ໜັງສື ກິດຈະການຂອງພວກອັກຄະທຳມະທູດ

ພາກທີ 26

ເປົາໂລປາໄສຕໍ່ໜ້າກະສັດອາກຣີປາ

1.ກະສັດອາກຣີປາກ່າວກັບເປົາໂລວ່າ: “ເຮົາອະນຸຍາດໃຫ້ເຈົ້າເວົ້າແກ້ຕົວໄດ້.” ເປົາໂລຈຶ່ງກາງມືອອກກ່າວແກ້ຄະດີວ່າ: 2.“ຂາບຮຽນທູນອົງກະສັດອາກຣີປາ, ຂ້າພະເຈົ້າຖືວ່າເປັນໂຊກດີສຳລັບຂ້າພະເຈົ້າ ທີ່ໄດ້ມີໂອກາດແກ້ຄະດີຕໍ່ພຣະພັກພຣະອົງໃນວັນນີ້ ກ່ຽວເລື່ອງຂໍ້ຄະດີທັງຫລາຍ ຊຶ່ງພວກຢິວກ່າວຫາໃສ່ຂ້າພະເຈົ້າ. 3.ເປັນຕົ້ນ ແມ່ນຍ້ອນພຣະອົງມີຄວາມຮູ້ຄວາມຊຳນານໃນບັນດາຂະໜົບທຳນຽມ ແລະບັນຫາຕ່າງໆຂອງພວກຢິວຢູ່ແລ້ວ. ດ້ວຍເຫດນີ້, ຂ້າພະເຈົ້າຈຶ່ງຂໍໄຫວ້ວອນພຣະອົງ ຈົ່ງຊົງອົດພຽນຟັງຂ້າພະເຈົ້າດ້ວຍ. 4.ພວກຢິວກໍຮູ້ຈັກການເປັນຢູ່ຂອງຂ້າພະເຈົ້າແຕ່ນ້ອຍມາ, ຄື ແຕ່ຫົວທີ ຂ້າພະເຈົ້າໄດ້ຢູ່ທ່າມກາງຊົນຊາດຂອງຂ້າພະເຈົ້າຢ່າງໃດ, ແລະທີ່ນະຄອນເຢຣູຊາແລມເອງ ພວກຢິວທຸກຄົນກໍຮູ້ເລື່ອງໝົດ. 5.ເຂົາທຸກຄົນຮູ້ຈັກຂ້າພະເຈົ້າແຕ່ດົນນານ ແລະຖ້າພວກເຂົາພໍໃຈເຮັດ, ພວກເຂົາກໍສາມາດເປັນພະຍານຢັ້ງຢືນວ່າ ຂ້າພະເຈົ້າໄດ້ດຳເນີນຊີວິດຕາມແບບພວກທີ່ຖືສາດສະໜາຂອງພວກຂ້າພະເຈົ້າຢ່າງເຄັ່ງຄັດທີ່ສຸດ ຢ່າງພວກຟາຣີເຊວ. 6.ບັດນີ້ ການທີ່ຂ້າພະເຈົ້າຖືກຮຽກໃຫ້ມາປາກົດຕົວເພື່ອຮັບການຊຳຣະຕັດສິນ ກໍເນື່ອງດ້ວຍເລື່ອງກ່ຽວເຖິງຄວາມຫວັງໃນພຣະສັນຍາຊຶ່ງພຣະເຈົ້າໄດ້ຊົງປະຕິຍານໄວ້ ກັບບັນພະບຸຣຸດຂອງພວກຂ້າພະເຈົ້ານັ້ນເອງ. 7.ແລະຊຶ່ງພວກຂ້າພະເຈົ້າທັງສິບສອງຕະກູນ ໄດ້ໃສ່ໃຈປະຕິບັດທັງເວັນແລະຄືນສືບໆມາ, ດ້ວຍໝັ້ນໃຈວ່າພຣະສັນຍານັ້ນຈະສຳເລັດລົງ, ແມ່ນເນື່ອງດ້ວຍຄວາມຫວັງນີ້ແລ້ວ, ທ່ານອົງກະສັດເອີຍ, ພວກຢິວຈຶ່ງຟ້ອງຫາຂ້າພະເຈົ້າ. 8.ເຫດສັນໃດ ລະຫວ່າງພວກທ່ານຈຶ່ງມີຜູ້ຖືວ່າ ການທີ່ພຣະເຈົ້າຊົງບັນດານໃຫ້ຜູ້ຕາຍກັບຄືນມານັ້ນ ເປັນການເຫລືອເຊື່ອ? 9.ສ່ວນຕົວຂ້າພະເຈົ້າເອງ ເບື້ອງຕົ້ນກໍຄິດໃນໃຈວ່າ ຈຳເປັນຕ້ອງໃຊ້ທຸກວິຖີທາງ ເພື່ອຂັດສູ້ກັບພຣະນາມຂອງພຣະເຢຊູຊາວນາຊາແຣັດນັ້ນ. 10.ແລະຂ້າພະເຈົ້າກໍໄດ້ເຮັດເຊັ່ນນີ້ແທ້ ທີ່ນະຄອນເຢຣູຊາແລມ; ເມື່ອຂ້າພະເຈົ້າໄດ້ຮັບສິດຈາກຫົວໜ້າສົງ, ຂ້າພະເຈົ້າເອງໄດ້ຈັບເອົາພວກສານຸສິດເປັນຈຳນວນຫລາຍໄປຂັງໄວ້, ແລະເມື່ອເຂົາຖືກຕັດສິນປະຫານຊີວິດ ຂ້າພະເຈົ້າກໍເຫັນພ້ອມນຳ. 11.ຫລາຍເທື່ອ ຂ້າພະເຈົ້າໄດ້ທ່ຽວໄປຕາມໂຮງທຳຕ່າງໆ ແລະບັງຄັບໃຫ້ກ່າວຄຳປະໝາດປະຈານເພື່ອລົງໂທດເຂົາ, ແລະຍ້ອນຄວາມຄຽດແຄ້ນເຫລືອທົນຕໍ່ເຂົານີ້ ຂ້າພະເຈົ້າໄດ້ຕິດຕາມໄປບັງບຽດເຂົາ, ເຖິງຈະແມ່ນໃນບັນດາຫົວເມືອງຕ່າງປະເທດກໍດີ.

 

ເລື່ອງການກັບໃຈຂອງເປົາໂລ

12.ກໍຍ້ອນເປັນດັ່ງນີ້ແລ້ວ ຂ້າພະເຈົ້າຈຶ່ງໄປເມືອງດາມັດ ໂດຍໄດ້ຮັບໜ້າທີີ່ແລະອຳນາດເຕັມຈາກຫົວໜ້າສົງ. 13.ລະຫວ່າງທາງ, ໂອອົງກະສັດ, ເວລາປະມານຕາເວັນທ່ຽງ, ຂ້າພະເຈົ້າໄດ້ເຫັນແສງສະຫວ່າງ ກ້າກວ່າແສງພະອາທິດ ສ່ອງລົງມາຈາກຟ້າ ອ້ອມຕົວຂ້າພະເຈົ້າແລະພວກທີ່ເດີນທາງໄປດ້ວຍກັນ. 14.ພວກຂ້າພະເຈົ້າທຸກຄົນໄດ້ລົ້ມລົງດິນ, ແລະຂ້າພະເຈົ້າໄດ້ຍິນສຽງກ່າວມາ ເປັນພາສາເຮເບີຣວ່າ: “ເຊົາໂລ! ເຊົາໂລເອີຍ! ເປັນຫຍັງເຈົ້າຈຶ່ງບັງບຽດເຮົາ.” 15. ຂ້າພະເຈົ້າກ່າວຖາມວ່າ: “ພຣະອົງເຈົ້າເອີຍ, ພຣະອົງແມ່ນໃຜ? ພະ ອົງເຈົ້າຊົງກ່າວຕອບມາວ່າ: “ເຮົາແມ່ນເຢຊູຜູ້ເຈົ້າບັງບຽດນັ້ນແລ້ວ. 16.ແຕ່ຈົ່ງລຸກຂຶ້ນແລະຢືນຕັ້ງຕົວ. ເພາະການທີ່ເຮົາໄດ້ປະຈັກຕໍ່ເຈົ້າກໍເພື່ອດັ່ງນີ້ຄື ເພື່ອແຕ່ງຕັ້ງໃຫ້ເຈົ້າເປັນຜູ້ຮັບໃຊ້ ແລະເປັນພະຍານເຖິງເຫດການຊຶ່ງເຈົ້າຫາກໍໄດ້ເຫັນນີ້, ແລະເຖິງເຫດການອື່ນໆ ຊຶ່ງເຮົາຈະສະແດງໃຫ້ເຈົ້າເຫັນອີກໃນຂັ້ນຕໍ່ໄປ. 17.ເພາະເຫດນີ້ ເຮົາຈະປົດປ່ອຍເຈົ້າໃຫ້ພົ້ນຈາກພົນລະເມືອງນີ້ ແລະຈາກພວກຕ່າງສາດສະໜາ ຊຶ່ງເຮົາຈະໃຊ້ເຈົ້າໄປຫານັ້ນ 18.ເພື່ອຈະໄດ້ເປີດຕາເຂົາ ໃຫ້ເຂົາກັບຈາກຄວາມມືດມາສູ່ຄວາມສະຫວ່າງ ແລະຈາກອຳນາດຂອງຊາຕານມາສູ່ພຣະເຈົ້າ ແລະໃຫ້ເຂົາໄດ້ຮັບການອະໄພຍົກບາບ ແລະມີສ່ວນໃນມໍລະດົກຮ່ວມກັບພວກທີ່ຖືກຊຳຣະໃຫ້ບໍລິສຸດ, ອາໄສຄວາມເຊື່ອໃນເຮົາ. 19.ເປັນດັ່ງນີ້ແລ້ວ, ທ່ານກະສັດອາກຣີປາເອີຍ, ຂ້າພະເຈົ້າບໍ່ໄດ້ຂັດຂືນຕໍ່ການປະຈັກຊຶ່ງມາຈາກສະຫວັນນັ້ນ. 20.ແຕ່ກົງຂ້າມ, ຂ້າພະເຈົ້າໄດ້ປະກາດແກ່ຄົນທັງຫລາຍ, ໂດຍຕັ້ງຕົ້ນຈາກເມືອງດາມັດ ຕໍ່ຈາກນັ້ນ ໃນນະຄອນເຢຣູຊາແລມ ແລະທົ່ວແຂວງຢູເດ ແກ່ຊາວຕ່າງສາດສະໜາວ່າ ຕ້ອງເປັນທຸກກັບໃຈຄືນຫາພຣະເຈົ້າ ໂດຍປະຕິບັດກິດຈະການອັນສົມກັບການກິນແໜງຄວາມຜິດແທ້ 21.ກໍເພາະດັ່ງນີ້ແລ້ວ, ພວກຢິວຈຶ່ງໄດ້ຈັບເອົາຂ້າພະເຈົ້າໃນບໍລິເວນພຣະວິຫານ ແລະຢາກສັງຫານຂ້າພະເຈົ້າຖິ້ມເສຍ. 22.ເດຊະຄວາມຊວ້ານຊູດູແລຂອງພຣະເຈົ້າ, ຈົນຕະຫລອດວັນນີ້ ຂ້າພະເຈົ້າໄດ້ຢຶດໝັ້ນຢັ້ງຢືນເປັນພະຍານ ຕໍ່ໜ້າຜູ້ນ້ອຍແລະຜູ້ໃຫຍ່, ໂດຍບໍ່ໄດ້ກ່າວຈັກເທື່ອເຖິງເລື່ອງອັນໃດ ນອກເໜືອຈາກເລື່ອງຊຶ່ງບັນດາປະພາສົກແລະທ່ານໂມແຊໄດ້ກ່າວໄວ້ວ່າ ຈະຕ້ອງເກີດຂຶ້ນມານັ້ນ. 23.ຄືວ່າ ພຣະກຣິສໂຕເຈົ້າຈະຕ້ອງຮັບທົນທຸກທໍຣະມານ, ແລະເມື່ອໄດ້ຊົງກັບຄືນຊີບຈາກບັນດາຜູ້ຕາຍແລ້ວ, ພຣະອົງຈະປະກາດຄວາມສະຫວ່າງໃຫ້ແກ່ປະຊາກອນ ແລະໃຫ້ແກ່ພວກຕ່າງສາດສະໜາດ້ວຍ.”

 

ຄວາມຮູ້ສຶກຂອງບັນດາຜູ້ຟັງ

24.ເມື່ອເປົາໂລຖະແຫລງແກ້ຄະດີຂອງຕົນມາເຖິງຕອນນີ້, ແຟດສະໂຕກ່າວສຽງດັ່ງຂຶ້ນວ່າ: “ເຈົ້າເປັນບ້າແລ້ວ ເປົາໂລເອີຍ! ຄວາມຮູ້ກວ້າງຂອງເຈົ້າໄດ້ເຮັດໃຫ້ເຈົ້າເສຍຫົວໄປແລ້ວ.” 25.ເປົາໂລຕອບວ່າ: “ຂ້າພະເຈົ້າບໍ່ໄດ້ເປັນບ້າດອກ, ທ່ານແຟດສະໂຕທີ່ນັບຖື, ແຕ່ຂ້າພະເຈົ້າກ່າວຕາມສັດຈິງ ແລະຕາມສະຕິດີ. 26.ດ້ວຍວ່າອົງກະສັດຊົງຊາບເຫດການເຫລົ່ານີ້ດີແລ້ວ ຂ້າພະເຈົ້າຈຶ່ງກ້າທູນຕໍ່ພຣະອົງ, ແນ່ໃຈວ່າພຣະອົງຊົງຄຸ້ນເຄີຍກັບເລື່ອງຕ່າງໆນີ້ຢູ່ແລ້ວ. 27.ທ່ານກະສັດອາກຣີປາ, ພຣະອົງເຊື່ອໃນບັນດາປະພາສົກຫລືບໍ່? ຂ້າພະເຈົ້າຮູ້ວ່າພຣະອົງເຊື່ອຢູ່ແລ້ວ.”

28.ແລະກະສັດອາກຣີປາກ່າວຕອບເປົາໂລວ່າ: “ດ້ວຍຄຳຊັກຊວນຂອງເຈົ້າ, ຍັງອີກນ້ອຍດຽວ ເຈົ້າຈະເຮັດໃຫ້ເຮົາກາຍເປັນຄົນກຣິສຕັງຜູ້ໜຶ່ງ!” 29.ສ່ວນເປົາໂລເສີມວ່າ: “ຈະແມ່ນໃນບໍ່ນານ ຫລືພາຍຫລັງໄປພຸ້ນກໍດີ, ຂ້າພະເຈົ້າວອນຂໍພຣະເຈົ້າ ບໍ່ແມ່ນສະເພາະເພື່ອພຣະອົງທ່ານຜູ້ດຽວເທົ່ານັ້ນ, ແຕ່ເພື່ອໃຫ້ພວກທ່ານທຸກຄົນທີ່ຟັງຂ້າພະເຈົ້າໃນວັນນີ້ດ້ວຍ, ໄດ້ກາຍເປັນເໝືອນຂ້າພະເຈົ້າ ຍົກເວັ້ນແຕ່ສາຍໂສ້ນີ້.”

30.ຂະນະນັ້ນກະສັດກໍລຸກຂຶ້ນ, ພ້ອມດ້ວຍຜູ້ປົກຄອງ, ພ້ອມນາງເບເຣນິດ, ແລະທຸກຄົນທີ່ນັ່ງຮວມກັນຢູ່ນັ້ນ. 31.ເວລາພວມຍ່າງອອກ, ພວກເພິ່ນຕ່າງກ່າວຕໍ່ກັນວ່າ: “ຄົນຜູ້ນີ້ບໍ່ໄດ້ເຮັດຫຍັງສົມຕ້ອງຕາຍ ຫລືສົມຖືກໂສ້.” 32.ສ່ວນກະສັດອາກຣີປາກໍກ່າວກັບແຟດສະໂຕວ່າ ”ພວກເຮົາຈະປ່ອຍຄົນນີ້ເສຍກໍໄດ້, ຖ້າເຂົາບໍ່ໄດ້ອຸທອນຂໍຂຶ້ນສານຈັກກະພັດເຊຊາ.”