ໜັງສື ກິດຈະການຂອງພວກອັກຄະທຳມະທູດ

ພາກທີ 9

ກະແສຮຽກຂອງເຊົາໂລ

1.ໃນເວລານັ້ນ, ເຊົາໂລຍັງເຕັມດ້ວຍໃຈຂູ່ເຂັນແລະໂຫດຮ້າຍຕໍ່ບັນດາສານຸສິດຂອງພຣະອົງເຈົ້າ, ເຂົາຈຶ່ງເຂົ້າໄປພົບຫົວໜ້າສົງ, 2.ແລະຂໍໜັງສືຢັ້ງຢືນ ເພື່ອໄປຍັງໂຮງທຳເມືອງດາມາດ, ເພື່ອວ່າ ຖ້າຫາກພົບບາງຄົນທີ່ເຊື່ອໃນແນວທາງນັ້ນ, ຈະແມ່ນຊາຍຫລືຍິງກໍດີ, ເຂົາຈະໄດ້ຈັບໃສ່ໂສ້ມານະຄອນເຢຣູຊາແລມ. 3.ເຂົາອອກເດີນທາງໄປ ແລະເກືອບຈະເຖິງເມືອງດາມາດແລ້ວ, ໃນທັນໃດກໍມີແສງສະຫວ່າງມາຈາກຟ້າ ແລະຫຸ້ມຕຸ້ມຕົວເຂົາ. 4.ເຊົາໂລຕົກລົງດິນ, ແລ້ວຍິນສຽງໜຶ່ງດັງມາ ກ່າວກັບເຂົາວ່າ: ເຊົາໂລ! ເຊົາໂລ! ເປັນຫຍັງເຈົ້າຈຶ່ງບງບຽດເຮົາ?” 5.ເຂົາກ່າວຖາມວ່າ: “ພຣະອົງເຈົ້າເອີຍ! ພຣະອົງແມ່ນຜູ້ໃດ?” ພຣະອົງຈຶ່ງຕອບວ່າ ເຮົານີ້ແມ່ນເຢຊູ ຜູ້ເຈົ້າບັງບຽດນັ້ນແລ້ວ”. 6.ແຕ່ໃຫ້ເຈົ້າລຸກຂຶ້ນ, ແລ້ວໃຫ້ເຂົ້າໄປໃນເມືອງ ແລະຈະມີຜູ້ບອກເຈົ້າວ່າ ຕ້ອງເຮັດແນວໃດ.” 7.ພວກໝູ່ເພື່ອນທີ່ເດີນທາງໄປນຳເຂົາກໍຢຸດ, ບໍ່ມີໃຜກ້າປາກເວົ້າຍ້ອນຄວາມຕື່ນເຕັ້ນ, ພວກເຂົາຍິນສຽງແຕ່ບໍ່ເຫັນມີໃຜ. 8.ເຊົາໂລລຸກຂຶ້ນຈາກດິນ, ແຕ່ແມ່ນວ່າຕາເຂົາມືນຢູ່ກໍຕາມ, ເຂົາບໍ່ເຫັນຫຍັງເລີຍ. ພັກພວກຈຳເປັນຕ້ອງຈູງເຂົາ ເພື່ອເຂົ້າໄປໃນເມືອງດາມາດ. 9.ເຂົາບໍ່ເຫັນແຈ້ງຕະຫລອດສາມວັນ, ທັງບໍ່ໄດ້ກິນບໍ່ໄດ້ດື່ມຫຍັງເລີຍ.

10.ຢູ່ເມືອງດາມາດມີສານຸສິດຜູ້ໜຶ່ງຊື່ວ່າອານານີອາ. ພຣະອົງເຈົ້າຊົງປະຈັກມາຫາເພິ່ນ ແລະຮຽກເພິ່ນວ່າ: “ອານານີອາ”. ເພິ່ນທູນຕອບວ່າ: “ພຣະອົງເຈົ້າເອີຍ, ຂ້າພະເຈົ້າຢູ່ນີ້.” 11.ພຣະອົງຊົງກ່າວອີກວ່າ: “ຈົ່ງໄປທີ່ຖະໜົນທີ່ມີຊື່ວ່າ“ຖະໜົນຊື່” ແລະເຂົ້າໄປໃນເຮືອນຂອງຢູດາ ຖາມຫາຄົນຜູ້ໜຶ່ງຊື່ວ່າເຊົາໂລ, ໄທເມືອງຕາກ, ເພາະເຂົາກຳລັງພາວະນາຢູ່, 12.ແລະໄດ້ເຫັນຄົນຜູ້ໜຶ່ງຊື່ວ່າອານານີອາ, ເຂົ້າໄປປົກມືເທິງເຂົາ ເພື່ອໃຫ້ເຂົາໄດ້ກັບເຫັນແຈ້ງຄືນອີກ.” 13.ອານານີອາທູນຕອບວ່າ: “ພຣະອົງເຈົ້າເອີຍ! ຂ້າພະເຈົ້າໄດ້ຍິນຫລາຍຄົນເລົ່າລືເຖິງຄົນຜູ້ນີ້ ແລະກ່າວເຖິງຄວາມໂຫດຮ້າຍ ຊຶ່ງເຂົາໄດ້ທຳຕໍ່ບັນດາສັດຕະບຸຣຸດຂອງ ພຣະອົງ ໃນນະຄອນເຢຣູຊາແລມ. 14.ແລະເຂົາໄດ້ມາທີ່ນີ້ ໂດຍຮັບອຳນາດພິເສດຈາກຫົວໜ້າສົງ, ເພື່ອຈັບມັດເອົາທຸກຄົນທີ່ວອນຂໍພຣະອົງ.” 15.ແຕ່ພຣະອົງເຈົ້າຊົງກ່າວກັບອານານີອາວ່າ: “ໃຫ້ເຈົ້າໄປໂລດ, ເພາະວ່າຄົນຜູ້ນີ້ແມ່ນເຄື່ອງມືວິເສດ, ເພື່ອນຳເອົາພຣະນາມຂອງເຮົາໄປຍັງນານາຊາດ, ໄປຍັງກະສັດທັງຫລາຍ ແລະໄປຍັງບຸດຫລານອິສຣາແອນ, 16.ເພາະວ່າເຮົາຈະສະແດງໃຫ້ເຂົາຮູ້ວ່າ ເຂົາຈະຕ້ອງທົນທຸກລຳບາກເຖິງຂັ້ນໃດຍ້ອນພຣະນາມຂອງເຮົາ.” 17.ອານານີອາກໍໄປ, ເຂົ້າໄປໃນເຮືອນ ແລະປົກມືເໜືອເຊົາໂລ, ກ່າວວ່າ: “ເຊົາໂລ! ນ້ອງຊາຍເອີຍ, ຜູ້ທີ່ສົ່ງເຮົາມາຫາເຈົ້າ, ແມ່ນພຣະອົງເຈົ້າ, ຄືພຣະເຢຊູຜູ້ໄດ້ປະຈັກມາຫາເຈົ້າ.” 18.ໃນທັນໃດນັ້ນ ມີສິ່ງໜຶ່ງຄືເກັດ ຕົກຈາກຕາຂອງເຊົາໂລ ແລະເຂົາກໍເຫັນແຈ້ງໄດ້ຕາມປົກກະຕິ. ເຂົາໄດ້ຮັບສິນລ້າງບາບທັນທີ. 19.ຕໍ່ໄປ ເຂົາໄດ້ຮັບປະທານອາຫານ ແລະເຫື່ອແຮງກໍກັບມາສູ່ເຂົາ.

 

ທຳມະເທດສະໜາຂອງເຊົາໂລທີ່ເມືອງດາມາດ

ເຊົາໂລໄດ້ພັກເຊົາຢູ່ນຳສານຸສິດທີ່ເມືອງດາມາດປະມານສອງສາມວັນ; 20.ແລ້ວເຂົາກໍເລີ່ມເທດສະໜາເຖິງພຣະເຢຊູເຈົ້າ ໃນໂຮງທຳທັນທີ, ປະກາດວ່າພຣະອົງຊົງເປັນພຣະບຸດຂອງພຣະເຈົ້າ. ທຸກຄົນໄດ້ຍິນເຂົາ ກໍຕື່ນປະຫລາດໃຈ ເວົ້າວ່າ: “ບໍ່ແມ່ນຕານີ້ບໍ, ຢູ່ນະຄອນເຢຣູຊາແລມ, ທີ່ຊອກທຳລາຍພວກທີ່ວອນຫານາມຊື່ນີ້ ແລະການທີ່ເຂົາມາທີ່ນີ້ ກໍບໍ່ແມ່ນເພື່ອຈັບກຸມເອົາພວກນັ້ນໃສ່ໂສ້ເມືອໃຫ້ຫົວໜ້າສົງບໍ?” 22.ແຕ່ເຊົາໂລກໍຍິ່ງແຂງແຮງຂຶ້ນ, ເຮັດໃຫ້ພວກຢິວທີ່ເມືອງດາມາດຕັນສະໝອງໄປ, ໂດຍສະແດງອອກໃຫ້ເຫັນວ່າພຣະເຢຊູເຈົ້າແມ່ນພຣະກຣິສໂຕເຈົ້າແທ້. 23.ຕໍ່ຈາກນັ້ນມາເປັນເວລານານພໍສົມຄວນ ພວກຢິວກໍປຶກສາຫາລືກັນເພື່ອຫາທາງຈະຂ້າເຊົາໂລ. 24.ແຕ່ເຊົາໂລຮູ້ເຖິງເຈດຕະນາຮ້າຍຂອງພວກນັ້ນ, ທີ່ໄດ້ຕັ້ງກອງຍາມປະຕູເມືອງຕະຫລອດວັນແລະຄືນ, ເພື່ອລອບສັງຫານທ່ານ. 25.ຄືນໜຶ່ງ, ພວກລູກສິດຂອງທ່ານເອົາທ່ານໃສ່ກວຍ ແລ້ວຢ່ອນທ່ານລົງຕາມຝາກຳແພງ . . .

 

ເຊົາໂລທີ່ນະຄອນເຢຣູຊາແລມ

26.ເມື່ອເຖິງນະຄອນເຢຣູຊາແລມ, ເຊົາໂລກໍຫາທາງຈະຕິດຕໍ່ກັບພວກສານຸສິດ, ແຕ່ທຸກຄົນຢ້ານທ່ານ ຍັງບໍ່ເຊື່ອວ່າທ່ານເປັນສັດຕະບຸຣຸດແທ້ຜູ້ໜຶ່ງ. 27.ບາກນາບາຈຶ່ງຮັບເອົາທ່ານ ແລ້ວພາໄປຫາພວກອັກຄະທຳມະທູດ ແລະໄດ້ເລົ່າໃຫ້ພວກອັກຄະທຳມະທູດຟັງ ເຖິງເລື່ອງເຊົາໂລໄດ້ເຫັນພຣະອົງເຈົ້າຕາມທາງ ແລະພຣະອົງໄດ້ກ່າວກັບທ່ານແນວໃດ, ພ້ອມທັງໄດ້ເລົ່າວ່າ ທ່ານໄດ້ປະກາດພຣະນາມຂອງພຣະເຢຊູເຈົ້າຢູ່ໃນເມືອງດາມາດ ຢ່າງກ້າຫານສັກພຽງໃດອີກດ້ວຍ. 28.ນັບແຕ່ນັ້ນມາ, ເຊົາໂລກໍໄປມາໆກັບພວກອັກຄະທຳມະທູດໃນນະຄອນເຢຣູຊາແລມ ແລະເທດສະໜາສັ່ງສອນໃນນາມຂອງພຣະອົງເຈົ້າດ້ວຍໃຈກ້າຫານ. 29.ທ່ານຍັງໄດ້ໄປຫາພວກຢິວທີ່ປາກພາສາເກັຣກ ແລະສົນທະນາກັບເຂົາດ້ວຍ; ແຕ່ພວກນີ້ຫາທາງທຳລາຍທ່ານ. 30.ເມື່ອພວກພີ່ນ້ອງຊາບຂ່າວນີ້ແລ້ວ, ຈຶ່ງໄດ້ພາທ່ານໄປເມືອງເຊຊາເຣ, ຈາກນັ້ນກໍໄດ້ສົ່ງທ່ານໄປເມືອງຕາກ. 31.ໃນສະໄໝນັ້ນ, ພຣະກຣິສຕະຈັກໄດ້ຮັບຄວາມສະຫງົບສຸກທົ່ວແຂວງຢູເດ, ຄາລີເລ, ແລະຊາມາຣີ, ແລະກໍ່ຮ່າງສ້າງຕົວຈະເລີນກ້າວໜ້າ ໃນຄວາມຢ້ານຈຽມພຣະອົງເຈົ້າ ແລະໃນຄວາມສົ່ງເສີມອົບອຸ່ນຈາກພຣະຈິດເຈົ້າດ້ວຍ. 

 

ເປໂຕທີ່ລິດດາແລະໂຢບເປ

32.ສ່ວນເປໂຕທີ່ທ່ຽວໄປມາທົ່ວທຸກບ່ອນ ໄດ້ລົງໄປຢ້ຽມຢາມພວກສັດຕະບຸຣຸດທີ່ເມືອງລິດດາດ້ວຍ. 33.ຢູ່ທີ່ນັ້ນ ທ່ານໄດ້ເຫັນຊາຍຄົນໜຶ່ງຊື່ເອເນໂອ, ເປັນເປ້ຍ ນອນຢູ່ກັບຊະແນນແຕ່ແປດປີມາແລ້ວ. 34.ເປໂຕເວົ້າກັບຊາຍຜູ້ນັ້ນວ່າ: “ເອເນໂອເອີຍ! ພຣະເຢຊູກຣິສໂຕຊົງໂຜດໃຫ້ເຈົ້າດີພະຍາດ, ຈົ່ງລຸກຂຶ້ນ ແລະຈັດຕຽງນອນເຈົ້າໄວ້ເສຍ.” ແລະຊາຍຜູ້ນັ້ນກໍໄດ້ລຸກຂຶ້ນທັນທີ. 35.ປະຊາຊົນທັງຫລາຍທີ່ເມືອງລິດດາ ແລະໃນຖິ່ນຊາໂຣນ ເຫັນເຫດການນີ້ ກໍພາກັນກັບໃຈເຂົ້າເຊື່ອໃນພຣະອົງເຈົ້າ. 36.ໃນບັນດາສັດຕະບຸຣຸດທີ່ເມືອງໂຢບເປ ມີຍິງຜູ້ໜຶ່ງຊື່ ຕາບີທາ ແປໃນພາສາເກັຣກວ່າ“ດອກກາດ”. ນາງເຄີຍສ້າງແຕ່ຄຸນງາມຄວາມດີ ແລະທຳທານຫລາຍ. 37.ບັງເອີນ ພໍດີນາງລົ້ມເຈັບລົງໃນລະຫວ່າງນັ້ນ ແລະຕາຍໄປ. ເມື່ອໄດ້ ລ້າງສວ່າຍຕົວນາງແລ້ວ ເຂົາກໍເອົາສົບຂຶ້ນດອຍໄວ້ທີ່ຫ້ອງຊັ້ນເທິງ. 38.ຍ້ອນລິດດາແລະໂຢບເປຢູ່ບໍ່ຫ່າງໄກກັນປານໃດ, ແລະເມື່ອສັດຕະບຸຣຸດຮູ້ຂ່າວວ່າເປໂຕຢູ່ທີ່ລິດດາ, ພວກເຂົາຈຶ່ງສົ່ງຊາຍສອງຄົນໄປຮ້ອງຂໍທ່ານດັ່ງນີ້: “ເຊີນທ່ານມາຫາພວກເຮົາຢ່າໄດ້ຊ້າ.” ເປໂຕກໍອອກເດີນທາງໄປພ້ອມພວກນັ້ນໂລດ. 39.ພໍເປໂຕໄປຮອດ, ພວກເຂົາກໍນຳທ່ານຂຶ້ນໄປຫ້ອງຊັ້ນເທິງ, ຢູ່ທີ່ນັ້ນ ພວກນາງໝ້າຍທຸກຄົນກຳລັງຮ້ອງໄຫ້ ກໍຫຸ້ມມາຫາທ່ານ ແລະບອກໃຫ້ທ່ານເບິ່ງເສື້ອຜ້າຕ່າງໆ ຊຶ່ງດອກກາດໄດ້ເຮັດເມື່ອເວລາຍັງມີຊີວິດຢູ່ກັບພວກເຂົາ 40.ເປໂຕສັ່ງໃຫ້ທຸກຄົນອອກນອກ, ແລ້ວທ່ານກໍຄູ້ເຂົ່າລົງພາວະນາ, ແລ້ວຫັນໜ້າໄປຫາສົບ ກ່າວວ່າ: “ຕາບີທາ! ຈົ່ງລຸກຂຶ້ນເຖີດ!” ນາງມືນຕາຂຶ້ນ, ແລະເມື່ອເຫັນເປໂຕ ນາງກໍລຸກນັ່ງ 41.ເປໂຕຈຶ່ງເດ່ມືຊູນາງລຸກຂຶ້ນ. ຕໍ່ໄປ ທ່ານຈຶ່ງເອີ້ນພວກສັດຕະບຸຣຸດ ແລະພວກນາງໝ້າຍເຂົ້າໄປ ແລ້ວມອບນາງຕາບີທາຜູ້ຄືນແລ້ວໃຫ້ພວກເຂົາ. 42.ເມືອງໂຢບເປທັງເມືອງຮູ້ຂ່າວນີ້, ແລະຫລາຍຄົນໄດ້ເຊື່ອໃນພຣະອົງເຈົ້າ. 43.ເປໂຕໄດ້ພັກເຊົາຢູ່ເຮືອນຂອງຊີມອນ, ຊ່າງຟອກໜັງ, ທີ່ເມືອງໂຢບເປເປັນເວລາສອງສາມວັນ.