້ອນໃນຕົວມັນເອງ, ແຕ່ມັນເປັນເປິເປື້ອນ ກໍຍ້ອນຜູ້ນັ້ນຄິດເອົາທໍ່ນັ້ນເອງ. 15.ຖ້າຫາກວ່າ ເມື່ອຮັບກິນອາຫານດັ່ງວ່ານີ້ ເຈົ້າທຳໃຫ້ພີ່ນ້ອງເຈົ້າມີຄວາມອຸກທຸກໃຈແລ້ວ, ເຈົ້າບໍ່ເດີນຕາມເສັ້ນທາງແຫ່ງຄວາມຮັກເລີຍ.

ຈົ່ງລະວັງເລື່ອງອາຫານການກິນ, ຢ່າທຳໃຫ້ຜູ້ທີ່ພຣະກຣິສໂຕໄດ້ສິ້ນພຣະຊົນຍ້ອນນັ້ນ ຕ້ອງພິນາດຈິບຫາຍ.

16.ຂໍໃຫ້ພຣະຄຸນພິເສດທີ່ເຈົ້າໄດ້ຮັບນັ້ນ ຢ່າໄດ້ເປັນເຫດໃຫ້ຜູ້ອື່ນຕ້ອງຕິ. 17.ຍ້ອນວ່າອານາຈັກຂອງພຣະເຈົ້າ ບໍ່ແມ່ນເລື່ອງການກິນການດື່ມ, ແຕ່ແມ່ນຄວາມຊອບທຳ, ຄວາມສັນຕິສຸກແລະຄວາມຍິນດີໃນອົງພຣະຈິດເຈົ້າ. 18.ເມື່ອຮັບໃຊ້ພຣະກຣິສໂຕແບບນີ້, ເຮົາກໍເປັນທີ່ຊອບພຣະໄທພຣະເຈົ້າ ແລະຄົນອື່ນກໍນັບໜ້າຖືຕາ. 19.ເພາະສະນັ້ນ ໃຫ້ເຮົາພະຍາຍາມທຳວຽກການທີ່ນຳໄປສູ່ສັນຕິສຸກ ແລະເປັນແບບຢ່າງດີໃຫ້ແກ່ກັນແລະກັນ. 20.ຢ່າທຳລາຍວຽກການຂອງພຣະເຈົ້າ ຍ້ອນເລື່ອງອາຫານການກິນ. ອາຫານທຸກຢ່າງບໍລິສຸດສະອາດ, ແຕ່ມັນກາຍເປັນແນວເປິເປື້ອນແລະການຕ້ອງຫ້າມ ເມື່ອຜູ້ກິນນັ້ນເປັນສະດຸດແກ່ຜູ້ອື່ນ. 21.ແນວທີ່ດີກໍຄື ຢ່າກິນຊີ້ນ, ຢ່າດື່ມເຫລົ້າ ຫລືຫຍັງແນວອື່ນ ທີ່ອາດເປັນສະດຸດແກ່ພີ່ນ້ອງຂອງເຈົ້າ. 22.ຄວາມເຊື່ອທີ່ເຈົ້າມີຢູ່ນັ້ນ ຈົ່ງຢຶດຖືໄວ້ໃຫ້ໝັ້ນຕໍ່ພຣະພັກພຣະເຈົ້າ, ບຸນລາບແກ່ຜູ້ທີ່ບໍ່ກ່າວໂທດຕົວເອງ ເມື່ອໄດ້ຕັດສິນໃຈແລ້ວ. 23.ສ່ວນຜູ້ມີຄວາມສົງໄສ ແຕ່ຂືນກິນ ກໍມີຜິດ, ຍ້ອນເຂົາບໍ່ມີເຈດຕະນາດີ. ແລະທຸກສິ່ງທີ່ບໍ່ເກີດມາຈາກເຈດຕະນາດີກໍແມ່ນບາບ.