ໜັງສື ກິດຈະການຂອງພວກອັກຄະທຳມະທູດ
ພາກທີ 3
ເປໂຕແລະຢວງໃຫ້ຄົນຂາເປ້ຍຍ່າງໄດ້
1.ເປໂຕແລະຢວງຂຶ້ນໄປພຣະວິຫານ ເພື່ອສວດພາວະນາຕອນຊົ່ວໂມງທີເກົ້າ. 2.ພວກເພິ່ນພໍດີພົບຊາຍຄົນໜຶ່ງ ເປັນເປ້ຍມາແຕ່ເກີດ, ຊຶ່ງເຂົາເຄີຍຫາມມາວາງໄວ້ທຸກວັນ ຢູ່ແປະປະຕູພຣະວິຫານທີ່ມີຊື່ວ່າ“ປະຕູງາມ” ເພື່ອຂໍທານຈາກຜູ້ຄົນທີ່ເຂົ້າມາໃນພຣະວິຫານນັ້ນ. 3.ພໍຄົນຜູ້ນັ້ນເຫັນເປໂຕແລະຢວງກຳລັງຈະເຂົ້າໄປໃນພຣະວິຫານ ເຂົາກໍຍໍມືຂໍທານນຳພວກເພິ່ນ 4.ເປໂຕແລະຢວງຈຶ່ງຈ້ອງຕາເບິ່ງຄົນຜູ້ນັ້ນ. ສ່ວນເປໂຕກໍກ່າວກັບລາວວ່າ: “ຈົ່ງເບິ່ງພວກເຮົາ” 5.ຄົນຜູ້ນັ້ນກໍແນມເບິ່ງພວກເພິ່ນ ຫວັງວ່າຈະໄດ້ຮັບແນວໃດແນວໜຶ່ງຈາກພວກເພິ່ນ. 6.ແຕ່ເປໂຕກ່າວວ່າ: “ສ່ວນເງິນຄຳນັ້ນ ເຮົາບໍ່ມີແລ້ວ ແຕ່ສິ່ງທີ່ເຮົາມີຢູ່ນັ້ນ, ເຮົາກໍປະທານໃຫ້ເຈົ້າຄື: ເດຊະພຣະນາມຂອງພຣະເຢຊູກຣິສໂຕຊາວນາຊາແຣັດ, ຈົ່ງລຸກຍ່າງໄປ.” 7.ແລະເປໂຕກໍຈັບມືເບື້ອງຂວາຂອງຄົນຜູ້ນັ້ນດຶງລຸກຂຶ້ນ. ໃນທັນໃດ ຕີນແລະຂໍ້ແຄ່ງລາວກໍມີແຮງຈັ້ງຢູ່ໄດ້. 8.ລາວຈຶ່ງກະໂດດຂຶ້ນຢືນຍ່າງໄປມາ. ລາວເຂົ້າໄປໃນພຣະວິຫານພ້ອມກັບພວກເພິ່ນທັງສອງ ທັງຍ່າງທັງເຕັ້ນ ພ້ອມສັນຣະເສີນພຣະເຈົ້າ. 9.ປະຊາຊົນທັງໝົດກໍເຫັນລາວຍ່າງໄດ້ ແລະສັນຣະເສີນພຣະເຈົ້າ. 10.ຕ່າງຄົນກໍຈຳໜ້າລາວໄດ້: ແມ່ນຄົນຜູ້ນັ້ນແທ້, ຜູ້ເຄີຍນັ່ງຂໍທານຢູ່ຕໍ່ໜ້າ“ປະຕູງາມ” ຂອງພຣະວິຫານ. ແລະໃຜໆກໍເກີດຮູ້ສຶກປະຫລາດຕົກໃຈໃນເຫດການທີ່ໄດ້ເກີດຂຶ້ນແກ່ລາວ.
ຄຳປາໄສຂອງເປໂຕຕໍ່ຝູງຊົນ
11.ເມື່ອເຫັນຜູ້ນັ້ນຕິດຕາມເປໂຕແລະຢວງໂດຍບໍ່ປະເລີຍ, ປະຊາຊົນທັງຫລາຍອັດສະຈັນໃຈ ພາກັນຫຸ້ມມາຫາພວກເພິ່ນຢູ່ລະບຽງທີ່ມີຊື່ວ່າ “ລະບຽງຊາໂລມອນ”. 12.ເຫັນດັ່ງນັ້ນ, ເປໂຕຈຶ່ງອ້າປາກກ່າວກັບຝູງຊົນວ່າ: “ຊາວອິສຣາແອນເອີຍ! ເປັນຫຍັງພວກທ່ານຈຶ່ງປະຫລາດດ້ວຍເຫດການນີ້? ມີຫຍັງພາໃຫ້ພວກທ່ານເບິ່ງພວກເຮົາ ເໝືອນກັບວ່າພວກເຮົາໄດ້ເຮັດໃຫ້ຄົນຜູ້ນີ້ຍ່າງໄດ້ ດ້ວຍລິດເດດຫລືດ້ວຍຄຸນຄວາມດີຂອງພວກເຮົາເອງ? 13.ພຣະເຈົ້າຂອງອາບຣາຮຳ, ຂອງອີຊາອັກແລະຂອງຢາກັອບ, ພຣະເຈົ້າຂອງບັນພະບຸຣຸດຂອງພວກເຮົາ ໄດ້ຊົງໃຫ້ພະກຽດແດ່ຜູ້ຮັບໃຊ້ຂອງພຣະອົງ ຄືພຣະເຢຊູເຈົ້າ ຊຶ່ງພວກທ່ານເອງໄດ້ມອບແລະປະຕິເສດຕໍ່ໜ້າທ່ານປີລາໂຕ ທີ່ຕັ້ງໃຈຈະປ່ອຍພຣະອົງຢູ່ແລ້ວ. 14.ແຕ່ພວກທ່ານປະຕິເສດ ພຣະອົງ ຜູ້ເປັນອົງບໍລິສຸດແລະຊອບທຳ. ພວກທ່ານໄດ້ຮ້ອງຂໍໃຫ້ປ່ອຍຄາດຕະກອນ, 15.ແລະໄດ້ຮ້ອງຂໍໃຫ້ຂ້າຜູ້ຊົງເປັນເຈົ້າແຫ່ງຊີວິດ. ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງກັບເປັນຄືນມາແລ້ວ. ພວກເຮົາຂໍຢັ້ງຢືນເປັນພະຍານໃນເລື່ອງນີ້. 16.ແລະດ້ວຍຄວາມເຊື່ອໃນພຣະນາມຂອງພຣະອົງ, ພຣະນາມນັ້ນແຫລະຈຶ່ງໄດ້ປະທານແຮງກຳລັງໃຫ້ຄົນຜູ້ນີ້ ຊຶ່ງພວກທ່ານເຫັນແລະຮູ້ຈັກດີ, ແລະແມ່ນຄວາມເຊື່ອໃນພຣະນາມຂອງພຣະອົງນີ້ ທີ່ໄດ້ທຳໃຫ້ຄົນຜູ້ນີ້ດີເປັນປົກກະຕິຢູ່ຕໍ່ໜ້າພວກທ່ານ. 17.ແຕ່ຢ່າງໃດກໍດີ, ພວກພີ່ນ້ອງເອີຍ, ຂ້າພະເຈົ້າຮູ້ວ່າພວກທ່ານໄດ້ເຮັດໄປດ້ວຍຄວາມບໍ່ຮູ້ ທັງພວກເຈົ້ານາຍຂອງພວກທ່ານເອງກໍເໝືອນກັນ. 18.ພຣະເຈົ້າໄດ້ປະຕິບັດໃຫ້ສຳເລັດໄປ ສິ່ງທີ່ພຣະອົງໄດ້ຊົງປະກາດໄວ້ລ່ວງໜ້າແລ້ວ ທາງປາກຂອງປະພາສົກວ່າ ພຣະກຣິສໂຕຂອງພຣະອົງຈະຕ້ອງທົນທຸກທໍຣະມານ. 19.ພວກທ່ານຈົ່ງກິນແໜງຄວາມຜິດຫລົງເກົ່າກ່ອນ ແລະກັບຈິດປ່ຽນໃຈເສຍ, ເພື່ອບາບຂອງພວກທ່ານຈະໄດ້ຖືກລົບລ້າງໄປ. 20.ແລະດັ່ງນັ້ນ ວັນເວລາຂອງພຣະອົງເຈົ້າກໍຈະມາເຖິງ. ພຣະອົງຈະສົ່ງອົງຜູ້ພຣະອົງຊົງມອບໝາຍໃຫ້ພວກທ່ານ ມາ ຄືພຣະກຣິສໂຕເຢຊູ, 21.ຜູ້ຟ້າສະຫວັນຕ້ອງຮັກສາໄວ້ ຈົນຮອດສະໄໝຟື້ນຟູໂລກຈັກກະວານຂຶ້ນໃໝ່ ຊຶ່ງພຣະອົງໄດ້ຊົງປະກາດໄວ້ທາງປະພາສົກສັກສິດຂອງພຣະອົງ. 22.ເລີ່ມຕົ້ນກ່ອນໝູ່ ແມ່ນທ່ານໂມແຊຜູ້ໄດ້ກ່າວວ່າ: “ພຣະອົງພຣະເຈົ້າຈະດົນບັນດານໃຫ້ມີປະພາສົກຜູ້ໜຶ່ງຄືຂ້າພະເຈົ້າ ເກີດຂຶ້ນໃນບັນດາພີ່ນ້ອງຂອງພວກທ່ານ, ພວກທ່ານຈະເຊື່ອຟັງທຸກສິ່ງຊຶ່ງທ່ານປະພາສົກນັ້ນຈະກ່າວ 23.ຜູ້ໃດບໍ່ຍອມເຊື່ອຟັງທ່ານ, ຜູ້ນັ້ນຈະຖືກລົບລ້າງອອກຈາກຈຳນວນປະຊາກອນ.” 24.ຕໍ່ຈາກນັ້ນ, ປະພາສົກທຸກທ່ານທີ່ອ້າປາກຂຶ້ນກ່າວ, ນັບແຕ່ທ່ານຊາມູແອນແລະຜູ້ສືບຕໍ່ທ່ານ ກໍປະກາດເຖິງວັນເວລາອັນນັ້ນດ້ວຍ. 25.ພວກທ່ານເອງ, ພວກທ່ານກໍເປັນບຸດຫລານຂອງປະພາສົກ ແລະບຸດຫລານແຫ່ງພຣະສັນຍາ ຊຶ່ງພຣະເຈົ້າໄດ້ຊົງໃຫ້ໄວ້ກັບພວກບັນພະບຸຣຸດຂອງພວກທ່ານ, ເມື່ອພຣະອົງໄດ້ຊົງກ່າວກັບອາບຣາຮຳວ່າດັ່ງນີ້: “ແລະທຸກເຜົ່າພັນແຫ່ງແຜ່ນດິນໂລກຈະໄດ້ຮັບພອນໃນເຊື້ອສາຍຂອງເຈົ້າ.” 26.ກ່ອນໝົດ ແມ່ນສຳລັບພວກທ່ານ ທີ່ພຣະອົງໄດ້ບັນດານໃຫ້ຜູ້ຮັບໃຊ້ພຣະອົງໄດ້ກັບຄືນຊີບ ແລະໄດ້ສົ່ງພຣະອົງມາທຳຄວາມດີໃຫ້ພວກທ່ານ, ໂດຍຊ່ວຍໃຫ້ແຕ່ລະຄົນໃນພວກທ່ານ ໄດ້ໜີອອກຈາກການຊົ່ວການບາບຕ່າງໆ.”