ໜັງສື ກິດຈະການຂອງພວກອັກຄະທຳມະທູດ
ພາກທີ 4
ເປໂຕແລະຢວງຖືກນຳຕົວຂຶ້ນສານສູງ
1.ຂະນະທີ່ເປໂຕແລະຢວງກຳລັງປາໄສຢູ່, ພວກພຣະສົງຜູ້ຮັກສາພຣະວິຫານ ແລະພວກຊາດູເຊວກໍມາຮອດ. 2.ພວກເຂົາຂີນຫູໄດ້ຍິນພວກອັກຄະທຳມະທູດເທດສອນປະຊາຊົນ ເຖິງການກັບເປັນຄືນມາຂອງພວກຜູ້ຕາຍ ໂດຍອີງໃສ່ຕົວພຣະເຢຊູເຈົ້າ, 3.ພວກເຂົາຈຶ່ງໄດ້ຈັບກຸມພວກເພິ່ນ ແລ້ວນຳໄປຂັງໄວ້ຈົນຮອດເຊົ້າມື້ໃໝ່, ຍ້ອນວ່າໃກ້ຈະຄ່ຳແລ້ວ. 4.ແຕ່ໃນບັນດາຜູ້ໄດ້ຟັງພຣະວາຈານັ້ນ, ຫລາຍຄົນໄດ້ເຊື່ອ, ຊຶ່ງມີຈຳນວນປະມານ 5.000 ກວ່າຄົນ ໂດຍນັບແຕ່ຜູ້ຊາຍ. 5.ມື້ຕໍ່ມາ ບັນດາຫົວໜ້າຊາວຢິວແລະພວກນັກກົດໝາຍ ກໍເຂົ້າຮ່ວມປະຊຸມກັນຢູ່ນະຄອນເຢຣູຊາແລມ. 6.ໄດ້ເຂົ້າຮ່ວມປະຊຸມຄັ້ງນີ້ ມີຫົວໜ້າສົງ ທ່ານອັນນາ ທ່ານໄກຟາ ທ່ານຢໍນາທານ ທ່ານອາແລັກຊັນໂດຣ ແລະບັນດາເຊື້ອວົງຂອງຫົວໜ້າສົງທຸກທ່ານ. 7.ພວກເຂົາໄດ້ຮຽກຕົວພວກອັກຄະທຳມະທູດມາຕໍ່ໜ້າພວກເຂົາ ແລະເລີ່ມສໍ້ຖາມພວກເພິ່ນວ່າ: “ພວກທ່ານໄດ້ຮັບສິດອຳນາດມາຈາກຜູ້ໃດ ແລະໃນນາມຂອງຜູ້ໃດ ພວກທ່ານຈຶ່ງໄດ້ກະທຳສິ່ງທີ່ໄດ້ກະທຳໄປນັ້ນ?” 8.ເຕັມພຽບດ້ວຍພຣະຈິດເຈົ້າ, ເປໂຕຈຶ່ງກ່າວຕອບວ່າ:
9.“ຮຽນພວກທ່ານຫົວໜ້າແລະເຖົ້າຂຸນທັງຫລາຍ, ຍ້ອນວ່າມື້ນີ້ພວກເຮົາຕ້ອງລາຍງານເຖິງການດີທີ່ພວກເຮົາໄດ້ເຮັດຕໍ່ຄົນພິການຜູ້ໜຶ່ງ ແລະເຖິງວິທີການເຮັດໃຫ້ເຂົາດີ. 10.ພວກທ່ານທຸກຄົນ ແລະພວກປະຊາຊົນອິສຣາແອນທຸກທົ່ວໜ້າ ຈົ່ງຮູ້ໄວ້ໃຫ້ດີ: ແມ່ນດ້ວຍເດຊະພຣະນາມຂອງພຣະເຢຊູກຣິສໂຕຊາວນາຊາແຣັດ, ຜູ້ພວກທ່ານໄດ້ຄຶງກາງເຂນ ແລະພຣະເຈົ້າໄດ້ໃຫ້ກັບເປັນຄືນມາຈາກບັນດາຜູ້ຕາຍ, ແມ່ນດ້ວຍເດຊະພຣະນາມຂອງພຣະອົງນັ້ນແລ, ແລະບໍ່ແມ່ນດ້ວຍອາໄສນາມຊື່ໃດເລີຍ, ຄົນຜູ້ນີ້ຈຶ່ງໄດ້ດີເປັນເປ້ຍ ມາຢືນຢູ່ຕໍ່ໜ້າພວກທ່ານ. 11.ພຣະອົງນີ້ແລເປັນຫີນສີລາ, ຊຶ່ງພວກທ່ານຜູ້ຊ່າງກໍ່ໄດ້ໂຍນຖິ້ມ, ແຕ່ໄດ້ກາຍມາເປັນຫີນສີລາຈອດມຸມ. 12.ຍ້ອນວ່າໃຕ້ລຸ່ມຟ້າເຮົານີ້ ບໍ່ມີນາມຊື່ອື່ນໃດຂອງມະນຸດ ຈະສາມາດຊ່ວຍພວກເຮົາໃຫ້ຮອດໄດ້.”
13.ພວກຫົວໜ້າແລະພວກຄະນະສົງແປກປະຫລາດໃຈຢ່າງໃຫຍ່ ເຫັນເປໂຕແລະຢວງເວົ້າດ້ວຍໃຈກ້າຫານທຸ່ມທ່ຽງ, ຍ້ອນເຂົາຮູ້ດີວ່າ ເປໂຕແລະຢວງເປັນຄົນໄຮ້ຄວາມຮູ້ ໄຮ້ວັດທະນາທຳ ແລະເປັນພັກພວກຂອງພຣະເຢຊູແທ້. 14.ພ້ອມກັນນັ້ນ ເຂົາກໍເຫັນຄົນຜູ້ດີເປ້ຍຢືນຢູ່ຄຽງຂ້າງພວກອັກຄະທຳມະທູດ ເຂົາຈຶ່ງບໍ່ເຫັນມີຫຍັງຈະຕອບໂຕ້ໄດ້. 15.ເຂົາເລີຍສັ່ງໃຫ້ພວກອັກຄະທຳມະທູດອອກຈາກຫ້ອງສານໄປ, ແລະສົນທະນາກັນອີກ. ພວກເຂົາກ່າວວ່າ: 16.“ເຮົາຈະເຮັດແນວໃດກັບຄົນພວກນີ້? ເຂົາໄດ້ເຮັດອັດສະຈັນອັນໜຶ່ງ, ເລື່ອງນີ້ປະຊາຊົນໃນນະຄອນເຢຣູຊາແລມ ທຸກຄົນຮູ້ກັນເປັນອັນຈະແຈ້ງແລ້ວ, ແລະພວກເຮົາເອງກໍປະຕິເສດບໍ່ໄດ້ດ້ວຍ. 17.ແຕ່ເພື່ອປ້ອງກັນບໍ່ໃຫ້ເຫດການນີ້ຊ່າລືໄປທົ່ວປະຊາຊົນ ພວກເຮົາຕ້ອງໃຊ້ການນາບຂູ່ ຫ້າມເຂົາໂຄສະນາຕໍ່ໄປໃນນາມຂອງພຣະເຢຊູຜູ້ນັ້ນ.” 18.ເຂົາຈຶ່ງຮຽກຕົວພວກອັກຄະທຳມະທູດເຂົ້າມາອີກ ແລະຫ້າມພວກເພິ່ນໂຄສະນາ ແລະສັ່ງສອນໃນນາມຂອງພຣະເຢຊູເຈົ້າ. 19.ແຕ່ເປໂຕແລະຢວງຫານຕອບໂຕ້ພວກເຂົາວ່າ “ຊິແມ່ນອັນໃດຖືກຕ້ອງກວ່າຕໍ່ພຣະພັກພຣະເຈົ້າ, ຍອມຟັງພວກທ່ານຫລືເຊື່ອຟັງພຣະເຈົ້າ, ເຊີນພວກທ່ານຕັດສິນເອງ. 20.ສ່ວນພວກເຮົາ, ພວກເຮົາຈະອົດປະກາດສິ່ງທີ່ພວກເຮົາໄດ້ເຫັນແລະໄດ້ຍິນນັ້ນ ບໍ່ໄດ້.” 21.ຫລັງຈາກໄດ້ໃຊ້ການນາບຂູ່ອີກເທື່ອໜຶ່ງ, ພວກເຂົາກໍໄດ້ປ່ອຍພວກອັກຄະທຳມະທູດໄປ, ບໍ່ກ້າຈະທຳໂທດພວກເພິ່ນດ້ວຍວິທີໃດ, ຍ້ອນຈຽມປະຊາຊົນ ດ້ວຍວ່າໃຜໆກໍຮ້ອງສັນຣະເສີນພຣະເຈົ້າຍ້ອນເຫດການທີ່ໄດ້ເປັນມາ. 22.ເພາະວ່າຄົນຜູ້ດີເປ້ຍລ່ອຍນັ້ນກໍມີອາຍຸ 40 ກວ່າປີແລ້ວ.
ຄຳພາວະນາຂອງພວກອັກຄະທຳມະທູດ
23.ເມື່ອໄດ້ຮັບການປ່ອຍຕົວແລ້ວ, ພວກອັກຄະທຳມະທູດກໍໄປຫາພັກພວກຂອງຕົນ, ແລະເລົ່າສິ່ງທີ່ພວກຄະນະສົງແລະພວກຫົວໜ້າໄດ້ກ່າວຕໍ່ພວກເພິ່ນໃຫ້ພັກພວກຟັງ. 24.ເມື່ອຊາບຊຶ້ງຕໍ່ເຫດການແລ້ວ ທຸກຄົນກໍພ້ອມກັນປະສານສຽງສັນຣະເສີນພຣະເຈົ້າວ່າ: “ໂອ ພຣະອົງເຈົ້າ, ພຣະອົງເປັນຜູ້ສ້າງຟ້າດິນແລະສັບພະສິ່ງທີ່ມີຢູ່; 25.ພຣະອົງແມ່ນຜູ້ໄດ້ກ່າວທາງພຣະຈິດເຈົ້າ ແລະທາງປາກຂອງບັນພະບຸຣຸດດາວິດຜູ້ຮັບໃຊ້ຂອງພຣະອົງວ່າ: “ເປັນຫຍັງນານາຊາດກໍ່ຄວາມນອງນັນ? ເປັນຫຍັງປະຊາຊົນເກີດມີແນວຄິດອັນໄຮ້ຜົນ? 26.ບັນດາກະສັດແຫ່ງແຜ່ນດິນໂລກແລະບັນດາຫົວໜ້າ ຮວມກຳລັງກັນຕໍ່ສູ້ພຣະອົງເຈົ້າ ແລະຕໍ່ສູ້ຜູ້ພຣະອົງຊົງສະເຫລີມ.” 27.ຍ້ອນວ່າແມ່ນສຳພັນທະມິດອັນໜຶ່ງແທ້ ຊຶ່ງເຮຣັອດແລະປອນຊີໂອປີລາໂຕ ກັບນານາຊາດແລະປະຊາກອນອິສຣາແອນ ໄດ້ປະກອບຂຶ້ນໃນຫົວເມືອງນີ້, ເພື່ອຕໍ່ຕ້ານຜູ້ຮັບໃຊ້ພຣະອົງ, ພຣະເຢຊູເຈົ້າ, ຊຶ່ງພຣະອົງໄດ້ຊົງສະເຫລີມ. 28. ເມື່ອກະທຳດັ່ງນີ້, ພວກເຂົາກໍມີແຕ່ປະຕິບັດຕາມທຸກສິ່ງ ຊຶ່ງພຣະອົງໄດ້ຊົງບົ່ງບັນຢັດໄວ້ກ່ອນແລ້ວ ດ້ວຍພະຣິດທານຸພາບແລະຄວາມສະຫລາດສຸຂຸມຂອງພຣະອົງ. 29.ໂອພຣະອົງເຈົ້າ, ບັດນີ້ ໂຜດສັງເກດເບິ່ງການນາບຂູ່ຂອງພວກເຂົາ, ແລະເພື່ອປ່ອຍໃຫ້ບັນດາຂ້າໃຊ້ຂອງພຣະອົງ ປະກາດພຣະວາຈາ ດ້ວຍຄວາມໝັ້ນໃຈ, 30.ໂຜດເດ່ພະຫັດອອກ ເຮັດໃຫ້ພະຍາດຫາຍດີ, ແລະກະທຳສິ່ງປະຫລາດອັດສະຈັນ ເດຊະພຣະນາມຂອງພຣະເຢຊູຜູ້ຮັບໃຊ້ຂອງພຣະອົງ.”ຂະນະທີ່ພວກເຂົາພາວະນາຢູ່ນັ້ນ, ສະຖານທີ່ປະຊຸມກໍສັ່ນສະເທືອນ. ທຸກຄົນຈຶ່ງເຕັມພຽບດ້ວຍພຣະຈິດເຈົ້າ ແລະເລີ່ມປະກາດພຣະວາຈາພຣະເຈົ້າໂດຍບໍ່ຢ້ານບໍ່ກົວເລີຍ.
ຊີວິດການເປັນຢູ່ຂອງພວກກຣິສຕັງເດີມ
32.ບັນດາຜູ້ເຊື່ອປະກອບກັນເປັນຈິດໜຶ່ງໃຈດຽວ. ບໍ່ມີໃຜເວົ້າວ່າ ສິ່ງທີ່ຕົນມີນັ້ນເປັນຂອງຕົນ, ແຕ່ໄດ້ເອົາສິ່ງຂອງທຸກຢ່າງມາສົມທົບໃຫ້ເປັນຂອງສ່ວນຮວມ. 33.ພວກອັກຄະທຳມະທູດໄດ້ຢັ້ງຢືນເຖິງການກັບຄືນຊີບຂອງພຣະເຢຊູພຣະອົງເຈົ້າຢ່າງມີອຳນາດ, ແລະພວກເພິ່ນທຸກຄົນໄດ້ຮັບຄວາມນິຍົມຊົມຊອບເປັນຢ່າງຍິ່ງ. 34.ດ້ວຍເຫດນີ້, ໃນໝູ່ພວກສັດຕະບຸຣຸດບໍ່ມີໃຜຢູ່ໃນຄວາມຂາດແຄນ, ຍ້ອນວ່າພວກຜູ້ມີທີ່ດິນຫລືຢ້າວເຮືອນກໍພາກັນຂາຍ, 35.ແລ້ວເອົາຈຳນວນເງິນນັ້ນໄປມອບໃຫ້ພວກອັກຄະທຳມະທູດ. ພວກເພິ່ນຈຶ່ງແຈກຢາຍໃຫ້ແຕ່ລະຄົນຕາມຄວາມຕ້ອງການຂອງໃຜລາວ. 36.ຢໍແຊ ຊຶ່ງພວກອັກຄະທຳມະທູດເອີ້ນວ່າ: “ບາກນາບາ” (ອັນມີຄວາມໝາຍວ່າ ບຸດແຫ່ງຄວາມບັນເທົາ) ເປັນຊາວເລວີ ມາຈາກເກາະໄຊປຣັດ, 37.ມີນາທົ່ງໜຶ່ງ, ເຂົາກໍໄດ້ຂາຍນານັ້ນ ແລ້ວນຳເອົາເງິນມາມອບໃຫ້ພວກອັກຄະທຳມະທູດ.