ໜັງສື ກິດຈະການຂອງພວກອັກຄະທຳມະທູດ

ພາກທີ 7

ຄຳປາໄສຂອງສະເຕຟາໂນ

1.ຫົວໜ້າສົງຈຶ່ງກ່າວຖາມສະເຕຟາໂນວ່າ: “ແມ່ນດັ່ງນັ້ນແທ້ບໍ?” 2.ທ່ານຕອບວ່າ: “ພີ່ນ້ອງແລະຍາພໍ່ທັງຫລາຍ, ເຊີນຟັງ! ພຣະເຈົ້າແຫ່ງສີມຸງຄຸນໄດ້ຊົງປະຈັກແກ່ອາບຣາຮຳ ບັນພະບຸຣຸດຂອງພວກເຮົາ ເວລາເພິ່ນຍັງຢູ່ປະເທດເມໂຊໂປຕາມີ ກ່ອນເພິ່ນໂຍກຍ້າຍໄປຢູ່ເມືອງ“ຮາຣານ” 3.ແລະໄດ້ຊົງກ່າວກັບເພິ່ນວ່າ: “ເຈົ້າຈົ່ງປະປະເທດບ້ານເມືອງແລະຍາດພີ່ນ້ອງຂອງເຈົ້າ ໄປສູ່ດິນແດນຊຶ່ງເຮົາຈະຊີ້ບອກໃຫ້ເຈົ້າ”. 4.ອາບຣາຮຳຈຶ່ງອອກຈາກເມືອງກັນເດ ໄປອາໄສຢູ່ເມືອງຮາຣານ. ສືບຕໍ່ຈາກທີ່ນັ້ນ, ເມື່ອບິດາຂອງທ່ານໄດ້ເຖິງແກ່ກຳແລ້ວ, ພຣະເຈົ້າໄດ້ໃຫ້ທ່ານໂຍກຍ້າຍມາປະຈຳຢູ່ດິນແດນ, ບ່ອນພວກທ່ານອາໄສຢູ່ປັດຈຸບັນນີ້. 5.ພຣະອົງບໍ່ໄດ້ປະທານມູນມໍລະດົກຫຍັງໃຫ້ທ່ານເລີຍໃນດິນແດນນີ້ ແມ່ນແຕ່ບ່ອນຈະປົງເທົ້າກໍບໍ່ມີ, ແຕ່ພຣະອົງໄດ້ຊົງສັນຍາໃຫ້ທ່ານມີກຳມະສິດຢູ່ເທິງດິນແດນນີ້ ແລະໃຫ້ເຊື້ອສາຍຂອງທ່ານອີກດ້ວຍ, ເຖິງວ່າທ່ານບໍ່ມີບຸດກໍຕາມ. 6.ແລະພຣະເຈົ້າໄດ້ຊົງກ່າວກັບທ່ານວ່າ ບຸດຫລານຂອງທ່ານຈະໄປອາໄສຢູ່ຕ່າງປະເທດ, ຈະຕົກເປັນຂ້ອຍຂ້າ ແລະຈະຖືກກົດຂີ່ຂົ່ມເຫັງ ເປັນເວລາ 400 ປີ. 7.ແຕ່ພຣະອົງຊົງກ່າວວ່າ: “ສ່ວນເຮົາ, ເຮົາຈະຕັດສິນລົງໂທດປະເທດທີ່ໃຊ້ເຂົາເປັນຂ້ອຍຂ້ານັ້ນ. ຫລັງຈາກນັ້ນແລ້ວ ພວກເຂົາຈະອອກມາບົວລະບັດນົບໄຫວ້ເຮົາທີ່ນີ້ເອງ”. 8.ແລ້ວພຣະອົງຊົງທຳສັນຍາແຫ່ງພິທີສິນຕັດກັບອາບຣາຮຳ; ດ້ວຍເຫດນີ້ ເມື່ອອາບຣາຮຳມີລູກຊາຍຊື່ວ່າອີຊາອັກ, ເພິ່ນຈຶ່ງໃຫ້ຮັບພິທີສິນຕັດ ມື້ວັນທີ່ແປດ. ສ່ວນອີຊາອັກກໍໄດ້ປະຕິບັດດັ່ງດຽວສຳລັບຢາກັອບ, ແລະຢາກັອບສຳລັບບັນພະບຸຣຸດທັງສິບສອງ, 9.ບັນພະບຸຣຸດພວກນີ້ຄິດອິດສາຢໍແຊ ຈຶ່ງໄດ້ຂາຍຢໍແຊໄປປະເທດເອຢິບ, ແຕ່ພຣະເຈົ້າຊົງສະຖິດຢູ່ກັບເພິ່ນ. 10.ພຣະອົງໄດ້ຊ່ວຍເພິ່ນໃຫ້ປາດສະຈາກຄວາມທຸກຍາກລຳບາກທັງມວນ ຊົງໂຜດໃຫ້ເພິ່ນມີຄວາມດີຄວາມຊອບ ແລະສະຕິປັນຍາຕໍ່ໜ້າຟາຣາໂອ, ກະສັດຂອງປະເທດເອຢິບ, ຜູ້ໄດ້ແຕ່ງຕັ້ງເພິ່ນໃຫ້ເປັນຜູ້ປົກຄອງປະເທດເອຢິບ, ພ້ອມທັງພະລາດຊະວັງທັງໝົດອີກດ້ວຍ. 11.ພໍດີເກີດການອຶດຢາກໝາກແຄ້ນໃຫຍ່ຫລວງໃນປະເທດເອຢິບແລະການາອານ; ພວກບັນພະບຸຣຸດຂອງພວກເຮົາຊອກຫາຫຍັງມາລ້ຽງຊີວິດບໍ່ໄດ້; 12.ຍິນຂ່າວວ່າຢູ່ປະເທດເອຢິບຍັງມີອາຫານຂອງກິນ, ຢາກັອບຈຶ່ງໃຊ້ບັນພະບຸຣຸດຂອງພວກເຮົາໄປເປັນເທື່ອທຳອິດ. 13.ເທື່ອທີສອງຢໍແຊໄດ້ສະເໜີໃຫ້ອ້າຍນ້ອງຮູ້ຈັກເພິ່ນ ແລະຍາດວົງຂອງເພິ່ນກໍໄດ້ຖືກເປີດເຜີຍໃຫ້ຟາຣາໂອຮູ້ນຳດ້ວຍ. 14.ຢໍແຊຈຶ່ງໃຊ້ຄົນໄປນຳເອົາຢາກັອບບິດາຂອງເພິ່ນ, ພ້ອມທັງຍາດພີ່ນ້ອງທັງໝົດລວມ 75 ຄົນ, ໃຫ້ມາຫາເພິ່ນ. 15.ຢາກັອບໄດ້ລົງໄປປະເທດເອຢິບ ແລະໄດ້ໝົດບຸນຢູ່ທີ່ນັ້ນ, ສ່ວນພວກບັນພະບຸຣຸດກໍເຊັ່ນດຽວກັນ. 16.ສົບຂອງພວກເພິ່ນໄດ້ຖືກນຳມາເມືອງຊີເຄມ ແລະບັນຈຸໄວ້ໃນອຸໂມງ ຊຶ່ງອາຣບາຮຳໄດ້ເອົາເງິນຊື້ໄວ້ຈາກບຸດຫລານຂອງ“ແອມມໍ” ໃກ້ໆເມືອງຊີເຄມນັ້ນ. 17.ເມື່ອກຳໜົດແຫ່ງພຣະສັນຍາຊຶ່ງພຣະເຈົ້າໄດ້ຊົງທຳໄວ້ກັບອາບຣາຮຳໃກ້ຈະມາເຖິງ, ຊົນຊາດອິສຣາແອນໃນປະເທດເອຢິບໄດ້ເພີ່ມທະວີຂຶ້ນ, 18.ຈົນຮອດລັດຊະການຂອງກະສັດອົງໃໝ່ ທີ່ບໍ່ຈື່ຈຳຢໍແຊໄດ້ອີກ. 19.ກະສັດອົງນີ້ໄດ້ໃຊ້ກົນອຸບາຍກົດຂີ່ຂົ່ມເຫງເຊື້ອສາຍຂອງບັນພະບຸຣຸດຂອງພວກເຮົາ, ໂດຍບັງຄັບໃຫ້ເອົາເດັກຜູ້ຊາຍເກີດໃໝ່ໄປຖິ້ມ ເພື່ອບໍ່ໃຫ້ມີຊີວິດຍືນຢູ່ໄດ້. 20.ແມ່ນສະໄໝນັ້ນເອງທີ່ໂມແຊໄດ້ເກີດມາ, ມີຮູບຊົງສວຍງາມຕໍ່ພຣະພັກພຣະເຈົ້າ. ເຂົາໄດ້ລ້ຽງທ່ານໄວ້ໃນເຮືອນພໍ່ປະມານ 3 ເດືອນ. 21.ຕໍ່ຈາກນັ້ນ, ເມື່ອເຂົາເອົາທ່ານໄປປ່ອຍຖິ້ມ, ບຸດສາວຂອງຟາຣາໂອໄດ້ຮັບຕ້ອນເອົາທ່ານໄປລ້ຽງໄວ້ເປັນລູກຂອງຕົນ. 22.ດ້ວຍເຫດນີ້ ໂມແຊຈຶ່ງໄດ້ຮັບການຝຶກສອນໃນວິຊາການທຸກຢ່າງຂອງຊາວເອຢິບ, ແລະສາມາດໃນການປາກເວົ້າ ແລະໃນກິດຈະການຕ່າງໆ. 23.ເມື່ອເຖິງອາຍຸ 40 ປີ, ທ່ານຄິດອອກຢາກໄປຢ້ຽມຢາມບຸດຫລານອິສຣາແອນ ພີ່ນ້ອງຂອງທ່ານ. 24.ເມື່ອເຫັນຜູ້ໜຶ່ງໃນພວກນັ້ນຖືກບັງບຽດ ທ່ານເລີຍເຂົ້າໄປປ້ອງກັນເຂົາ ແລະໄດ້ຂ້າຄົນເອຢິບນັ້ນເສຍ ເປັນການແກ້ແຄ້ນ. 25.ທ່ານຄິດໃນໃຈວ່າ ພວກພີ່ນ້ອງຂອງທ່ານຈະເຂົ້າໃຈວ່າ ແມ່ນພຣະເຈົ້າຜູ້ຊົງຊ່ວຍເຂົາໃຫ້ພົ້ນ, ດ້ວຍອາໄສມືຂອງທ່ານ; ແຕ່ພວກເຂົາບໍ່ໄດ້ເຂົ້າໃຈເລີຍ. 26.ມື້ຕໍ່ມາ ທ່ານເຫັນພວກເຂົາກຳລັງຕີກັນ, ແລະທ່ານກໍຫາທາງໃຫ້ເຂົາເຂົ້າດີກັນ, ກ່າວວ່າ: “ສະຫາຍເອີຍ, ພວກເຈົ້າເປັນພີ່ນ້ອງກັນ ເປັນຫຍັງມາທຳຮ້າຍກັນແບບນີ້?” 27.ຄົນຜູ້ທຳຮ້າຍຕໍ່ເພື່ອນຂອງຕົນນັ້ນຈຶ່ງຊຸກໂມແຊອອກ ກ່າວວ່າ: “ໃຜໄດ້ແຕ່ງຕັ້ງໃຫ້ເຈົ້າເປັນນາຍແລະເປັນຜູ້ຕັດສິນພວກເຮົາ? 28.ເຈົ້າຢາກຂ້າຂ້ອຍຄືກັນກັບເຈົ້າຢາກຂ້າຄົນເອຢິບມື້ວານນີ້ຊັ້ນບໍ? 29.ໄດ້ຍິນຄວາມນັ້ນ ໂມແຊຈຶ່ງປົບໜີໄປອາໄສຢູ່ປະເທດເມດີອານ ແລະທີ່ນັ້ນ ທ່ານໄດ້ລູກຊາຍສອງຄົນ.

30.ພາຍຫລັງຈາກ 40 ປີຜ່ານໄປ, ໄດ້ມີເທວະດາອົງໜຶ່ງປະຈັກມາຫາທ່ານ ໃນພຸ່ມໜາມເປັນແປວໄຟ ຢູ່ທະເລຊາຍແຫ່ງຊີໄນ. 31.ໂມແຊປະຫລາດໃຈດ້ວຍການປະຈັກນີ້; ເມື່ອທ່ານຫຍັບເຂົ້າໄປໃກ້ເພື່ອໃຫ້ເຫັນຄັກ, ພະສຸລະສຽງຂອງພຣະອົງເຈົ້າກໍດັງຂຶ້ນ. 32.“ເຮົາແມ່ນພຣະເຈົ້າແຫ່ງບັນພະບຸຣຸດຂອງເຈົ້າ, ຄືພຣະເຈົ້າຂອງອາບຣາຮຳ, ຂອງອີຊາອັກ ແລະຂອງຢາກັອບ”; ໂມແຊຈຶ່ງຢ້ານສັ່ນຈົນບໍ່ກ້າຫລຽວເບິ່ງ, 33.ພຣະອົງເຈົ້າຈຶ່ງກ່າວວ່າ: “ຈົ່ງຖອດເກີບອອກ, ຍ້ອນວ່າບ່ອນເຈົ້າຢືນຢູ່ນີ້ເປັນບ່ອນສັກສິດ. 34.ແມ່ນແລ້ວ, ເຮົາໄດ້ເຫັນຄວາມທຸກຍາກລຳບາກຂອງປະຊາກອນຂອງເຮົາໃນປະເທດເອຢິບ; ເຮົາໄດ້ຍິນສຽງຄວນຄາງຂອງເຂົາ ແລະເຮົາໄດ້ລົງມາເພື່ອຊ່ວຍເຂົາໃຫ້ພົ້ນ, ຈົ່ງຫຍັບເຂົ້າມາ, ເຮົາຈະສົ່ງເຈົ້າໄປປະເທດເອຢິບ.”

35.ທ່ານໂມແຊນີ້ແລ້ວ, ທີ່ເຂົາປະຕິເສດໂດຍກ່າວວ່າ: “ໃຜໄດ້ແຕ່ງຕັ້ງໃຫ້ເຈົ້າເປັນນາຍ ແລະເປັນຜູ້ຕັດສິນພວກເຮົາ?” ແມ່ນທ່ານນີ້ເອງ ທີ່ພຣະເຈົ້າໄດ້ຊົງສົ່ງໄປໃຫ້ເປັນຜູ້ທຳນາຍແລະຜູ້ປົດປ່ອຍພ້ອມ, ໂດຍອາໄສເທວະດາທີ່ໄດ້ປະຈັກມາຫາທ່ານໃນພຸ່ມໜາມ. 36.ແມ່ນທ່ານນີ້ແລ້ວ ທີ່ໄດ້ນຳພວກເຂົາອອກຈາກປະເທດເອຢິບ, ໂດຍເຮັດການອັດສະຈັນແລະໝາຍສຳຄັນໃນປະເທດເອຢິບ, ທີ່ທະເລແດງ ແລະໃນທະເລຊາຍ ລະຫວ່າງ 40 ປີ. 37.ແມ່ນທ່ານໂມແຊນີ້ເອງ ທີ່ໄດ້ກ່າວກັບບຸດຫລານອິສຣາແອນວ່າ: “ພຣະເຈົ້າຈະຊົງປະທານໃຫ້ມີປະພາສົກຜູ້ໜຶ່ງເກີດມາ ເໝືອນກັບເຮົາ, ໃນທ່າມກາງພີ່ນ້ອງຂອງພວກທ່ານ”. 38.ຢູ່ທະເລຊາຍກໍແມ່ນທ່ານນີ້ເອງ ທີ່ຢູ່ຮ່ວມກັບບັນພະບຸຣຸດຂອງພວກເຮົາ ແລະກັບເທວະດາທີ່ໄດ້ກ່າວກັບທ່ານຢູ່ພູເຂົາຊີໄນ, ແມ່ນທ່ານເອງ ເປັນຜູ້ໄດ້ຮັບພຣະວາຈາແຫ່ງຊີວິດ ມາມອບໃຫ້ພວກເຮົາ 39.ແຕ່ບັນພະບຸຣຸດຂອງພວກເຮົາບໍ່ຍອມເຊື່ອຟັງທ່ານ, ກົງຂ້າມຊ້ຳ, ພວກເພິ່ນໄດ້ປັດເຂ່ຍທ່ານອອກ ຍ້ອນຍັງຕິດໃຈນຳປະເທດເອຢິບຢູ່ອີກ, 40.ພວກເພິ່ນຈຶ່ງກ່າວກັບອາອາຣອນວ່າ: “ຈົ່ງປະດິດສ້າງພະທີ່ຈະເດີນນຳໜ້າພວກເຮົາໄປ; ສ່ວນໂມແຊທີ່ໄດ້ນຳພວກເຮົາອອກຈາກປະເທດເອຢິບນັ້ນ ພວກເຮົາບໍ່ຮູ້ວ່າມີເລື່ອງຫຍັງເກີດຂຶ້ນແກ່ເພິ່ນແລ້ວ.”

41.ໃນຄາວນັ້ນ ພວກເພິ່ນໄດ້ປັ້ນຫລໍ່ຮູບງົວນ້ອຍຂຶ້ນຮູບໜຶ່ງ ແລະໄດ້ຖະຫວາຍບູຊາແກ່ຮູບນັ້ນ, ແລະພວກເພິ່ນໄດ້ຈັດພິທີສະເຫລີມສະຫລອງຜົນງານດ້ວຍມື້ຕົນເອງນັ້ນ ຢ່າງຄຶກຄື້ນມ່ວນຊື່ນ. 42.ພຣະເຈົ້າຈຶ່ງຫັນພຣະພັກຈາກພວກເພິ່ນ, ແລະປ່ອຍໃຫ້ນົບໄຫວ້ກອງທັບໃນທ້ອງຟ້າ, ດັ່ງມີຈາລຶກໄວ້ໃນໜັງສືຂອງປະພາສົກວ່າ: “ຍາດວົງອິສຣາແອນເອີຍ, ຢູ່ທີ່ທະເລຊາຍຕະຫລອດ 40 ປີ, ເຈົ້າໄດ້ຂ້າສັດແລະນຳເຄື່ອງບູຊາຂຶ້ນຖະຫວາຍໃຫ້ເຮົາບໍ? 43.ແຕ່ພວກເຈົ້າໄດ້ຫາມເອົາຜາມຂອງພະ “ມໍລັອກ” ແລະດາວຂອງພະ “ເຣຟານ”, ຄືຮູບທີ່ພວກເຈົ້າປະດິດສ້າງຂຶ້ນເພື່ອນົບໄຫວ້; ດ້ວຍເຫດນີ້, ເຮົາຈຶ່ງຈະກວາດເອົາພວກເຈົ້າໄປໄກກວ່າເມືອງບາບີລອນອີກ”: 44 ຢູ່ທະເລຊາຍ ພວກບັນພະບຸຣຸດກໍມີຜາມແຫ່ງຄຳປະຕິຍານ ຕາມທີ່ພຣະອົງໄດ້ຊົງບັນຢັດໄວ້, ເມື່ອໄດ້ຊົງກ່າວກັບໂມແຊໃຫ້ສ້າງຂຶ້ນ ຕາມແບບຢ່າງຊຶ່ງທ່ານໄດ້ເຫັນ. 45.ພວກບັນພະບຸຣຸດໄດ້ຮັບເອົາຜາມນັ້ນ ແລະຫາມໄປຕາມໂຢຊູເອ, ເພື່ອເຂົ້າຢຶດເອົາດິນແດນຂອງນານາຊາດ, ຊຶ່ງພຣະເຈົ້າໄດ້ຊົງຂັບໄລ່ໃຫ້ແຕກໜີໄປຕໍ່ໜ້າພວກເພິ່ນ. ຜາມນີ້ໄດ້ສືບຕໍ່ມາຈົນຮອດກະສັດດາວິດ. 46.ກະສັດອົງນີ້ເປັນທີ່ຊອບພຣະໄທພຣະເຈົ້າ ແລະທູນຂໍຊອກຫາທີ່ພຳນັກສຳລັບເຊື້ອວົງຂອງຢາກັອບ. 47.ແຕ່ກໍແມ່ນກະສັດຊາໂລມອນທີ່ເປັນຜູ້ສ້າງພຣະວິຫານສຳລັບພຣະອົງ 48.ແຕ່ວ່າພຣະຜູ້ສູງສຸດບໍ່ປະທັບຢູ່ໃນສະຖານທີ່ສ້າງຂຶ້ນດ້ວຍມືມະນຸດ, ຕາມຄຳກ່າວຂອງປະພາສົກວ່າ: 49.“ຟ້າສະຫວັນແມ່ນບັນລັງຂອງເຮົາ, ແລະແຜ່ນດິນໂລກແມ່ນຂຽງຮອງພະບາດຂອງເຮົາ; ພຣະອົງເຈົ້າຊົງກ່າວວ່າ: “ພວກເຈົ້າຈະສ້າງຫໍໂຮງຊະໜິດໃດສຳລັບເຮົາ, ຫລືຈະສ້າງສະຖານຊະໜິດໃດໃຫ້ເຮົາພັກເຊົາ, 50.ທຸກສິ່ງເຫລົ່ານີ້, ບໍ່ແມ່ນພະຫັດຂອງເຮົາເອງໄດ້ສ້າງຂຶ້ນຊັ້ນບໍ?” 51.ຊົນຊາດຫົວແຂງເອີຍ ຫູແລະໃຈບໍ່ໄດ້ຮັບສິນຕັດເລີຍ, ພວກທ່ານມີແຕ່ຄັດຄ້ານພຣະຈິດເຈົ້າຢູ່ສະເໝີ! ບັນພະບຸຣຸດຂອງພວກທ່ານເປັນແນວໃດ, ພວກທ່ານກໍເປັນແນວນັ້ນດ້ວຍ! 52.ມີປະພາສົກຜູ້ໃດ ຊຶ່ງບັນພະບຸຣຸດຂອງພວກທ່ານບໍ່ໄດ້ບັງບຽດ? ພວກເຂົາໄດ້ສັງຫານບັນດາຜູ້ປະກາດການສະເດັດມາຂອງອົງຜູ້ຊອບທຳ, ຄືທ່ານຜູ້ນັ້ນເອງ ຊຶ່ງພວກທ່ານຫາກໍທໍລະຍົດປະຫານຊີວິດ. 53.ພວກທ່ານຜູ້ໄດ້ຮັບພຣະທຳບັນຢັດຈາກພວກເທວະດາ ແຕ່ບໍ່ໄດ້ຢຶດຖືເລີຍ.” 54.ດ້ວຍຄວາມເວົ້ານີ້, ເຂົາທັງຫລາຍກໍເຈັບແສບຫົວໃຈຢ່າງໃຫຍ່ ແລະກັດແຂ້ວໃສ່ສະເຕຟາໂນ.

 

ສະເຕຟາໂນຖືກສັງຫານ

55.ສະເຕຟາໂນເຕັມພຽບດ້ວຍພຣະຈິດເຈົ້າ ໄດ້ເງີຍໜ້າຂຶ້ນສູ່ຟ້າ; ເພິ່ນໄດ້ເຫັນສີມຸງຄຸນຂອງພຣະເຈົ້າ ແລະພຣະເຢຊູຢືນປະທັບຢູ່ເບື້ອງຂວາຂອງພຣະອົງ. 56.ເພິ່ນເລີຍກ່າວວ່າ: “ໂອ! ຂ້າພະເຈົ້າເຫັນຟ້າສະຫວັນເຜີຍຢູ່, ແລະພຣະບຸດແຫ່ງມະນຸດຢືນປະທັບຢູ່ເບື້ອງຂວາຂອງພຣະເຈົ້າ.” 57.ພວກເຂົາຈຶ່ງຮ້ອງສຽງດັງຂຶ້ນ ພ້ອມທັງອັດຫູ ແລະພາກັນຫຸ້ມເຂົ້າໃສ່ເພິ່ນ. 58.ພວກເຂົາຖູໄຖເພິ່ນອອກໄປນອກເມືອງ ແລ້ວແກວ່ງກ້ອນຫີນໃສ່ເພິ່ນ. ພວກພະຍານໄດ້ປົງເສື້ອຜ້າຂອງເຂົາໄວ້ໃກ້ໆຕີນຊາຍໜຸ່ມຜູ້ໜຶ່ງ ຊື່ເຊົາໂລ. 59.ແລະພວມທີ່ພວກເຂົາກຳລັງແກວ່ງກ້ອນຫິນໃສ່ຢູ່ນັ້ນ, ສະເຕຟາໂນພາວະນາວ່າດັ່ງນີ້: “ໂອພຣະເຢຊູພຣະອົງເຈົ້າ ໂຜດຮັບເອົາວິນຍານຂອງຂ້າພະເຈົ້າເທີນ.” 60.ຕໍ່ໄປ ເພິ່ນໄດ້ຄູ້ເຂົ່າລົງ ແລະຮ້ອງດ້ວຍສຽງດັງວ່າ: ໂອພຣະອົງເຈົ້າ, ຂໍຢ່າຖືເອົາບາບນີ້ເປັນເວນກຳສຳລັບພວກເຂົາເລີຍ.” ເມື່ອກ່າວສຸດແລ້ວເພິ່ນກໍສິ້ນໃຈ.