ຈົດໝາຍຂອງນັກບຸນເປົາໂລ ຂຽນເຖິງ ສັດຕະບຸລຸດຢູ່ໂຣມາ
ພາກທີ 1
ຈົດໝາຍຂອງນັກບຸນເປົາໂລຂຽນເຖິງສັດຕະບຸຣຸດຢູ່ນະຄອນໂຣມາ
ສະເໜີຕົວແລະສົ່ງພອນ
1. ຂ້າພະເຈົ້າເປົາໂລ ຜູ້ຮັບໃຊ້ຂອງພຣະກຣິສໂຕ, ຜູ້ຖືກຮຽກມາໃຫ້ເປັນທຳມະທູດ ແລະຖືກເລືອກໄວ້ເປັນພິເສດ ເພື່ອປ່າວປະກາດຂ່າວປະເສີດຂອງພຣະເປັນເຈົ້າ. 2.ຊຶ່ງພຣະອົງໄດ້ສັນຍາໄວ້ແຕ່ເດີມໃນພຣະຄຳພີ ໂດຍທາງປະພາສົກຂອງພຣະອົງ. 3.ກ່ຽວກັບພຣະບຸດຂອງພຣະອົງ ຜູ້ໄດ້ບັງເກີດເປັນຄົນ ຈາກເຊື້ອສາຍຂອງດາວິດ. 4.ຜູ້ໄດ້ກັບຄືນຊີບຈາກພວກຜູ້ຕາຍ ດ້ວຍລິດຂອງພຣະຈິດ, ແລະໄດ້ຮັບແຕ່ງຕັ້ງໃຫ້ເປັນພຣະບຸດ ຜູ້ຊົງລິດຂອງພຣະເຈົ້າ. ພຣະອົງນັ້ນຄື ພຣະເຢຊູກຣິສໂຕພຣະເຈົ້າຂອງເຮົາທັງຫລາຍ. 5.ອາໄສພຣະອົງ ຂ້າພະເຈົ້າໄດ້ຮັບພຣະຄຸນໃຫ້ເປັນອັກຄະທຳມະທູດ ມີໜ້າທີ່ປະກາດໃຫ້ນານາຊາດນອບນ້ອມຕາມຄວາມເຊື່ອ ເພື່ອເປັນກຽດແດ່ພຣະນາມຂອງພຣະອົງ. 6.ແຕ່ກ່ອນ ພວກພີ່ນ້ອງກໍໄດ້ຢູ່ໃນບັນດາຊົນຊາດເຫລົ່ານີ້, ແຕ່ບັດນີ້ໄດ້ຖືກຮຽກມາເປັນຂອງພຣະເຢຊູກຣິສໂຕເຈົ້າແລ້ວ. 7.ຂໍພຣະຄຸນແລະສັນຕິສຸກທີ່ມາຈາກພຣະບິດາພຣະເຈົ້າຂອງເຮົາ ແລະພຣະເຢຊູກຣິສໂຕເຈົ້າ ຈົ່ງສະຖິດຢູ່ນຳພວກພີ່ນ້ອງ ຜູ້ເປັນທີ່ຮັກແພງຂອງພຣະເຈົ້າ ແລະຖືກຮຽກມາເປັນຜູ້ສັກສິດທຸກຖ້ວນໜ້າ ທີ່ຢູ່ນະຄອນໂຣມານັ້ນເທີ້ນ. 8.ກ່ອນໝົດ ຂ້າພະເຈົ້າສົມມະນາຄຸນພຣະເປັນເຈົ້າ ໂດຍທາງພຣະເຢຊູກຣິສໂຕ ກ່ຽວກັບເລື່ອງພີ່ນ້ອງທຸກຄົນ, ຍ້ອນວ່າເຂົາໄດ້ເລົ່າລືເລື່ອງຄວາມເຊື່ອຂອງພວກພີ່ນ້ອງໄປທົ່ວພິພົບແລ້ວ. 9.ເມື່ອຂ້າພະເຈົ້າປ່າວປະກາດຂ່າວປະເສີດຂອງພຣະບຸດພຣະອົງ, ພຣະເຈົ້າຜູ້ຂ້າພະເຈົ້າສັກກາລະບູຊາ ກໍໄດ້ເປັນພິຍານໃຫ້ຂ້າພະເຈົ້າວ່າ ຂ້າພະເຈົ້າໄດ້ກ່າວເຖິງພວກພີ່ນ້ອງຢູ່ບໍ່ຂາດ. 10.ແລະໄດ້ພາວະນາວອນຂໍພຣະອົງຢູ່ສະເໝີ ໃຫ້ໄດ້ມີໂອກາດພົບໜ້າພົບຕາພວກພີ່ນ້ອງ, ຖ້າວ່າພຣະອົງຊົງພໍພຣະໄທ. 11.ຍ້ອນວ່າຂ້າພະເຈົ້າມີຄວາມປາດຖະໜາຢ່າງແຮງກ້າ ຢາກເຫັນໜ້າພວກພີ່ນ້ອງ ເພື່ອປະທານພຣະຄຸນຝ່າຍຈິດບາງອັນໃຫ້, ແລະເພື່ອຊ່ວຍຊູພວກພີ່ນ້ອງໃຫ້ໜັກແໜ້ນ. 12.ແລະເພື່ອໄດ້ຮັບແຮງກຳລັງໃຈຢູ່ກັບພວກພີ່ນ້ອງ ກ່ຽວກັບເລື່ອງຄວາມເຊື່ອອັນດຽວກັນຂອງພວກເຮົາ. 13.ພີ່ນ້ອງທີ່ຮັກ, ຂໍໃຫ້ຮູ້ໄວ້ເຖີດວ່າ ຂ້າພະເຈົ້າໄດ້ມີໂຄງການຢາກມາຫາພວກພີ່ນ້ອງຢູ່ເລື້ອຍໆ, ແຕ່ດຽວນີ້ຍັງຂັດຂ້ອງຢູ່. ຂ້າພະເຈົ້າຢາກມາເພື່ອເກັບເອົາໝາກຜົນເລັກໆນ້ອຍໆໃນໝູ່ພວກພີ່ນ້ອງ ຄືໄດ້ເກັບເອົາຢູ່ໃນໝູ່ນານາຊາດນັ້ນແລ້ວ. 14. ຂ້າພະເຈົ້າຕິດໜີ້ ທັງພວກສີວິໄລແລະພວກປ່າເຖື່ອນ, ຕິໜີ້ພວກນັກປາດແລະພວກຄົນໂງ່. 15.ດ້ວຍເຫດນີ້, ຂ້າພະເຈົ້າຈຶ່ງໄດ້ນຳເອົາຂ່າວປະເສີດມາໃຫ້ພວກພີ່ນ້ອງ ຜູ້ຢູ່ນະຄອນໂຣມາ ຢ່າງຮີບດ່ວນ.
ຄວາມຮອດໂດຍອາໄສຄວາມເຊື່ອ
I. ການເປັນຜູ້ຊອບທຳ
16.ຍ້ອນວ່າຂ້າພະເຈົ້າບໍ່ອາຍພຣະວໍຣະສານ. ພຣະວໍຣະສານແມ່ນລິດເດດຂອງພຣະເຈົ້າ ເພື່ອຊ່ວຍທຸກຄົນທີ່ເຊື່ອໃຫ້ຮອດ, ຊ່ວຍພວກຢິວເສຍກ່ອນ ແລ້ວຈຶ່ງແມ່ນພວກຕ່າງຊາດ. 17.ຍ້ອນວ່າຄວາມຊອບທຳຂອງພຣະເຈົ້າໄດ້ສຳແດງອອກມາໃນພຣະວໍຣະສານ ໂດຍທາງຄວາມເຊື່ອສືບຕໍ່ກັນມາ ດັ່ງທີ່ໄດ້ຈາລຶກໄວ້ວ່າ: “ຄົນຊອບທຳມີຊີວິດຢູ່ ໂດຍອາໄສຄວາມເຊື່ອ.”
1.ພຣະເປັນເຈົ້າຊົງໂກດຮ້າຍນານາຊາດແລະຊາວຢິວ
ກ) ພວກນານາຊາດ
18.ຕາມຄວາມຈິງ, ຄວາມໂກດຮ້າຍຂອງພຣະເຈົ້າປະຈັກອອກມາຢູ່ເທິງສະຫວັນສູງສຸດ ເພື່ອຜາບຄວາມອະທຳແລະຄວາມອະຍຸຕິທຳຂອງມະນຸດ ທີ່ຈັບຄວາມຈິງໄວ້ເປັນຂ້ອຍຄວາມອະຍຸຕິທຳ. 19.ຍ້ອນວ່າສິ່ງທີ່ເຮົາອາດຮູ້ຈັກໄດ້ກ່ຽວກັບພຣະເປັນເຈົ້ານັ້ນ ໄດ້ປະຈັກແຈ້ງໃຫ້ພວກເຮົາເຫັນແຈ້ງແລ້ວຄື ພຣະເປັນເຈົ້າເອງໄດ້ໄຂສຳແດງໃຫ້ພວກເຮົາເຫັນ. 20.ສິ່ງທີ່ຕາແນມບໍ່ເຫັນຕັ້ງແຕ່ສ້າງໂລກມານັ້ນ ໄດ້ປາກົດແຈ້ງໃຫ້ສະຕິປັນຍາເຫັນ ໂດຍຜ່ານທາງກິດຈະການທີ່ພຣະເຈົ້າໄດ້ຊົງກະທຳ, ໂດຍທາງຣິດທານຸພາບນິຣັນດອນ ແລະສະພາວະພຣະເຈົ້າຂອງພຣະອົງ, ດ້ວຍເຫດນີ້ ພວກເຂົາຈຶ່ງບໍ່ມີທາງແກ້ຕົວໄດ້. 21.ຍ້ອນວ່າ ເມື່ອໄດ້ຮູ້ຈັກພຣະເຈົ້າແລ້ວ ພວກເຂົາບໍ່ໄດ້ຖະຫວາຍກຽດແລະຂອບພຣະຄຸນພຣະອົງ ດັ່ງຕ້ອງກະທຳຕໍ່ ພຣະເຈົ້າອົງໃດອົງໜຶ່ງ. ແຕ່ພວກເຂົາໄດ້ເສຍສະໝອງ ແລະຫົວໃຈທີ່ຂາດຄວາມຄິດຂອງພວກເຂົາກໍມືດບອດໄປດ້ວຍ. 22.ພວກເຂົາຖືວ່າຕົນເປັນຄົນສະຫລາດ, ເລີຍໄດ້ກາຍເປັນຄົນບ້າໄປ. 23.ພວກເຂົາໄດ້ເອົາສີມຸງຄຸນອັນບໍ່ສູນເສົ້າຂອງພຣະເຈົ້າ ໄປປ່ຽນກັບຮູບພາບ,ອັນແມ່ນຮູບຄົນຕາຍເປັນ, ຮູບນົກ, ຮູບສັດສີ່ຕີນຫລືສັດເລືອ. 24.ດັ່ງນີ້ພຣະເຈົ້າຈຶ່ງໄດ້ປ່ອຍ ເຂົາຕາມໃຈມັກ ໃຫ້ເປັນຂ້ອຍທາດຄວາມຊົ່ວລາມົກ ທີ່ທຳໃຫ້ຕົນຕົວຂອງເຂົາຕ້ອງເສື່ອມເສຍ. 25.ພວກເຂົາໄດ້ເອົາຄວາມຈິງຂອງພຣະເຈົ້າໄປປ່ຽນກັບຄວາມເວົ້າຕົວະ ໄດ້ມັກນົບໄຫວ້ ແລະຮັບໃຊ້ສິ່ງທີ່ພຣະເຈົ້າສ້າງ ກວ່າອົງພຣະຜູ້ສ້າງເອງ ຜູ້ສົມຕ້ອງໄດ້ຮັບການຖະຫວາຍພຣະພອນຕະຫລອດນິຣັນດອນ! ອາແມນ.
26.ດັ່ງນີ້ ພຣະເຈົ້າຈຶ່ງໄດ້ປ່ອຍເຂົາໃຫ້ຕົກເປັນຂ້ອຍທາດຂອງຕັນຫາອັນຊົ່ວຊ້າເລວຊາມ, ຍ້ອນວ່າ ພັນລະຍາຂອງພວກເຂົາໄດ້ປະການຢູ່ນອນກັບສາມີ ເພື່ອໄປຮ່ວມເສບສົມກັບໝູ່ຜູ້ຍິງດ້ວຍກັນ ຢ່າງຜິດທຳມະດາ. 27.ພວກທີ່ເປັນສາມີກໍດັ່ງດຽວກັນ, ໄດ້ປະລະການຮ່ວມຢ່າງທຳມະຊາດກັບພັນລະຍາ, ເພື່ອເສບສົມກັບໝູ່ຜູ້ຊາຍດ້ວຍກັນ, ດັ່ງນີ້ຈຶ່ງເປັນການນຳຄວາມເສື່ອມເສຍມາໃຫ້ຜູ້ຊາຍດ້ວຍກັນ ແລະຮັບເອົາຜົນກຳຊົ່ວແຫ່ງຄວາມຫລົງຜິດນີ້ມາສູ່ຕົວເອງ ຢ່າງບໍ່ມີທາງຫລີກເວັ້ນໄດ້.. 28.ແລະຍ້ອນພວກເຂົາບໍ່ຖືວ່າ ການຮັກສາຄວາມຮູ້ອັນແທ້ຈິງ ກ່ຽວກັບພຣະເປັນເຈົ້ານັ້ນໄວ້ ເປັນການດີ, ພຣະເຈົ້າຈຶ່ງປະໃຫ້ພວກເຂົາ ຕົກເປັນຂ້ອຍທາດຂອງຄວາມຄິດອັນງົງງວຍຂອງເຂົາ ເພື່ອກະທຳສິ່ງທີ່ບໍ່ຊອບ. 29.ດັ່ງນີ້ພວກເຂົາຈຶ່ງທຳແຕ່ການຜິດຄວາມອະຍຸຕິທຳທຸກແນວ, ທຳຄວາມຊົ່ວຮ້າຍ, ເຕັມດ້ວຍ ຄວາມໂລບໂລພາ, ຄວາມອຸລາມົກ, ປາດຖະໜາແຕ່ອິດສາ, ຂ້າຟັນ, ຖົກຖຽງ, ລັກໂລບ, ຄົດໂກງ, ດຸຮ້າຍ, ກ່າວຮ້າຍປ້າຍສີໃສ່ກັນແລະກັນ. 30.ລ້າງຜານຊື່ສຽງແລະຄຸນງາມຄວາມດີຂອງຜູ້ອື່ນ, ເປັນສັດຕູກັບພຣະເຈົ້າ, ປ້ອຍດ່າ, ຈອງຫອງພອງຂົນ, ມັກສະແດງຫລັກແຫລມໃນການທຳຊົ່ວ, ຂັດສູ້ພໍ່ແມ່. 31.ເປັນບ້າ, ໃຈແຄບ, ບໍ່ມີຫົວໃຈ, ບໍ່ມີເມດຕາ. 32.ພວກເຂົາຮູ້ຈັກດີເຖິງການຕອບໂຕ້ຂອງພຣະເຈົ້າຜູ້ຊົງປະກາດວ່າ ພວກທີ່ກະທຳກິດຈະການດັ່ງກ່າວນີ້ສົມຕ້ອງໂທດເຖິງຕາຍ, ບໍ່ແມ່ນແຕ່ພວກເຂົາເອງກະທຳທີ່ວ່າມານີ້ເທົ່ານັ້ນ, ພວກເຂົາຍັງສະໜັບສະໜູນພວກທີ່ກະທຳກິດຈະການີ້ອີກດ້ວຍ.