ໜັງສື ກິດຈະການຂອງພວກອັກຄະທຳມະທູດ
ພາກທີ 8
II. ທົ່ວໄປໃນປາແລສຕີນ
1.ສ່ວນເຊົາໂລ, ເຂົາກໍເຫັນພ້ອມໃນການຄາຕະກຳນີ້ດ້ວຍ. ໃນວັນນັ້ນເກີດມີການບັງບຽດຢ່າງໃຫຍ່ ຕໍ່ພຣະກຣິສຕະຈັກແຫ່ງນະຄອນເຢຣູຊາແລມ. ພວກສັດຕະບຸຣຸດທັງໝົດ, ເວັ້ນແຕ່ພວກອັກຄະທຳມະທູດ, ໄດ້ແຕກກະຈັດກະຈາຍໄປທົ່ວແຂວງຢູເດແລະແຂວງຊາມາຣີ. 2.ແຕ່ກໍຍັງມີຊາຍໃຈສັດທາບາງຄົນ ໄດ້ເອົາສົບຂອງສະເຕຟາໂນໄປຝັງໄວ້ ດ້ວຍມີການໄຫ້ຈົ່ມນຳເພິ່ນຢ່າງໃຫຍ່. 3.ສ່ວນເຊົາໂລ, ເຂົາກໍທຳລາຍພຣະກຣິສຕະຈັກຢ່າງຮຸນແຮງ, ໂດຍທ່ຽວຄົ້ນຫາໄປຕາມຢ້າວເຮືອນ ແລະແກ່ລາກເອົາຊາຍຍິງໄປຂັງຄຸກໄວ້.
ເຜີຍແຜ່ຂ່າວປະເສີດໃນແຂວງຊາມາຣີ
4.ພວກສານຸສິດທີ່ແຕກກະຈັດກະຈາຍໄປນັ້ນ ກໍພາກັນປະກາດພຣະວາຈາແຫ່ງຂ່າວປະເສີດຕາມແຕ່ລະບ່ອນໄປ. 5.ດ້ວຍເຫດນີ້, ຟີລິບຈຶ່ງລົງໄປເມືອງໜຶ່ງໃນແຂວງຊາມາຣີ ແລະໄດ້ເທດປະກາດພຣະກຣິສໂຕເຈົ້າ. 6.ພວກປະຊາຊົນຮວມກັນເປັນກຸ່ມກ້ອນດຽວ ພ້ອມກັນຕິດໃຈນຳພຣະທຳມະເທດສະໜາຂອງທ່ານ, ຍ້ອນທຸກຄົນໄດ້ຍິນເລົ່າລືເຖິງການອັດສະຈັນຂອງທ່ານ, ຫລືໄດ້ເຫັນກັບຕາເອງ. 7.ຕາມຈິງແລ້ວ, ຈິດຊົ່ວຮ້າຍໄດ້ອອກຈາກພວກທີ່ມັນເຂົ້າສິງຫລາຍຄົນໂດຍຮ້ອງສຽງດັງ. ພວກຄົນເປ້ຍຫລ່ອຍແລະພິການຫລາຍຄົນໄດ້ຫາຍດີດ້ວຍ. 8.ແລະເມືອງນັ້ນໄດ້ຮັບຄວາມມ່ວນຊື່ນຍິນດີອັນຍິ່ງໃຫຍ່.
ຊີມອນໝໍຜີ
9.ມີຊາຍຜູ້ໜຶ່ງຊື່ຊີມອນ, ເຄີຍຢູ່ໃນເມືອງນັ້ນແຕ່ກ່ອນມາແລ້ວ; ເຂົາເປັນໝໍຜີ, ເຄີຍເຮັດໃຫ້ໄທເມືອງຊາມາຣີງຶດງໍ້ອັດສະຈັນໃຈ ແລະອວດອ້າງຕົວວ່າເປັນຄົນສຳຄັນຜູ້ໜຶ່ງ. 10.ເຂົາທັງຫລາຍ, ທັງນ້ອຍແລະໃຫຍ່, ກໍສະໜິດສະໜົມກັບຊີມອນຫລາຍ, ຈົນເວົ້າກັນວ່າ: “ຄົນຜູ້ນີ້ແມ່ນຣິດທານຸພາບຂອງພຣະເຈົ້າ, ອັນວ່າມະຫາຣິດທານຸພາບ” 11.ພວກເຂົາສະໜິດສະໜົມກັບຊີມອນນັ້ນ, ຍ້ອນວ່າແຕ່ນານມາແລ້ວ, ເຂົາໄດ້ສະແດງມົນຄາຖາໃຫ້ງຶດງໍ້ອັດສະຈັນໃຈ. 12.ແຕ່ເມື່ອພວກເຂົາໄດ້ເຊື່ອໃນຟີລິບ ທີ່ໄດ້ປະກາດຂ່າວປະເສີດແຫ່ງພຣະຣາໄຊຂອງພຣະເຈົ້າ ແລະພຣະນາມຂອງພຣະເຢຊູກຣິສໂຕເຈົ້າແລ້ວ, ພວກເຂົາເລີຍຍອມຮັບສິນລ້າງບາບທັງຍິງແລະຊາຍ. 13.ສ່ວນຊີມອນ ລາວກໍເຊື່ອດ້ວຍ; ເມື່ອຮັບສິນລ້າງບາບແລ້ວ ລາວບໍ່ປະຂ້າງຟີລິບເລີຍ ແລະລາວປະຫລາດໃຈເຫັນໝາຍສຳຄັນແລະອັດສະຈັນໃໝ່ເກີດເປັນມາຕໍ່ຕາລາວເອງ. 14.ເມື່ອຊາບຂ່າວວ່າ: ແຂວງຊາມາຣີໄດ້ຮັບພຣະວາຈາຂອງພຣະເຈົ້າແລ້ວ, ພວກອັກຄະທຳມະທູດທີ່ຢູ່ນະຄອນເຢຣູຊາແລມ ຈຶ່ງສົ່ງເປໂຕແລະຢວງໄປທີ່ນັ້ນ. 15.ພວກທ່ານຈຶ່ງໄດ້ລົງໄປຫາຊາວຊາມາຣີ ແລະພາວະນາຊ່ວຍພວກເຂົາໃຫ້ໄດ້ຮັບພຣະຈິດເຈົ້າ. 16.ຍ້ອນພວກເຂົາຍັງບໍ່ທັນໄດ້ຮັບພຣະຈິດເຈົ້າສັກຄົນ, ໄດ້ຮັບແຕ່ສິນລ້າງບາບໃນນາມຂອງພຣະອົງເຈົ້າເຢຊູເທົ່ານັ້ນ 17.ເປໂຕແລະຢວງຈຶ່ງປົກມືເໜືອພວກເຂົາ ແລະພວກເຂົາກໍໄດ້ຮັບພຣະຈິດເຈົ້າ. 18.ແຕ່ເມື່ອຊີມອນເຫັນວ່າ ການປົກມືຂອງພວກອັກຄະທຳມະທູດປະທານພຣະຈິດເຈົ້າ ລາວຈຶ່ງເອົາເງິນອອກມາມອບໃຫ້ພວກທ່ານ ກ່າວວ່າ: 19.ຂໍໂຜດໃຫ້ຂ້ານ້ອຍມີສິດອຳນາດນີ້ເໝືອນກັນ, ເພື່ອວ່າເມື່ອຂ້ານ້ອຍຈະປົກມືເໜືອຜູ້ໃດ, ຜູ້ນັ້ນຈະໄດ້ຮັບພຣະຈິດເຈົ້າດ້ວຍ 20.ແຕ່ເປໂຕຕອບຄັດຄ້ານລາວວ່າ: “ໃຫ້ເງິນເຈົ້າຈິບຫາຍໄປເສຍ ພ້ອມກັນກັບເຈົ້າດ້ວຍ, ຍ້ອນເຈົ້າຄິດວ່າຈະຊື້ພຣະນາມຂອງພຣະເຈົ້າດ້ວຍລາຄາເງິນ! 21.ໃນເລື່ອງນີ້ ເຈົ້າບໍ່ມີສ່ວນ, ບໍ່ມີມູນມໍລະດົກເລີຍ, ຍ້ອນວ່າໃຈຂອງເຈົ້າບໍ່ຊື່ຕໍ່ພຣະພັກພຣະເຈົ້າ. 22.ຈົ່ງກິນແໜງຄວາມຕັ້ງໃຈບໍ່ດີຂອງເຈົ້າເສຍ ແລະອ້ອນວອນພຣະອົງເຈົ້າ ລາງເທື່ອຄວາມຄຶດຮ້າຍໃນໃຈເຈົ້ານັ້ນຈະໄດ້ອະໄພຍ້ອນ 23.ເພາະເຮົາເຫັນໃຈເຈົ້າເຕັມດ້ວຍຄວາມອິດສາຂົມຂື່ນ ແລະເຈົ້າເອງກໍຖືກຜູກໄວ້ດ້ວຍໂສ້ແຫ່ງຄວາມອະທຳ”. 24.ຊີມອນກ່າວຕອບວ່າ: “ຂໍທ່ານອ້ອນ ວອນພຣະອົງເຈົ້າເພື່ອຂ້ານ້ອຍແດ່, ເພື່ອບໍ່ໃຫ້ເຫດຮ້າຍຫຍັງຊຶ່ງທ່ານກ່າວນັ້ນ ຕົກໃສ່ຂ້າເລີຍ”. 25.ສ່ວນພວກທ່ານທັງສອງ, ເມື່ອໄດ້ຢັ້ງຢືນເປັນພະຍານ ແລະເທດປະກາດພຣະວາຈາຂອງພຣະອົງເຈົ້າແລ້ວ, ພວກທ່ານໄດ້ກັບສູ່ນະຄອນເຢຣູຊາແລມ, ພ້ອມທັງປະກາດຂ່າວປະເສີດຕາມບ້ານຊາວຊາມາຣີຫລາຍແຫ່ງ...
ຟີລິບໂຜດສິນລ້າງບາບໃຫ້ຊາວເອທີໂອປີຜູ້ໜຶ່ງ
26.ເທວະດາຂອງພຣະອົງເຈົ້າໄດ້ປະຈັກໃຫ້ຟີລິບ ແລະກ່າວກັບທ່ານວ່າ: “ເວລາປະມານຕາເວັນທ່ຽງ, ໃຫ້ເຈົ້າໄປຕາມທາງທີ່ລົງຈາກນະຄອນເຢຣູຊາແລມໄປເມືອງຄາຊາ, ເປັນຖະໜົນເປົ່າວ່າງ.” 27.ທ່ານເລີຍອອກເດີນຕາມທາງນັ້ນໄປ, ພໍດີມີຊາວເອທີໂອປີຜູ້ໜຶ່ງ, ເປັນຄົນກະເທີຍ, ຂ້າລາດຊະການຊັ້ນສູງຂອງການດາດ, ພະລາຊີນີແຫ່ງເອທີໂອປີ, ເປັນນາຍຄັງຊັບທັງໝົດຂອງພະລາຊີນີນີ້. ເພິ່ນມາສະແຫວງບຸນຢູ່ນະຄອນເຢຣູຊາແລມ. 28.ຂະນະທີ່ນັ່ງລົດກັບເມືອ, ເພິ່ນໄດ້ອ່ານໜັງສືຂອງປະພາສົກອີຊາຢາ. 29.ພຣະຈິດເຈົ້າຈຶ່ງກ່າວບອກຟີລິບວ່າ: “ຈົ່ງຟ້າວຍ່າງໃຫ້ທັນລົດຄັນນັ້ນ.” 30.ຟີລິບຟ້າວແລ່ນໃຫ້ທັນ ແລະໄດ້ຍິນເພິ່ນກຳລັງອ່ານໜັງສືຂອງປະພາສົກອີຊາຢາຢູ່. ທ່ານຖາມເພິ່ນວ່າ: “ອັນທີ່ທ່ານອ່ານນັ້ນ, ທ່ານເຂົ້າໃຈໄດ້ບໍ?” 31.ເພິ່ນຈຶ່ງກ່າວຕອບວ່າ: “ຖ້າບໍ່ມີໃຜແນະນຳໃຫ້, ຂ້າພະເຈົ້າຈະເຂົ້າໃຈໄດ້ຢ່າງ ໃດ?” ແລ້ວເພິ່ນກໍໄດ້ເຊີນຟີລິບຂຶ້ນນັ່ງລົດໄປນຳ.
32.ພຣະຄຳພີຕອນເພິ່ນອ່ານຢູ່ນັ້ນ ແມ່ນດັ່ງຕໍ່ລົງໄປນີ້: “ເຂົາໄດ້ນຳທ່ານໄປ ເໝືອນນຳເອົາແກະໄປໂຮງຂ້າ, ແລະເໝືອນແກະນ້ອຍມິດງຽບຢູ່ໃນກຳມືຂອງຜູ້ຕັດຂົນມັນ, ທ່ານບໍ່ອ້າປາກເລີຍ. 33.ໃນຄາວທ່ານຕົກຕ່ຳແລ້ວ, ທ່ານບໍ່ໄດ້ຮັບຄວາມເປັນທຳເລີຍ, ໃຜຈະກ່າວເຖິງເຊື້ອສາຍຂອງທ່ານອີກ? ເພາະວ່າຊີວິດຂອງທ່ານໄດ້ຖືກລຶບອອກຈາກໂລກແຜ່ນດິນແລ້ວ.” 34.ຄົນກະເທີຍກ່າວກັບຟີລິບວ່າ: “ໂຜດບອກຂ້າພະເຈົ້າແດ່ວ່າ ປະພາສົກກ່າວເຖິງຜູ້ໃດດ້ວຍຖ້ອຍຄຳເຫລົ່ານີ້, ກ່າວເຖິງຕົວເອງບໍ ຫລືວ່າກ່າວເຖິງຄົນອື່ນ?” 35.ຟີລິບຈຶ່ງອ້າປາກປະກາດຂ່າວປະເສີດຂອງພຣະເຢຊູເຈົ້າໃຫ້ເພິ່ນຟັງ, ໂດຍເລີ່ມຈາກພຣະຄຳພີຕອນນັ້ນໄປ.”
36.ຂະນະທີ່ພວກທ່ານເດີນທາງໄປນັ້ນ, ພໍດີມາຮອດໜອງນ້ຳແຫ່ງໜຶ່ງ, ຄົນກະເທີຍຈຶ່ງກ່າວວ່າ: “ນີ້ເດ໋ນ້ຳ, ຊິມີຫຍັງຫ້າມ ບໍ່ຂ້າພະເຈົ້າໄດ້ຮັບສິນລ້າງບາບ?” 37.ຟີລິບຈຶ່ງກ່າວຕອບວ່າ: “ຖ້າທ່ານຫາກເຊື່ອເຕັມໃຈແລ້ວ, ກໍຮັບໄດ້.” ຄົນກະເທີຍຈຶ່ງກ່າວຕອບວ່າ: “ຂ້າພະເຈົ້າເຊື່ອວ່າພຣະເຢຊູກຣິສໂຕເປັນພຣະບຸດຂອງພຣະເຈົ້າ.” 38.ແລ້ວເພິ່ນສັ່ງໃຫ້ຢຸດລົດ; ຟີລິບແລະຄົນກະເທີຍຈຶ່ງລົງໄປໃນນ້ຳ, ແລະຟີລິບໄດ້ລ້າງບາບໃຫ້ເພິ່ນ. 39.ແຕ່ເມື່ອໄດ້ຂຶ້ນຈາກນ້ຳແລ້ວ, ພຣະຈິດຂອງພຣະອົງເຈົ້າໄດ້ຊົງຍົກເອົາຟີລິບໄປເສຍ, ແລະຄົນກະເທີຍບໍ່ໄດ້ເຫັນທ່ານອີກເລີຍ. ແລ້ວເພິ່ນກໍເດີນທາງຕໍ່ໄປດ້ວຍຄວາມເບີກບານຍິນດີ. 40.ສ່ວນຟີລິບ, ທ່ານໄປປາກົດຕົວຢູ່ເມືອງອາໂຊໂຕ, ທ່ານເດີນທາງຕໍ່ໄປ ໂດຍປະກາດຂ່າວປະເສີດໃນທຸກໆເມືອງທີ່ທ່ານຜ່ານໄປ ຈົນຮອດເມືອງເຊຊາເຣ.