ໜັງສື ກິດຈະການຂອງພວກອັກຄະທຳມະທູດ

ພາກທີ 25

ເປົາໂລອຸທອນຂຶ້ນສານກະສັດເຊຊາ

1.ເມື່ອມາຮອດແຂວງໄດ້ພຽງສາມວັນ, ແຟດສະໂຕກໍຈາກເຊຊາເຣຂຶ້ນໄປນະຄອນເຢຣູຊາແລມ. 2.ພວກຫົວໜ້າສົງແລະຄະນະຊົງຄຸນວຸດທິຢິວ ໄດ້ພ້ອມກັນເຂົ້າສະເໜີຄະດີຂອງເປົາໂລຕໍ່ໜ້າທ່ານ. 3.ພວກເຂົາໄດ້ວອນຂໍຄວາມຊ່ວຍເຫລືອຈາກທ່ານ ເພື່ອຕໍ່ສູ້ເປົາໂລ, ຄື ໃຫ້ທ່ານສົ່ງເປົາໂລຂຶ້ນໄປນະຄອນເຢຣູຊາແລມ; ພວກເຂົາມີແຜນການຈະລອບສັງຫານເປົາໂລລະຫວ່າງທາງ. 4.ແຕ່ແຟດສະໂຕໄດ້ຕອບວ່າ: ເປົາໂລຕ້ອງຖືກຈຳຄຸກຢູ່ເມືອງເຊຊາເຣ ແລະຕົວທ່ານເອງກໍຈະກັບໄປໃນບໍ່ຊ້າ.” 5.ທ່ານໄດ້ກ່າວອີກວ່າ: “ດັ່ງນີ້ ໃຫ້ບັນດາຜູ້ມີອຳນາດໃນພວກທ່ານ ລົງໄປພ້ອມກັບເຮົາ ແລະຖ້າຄົນຜູ້ນັ້ນຫາກມີຜິດອັນໃດແລ້ວ, ກໍໃຫ້ປະກອບການຟ້ອງຫາຂຶ້ນ.” 6.ຫລັງຈາກໄດ້ພັກຢູ່ກັບພວກເຂົາປະມານແປດຫາສິບວັນແລ້ວ. ແຟດສະໂຕກໍກັບສູ່ເມືອງເຊຊາເຣ. ຕໍ່ມາທ່ານໄດ້ລົງສານ ແລະສັ່ງໃຫ້ນຳຕົວເປົາໂລເຂົ້າຫາ. 7.ເມື່ອເປົາໂລເຂົ້າມາແລ້ວ, ພວກຢິວຈາກນະຄອນເຢຣູຊາແລມກໍເຂົ້າອ້ອມທ່ານ ແລະກ່າວຄຳຟ້ອງຫາໜັກໆ ຫລາຍສິ່ງຫລາຍປະການ, ຊຶ່ງເຂົາເອງບໍ່ສາມາດຢືນຢັນໄດ້. 8.ສ່ວນເປົາໂລກໍປ້ອງກັນຕົວ ໂດຍກ່າວວ່າ: “ຂ້າພະເຈົ້າບໍ່ໄດ້ເຮັດຫຍັງຜິດຕໍ່ກົດໝາຍຂອງພວກຢິວ ຫລືຕໍ່ພຣະວິຫານ ຫລືຕໍ່ກະສັດເຊຊາເລີຍ.” 9.ສ່ວນແຟດສະໂຕ, ເພື່ອເອົາໃຈພວກຢິວ, ທ່ານຖາມເປົາໂລວ່າ: “ເຈົ້າພໍໃຈຂຶ້ນໄປນະຄອນເຢຣູຊາແລມ ເພື່ອຮັບການຕັດສິນກ່ຽວກັບເລື່ອງນີ້ຕໍ່ໜ້າເຮົາບໍ?” 10.ແຕ່ເປົາໂລຕອບວ່າ: “ຂ້າພະເຈົ້າກຳລັງຢືນຢູ່ຕໍ່ໜ້າສານກະສັດເຊຊາແລ້ວ. ແມ່ນຢູ່ນີ້ເອງທີ່ຂ້າພະເຈົ້າຕ້ອງໄດ້ຮັບການຕັດສິນ. ຂ້າພະເຈົ້າບໍ່ໄດ້ເຮັດຫຍັງຜິດຕໍ່ພວກຢິວ ດັ່ງທ່ານເອງກໍຮູ້ດີຢູ່ແລ້ວ. 11.ແຕ່ຖ້າຂ້າພະເຈົ້າໄດ້ເຮັດຫຍັງຜິດ ຫລືເຮັດສິ່ງໃດຄວນມີໂທດເຖິງຕາຍ, ຂ້າພະເຈົ້າກໍຍອມຕາຍໂດຍບໍ່ຂັດຂີນ; ກົງຂ້າມ, ຖ້າເລື່ອງທີ່ພວກເຂົາຟ້ອງຂ້າພະເຈົ້ານັ້ນ ບໍ່ມີມູນຄວາມຈິງແລ້ວ, ບໍ່ມີຜູ້ໃດມີອຳນາດຈະມອບຂ້າພະເຈົ້າໃຫ້ພວກເຂົາໄດ້. ຂ້າພະເຈົ້າຂໍອຸທອນຂຶ້ນສານກະສັດເຊຊາ!” 12.ເມື່ອໄດ້ຫາລືກັບທີ່ປຶກສາຂອງທ່ານແລ້ວ, ແຟດສະໂຕຕອບວ່າ: “ເຈົ້າໄດ້ຂໍອຸທອນຂຶ້ນສານກະສັດເຊຊາ, ເຈົ້າກໍຈະໄປຕໍ່ໜ້າກະສັດເຊຊາ.”

 

ເປົາໂລຕໍ່ໜ້າກະສັດອາກຣີປາ

13.ຕໍ່ຈາກນັ້ນສອງສາມວັນ ກະສັດອາກຣີປາ ພ້ອມດ້ວຍພຣະນາງ ເບເຣນິດ ກໍສະເດັດມາທີ່ເມືອງເຊຊາເຣ ແລະເຂົ້າຫາແຟດສະໂຕ. 14.ໃນເວລາທີ່ກະສັດປະທັບຢູ່ທີ່ນັ້ນຫລາຍວັນ ແຟດສະໂຕກໍເລົ່າຄະດີຂອງເປົາໂລໃຫ້ພຣະອົງຟັງວ່າ: “ທີ່ນີ້ ມີຊາຍຄົນໜຶ່ງຊຶ່ງເຟລິກໄດ້ປະໄວ້ໃນຄຸກ. 15.ຂະນະທີ່ຂ້າພະເຈົ້າຂຶ້ນໄປນະຄອນເຢຣູຊາແລມນັ້ນ, ພວກຫົວໜ້າສົງແລະຄະນະຊົງຄຸນວຸດທິຢິວ ໄດ້ເຂົ້າສະເໜີຄະດີເລື່ອງຄົນນີ້, ຂໍໃຫ້ຂ້າພະເຈົ້າຕັດສິນລົງໂທດ. 16. ຂ້າພະເຈົ້າໄດ້ຕອບພວກເຂົາວ່າ ບໍ່ແມ່ນທຳນຽມຂອງຊາວໂຣມັນ ທີ່ຈະມອບຈຳເລີຍ ກ່ອນທີ່ໂຈດແລະຈຳເລີຍຈະໄດ້ປະເຊີນໜ້າກັນ, ເພື່ອປ່ອຍໃຫ້ຈຳເລີຍມີໂອກາດໄດ້ແກ້ຄະດີໃນຂໍ້ຫານັ້ນ. 17.ພວກເຂົາຈຶ່ງໄດ້ມາທີ່ນີ້ພ້ອມກັບຂ້າພະເຈົ້າ, ແລະຂ້າພະເຈົ້າກໍບໍ່ໄດ້ຖ້າດົນນານ ຄື ມື້ຕໍ່ມານັ້ນ, ຂ້າພະເຈົ້າໄດ້ລົງສານ ແລະສັ່ງໃຫ້ນຳຕົວຊາຍຄົນນັ້ນເຂົ້າມາ. 18.ເມື່ອເຂົາປະເຊີນໜ້າກັນແລ້ວ, ພວກໂຈດກໍບໍ່ໄດ້ກ່າວຫາການຊົ່ວຮ້າຍໃສ່ຈຳເລີຍ ເໝືອນທີ່ຂ້າພະເຈົ້າໄດ້ສົງໄສຢູ່ກ່ອນແລ້ວເລີຍ. 19.ຂໍ້ຫາຂອງພວກເຂົາເປັນພຽງແຕ່ບັນຫາໂຕ້ຖຽງກັນ ດ້ວຍເລື່ອງລັດທິສາດສະໜາຂອງພວກເຂົາເອງ ແລະກ່ຽວກັບຄົນຜູ້ໜຶ່ງຊື່ເຢຊູ ທີ່ຕາຍແລ້ວ ຊຶ່ງເປົາໂລຢັ້ງຢືນວ່າຍັງມີຊີວິດຢູ່. 20.ສ່ວນຂ້າພະເຈົ້າກໍຈົນປັນຍາ ບໍ່ຮູ້ຈະພິຈາລະນາບັນຫາຊະໜິດນີ້ຢ່າງໃດ ຈຶ່ງຖາມເປົາໂລວ່າ ເຂົາຢາກຂຶ້ນໄປນະຄອນເຢຣູຊາແລມເພື່ອຊຳຣະຄວາມຢູ່ທີ່ນັ້ນບໍ. 21.ແຕ່ເປົາໂລໄດ້ອຸທອນຂໍໃຫ້ສະຫງວນຄະດີຂອງເຂົາໄວ້ໃຫ້ພຣະມະຫາກະສັດ, ຂ້າພະເຈົ້າຈຶ່ງສັ່ງໃຫ້ກັກຕົວເຂົາໄວ້ ຈົນກວ່າຈະໄດ້ສົ່ງຕົວເຂົາໄປຫາກະສັດເຊຊາ” 22.ກະສັດອາກຣີປາກ່າວກັບແຟດສະໂຕວ່າ: “ເຮົາກໍປາດຖະໜາຢາກຟັງຄົນຜູ້ນັ້ນດ້ວຍ,” ແຟດສະໂຕຕອບວ່າ: “ມື້ອື່ນ, ພຣະອົງຈະໄດ້ຟັງເຂົາ.”

23.ມື້ຕໍ່ມາ ກະສັດອາກຣີປາແລະພຣະນາງເບເຣນິດກໍສະເດັດມາຢ່າງສະງ່າຜ່າເຜີຍ ແລະເຂົ້າໃນຫໍໄຊ ຫ້ອມລ້ອມດ້ວຍນາຍພັນແລະຄະນະຊົງຄຸນວຸດທິເມືອງນັ້ນ ແລະແຟດສະໂຕໄດ້ສັ່ງໃຫ້ນຳຕົວເປົາໂລເຂົ້າມາ 24.ແຟດສະໂຕທູນວ່າ: “ຂໍທູນຮຽນອົງກະສັດອາກຣີປາ ແລະຮຽນທ່ານທັງຫລາຍທີ່ຢູ່ດ້ວຍກັນກັບຂ້າພະເຈົ້າ, ພວກທ່ານເຫັນຄົນຜູ້ນີ້ ຊຶ່ງບັນດາຊາວຢິວທັງປະເທດໄດ້ວອນຂໍຂ້າພະເຈົ້າ, ທີ່ນະຄອນເຢຣູຊາແລມກໍດີ, ແລະຢູ່ທີ່ນີ້ກໍດີ, ດ້ວຍຮ້ອງວ່າ ບໍ່ຕ້ອງປ່ອຍໃຫ້ເຂົາມີຊີວິດຢູ່ຕໍ່ໄປອີກ. 25.ສຳລັບຕົວຂ້າພະເຈົ້າແລ້ວ, ຂ້າພະເຈົ້າໄດ້ສັງເກດຮູ້ວ່າ ເຂົາບໍ່ໄດ້ເຮັດອັນໃດຜິດສົມຕ້ອງຕາຍ, ແຕ່ເພາະເຂົາເອງໄດ້ອຸທອນຂໍຂຶ້ນສານພຣະມະຫາກະສັດ, ຂ້າພະເຈົ້າຈຶ່ງໄດ້ຕົກລົງຈະສົ່ງເຂົາໄປ. 26.ກ່ຽວກັບຄະດີຂອງຄົນຜູ້ນີ້, ຂ້າພະເຈົ້າບໍ່ມີສິ່ງໃດພໍຈະລາຍງານເປັນອັນຄັກແນ່ ທູນຕໍ່ພຣະມະຫາກະສັດໄດ້, ດ້ວຍເຫດນີ້ຂ້າພະເຈົ້າຈຶ່ງໃຫ້ນຳຕົວຄົນນີ້ອອກມາຕໍ່ໜ້າທ່ານທັງຫລາຍ, ແລະເປັນຕົ້ນຕໍ່ພຣະພັກພຣະອົງເຈົ້ານີ້ເອງ, ອົງກະສັດອາກຣີປາ, ໂດຍມີຈຸດມຸ່ງໝາຍວ່າ, ຫລັງຈາກການສືບສວນຄັ້ງນີ້ແລ້ວ, ຂ້າພະເຈົ້າຈະມີຂໍ້ຄວາມພໍລາຍງານໄປໄດ້. 27.ທັງນີ້ກໍຍ້ອນຂ້າພະເຈົ້າເຫັນວ່າເປັນການເຂົ້າໃຈບໍ່ໄດ້ ທີ່ຈະສົ່ງນັກໂທດໄປ ໂດຍບໍ່ສົ່ງສຳນວນຂໍ້ກ່າວຫາໄປພ້ອມ.