ໜັງສື ກິດຈະການຂອງພວກອັກຄະທຳມະທູດ
ພາກທີ 24
ເປົາໂລຖືກຟ້ອງຫາຕໍ່ໜ້າເຟລິກ
1.ຫ້າມື້ຕໍ່ມາ, ທ່ານອານານີອາຫົວໜ້າສົງກໍມາຮອດ ພ້ອມກັບເຖົ້າແກ່ບາງຄົນ ແລະທະນາຍຄວາມຜູ້ໜຶ່ງ ຊື່ແຕກຕູໂລ, ແລ້ວພວກເຂົາໄດ້ເຂົ້າສະເໜີຄະດີຂອງເປົາໂລຕໍ່ຜູ້ປົກຄອງ. 2.ເມື່ອໄດ້ເອີ້ນເປົາໂລເຂົ້າມາແລ້ວ, ແຕກຕູໂລກໍຕັ້ງຕົ້ນຟ້ອງຂຶ້ນວ່າ: “ຮຽນພະນະທ່ານເຟລິກທີ່ນັບຖື, ຂ້າພະເຈົ້າທັງຫລາຍໄດ້ພົບຄວາມສະຫງົບສຸກຫລາຍຍ້ອນທ່ານ ແລະການປັບປຸງເພີ່ມພູນອັນລ້ຳຄ່າຕໍ່ປະເທດຊາດ ນັ້ນກໍໄດ້ເກີດຈາກຄວາມດູແລເຫັນໄກຂອງທ່ານດ້ວຍ 3.ພວກຂ້າພະເຈົ້າໄດ້ຮັບຄຸນປະໂຫຍດທຸກຢ່າງນີ້ ໃນທຸກດ້ານແລະທຸກບ່ອນ ດ້ວຍໃຈຂອບຄຸນທ່ານເປັນຢ່າງຍິ່ງ. 4.ແຕ່ ເພື່ອບໍ່ເປັນການລົບກວນທ່ານເກີນໄປ, ຂ້າພະເຈົ້າວອນຂໍທ່ານຈົ່ງກະລຸນນາຮັບຟັງພວກຂ້າພະເຈົ້າແດ່ສັກນ້ອຍໜຶ່ງ. 5.ພວກຂ້າພະເຈົ້າໄດ້ສັງເກດວ່າ ຄົນຜູ້ນີ້ເປັນໄພສຳລັບບ້ານເມືອງ: ເຂົາກໍ່ຄວາມວຸ້ນວາຍທ່າມກາງພວກຢິວທົ່ວໂລກ ແລະເປັນຜູ້ນຳພັກພວກນາຊາແຣັດ. 6.ຍິ່ງກວ່ານັ້ນອີກ, ເຂົາໄດ້ພະຍາຍາມທຸລະຈານພຣະວິຫານ, ພວກຂ້າພະເຈົ້າຈຶ່ງໄດ້ຈັບເຂົາໄວ້, ແລະຢາກພິພາກສາເຂົາຕາມກົດໝາຍຂອງພວກຂ້າພະເຈົ້າ 7.ແຕ່ຜູ້ບັງຄັບກອງ ລີຊີອາດ ໄດ້ເຂົ້າມາກ່ຽວເລື່ອງ ແລະໃຊ້ອຳນາດຍາດເອົາຕົວເຂົາຈາກມືຂອງພວກຂ້າພະເຈົ້າ. 8.ແລະສັ່ງໃຫ້ພວກໂຈດມາຟ້ອງເຂົາຕໍ່ໜ້າພະນະທ່ານ. ຖ້າພະນະທ່ານຫາກສືບຖາມເຂົາ ພະນະທ່ານເອງກໍຈະຊາບໄດ້ຄັກແນ່ ເຖິງການຟ້ອງຫາຂອງພວກຂ້າພະເຈົ້າກ່ຽວກັບຄົນຜູ້ນີ້.” 9.ພວກຢິວກໍສະໜັບສະໜຸນຄຳກ່າວຫານັ້ນ ແລະຢືນຢັນວ່າແມ່ນດັ່ງນັ້ນແທ້. 10.ເມື່ອຜູ້ປົກຄອງໄດ້ໃຫ້ສັນຍານແລ້ວ, ເປົາໂລຈຶ່ງກ່າວຕອບ:
ຄຳປາໄສຂອງເປົາໂລຕໍ່ໜ້າຜູ້ປົກຄອງ
“ຂ້າພະເຈົ້າຮູ້ດີວ່າ ພະນະທ່ານເປັນຜູ້ປົກຄອງປະເທດນີ້ມາແຕ່ຫລາຍປີແລ້ວ; ຍ້ອນເປັນດັ່ງນີ້ ຂ້າພະເຈົ້າຈຶ່ງຈະແກ້ຄະດີຂອງຂ້າພະເຈົ້າດ້ວຍຄວາມໄວ້ວາງໃຈ. 11.ດັ່ງພະນະທ່ານຄົງຊາບຢ່າງແນ່ນອນຢູ່ວ່າ ບໍ່ເກີນກວ່າສິບສອງວັນມານີ້ ຂ້າພະເຈົ້າໄດ້ຂຶ້ນໄປສະແຫວງບຸນທີ່ນະຄອນເຢຣູຊາແລມ 12.ບໍ່ມີໃຜໄດ້ເຫັນຂ້າພະເຈົ້າຜິດຖຽງກັບຜູ້ໃດຜູ້ໜຶ່ງ ຫລືຍຸຍົງໃຫ້ປະຊາຊົນກໍ່ຄວາມວຸ້ນວາຍ ບໍ່ວ່າໃນບໍລິເວນພຣະວິຫານກໍດີ ຫລືໃນໂຮງທຳກໍດີ ຫລືໃນເມືອງກໍດີ. 13.ພວກເຂົາຟ້ອງຫາຂ້າພະເຈົ້າ ແຕ່ພວກເຂົາບໍ່ສາມາດຢືນຢັນຫຍັງໄດ້ເລີຍ. 14.ແຕ່ຂ້າພະເຈົ້າຂໍແຈ້ງສິ່ງນີ້ຕໍ່ພະນະທ່ານຄື: ແມ່ນຕາມແນວທາງຊຶ່ງເຂົາຖືວ່າເປັນລັດທິນອກຮີດ, ທີ່ຂ້າພະເຈົ້າຮັບໃຊ້ພຣະເຈົ້າແຫ່ງບັນພະບຸຣຸດຂອງພວກຂ້າພະເຈົ້າ, ໂດຍເຊື່ອຖືທຸກສິ່ງ ອັນມີຂຽນໄວ້ໃນພຣະບັນຢັດແລະໃນພວກປະພາສົກ. 15. ຂ້າພະເຈົ້າຍັງມີຄວາມໄວ້ໃຈອັນດຽວກັບພວກປະພາສົກ, ຄື ພວກຊອບທຳແລະບໍ່ຊອບທຳຈະກັບເປັນຄືນມາດັ່ງດຽວກັນ. 16.ເພາະເຫດນີ້, ຂ້າພະເຈົ້າເອງຈຶ່ງພະຍາຍາມຫລໍ່ລ້ຽງມະໂນທຳອັນປັດສະຈາກຄວາມຕ້ອງຕິຕໍ່ພຣະພັກພຣະເຈົ້າ ແລະຕໍ່ໜ້າມະນຸດຢູ່ສະເໝີ. 17ຫລາຍປີໄດ້ຜ່ານພົ້ນໄປແລ້ວ, ຂ້າພະເຈົ້າຈຶ່ງມາ ນຳເອົາຂອງທານມາແຈກຢາຍໃຫ້ຊົນຊາດຂອງຂ້າພະເຈົ້າ ແລະຖະຫວາຍເຄື່ອງບູຊາ. 18.ເປັນດັ່ງນີ້ແລ້ວ, ພວກເຂົາຈຶ່ງພົບຂ້າພະເຈົ້າໃນພຣະວິຫານ; ຂ້າພະເຈົ້າທຳການຊຳຣະຕົວ ແລະຂ້າພະເຈົ້າບໍ່ໄດ້ຮວບໂຮມຝູງຊົນ ຫລືກໍ່ຄວາມວຸ້ນວາຍເລີຍ. 19.ແຕ່ເປັນດ້ວຍພວກຢິວບາງຄົນແຫ່ງແຂວງອາຊີ... ຖ້າຄົນເຫລົ່ານັ້ນມີເລື່ອງຫຍຸ້ງກ່ຽວກັບຕົວຂ້າພະເຈົ້າ, ກໍແມ່ນພວກເຂົາເອງທີ່ຈະຕ້ອງມາສະເໜີຕົວຕໍ່ໜ້າພະນະທ່ານ ແລະຟ້ອງຫາຂ້າພະເຈົ້າ! 20.ໃຫ້ເຂົາພວກນັ້ນເວົ້າວ່າ ເຂົາເຫັນຂ້າພະເຈົ້າມີຄວາມຜິດຫຍັງ ເວລາຂ້າພະເຈົ້າຖືກຮຽກຕົວຂຶ້ນສານສູງນັ້ນ! 21.ເວັ້ນໄວ້ແຕ່ຄຳດຽວ ຊຶ່ງຂ້າພະເຈົ້າຮ້ອງຂຶ້ນຢູ່ກາງພວກເຂົານັ້ນ ຄື: “ແມ່ນຍ້ອນການກັບເປັນຄືນມາຂອງພວກຜູ້ຕາຍ, ຂ້າພະເຈົ້າຈຶ່ງຖືກພິພາກສາຕໍ່ໜ້າພວກທ່ານໃນວັນນີ້.”
ເປົາໂລ ທີ່ເມືອງເຊຊາເຣ
22.ເຟລິກຮູ້ເລື່ອງກ່ຽວກັບແນວທາງນັ້ນພໍສົມຄວນ ທ່ານຈຶ່ງໄດ້ເລື່ອນການພິຈາລະນາເລື່ອງພວກເຂົາໄວ້ກ່ອນ ໂດຍກ່າວວ່າ: “ຫາກຜູ້ບັງຄັບກອງພັນລີຊີອາດລົງມາເຖິງເວລາໃດ, ເຮົາກໍຈະຈັດການຄະດີພວກເຈົ້າໃຫ້ສຳເລັດ.” 23.ຜູ້ປົກໄດ້ສັ່ງນາຍຮ້ອຍທະຫານໃຫ້ກັກຕົວເປົາໂລໄວ້ ແຕ່ໂດຍລະໃຫ້ເພິ່ນມີອຳເພີໃຈພໍສົມຄວນ, ພ້ອມທັງສັ່ງບໍ່ໃຫ້ຂັດຂວາງຜູ້ໃດໃນບັນດາສິດຂອງເປົາໂລທີ່ຢາກເຂົ້າມາຮັບໃຊ້ທ່ານ.
24.ຫລັງມາສອງສາມວັນ ເຟລິກໄດ້ມາພ້ອມພັນລະຍາຂອງທ່ານຊື່ດຣູຊິນລາ, ເປັນຄົນຢິວ. ທ່ານໄດ້ສັ່ງໃຫ້ນຳເປົາໂລອອກມາ ແລ້ວຟັງເພິ່ນກ່າວເຖິງຄວາມເຊື່ອໃນພຣະກຣິສໂຕເຢຊູ. 25.ແຕ່ເມື່ອເປົາໂລບັນລະຍາຍເຖິງຄວາມຍຸຕິທຳ, ການບັງຄັບຕົນ ແລະການພິພາກສາທີ່ຈະມາ, ເຟລິກກໍຮູ້ສຶກຢ້ານ ຈຶ່ງກ່າວວ່າ: “ສຳລັບເທື່ອນີ້ ໃຫ້ເຈົ້າໄປເສຍ. ໂອກາດໃໝ່ ເຮົາຈະເອີ້ນເຈົ້າອີກ.” 26.ອີກຢ່າງໜຶ່ງ, ເຟລິກຫວັງວ່າເປົາໂລຈະໃຫ້ເງິນສິນບົນແກ່ຕົນ, ທ່ານຈຶ່ງເອີ້ນເປົາໂລມາສົນທະນານຳເລື້ອຍໆ. 27.ຫລັງຈາກນັ້ນສອງປີ, ປອກຊີໂອ ແຟດສະໂຕໄດ້ມາຮັບຕຳແໜງແທນເຟລິກ ຊຶ່ງກ່ອນຈະຈາກໄປ, ໄດ້ປະໃຫ້ເປົາໂລເປັນນັກໂທດຢູ່ໃນຄຸກ, ທັງນີ້ກໍເພື່ອເອົາໃຈພວກຢິວ.