ໜັງສື ກິດຈະການຂອງພວກອັກຄະທຳມະທູດ
ພາກທີ 28
ເຊົາພັກທີ່ເກາະມັນຕາ
1.ເມື່ອພົ້ນໄພແລ້ວ, ພວກເຮົາຈຶ່ງຮູ້ວ່າເກາະນັ້ນຊື່ມັນຕາ. 2.ຜູ້ຄົນໃນເກາະນັ້ນໄດ້ສະແດງຄວາມເມດຕາສົງສານພວກເຮົາຢ່າງຜິດທຳມະດາ, ຄື ພວກເຂົາໄດ້ດັງໄຟຕ້ອນຮັບພວກເຮົາ, ເພາະຝົນຕົກແລະໜາວຫລາຍ. 3.ເມື່ອເປົາໂລເອົາໄມ້ຟືນມັດໜຶ່ງມາໃສ່ໄຟ ກໍມີງູພິດໂຕໜຶ່ງອອກຈາກມັດຟືນນັ້ນ, ເພາະຄວາມຮ້ອນ, ແລະຂົບຫ້ອຍມືທ່ານຢູ່. 4.ເມື່ອຊາວເກາະເຫັນສັດສາລະພິດຫ້ອຍຕິດມືເປົາໂລດັ່ງນັ້ນ, ພວກເຂົາເວົ້າກັນວ່າ: “ຄົນຜູ້ນີ້ຕ້ອງແມ່ນຄາຕະກອນແນ່ນອນ, ເຂົາຫາກໍລອດພົ້ນຈາກທະເລ ແຕ່ຄວາມຍຸຕິທຳຂອງພະບໍ່ຍອມປ່ອຍໃຫ້ເຂົາຍືນຕໍ່ໄປ.” 5.ແຕ່ສ່ວນເປົາໂລເອງ ທ່ານສັ່ນສັດນັ້ນໃຫ້ຕົກໃສ່ໄຟ ແລະບໍ່ຮູ້ສຶກເຈັບປວດຫຍັງເລີຍ. 6.ເຂົາພວກນັ້ນຄອຍເບິ່ງ ຄິດວ່າຕົວທ່ານຈະໄຄ່ພອງຂຶ້ນຫລືລົ້ມຕາຍທັນທີ. ເມື່ອຄອຍເບິ່ງເຫິງສົມຄວນ ແລະບໍ່ເຫັນມີຫຍັງຜິດປົກກະຕິເກີດຂຶ້ນໃນຕົວທ່ານ, ພວກເຂົາກໍປ່ຽນແນວຄິດແລະເວົ້າວ່າ ທ່ານເປັນພຣະອົງໜຶ່ງ. 7.ຢູ່ໃກ້ທີ່ນັ້ນມີດິນຕອນໜຶ່ງ ເປັນຂອງປູບລີໂອ, ຜູ້ໃຫຍ່ໃນເກາະນັ້ນ. ທ່ານຜູ້ນັ້ນໄດ້ຕ້ອນຮັບພວກເຮົາ ແລະໃຫ້ພັກເຊົາເປັນຢ່າງດີຕະຫລອດສາມວັນ. 8.ພໍດີພໍ່ຂອງປູບລີໂອນອນໄຂ້ຢູ່ ທັງເຈັບທ້ອງບິດນຳດ້ວຍ, ເປົາໂລຈຶ່ງໄປຢ້ຽມເຂົາ. ແລະເມື່ອໄຫວ້ວອນແລ້ວ ທ່ານກໍປົກມືເທິງເຂົາ ແລະເຮັດໃຫ້ເຂົາຫາຍດີ. 9.ດ້ວຍເຫດການນີ້, ພວກຄົນເຈັບອື່ນໃນເກາະກໍພາກັນມາຫາທ່ານດ້ວຍ ແລະພວກເຂົາໄດ້ຫາຍດີ. 10.ດ້ວຍເຫດນີ້, ພວກເຂົາຈຶ່ງຊ່ວຍເຫລືອເກື້ອກູນພວກເຮົາໃນທຸກດ້ານ, ແລະເມື່ອພວກເຮົາຈະຈາກໄປ, ພວກເຂົາໄດ້ນຳເອົາສິ່ງຂອງຊຶ່ງພວກເຮົາຕ້ອງການ ມາຖົມເທໃສ່ເຮືອໃຫ້.
ເດີນທາງເຖິງກຸງໂຣມ
11.ເມື່ອຄ້າງຢູ່ທີ່ນັ້ນໄດ້ສາມເດືອນແລ້ວ, ພວກເຮົາຈຶ່ງລົງເຮືອລຳໜຶ່ງ ມາຈາກເມືອງອາແລັກຊັນດຣີ, ທີ່ໄດ້ຈອດເຊົາຢູ່ເກາະນັ້ນຕະຫລອດລະດູໜາວ, ມີຮູບ “ມິຖຸນ” ເປັນເຄື່ອງໝາຍ. 12.ພວກເຮົາໄດ້ແວ່ທີ່ເມືອງ ຊີຣາກູຊາ ແລະຈອດເຊົາຢູ່ທີ່ນັ້ນສາມວັນ. 13.ຈາກນັ້ນພວກເຮົາໄດ້ເລາະຝັ່ງທະເລມຸ່ງໜ້າໃສ່ເມືອງເຣຊີອຸມ - ມື້ໜ້ານັ້ນ ພໍດີມີລົມທິດໃຕ້ພັດມາ ແລະພວກເຮົາກໍໄດ້ມາເຖິງເມືອງປູເຕໂອລີໃນມື້ຖ້ວນສາມ. 14.ຢູ່ທີ່ນັ້ນ ພວກເຮົາໄດ້ພົບພວກສັດຕະບຸຣຸດແລະຮູ້ສຶກອົບອຸ່ນໃຈ ພັກເຊົາຢູ່ກັບພວກເຂົາເປັນເວລາເຈັດວັນ - ແລ້ວພວກເຮົາກໍໄປເຖິງກຸງໂຣມ. 15.ເມື່ອພວກສັດຕະບຸຣຸດໃນກຸງໂຣມໄດ້ຍິນຂ່າວວ່າພວກເຮົາມາຮອດ, ພວກເຂົາພາກັນອອກມາລັດທີ່ຕະຫລາດອັບປີໂອ ແລະທີ່ສາລາສາມຫລັງ. ເມື່ອຫລຽວເຫັນພວກເຂົາ ເປົາໂລກ່າວສົມມະນາຄຸນພຣະເຈົ້າ ແລະຮູ້ສຶກມີກຳລັງໃຈຫລາຍຂຶ້ນ. 16.ເມື່ອພວກເຮົາເຂົ້າໃນກຸງໂຣມແລ້ວ, ເຂົາໄດ້ອະນຸຍາດໃຫ້ເປົາໂລໄປພັກເຊົາຢູ່ຕ່າງຫາກ ກັບທະຫານຜູ້ໜຶ່ງທີ່ຍາມຮັກສາທ່ານ.
ເປົາໂລປະກາດພຣະວາຈາທີ່ກຸງໂຣມ
17.ຫລັງຈາກນັ້ນສາມວັນ, ເປົາໂລໄດ້ເຊີນບັນດາເຖົ້າຂຸນຊາວຢິວເຂົ້າມາພົບ, ເມື່ອພວກເຂົາໄດ້ເຂົ້າມາຊ້ອງໜ້າກັນແລ້ວ, ທ່ານກ່າວກັບພວກເຂົາວ່າ: “ພີ່ນ້ອງທັງຫລາຍເອີຍ, ແມ່ນວ່າເຮົາບໍ່ໄດ້ເຮັດຫຍັງຜິດຕໍ່ປະຊາຊົນ ຫລືທຳນຽມຂອງບັນພະບຸຣຸດກໍດີ, ເຮົາກໍຍັງໄດ້ຖືກຈັບກຸມທີ່ນະຄອນເຢຣູຊາແລມ ແລະຖືກນຳມອບໃນມືຂອງພວກໂຣມັນ. 18.ເມື່ອພວກນີ້ໄດ້ສືບເບິ່ງເລື່ອງແລ້ວ, ເຂົາກໍຢາກປ່ອຍເຮົາ, ເພາະເຮົາບໍ່ມີໂທດຫຍັງສົມຕ້ອງຕາຍ. 19.ແຕ່ຍ້ອນພວກຢິວຄັດຕ້ານ, ເຮົາຈຶ່ງຈຳເປັນອຸທອນຂຶ້ນສານກະສັດເຊຊາ, ແຕ່ກໍບໍ່ມີເຈດຕະນາທີ່ຈະຟ້ອງຫາຊົນຮ່ວມຊາດຂອງເຮົາດອກ. 20.ຍ້ອນເຫດນີ້ແລ້ວ, ເຮົາຈຶ່ງໄດ້ຮ້ອງຂໍເພື່ອພົບພວກທ່ານ ແລະເວົ້າຈາກັບພວກທ່ານ. ຍ້ອນວ່າການທີ່ເຮົາຖືກລ່າມໂສ້ຢູ່ດັ່ງນີ້ ກໍເນື່ອງດ້ວຍຄວາມຫວັງຂອງຊົນຊາດອິສຣາແອນນັ້ນແຫລະ. 21.ພວກເຂົາໄດ້ຕອບທ່ານວ່າ: “ສະເພາະພວກເຮົາເອງ, ພວກເຮົາບໍ່ໄດ້ຮັບຈົດໝາຍສັກສະບັບເລີຍຈາກແຂວງຢູເດກ່າວເຖິງທ່ານ ແລະບໍ່ມີສັດຕະບຸຣຸດຄົນໜຶ່ງຄົນໃດມາລາຍງານ ຫລືເວົ້າເຖິງເຫດຮ້າຍກ່ຽວກັບຕົວທ່ານເລີຍ. 22.ແຕ່ພວກເຮົາຢາກຍິນຈາກປາກຂອງທ່ານເອງ, ວ່າທ່ານຄຶດຢ່າງໃດ; ດ້ວຍວ່າສຳລັບນິກາຍນີ້ແລ້ວ, ພວກເຮົາຮູ້ວ່າມີການຕໍ່ຕ້ານຢູ່ທົ່ວໄປ.” 23.ພວກເຂົາຈຶ່ງນັດມື້ ພົບກັບເປົາໂລ, ແລະຄົນເປັນຈຳນວນມາກຫລາຍກວ່າເກົ່າ ໄດ້ມາທີ່ພັກຂອງທ່ານ. ທ່ານຈຶ່ງກ່າວໂອ້ລົມກັບພວກເຂົາ ແຕ່ເຊົ້າຈົນຄ່ຳ, ໂດຍກ່າວຢັ້ງຢືນເປັນພະຍານເຖິງອານາຈັກຂອງພຣະເຈົ້າ ແລະຊັກຊວນໃຫ້ພວກເຂົາເຊື່ອໃນພຣະເຢຊູເຈົ້າ, ອີງຕາມຂໍ້ຄວາມໃນກົດໝາຍຂອງທ່ານໂມແຊ ແລະພວກປະພາສົກເປັນພື້ນຖານ. 24.ບາງຄົນກໍຍອມເຊື່ອໃນຄຳກ່າວຂອງທ່ານ, ແຕ່ບາງຄົນບໍ່ຍອມ.
25.ພວກເຂົາໄດ້ຈາກກັນໄປໂດຍບໍ່ລົງຮອຍກັນ, ຂະນະທີ່ເປົາໂລກ່າວຂໍ້ຄວາມຕໍ່ໄປ ນີ້: “ເມື່ອເປັນດັ່ງນີ້ກໍຖືກຕ້ອງແທ້ ກັບຄຳຊຶ່ງພຣະຈິດເຈົ້າໄດ້ຊົງກ່າວກັບບັນພະບຸຣຸດຂອງພວກທ່ານໄປແລ້ວ ທາງປາກຂອງປະພາສົກອີຊາຢາວ່າ: 26.“ຈົ່ງໄປຫາໄພ່ພົນນີ້ ແລະກ່າວກັບເຂົາວ່າ: ພວກທ່ານຈະຍິນແທ້ ແຕ່ຈະບໍ່ເຂົ້າໃຈ, ພວກທ່ານຈະເບິ່ງແທ້, ແຕ່ຈະບໍ່ເຫັນ. 27.ດ້ວຍວ່າຈິດໃຈຂອງໄພ່ພົນນີ້ໄດ້ປຶກໜາໄປແລ້ວ: ພວກເຂົາໄດ້ອັດຫູແລະລັບຕາໄວ້, ເພື່ອບໍ່ໃຫ້ຕາເຂົາໄດ້ເຫັນ, ບໍ່ໃຫ້ຫູເຂົາໄດ້ຍິນ, ບໍ່ໃຫ້ຈິດໃຈເຂົາເຂົ້າໃຈ, ເພື່ອບໍ່ຕ້ອງກັບຈິດປ່ຽນໃຈ, ແລະເພື່ອບໍ່ໃຫ້ເຮົາປົວແປງໃຫ້ເຂົາຫາຍດີ!” 28.ພວກທ່ານຈົ່ງຮູ້ສິ່ງນີ້ໄວ້ ຄື: ຄວາມຮອດຂອງພຣະເຈົ້ານີ້ໄດ້ຖືກນຳມາ ກໍແມ່ນເພື່ອພວກຕ່າງສາດສະໜາ, ພວກເຂົານັ້ນຈະຮັບຟັງ.”
30.ເປົາໂລໄດ້ອາໄສຢູ່ໃນເຮືອນຊຶ່ງທ່ານເຊົ່ານັ້ນ ເປັນເວລາສອງປີເຕັມ. ທ່ານໄດ້ຮັບຕ້ອນທຸກຄົນທີ່ມາພົບທ່ານ, 31.ໂດຍປ່າວປະກາດອານາຈັກຂອງພຣະເຈົ້າ ແລະສັ່ງສອນເຖິງເລື່ອງພຣະເຢຊູກຣິສໂຕພຣະອົງເຈົ້າ, ດ້ວຍຄວາມແນ່ນອນໃຈ, ແລະໂດຍບໍ່ມີອຸປະສັກເລີຍ.