ໜັງສື ກິດຈະການຂອງພວກອັກຄະທຳມະທູດ

ພາກທີ 23

1.ເປົາໂລເຫລືອດຕາເບິ່ງພວກສະມາຊິກສານສູງ ແລ້ວກ່າວວ່າ: “ພີ່ນ້ອງທັງຫລາຍເອີຍ, ເຮົານີ້ໄດ້ປະພຶດຕົນຕໍ່ພຣະພັກພຣະເຈົ້າ ດ້ວຍສຳນຶກຜິດຊອບວ່າດີຈົນຕະຫລອດທຸກວັນນີ້.” 2.ແຕ່ທ່ານມະຫາສົງອານານີອາໄດ້ສັ່ງບັນດາຜູ້ຊ່ວຍເຫລືອເພິ່ນ ໃຫ້ຕົບປາກເປົາໂລ. 3.ເປົາໂລຈຶ່ງກ່າວກັບທ່ານວ່າ: “ພຣະເຈົ້າຈະລົງໂທດເຈົ້າ ຜູ້ເປັນຝາເປິະດ້ວຍປູນ ແນວໃດ! ເຈົ້ານັ່ງພິພາກສາເຮົາຕາມກົດໝາຍ ແລະເຈົ້າປະໝາດກົດໝາຍ, ດ້ວຍໄດ້ສັ່ງເຂົາຕີເຮົາ!” 4.ພວກຄົນທີ່ຢູ່ທີ່ນັ້ນເວົ້າກັບເປົາໂລວ່າ: “ເຈົ້າເວົ້າໝິ່ນປະໝາດມະຫາສົງຂອງພຣະເຈົ້າຊັ້ນບໍ?” 5.ເປົາໂລຕອບວ່າ: “ພວກພີ່ນ້ອງເອີຍ, ເຮົາບໍ່ຮູ້ວ່າທ່ານເປັນມະຫາສົງ, ເພາະມີຂຽນໄວ້ວ່າ: “ທ່ານຈະບໍ່ກ່າວຮ້າຍໃສ່ຜູ້ປົກຄອງປະຊາກອນຂອງທ່ານ.” 6.ເປົາໂລສັງເກດວ່າ ຢູ່ທີ່ນັ້ນສ່ວນໜຶ່ງເປັນພວກຊາດູເຊວ ແລະອີກສ່ວນໜຶ່ງເປັນພວກຟາຣີເຊວ, ທ່ານຈຶ່ງຮ້ອງຂຶ້ນກາງກອງປະຊຸມວ່າ: “ພີ່ນ້ອງທັງຫລາຍເອີຍ, ເຮົານີ້ເປັນຟາຣີເຊວແລະລູກຂອງຟາຣີເຊວ. ການທີ່ເຮົາຖືກພິພາກສານີ້ກໍເພື່ອຄວາມຫວັງຂອງເຮົາທັງຫລາຍ, ຄືການກັບຄືນຊີບຂອງພວກຜູ້ຕາຍ.” 7.ພໍທ່ານໄດ້ເວົ້າດັ່ງນັ້ນ, ກໍເກີດການຖົກຖຽງກັນຂຶ້ນ ລະຫວ່າງພວກຟາຣີເຊວແລະພວກຊາດູເຊວ ແລະກອງປະຊຸມກໍຖືກແບ່ງອອກເປັນສອງພວກ.

8.ຕາມຈິງແລ້ວ, ພວກຊາດູເຊວປະຕິເສດການກັບຄືນຊີບ, ປະຕິເສດເທວະດາແລະຈິດວິນຍານ, ສ່ວນພວກຟາຣີເຊວປະກາດສອນທັງສອງຢ່າງ. 9.ຈຶ່ງເກີດອຶກກະທຶກນອງນັນຂຶ້ນ. ພວກນັກທຳບາງຄົນໃນພັກພວກຟາຣີເຊວ ໄດ້ລຸກຂຶ້ນກ່າວຄັດຄ້ານວ່າ: “ພວກເຮົາບໍ່ ເຫັນມີຫຍັງຜິດໃນຄົນຜູ້ນີ້. ແລະຖ້າຫາກແມ່ນພຣະຈິດຫລືເທວະດາອົງໃດອົງໜຶ່ງໄດ້ກ່າວໃນເຂົາ?” 10.ການຖົກຖຽງຈຶ່ງກັບກາຍເປັນເລື່ອງຮຸນແຮງຂຶ້ນ. ຜູ້ບັງຄັບກອງຢ້ານພວກເຂົາຈະຫຸ້ມເຂົ້າດຶງຈີກເປົາໂລ, ທ່ານຈຶ່ງສັ່ງໃຫ້ພວກທະຫານໄປຍາດເອົາເປົາໂລອອກຈາກພວກເຂົາ ແລະພາທ່ານເຂົ້າໃນຄ້າຍເສຍ. 11.ໃນຄືນຕໍ່ມານັ້ນເອງ, ພຣະອົງເຈົ້າຊົງປະຈັກມາ ກ່າວກັບເປົາໂລວ່າ: “ຢ່ານ້ອຍໃຈເລີຍ! ເຈົ້າໄດ້ປະກາດເປັນພະຍານເຖິງເຮົາທີ່ນະຄອນເຢຣູຊາແລມແນວໃດ, ເຈົ້າກໍຈະຕ້ອງປະກາດເປັນພະຍານທີ່ກຸງໂຣມແນວນັ້ນດ້ວຍ.”

 

ພວກຢິວກໍ່ການຕ້ານທ່ານເປົາໂລ

12.ຄັນຮຸ່ງແຈ້ງແລ້ວ, ພວກຢິວໄດ້ຮວມສົມທົບກັນສາບານຕົວວ່າ ຈະບໍ່ກິນບໍ່ດື່ມຈົນກວ່າຈະໄດ້ຂ້າເປົາໂລເສຍກ່ອນ. 13.ພວກທີ່ໄດ້ປະຕິຍານຕົວແນວນີ້, ຮວມແລ້ວມີກວ່າ 40 ຄົນ. 14.ພວກເຂົາໄດ້ໄປພົບພວກຫົວໜ້າສົງແລະພວກເຖົ້າແກ່ ເວົ້າວ່າ: “ພວກຂ້າພະເຈົ້າໄດ້ສາບານຕົວວ່າ ຈະບໍ່ຮັບກິນຫຍັງເລີຍ ຈົນກວ່າຈະໄດ້ຂ້າເປົາໂລເສຍກ່ອນ. 15.ສ່ວນພວກທ່ານ, ດ້ວຍຄວາມຕົກລົງເຫັນພ້ອມກັບສະມາຊິກສານສູງ, ຈົ່ງໄປອະທິບາຍກັບຜູ້ບັງຄັບກອງວ່າ ພວກທ່ານຕ້ອງການໃຫ້ນຳຕົວເປົາໂລລົງມາຫາ, ໂດຍອ້າງວ່າ ຢາກພິຈາລະນາເລື່ອງຂອງເຂົາຢ່າງເລິກເຊິ່ງກວ່າອີກ, ສ່ວນພວກຂ້າພະເຈົ້າເອງ, ພວກຂ້າພະເຈົ້າຕຽມພ້ອມແລ້ວທີ່ຈະຂ້າມັນ ກ່ອນມັນຈະມາຮອດ.” 16.ແຕ່ວ່າລູກຊາຍນ້ອງສາວຂອງເປົາໂລ ຮູ້ການປ່ອງຮ້າຍນັ້ນ, ເຂົາຈຶ່ງເຂົ້າໄປໃນຄ້າຍ ແຈ້ງຂ່າວໃຫ້ເປົາໂລຊາບ. 17.ເປົາໂລເລີຍເອີ້ນນາຍຮ້ອຍຜູ້ໜຶ່ງມາບອກວ່າ: “ຈົ່ງພາຊາຍໜຸ່ມຄົນນີ້ໄປຫາຜູ້ບັງຄັບກອງ, ເພາະເຂົາມີເລື່ອງຈະແຈ້ງໃຫ້ທ່ານຊາບ.” 18.ນາຍຮ້ອຍຈຶ່ງຮັບຊາຍໜຸ່ມຄົນນັ້ນ ແລ້ວພາເຂົາໄປຫາຜູ້ບັງຄັບກອງ, ເວົ້າວ່າ: “ເປົາໂລຜູ້ຖືກຂັງຢູ່ນັ້ນ ໄດ້ເອີ້ນຂ້ານ້ອຍ, ຂໍໃຫ້ຊາຍໜຸ່ມຄົນນີ້ມາຫາທ່ານ, ເພາະເຂົາມີເລື່ອງຈະແຈ້ງໃຫ້ທ່ານຊາບ.” 19.ຜູ້ບັງຄັບກອງໄດ້ຈູງແຂນຊາຍໜຸ່ມຄົນນັ້ນໄປຕ່າງຫາກ ແລ້ວກ່າວຖາມເຂົາວ່າ: “ເຈົ້າມີເລື່ອງຫຍັງຈະແຈ້ງໃຫ້ເຮົາ?” 20.ເຂົາຕອບວ່າ: “ພວກຢິວໄດ້ຕົກລົງກັນວ່າ ຈະຮ້ອງຂໍໃຫ້ນຳຕົວທ່ານເປົາໂລລົງໄປທີ່ສານສູງ,ໂດຍອ້າງວ່າຢາກສືບສວນເລື່ອງຂອງເພິ່ນຢ່າງເລິກເຊິ່ງກວ່າອີກ. 21.ຂໍທ່ານຢ່າໄດ້ເຊື່ອເຂົາເລີຍ. ໃນພວກເຂົານັ້ນມີຊາຍ 40 ກວ່າຄົນ ກຳລັງຈອບເອົາເພິ່ນຢູ່; ພວກເຂົາໄດ້ສາບານຕົວວ່າ ຈະບໍ່ກິນບໍ່ດື່ມຈົນກວ່າຈະໄດ້ຂ້າເປົາໂລເສຍກ່ອນ - ແລະເວລານີ້ ພວກເຂົາກໍຕຽມພ້ອມແລ້ວ; ຍັງຄອຍຟັງແຕ່ຄວາມເຫັນຂອງທ່ານເທົ່ານັ້ນ.” 22.ຜູ້ບັງຄັບກອງໄດ້ປ່ອຍຊາຍໜຸ່ມຄົນນັ້ນອອກໄປໂດຍເຕືອນວ່າ: “ຢ່າບອກໃຫ້ໃຜຮູ້ວ່າເຈົ້າມາແຈ້ງເລື່ອງນີ້ໃຫ້ເຮົາ”.

 

ເປົາໂລຖືກສົ່ງໄປເມືອງເຊຊາເຣ

23.ຕໍ່ຈາກນັ້ນ ຜູ້ບັງຄັບກອງໄດ້ເອີ້ນນາຍຮ້ອຍສອງຄົນເຂົ້າມາ ແລະໃຫ້ຄຳສັ່ງວ່າ: “ຈົ່ງຈັດພົນທະຫານ 200 ຄົນ, ທະຫານມ້າ 70 ຄົນ ແລະທະຫານຫອກ 200 ຄົນ; ໃຫ້ຕຽມພ້ອມເພື່ອເດີນທາງໄປເມືອງເຊຊາເຣຕອນຊົ່ວໂມງທີສາມຄືນນີ້. 24.ຈົ່ງຈັດຫາມ້າໃຫ້ເປົາໂລຂີ່ດ້ວຍ ເພື່ອນຳເຂົາໄປສົ່ງໃຫ້ຮອດທ່ານຜູ້ປົກຄອງເຟລິກຢ່າງປອດໄພ.” 25.ແລະທ່ານໄດ້ຂຽນຈົດໝາຍຕິດຕາມໜຶ່ງສະບັບ, ຊຶ່ງມີໃຈຄວາມດັ່ງຕໍ່ໄປນີ້ 26.“ຂ້າພະເຈົ້າເກຼົາດີໂອ ລີຊີອາດ, ຮຽນພະນະທ່ານເຟລິກ ຜູ້ປົກຄອງ ຊາບ! 27.ຊາຍຄົນນີ້ໄດ້ຖືກພວກຢິວຈັບ ແລະເຂົາເກືອບຈະຂ້າແລ້ວ ເວລາຂ້າພະເຈົ້າໄດ້ນຳກອງທະຫານໄປຊ່ວຍເອົາອອກຈາກມືພວກເຂົາໄດ້, ຍ້ອນຂ້າພະເຈົ້າຊາບວ່າ ຜູ້ນີ້ເປັນຄົນສັນຊາດໂຣມັນ. 28. ຂ້າພະເຈົ້າຢາກຮູ້ແຈ້ງເຖິງກົກເຫດທີ່ພວກຢິວຟ້ອງຫາເພິ່ນ, ຂ້າພະເຈົ້າຈຶ່ງນຳຕົວເພິ່ນໄປຍັງສານສູງຂອງເຂົາ 29. ຂ້າພະເຈົ້າໄດ້ສັງເກດວ່າ ເລື່ອງຟ້ອງຫາ ແມ່ນກ່ຽວເຖິງຂໍ້ໂຕ້ຖຽງກັນໃນບົດກົດໝາຍຂອງພວກຢິວ ແຕ່ບໍ່ມີຂໍ້ຫາອັນໃດພໍຈະໃຫ້ໂທດເຖິງຕາຍຫລືຖືກໂສ້. 30.ເມື່ອຂ້າພະເຈົ້າຊາບວ່າມີການປອງຮ້າຍຕໍ່ຊາຍຄົນນີ້ ຂ້າພະເຈົ້າຈຶ່ງງນຳສົ່ງເພິ່ນມາຫາພະນະທ່ານທັນທີ, ພ້ອມກັບໄດ້ສັ່ງພວກໂຈດໄວ້ວ່າ ໃຫ້ໄປຟ້ອງຫາເພິ່ນຕໍ່ໜ້າພະນະທ່ານເອງ.”

31.ໃນເວລາກາງຄືນ ພວກທະຫານຈຶ່ງໄດ້ຮັບເອົາເປົາໂລ ແລະພາທ່ານໄປຍັງເມືອງອັນຕີປາຕຣິດຕາມຄຳສັ່ງ. 32.ມື້ຕໍ່ມາ ພວກເຂົາໄດ້ປະໃຫ້ທະຫານມ້ານຳເປົາໂລໄປ ແລ້ວພວກເຂົາໄດ້ກັບຄືນຄ້າຍ. 33.ເມື່ອຮອດເມືອງເຊຊາເຣ ພວກທະຫານມ້າກໍມອບຈົດໝາຍໃຫ້ຜູ້ປົກຄອງ ແລະສະເໜີເປົາໂລໃຫ້ທ່ານ. 34.ເມື່ອເປີດຈົດໝາຍອອກອ່ານແລ້ວ ທ່ານຜູ້ປົກຄອງຈຶ່ງຖາມເປົາໂລວ່າ: ທ່ານມາຈາກແຂວງໃດ. ຄັນຮູ້ວ່າທ່ານມາຈາກແຂວງຊີລີຊີ, ທ່ານຈຶ່ງກ່າວວ່າ: 35.“ເມື່ອໃດພວກໂຈດຈະມາຮອດ, ເຮົາຈະຟັງຄຳໃຫ້ການຂອງເຈົ້າ.” ແລະທ່ານສັ່ງໃຫ້ຮັກສາເປົາໂລໄວ້ໃນສຳນັກຂອງເຮຣັອດ.