ໜັງສື ກິດຈະການຂອງພວກອັກຄະທຳມະທູດ

ພາກທີ 27

ການເດີນທາງໄປສູ່ກຸງໂຣມ

1.ເມື່ອໄດ້ຕົກລົງໃຫ້ພວກເຮົາເດີນທາງໄປປະເທດອີຕາລີທາງເຮືອແລ້ວ, ພວກເຂົາໄດ້ມອບເປົາໂລພ້ອມນັກໂທດບາງຄົນອື່ນອີກ ໃຫ້ນາຍຮ້ອຍທະຫານຜູ້ໜຶ່ງຊື່ວ່າ ຢູລີໂອ, ເປັນນາຍທະຫານໃນກອງທະຫານພຣະມະຫາກະສັດ 2.ພວກເຮົາໄດ້ລົງເຮືອລຳໜຶ່ງ ມາຈາກເມືອງອາດຣາມິດຊີໂອ ທີ່ກຳລັງຈະແລ່ນອອກໄປທ່າຕ່າງໆຕາມແຂວງອາຊີ, ແລ້ວພວກເຮົາກໍອອກເດີນທາງໄປ. ມີຊາຍຄົນໜຶ່ງຊື່ ອາຣິດຕາໂກ, ໄທເມືອງເທຊະໂລນິກ, ແຂວງມາເຊໂດນີອາ, ໄດ້ໄປພ້ອມກັນກັບພວກເຮົາ. 3.ມື້ຕໍ່ມາ ພວກເຮົາໄດ້ຈອດທ່າເມືອງຊີດອນ. ຢູລີໂອໄດ້ສະແດງໃຈກະລຸນາຕໍ່ເປົາໂລ ໂດຍໄດ້ອະນຸຍາດໃຫ້ທ່ານໄປຢ້ຽມຢາມເພື່ອນມິດສະຫາຍ ແລະໃຫ້ເຂົາຮັບໃຊ້ທ່ານ. 4.ຈາກນັ້ນໄປ ພວກເຮົາໄດ້ລຽບເກາະໄຊປຣັດ ເພາະຖືກລົມຂັດ. 5.ຕໍ່ຈາກນັ້ນພວກເຮົາໄດ້ຂ້າມທະເລຊີລີຊີແລະປຳຟີລີ. ສິບຫ້າມື້ຜ່ານໄປ ກໍໄດ້ມາຈອດທີ່ທ່າເມືອງມີຣາໃນແຂວງລີຊີອາ. 6.ຢູ່ທີ່ນັ້ນ ນາຍຮ້ອຍໄດ້ພົບເຮືອລຳໜຶ່ງມາຈາກເມືອງອາແລັກຊັນດຣີ, ຈະໄປປະເທດອີຕາລີ, ທ່ານຈຶ່ງໃຫ້ພວກເຮົາຂຶ້ນເຮືອລຳນັ້ນ. 7.ເຮືອພວກເຮົາແລ່ນຊ້າໆຢູ່ຫລາຍວັນ ແລ້ວໄດ້ມາພຽງເມືອງກະນີໂດ ດ້ວຍຄວາມຍາກລຳບາກ. ລົມຂັດບໍ່ໃຫ້ເຮົາຈອດທ່າໄດ້, ພວກເຮົາຈຶ່ງລຽບເກາະແກຣເຕ ມຸ່ງໜ້າໄປສູ່ແຫລມ ຊານໂມນ, 8.ແລະເມື່ອໄດ້ລຽບເກາະນັ້ນໄປດ້ວຍຄວາມລຳບາກແລ້ວ ພວກເຮົາຈຶ່ງມາຮອດບ່ອນໜຶ່ງຊື່ວ່າ “ທ່າດີ” ຊຶ່ງຢູ່ໃກ້ກັບເມືອງລາຊາຢາ.

 

ລົມພະຍຸ ແລະເຮືອຫລົ້ມ

9.ຕໍ່ຈາກນັ້ນ, ຫລາຍມື້ຫລາຍວັນໄດ້ຜ່ານກາຍໄປ, ແລະການເດີນເຮືອກໍຕົກເຂົ້າໃນຍາມກັນດານ, ດ້ວຍວ່າກຳໜົດອົດອາຫານໄດ້ຜ່ານໄປແລ້ວ - ເປົາໂລຈຶ່ງເວົ້າເຕືອນໝູ່ວ່າ: 10.“ພວກສະຫາຍເອີຍ, ຂ້າພະເຈົ້າເຫັນວ່າ ການເດີນເຮືອຄາວນີ້ຈະປະສົບກັບອັນຕະລາຍ ແລະຄວາມເສຍຫາຍໃຫຍ່ຫລວງ ບໍ່ແມ່ນແຕ່ສຳລັບເຄື່ອງບັນທຸກແລະເຮືອເທົ່ານັ້ນ, ແຕ່ສຳລັບຊີວິດຂອງພວກເຮົາອີກດ້ວຍ” 11.ແຕ່ນາຍຮ້ອຍໄວ້ໃຈນຳເຈົ້າເຮືອແລະນາຍທ້າຍ ຫລາຍກວ່ານຳຄວາມເວົ້າຂອງເປົາໂລ; 12.ແລະຍ້ອນວ່າ“ທ່າດີ”ນັ້ນບໍ່ເໝາະພຽງພໍກັບການຈອດເຮືອໃນລະດູໜາວ, ສຽງສ່ວນຫລາຍຈຶ່ງເຫັນດີໃຫ້ອອກຈາກທີ່ນັ້ນ, ເພື່ອວ່າ ຖ້າເປັນໄປໄດ້, ຈະເດີນໄປເຖິງເມືອງເຟນິກ, ແລະຈອດຢູ່ທີ່ນັ້ນຕະຫລອດລະດູໜາວ; ເມືອງເຟນິກນີ້ເປັນທ່າເຮືອຂອງເກາະແກຣເຕ ຊຶ່ງປິ່ນໜ້າໄປທາງຕາເວັນຕົກສຽງໃຕ້ແລະເໜືອ. 13.ພໍມີລົມທິດໃຕ້ພັດມາຄ່ອຍໆ ພວກເຂົາກໍຄິດວ່າໄດ້ດັ່ງຄາດໝາຍແລ້ວ, ຈຶ່ງພາກກັນດຶງສະໝໍຂຶ້ນ ແລ້ວແລ່ນລຽບຝັ່ງເກາະແກຣເຕໄປ. 14.ແຕ່ເມື່ອໄປບໍ່ເຫິງປານໃດ, ກໍມີລົມພະຍຸກ້າຫົວໜຶ່ງ, ຊື່ຢູຣາກີລອນ, ພັດມາຈາກເກາະ. 15.ເຮືອຖືກລົມພັດ, ສູ້ຫົວລົມບໍ່ໄຫວ, ພວກເຮົາຈຶ່ງປະໃຫ້ເຮືອໄຫລໄປຕາມກະແສລົມ.

16.ຂະນະທີ່ກົງໄປຊື່ເກາະນ້ອຍແຫ່ງໜຶ່ງ ຊື່ກາວດາ, ພວກເຮົາສາມາດຍົກເຮືອນ້ອຍຂຶ້ນໄດ້ດ້ວຍຍາກລຳບາກ. 17.ເມື່ອຍົກຂຶ້ນໄດ້ແລ້ວ, ພວກເຮົາກໍເອົາເຊືອກມັດຮິງໃສ່ກັບ ເຮືອສຳເພົາໄວ້, ໃຊ້ເປັນເຄື່ອງບອງ; ຕໍ່ຈາກນັ້ນ, ຍ້ອນຢ້ານຈະຄຸງຫາດຊາຍຊີຣະຕີ, ພວກເຮົາໄດ້ປົດຜ້າໃບລົງ ແລ້ວປ່ອຍໃຫ້ໄຫລໄປຕາມກະແສລົມ. 18.ມື້ຫລັງນັ້ນ, ພວກເຮົາຍັງຖືກລົມພະຍຸພັດຢ່າງຮ້າຍແຮງ, ພວກເຂົາຈຶ່ງເລີ່ມຂົນເຄື່ອງບັນທຸກຖິ້ມ, 19.ໃນມື້ຖ້ວນສາມ, ພວກພະນັກງານເຮືອໄດ້ເອົາເຄື່ອງໃຊ້ໃນເຮືອໂຍນລົງທະເລ ດ້ວຍມືພວກເຂົາເອງ. 20.ຕາເວັນແລະດາວບໍ່ໄດ້ສ່ອງແສງເປັນເວລາຫລາຍວັນມາແລ້ວ, ແລະລົມພະຍຸກໍຍັງຄົງຢູ່ໃນລະດັບເກົ່າຢູ່ສະເໝີ; ດັ່ງນີ້ ຄວາມຫວັງທີ່ຈະລອດພົ້ນໄດ້ນັ້ນ ກໍໝົດສິ້ນໄປແລ້ວສຳລັບພວກເຮົາ. 21.ພວກເຮົາບໍ່ໄດ້ກິນອາຫານຫຍັງເລີຍແຕ່ເຫິງແລ້ວ; ເປົາໂລຈຶ່ງຢືນຂຶ້ນກາງໝູ່ກ່າວວ່າ: “ພວກສະຫາຍເອີຍ, ຈົ່ງຟັງຂ້າພະເຈົ້າ, ແລະບໍ່ຄວນອອກໄປຈາກເກາະແກຣເຕ; ແລະພວກເຮົາກໍຈະໄດ້ຫວິດພົ້ນຈາກອັນຕະລາຍແລະຄວາມເສຍຫາຍ. 22.ຢ່າງໃດກໍດີ, ຂ້າພະເຈົ້າຂໍເຕືອນໃຫ້ພວກທ່ານຈົ່ງມີໃຈເຂັ້ມແຂງ, ດ້ວຍວ່າ ບໍ່ມີໃຜຈັກຄົນໃນພວກທ່ານ ຈະເສຍຊີວິດຍ້ອນ, ຈະເສຍກໍພຽງແຕ່ເຮືອເທົ່ານັ້ນ. 23.ເພາະວ່າເມື່ອຄືນນີ້ເອງ, ມີເທວະດາອົງໜຶ່ງຂອງພຣະເຈົ້າ, ຜູ້ເປັນເຈົ້າຂອງຂ້າພະເຈົ້າ, ແລະຜູ້ຂ້າພະເຈົ້າຮັບໃຊ້, ໄດ້ປະຈັກມາຫາຂ້າພະຈົ້າ. 24. ແລະກ່າວກັບຂ້າພະເຈົ້າວ່າ: “ເປົາໂລເອີຍ, ຢ່າຢ້ານເລີຍ, - ເຈົ້າຈຳເປັນຕ້ອງໄປປາກົດຕົວຢູ່ຕໍ່ໜ້າກະສັດເຊຊາ ແລະທຸກຄົນທີ່ຢູ່ໃນເຮືອກັບເຈົ້ານີ້ ກໍຈະຫວິດຕາຍດ້ວຍ.” 25.ດ້ວຍເຫດນີ້, ບັນດາສະຫາຍຈົ່ງເຂັ້ມແຂງເຖີດ! ຂ້າພະເຈົ້າໄວ້ໃຈໃນພຣະເຈົ້າວ່າ ຈະເປັນມາເໝືອນດັ່ງທີ່ໄດ້ຊົງກ່າວໄວ້ກັບຂ້າພະເຈົ້ານັ້ນ. 26.ແຕ່ພວກເຮົາຈະຕ້ອງຄຸງຄາທີ່ເກາະແຫ່ງໜຶ່ງ.”

27.ເມື່ອເຖິງຄືນທີ່ສິບສີ່, ຂະນະທີ່ພວກເຮົາຖືກພັດໄປມາໃນທະເລອາດຣີອາ, ປະມານເວລາທ່ຽງຄືນ, ພວກພະນັກງານເຮືອຮູ້ສຶກວ່າ ພວກເຮົາກຳລັງຫຍັບເຂົ້າໃກ້ດິນຕອນໜຶ່ງ. 28.ພວກເຂົາຈຶ່ງເອົາໄມ້ແທກ ຢັ່ງເບິ່ງ ແລະເຫັນວ່າເລິກຊາວວາ; ໄກໄປສັກໜ່ອຍ ພວກເຂົາຢັ່ງເບິ່ງອີກ ແລະນັບໄດ້ສິບຫ້າວາ 29.ເວລານັ້ນພວກເຂົາຢ້ານເຮືອຈະຕຳຫິນ, ຈຶ່ງຖິ້ມສະໝໍລົງທາງທ້າຍສີ່ອັນ, ແລ້ວພາກັນວອນຂໍໃຫ້ແຈ້ງໄວ. 30.ແຕ່ມີພວກພະນັກງານເຮືອຊອກວິທີໜີ - ພວກເຂົາໄດ້ເອົາເຮືອນ້ອຍລົງທະເລ ທຳທ່າຢາກເອົາສະໝໍຫຍັບໄກຈາກຫົວເຮືອ. 31.ເປົາໂລຈຶ່ງເວົ້າກັບນາຍຮ້ອຍແລະພວກທະຫານວ່າ: “ຖ້າຄົນພວກນັ້ນບໍ່ຢູ່ໃນເຮືອ ພວກທ່ານກໍຈະພົ້ນບໍ່ໄດ້.” 32.ດ້ວຍຄຳນີ້, ພວກທະຫານຈຶ່ງຕັດເຊືອກທີ່ຜູກເຮືອນ້ອຍ ໃຫ້ເຮືອນ້ອຍນັ້ນຕົກນ້ຳໄຫລໄປເສຍ. 33.ເວລາກຳລັງຄອງໃຫ້ແຈ້ງຢູ່ນັ້ນ, ເປົາໂລເຊີນຊວນທຸກຄົນໃຫ້ຮັບອາຫານ ໂດຍກ່າວວ່າ: “ໄດ້ສິບຫ້າມື້, ມື້ນີ້ເອງ ທີ່ທ່ານທັງຫລາຍຄອຍຖ້າທ້ອງເປົ່າ, ໂດຍບໍ່ໄດ້ກິນອາຫານຫຍັງໝົດ. 34.ສະນັ້ນ ຂ້າພະເຈົ້າຂໍໃຫ້ພວກທ່ານຮັບປະທານອາຫານເສຍ, ດ້ວຍວ່າແມ່ນສິ່ງຈຳເປັນເພື່ອເອົາຊີວິດລອດໄດ້. ບໍ່ມີໃຜໃນພວກທ່ານຈະເສຍຜົມພຽງແຕ່ເສັ້ນດຽວ.”

35.ເມື່ອເວົ້າດັ່ງນັ້ນແລ້ວ, ເປົາໂລກໍຈັບເອົາເຂົ້າປັງ, ກ່າວສົມມະນາຄຸນພຣະເຈົ້າຕໍ່ໜ້າທຸກຄົນ, ບິອອກ ແລ້ວກໍຕັ້ງຕົ້ນກິນ. 36.ພວກອື່ນທຸກຄົນກໍຮູ້ສຶກມີກຳລັງໃຈຂຶ້ນ ແລ້ວພາກັນຮັບປະທານອາຫານດ້ວຍ. 37.ຈຳນວນພວກເຮົາທີ່ຢູ່ໃນເຮືອລຳນັ້ນ ຮວມທັງໝົດ 276 ຄົນ. 38.ຄັນເມື່ອໄດ້ຮັບອາຫານເຕັມອີ່ມແລ້ວ, ພວກເຂົາກໍພ້ອມກັນຂົນເຂົ້າເປືອກຖິ້ມລົງທະເລ, ເພື່ອຊ່ວຍໃຫ້ເຮືອເບົາ.

39.ເມື່ອຮຸ່ງແຈ້ງແລ້ວ, ພວກຄົນເຮືອກໍບໍ່ຈື່ແຜ່ນດິນໄດ້ອີກ; ພວກເຂົາພຽງແຕ່ເຫັນວ່າ ມີອ່າວບ່ອນໜຶ່ງທີ່ມີຫາດຊາຍ, ພວກເຂົາຈຶ່ງຕົກລົງໃຈວ່າ ຖ້າເປັນໄປໄດ້, ຈະຊູເຮືອເຂົ້າໄປຮອດທີ່ນັ້ນ. 40.ພວກເຂົາຈຶ່ງແກ້ສາຍສະໝໍຖິ້ມທະເລເສຍ ແລ້ວແກ້ເຊືອກມັດໄມ້ໂທມ. ຕໍ່ຈາກນັ້ນ, ພວກເຂົາຊັກໃບຫົວຂຶ້ນ ແລະປ່ອຍໃຫ້ເຮືອແລ່ນເຂົ້າສູ່ຫາດ. 41.ແຕ່ເມື່ອໄປຮອດດອນບ່ອນໜຶ່ງ ຫົວເຮືອກໍເຊີດຫາດ ແລະຕິດແໜ້ນບໍ່ຕີງເລີຍ, ສ່ວນທ້າຍເຮືອກໍແຕກຫຍໍ້ມຸ່ນໝົດ ຍ້ອນຄວາມກະເທືອນ. 42.ພວກທະຫານຈຶ່ງຕົກລົງກັນຈະຂ້າພວກນັກໂທດເສຍ, ຍ້ອນຢ້ານມີຜູ້ສວຍໂອກາດໂຕນນ້ຳລອຍໜີ. 43.ແຕ່ນາຍຮ້ອຍທະຫານຄັດຄ້ານຕໍ່ຄວາມເຫັນດັ່ງວ່ານີ້, ເພາະທ່ານຢາກຊ່ວຍເອົາເປົາໂລໃຫ້ຮອດຊີວິດ - ທ່ານຈຶ່ງສັ່ງພວກທີ່ລອຍນ້ຳເປັນ ໃຫ້ໂດດລົງນ້ຳກ່ອນ ແລະລອຍເຂົ້າຝັ່ງ. 44.ສ່ວນພວກອື່ນນັ້ນ ລາງຄົນກໍເພືອແປ້ນ, ລາງຄົນກໍເພືອທ່ອນໄມ້ຫັກອອກຈາກເຮືອນັ້ນ - ດັ່ງນີ້ ທຸກຄົນກໍໄດ້ຕະຫລອດຮອດຝັ່ງແລະປອດໄພ.