ໜັງສື ກິດຈະການຂອງພວກອັກຄະທຳມະທູດ

ພາກທີ 5

ອານານີອາແລະພັນລະຍາຊາຟີຣາ

1.ມີຄົນຜູ້ໜຶ່ງຊື່ອານານີອາ ໄດ້ຕົກລົງກັບພັນລະຍາຊື່ຊາຟີຣາ ແລະໄດ້ຂາຍດິນຕອນໜຶ່ງ; 2.ດ້ວຍການສົມຮູ້ຮ່ວມຄິດກັບພັນລະຍາ, ເຂົາໄດ້ຍົກເອົາສ່ວນໜຶ່ງຂອງລາຄາໄວ້, ແລະເອົາສ່ວນເຫລືອໄປມອບໃຫ້ພວກອັກຄະທຳມະທູດ. 3.ເປໂຕຈຶ່ງກ່າວຖາມເຂົາວ່າ: “ອານານີອາ, ເຫດໃດຈິດໃຈເຈົ້າຈຶ່ງເຕັມດ້ວຍເລ່ກົນຂອງຊາຕານ ອັນເຮັດໃຫ້ເຈົ້າຫານຕົວະຫລອກພຣະຈິດເຈົ້າ ແລະຍົກເອົາສ່ວນໜຶ່ງຂອງລາຄາທີ່ດິນໄວ້? 4.ເວລາເຈົ້າມີຊັບສິນ, ເຈົ້າບໍ່ມີສິດຮັກສາຊັບນັ້ນໄວ້ຊັ້ນບໍ? ແລະເວລາເຈົ້າຂາຍມັນແລ້ວ, ສ່ວນເງິນອັນເປັນລາຄາຂາຍກໍບໍ່ຢູ່ໃນກຳມະສິດຂອງເຈົ້າຊັນບໍ? ດ້ວຍເຫດໃດເຈົ້າຈຶ່ງເກີດມີແນວຄິດແບບນີ້ໃນໃຈ? ບໍ່ແມ່ນມະນຸດດອກ ຜູ້ເຈົ້າໄດ້ຕົວະຫລອກ ແຕ່ແມ່ນພຣະເຈົ້າເອງ” 5.ເມື່ອຍິນຄຳນີ້ ອານານີອາກໍລົ້ມລົງແລະສິ້ນໃຈ. ຄວາມຢ້ານກົວອັນໃຫຍ່ຍິ່ງຈຶ່ງກໍ່ຄວາມສະດຸ້ງຕົກໃຈດ້ວຍເຫດການດັ່ງກ່າວນີ້. 6.ພວກຊາວໜຸ່ມຈຶ່ງພ້ອມກັນຫໍ່ເອົາສົບ ແລ້ວຫາມໄປຝັງ. 7.ຫລັງຈາກນັ້ນ, ເປັນໄລຍະປະມານສາມຊົ່ວໂມງ, ພັນລະຍາຂອງເຂົາກໍເຂົ້າມາ, ໂດຍບໍ່ຮູ້ຂ່າວການທີ່ໄດ້ເປັນມາເລີຍ 8.ເປໂຕກ່າວຖາມເຂົາວ່າ: “ຂໍບອກເຮົາແດ່ວ່າ ພວກເຈົ້າໄດ້ຂາຍທີ່ດິນເປັນລາຄາເທົ່ານັ້ນແມ່ນບໍ?” ເຂົາຕອບວ່າ ແມ່ນແລ້ວ, ເປັນລາຄາເທົ່ານັ້ນແທ້.” 9.ເປໂຕຈຶ່ງອ້າປາກວ່າ: “ດ້ວຍເຫດໃດ ພວກເຈົ້າຈຶ່ງພ້ອມໃຈກັນຫລອກຫລວງພຣະຈິດເຈົ້າ? ດັ່ງນີ້ແລ! ນີ້ເດພວກທີ່ເອົາສົບສາມີຂອງເຈົ້າໄປຝັງ ພວມມາຮອດປະຕູ, ເຂົາຈະຫາມເອົາສົບຂອງເຈົ້າໄປດ້ວຍ.” 10.ໃນທັນໃດນັ້ນ ນາງກໍລົ້ມຕາຍແທບເທົ້າຂອງເປໂຕ. ພວກໝຸ່ມທີ່ເຂົ້າມາເຫັນນາງຕາຍແລ້ວ; ພວກເຂົາພ້ອມກັນຫາມເອົາສົບຂອງນາງໄປຝັງໄວ້ຂ້າງສາມີຂອງນາງ. 11.ຄວາມຢ້ານກົວອັນໃຫຍ່ຍິ່ງຈຶ່ງເກີດມີຂຶ້ນທົ່ວພຣະກຣິສຕະຈັກແລະໃນໃຈຂອງທຸກຄົນທີ່ຮູ້ເຫດການນີ້.

 

ຈຳນວນຜູ້ເຊື່ອເພີ່ມຂຶ້ນນັບມື້ນັບຫລາຍ

12.ພວກອັກຄະທຳມະທູດໄດ້ທຳສິ່ງແປກປະລາດອັດສະຈັນຕ່າງໆ ເປັນຈຳນວນມາກມາຍໃນທ່າມກາງປະຊາຊົນ... ພວກເພິ່ນທຸກຄົນເຕົ້າໂຮມກັນຢູ່ລະບຽງຂອງກະສັດຊາໂລມອນ. 13.ແລະບໍ່ມີໃຜຫານເຂົ້າໄປເປັນໝູ່ກັບພວກເພິ່ນເລີຍ ແຕ່ປະຊາຊົນທຸກຄົນພາກັນຮ້ອງຊົມເຊີຍພວກເພິ່ນ. 14.ບັນດາຊາຍຍິງທີ່ເຊື່ອໃນພຣະອົງເຈົ້າ ກໍເພີ່ມທະວີຈຳນວນນັບມື້ນັບຫລາຍຂຶ້ນ.....15.ຈົນວ່າເຂົາໄດ້ຫາມຄົນເຈັບປ່ວຍອອກໄປຕາມຖະໜົນຫົນທາງ ແລະວາງໃສ່ຕຽງໃສ່ຊະແນນໄວ້, ເພື່ອຢ່າງໜ້ອຍ ໃຫ້ເງົາຂອງເປໂຕມາຕ້ອງພວກເຂົາ ເວລາເພິ່ນກາຍຜ່ານໄປ. 16.ແມ່ນວ່າຈາກເມືອງໃກ້ຄຽງນະຄອນເຢຣູຊາແລມ ກໍມີຜູ້ຄົນເປັນຈຳນວນມາກ ນຳເອົາຄົນປ່ວຍແລະຖືກຈິດຊົ່ວຮ້າຍສິງຫລັ່ງໄຫລມາ, ແລະທຸກຄົນກໍຫາຍດີ...

 

ພວກອັກຄະທຳມະທູດຖືກຈັບກຸມແລະຖືກປົດປ່ອຍຢ່າງອັດ ສະຈັນ

17.ຫົວໜ້າສົງຈຶ່ງໂກດຮ້າຍຂຶ້ນ ພ້ອມທັງທຸກຄົນໃນພັກພວກເຂົາດ້ວຍ, ຄືພວກຊາດູເຊວ. 18.ພວກເຂົາໄດ້ຈັບກຸມພວກອັກຄະທຳມະທູດ ແລ້ວເອົາໄປຂັງໃສ່ຄຸກໄວ້. 19.ແຕ່ວ່າເວລາກາງຄືນ, ເທວະດາຂອງພຣະອົງເຈົ້າໄດ້ມາເປີດປະຕູຄຸກ, ແລະເມື່ອໄດ້ນຳພວກເພິ່ນອອກໄປທາງນອກແລ້ວ, ເທວະດາໄດ້ກ່າວກັບພວກເພິ່ນວ່າ: 20.“ຈົ່ງພາກັນໄປໃນພຣະວິຫານ ແລະປະກາດພຣະວາຈາແຫ່ງຊີວິດໃຫ້ປະຊາຊົນຟັງ.” 21.ພວກເພິ່ນກໍຟັງຄຳບອກຂອງເທວະດາ, ຈຶ່ງພ້ອມກັນເຂົ້າໃນພຣະວິຫານແຕ່ເຊົ້າໆ ແລ້ວກໍເລີ່ມສັ່ງສອນ. ພ້ອມກັນນັ້ນ ຫົວໜ້າສົງກໍມາພ້ອມດ້ວຍພັກພວກຂອງເຂົາ. ພວກເຂົາເປີດການປະຊຸມໃຫຍ່ຂຶ້ນ ພ້ອມກັບຫົວໜ້າບຸດຫລານອິສຣາແອນ ແລ້ວເຂົາກໍສົ່ງທະຫານໄປນຳເອົາພວກນັກໂທດໃນຄຸກອອກມາ. 22.ແຕ່ວ່າເມື່ອໄປຮອດຄຸກແລ້ວ, ພວກທະຫານບໍ່ເຫັນພວກນັກໂທດເລີຍ, ຈຶ່ງກັບຄືນນຳຂ່າວມາແຈ້ງວ່າ: 23.“ພວກຂ້າພະເຈົ້າໄດ້ເຫັນປະຕູຄຸກປິດຢູ່ຢ່າງດີ ແລະກອງຮັກສາກໍປະຈຳທີ່ຢູ່ໜ້າປະຕູນັ້ນ. ແຕ່ເມື່ອໄຂປະຕູເຂົ້າໄປແລ້ວ, ພວກຂ້າພະເຈົ້າບໍ່ໄດ້ພົບພໍ້ຜູ້ໃດຢູ່ທາງໃນເລີຍ.” 24.ເມື່ອໄດ້ຍິນຂ່າວນີ້, ຫົວໜ້າກອງຮັກສາພຣະວິຫານແລະພວກຫົວໜ້າສົງກໍຕົກຊະເງີ້, ບໍ່ຮູ້ຈະຄິດຢ່າງໃດ; ເຂົາຖາມຕົວເອງວ່າ ເລື່ອງນີ້ຈະມີຄວາມໝາຍແນວໃດ. 25.ຄົນຜູ້ໜຶ່ງຈຶ່ງມາຂ່າວໃຫ້ພວກເຂົາຮູ້ວ່າ: “ພວກຄົນຊຶ່ງພວກທ່ານໄດ້ຈັບໄປຂັງຄຸກໄວ້ນັ້ນ, ເຂົາກຳລັງສັ່ງສອນປະຊາຊົນຢູ່ໃນພຣະວິຫານ.” 26.ຫົວໜ້າກອງຮັກສາພຣະວິຫານຈຶ່ງອອກໄປພ້ອມກັບພວກຄົນຂອງເຂົາ ແລະນຳຕົວພວກອັກຄະທຳມະທູດມາ, ແຕ່ໂດຍບໍ່ໃຊ້ຄວາມຮຸນແຮງ, ຍ້ອນພວກເຂົາຈຽມປະຊາຊົນທີ່ສາມາດແກວ່ງກ້ອນຫີນໃສ່ເຂົາໄດ້. 27.ເມື່ອໄດ້ນຳຕົວພວກອັກຄະທຳມະທູດມາຮອດແລ້ວ, ພວກເຂົາກໍເອົາພວກເພິ່ນອອກສະເໜີຕໍ່ໜ້າສານສູງ. ຫົວໜ້າສົງຈຶ່ງກ່າວກັບພວກເພິ່ນວ່າ: 28.“ພວກເຮົາໄດ້ຫ້າມພວກເຈົ້າສອນໃນນາມຜູ້ນີ້ຢ່າງເດັດຂາດ. ແຕ່ບັດນີ້, ພວກເຈົ້າໄດ້ເຜີຍແຜ່ຄຳສັ່ງສອນຂອງພວກເຈົ້າໄປທົ່ວນະຄອນເຢຣູຊາແລມ, ພວກເຈົ້າຢາກໃຫ້ເລືອດຂອງຜູ້ນັ້ນຕົກໃສ່ພວກເຈົ້າຊັ້ນຕີ້!” 29.ເປໂຕແລະເພື່ອນອັກຄະທຳມະທູດກ່າວຕອບວ່າ: “ຕ້ອງຟັງຄວາມພຣະເຈົ້າດີກວ່າຟັງຄວາມມະນຸດ. 30.ພຣະເຢຊູຜູ້ພວກທ່ານປະຫານຊີວິດໂດຍແຂວນໃສ່ເສົາໄມ້ນັ້ນ, ພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຮົາ ໄດ້ຊົງບັນດານໃຫ້ພຣະອົງກັບຄືນຊີບໃໝ່ແລ້ວ, 31.ແມ່ນພຣະອົງນີ້ເອງ ທີ່ພຣະເຈົ້າໄດ້ຊົງຍົກຂຶ້ນ ເດຊະພະຫັດອັນຊົງລິດຂອງພຣະອົງ ໂດຍໄດ້ແຕ່ງຕັ້ງໃຫ້ພຣະອົງເປັນຫົວໜ້າແລະຜູ້ບັນດານຄວາມຮອດ, ທັງນີ້ ເພື່ອປະທານໃຫ້ຊາດອິສຣາແອນໄດ້ກັບໃຈ ແລະໄດ້ຮັບການອະໄພບາບດ້ວຍອາໄສພຣະອົງ. 32.ສ່ວນພວກເຮົາ, ພວກເຮົາເປັນພະຍານຢັ້ງຢືນເຖິງສິ່ງເຫລົ່ານີ້, ພວກເຮົາແລະພຣະຈິດເຈົ້າ ຊຶ່ງພຣະເຈົ້າໄດ້ປະທານໃຫ້ແກ່ບັນດາຜູ້ນົບນອບຟັງຄວາມພຣະອົງ.” 33.ເມື່ອຍິນຄຳກ່າວນີ້ ພວກເຂົາກໍໂກດຮ້າຍຢ່າງໃຫຍ່ ແລະຕັ້ງໃຈຈະປະຫານຊີວິດພວກເພິ່ນ.

 

ຄຳສະເໝີຂອງກາມາລຽນ

34.ເວລານັ້ນ ຟາຣີເຊວຜູ້ໜຶ່ງແຫ່ງສານສູງ ຊື່ກາມາລຽນ ຈຶ່ງລຸກຂຶ້ນ, ທ່ານເປັນນັກກົດໝາຍຜູ້ໜຶ່ງ ຊຶ່ງປະຊາຊົນທຸກຄົນນັບຖື. ທ່ານສັ່ງໃຫ້ນຳຕົວອັກຄະທຳມະທູດອອກໄປຂ້າງ ນອກບຸດໜຶ່ງ. 35.ແລ້ວກ່າວວ່າ: “ບຸດຫລານອິສຣາແອນທັງຫລາຍເອີຍ, ຈົ່ງລະວັງໃຫ້ດີເຖີດ, ສິ່ງທີ່ພວກທ່ານຈະກະທຳຕໍ່ຄົນພວກນີ້. 36.ຫວ່າງກ່ອນນັ້ນ ກໍມີຄົນຜູ້ໜຶ່ງຊື່ທີດັດ ທີ່ອ້າງຕົວວ່າເປັນຄົນສຳຄັນຜູ້ໜຶ່ງ ແລະໄດ້ຮວບຮວມພວກລູກສິດປະມານສີ່ຮ້ອຍກວ່າຄົນ ເຂົາໄດ້ຖືກຂ້າຕາຍ, ແລ້ວພັກພວກທຸກຄົນທີ່ໄດ້ຕິດຕາມເຂົາ ກໍໄດ້ແຕກກັນເອງ ແລະບໍ່ມີຫຍັງເຫລືອ. 37.ສືບຕໍ່ມາ ໃນສະໄໝຈົດທະບຽນສຳມະໂນຄົວ, ກໍມີຢູດາຊາວຄາລີເລ; ເຂົາໄດ້ຊັກຊວນເອົາປະຊາຊົນຫລາຍຄົນ ໃຫ້ຕາມເຂົາ; ເຂົາຜູ້ນັ້ນກໍຕາຍດ້ວຍ, ແລະບັນດາຜູ້ຕິດຕາມເຂົາ ກໍພາກັນແຕກອີກ. 38.ແລະຕົກມາຄາວນີ້, ເຮົາຂໍບອກພວກທ່ານວ່າ ບໍ່ໃຫ້ສົນລະວົນກັບຄົນຈຳພວກນີ້, ຈົ່ງປ່ອຍໃຫ້ເຂົາເຮັດໄປ ຖ້າກິດຈະການຂອງເຂົາມາຈາກມະນຸດ, ມັນກໍຈະສູນສ້ຽງໄປເອງ. 39.ແຕ່ວ່າ ຖ້າຫາກມັນມາຈາກພຣະເຈົ້າ, ພວກທ່ານກໍຈະບໍ່ສາມາດທຳລາຍໃຫ້ມັນມຸດມອດໄດ້. ຈົ່ງລະວັງ ບໍ່ໃຫ້ກໍ່ສົງຄາມກັບພຣະເຈົ້າ.” ທຸກຄົນກໍເຫັນດີຮັບເອົາຄຳສະເໜີຂອງທ່ານ. 40.ພວກເຂົາຈຶ່ງຮຽກຕົວພວກອັກຄະທຳມະທູດເຂົ້າມາ. ຫລັງຈາກໄດ້ສັ່ງໃຫ້ຂ້ຽນຕີພວກເພິ່ນແລ້ວ ພວກເຂົາໄດ້ຫ້າມພວກເພິ່ນ ບໍ່ໃຫ້ສັ່ງສອນໃນນາມຂອງພຣະເຢຊູເຈົ້າ, ແລ້ວກໍປ່ອຍພວກເພິ່ນໄປ. 41.ສ່ວນພວກອັກຄະທຳມະທູດກໍໄດ້ພາກັນອອກຈາກສັງຄະສະພາໄປ ດ້ວຍຄວາມຊື່ນຊົມຍິນດີ, ຍ້ອນໄດ້ຮັບກຽດຖືກປະຈານໜ້າເພາະພຣະນາມຂອງພຣະອົງ. 42.ຕໍ່ຈາກນັ້ນ, ທຸກວັນ ຢູ່ທີ່ໂຮງທຳກໍດີ ຢູ່ໃນເຮືອນກໍດີ, ພວກເພິ່ນບໍ່ໄດ້ຢຸດເຊົາສັ່ງສອນ ແລະປະກາດຂ່າວປະເສີດຂອງພຣະກຣິສໂຕເຢຊູເລີຍ.