ໜັງສື ກິດຈະການຂອງພວກອັກຄະທຳມະທູດ

ພາກທີ 22

ເປົາໂລປາໄສກັບພວກຢິວ

1.“ພວກພີ່ນ້ອງແລະພໍ່ແມ່ທັງຫລາຍ, ບັດນີ້ ເຊີນຟັງເລື່ອງທີ່ຂ້າພະເຈົ້າຈະກ່າວ ເພື່ອເປັນການຕອບແກ້ຕົວ” 2.ເມື່ອພວກເຂົາຍິນເປົາໂລເວົ້າເປັນພາສາເຮເບີຣ, ພວກເຂົາແຮງມິດງຽບລົງກວ່າອີກ. ທ່ານກ່າວຕໍ່ໄປວ່າ: 3.“ຂ້າພະເຈົ້ານີ້ເປັນຄົນຢິວ, ເກີດທີ່ເມືອງຕາກ, ແຂວງຊີລີຊີ, ແຕ່ວ່າຂ້າພະເຈົ້າໄດ້ໃຫຍ່ໃນທີ່ນີ້, ໃນເມືອງນີ້ເອງ, ແລະໄດ້ສຶກສາຮ່ຳຮຽນນຳອາຈານຄາມາລຽນ ຕາມກົດໝາຍບັນພະບຸຣຸດຂອງພວກເຮົາ ຢ່າງເຄັ່ງຄັດ, ແລະຂ້າພະເຈົ້າມີໃຈຮ້ອນຮົນຕໍ່ການປະຕິບັດພຣະເຈົ້າ ຢ່າງດຽວກັບພວກທ່ານທຸກຄົນໃນສະໄໝນີ້ແລ້ວ 4. ຂ້າພະເຈົ້າໄດ້ບັງບຽດເຖິງຕາຍ ພວກທີ່ຖືຕາມແນວທາງນີ້ ແລະໄດ້ຜູກມັດເອົາທັງຊາຍແລະຍິງ ມາໃສ່ຄຸກໄວ້, 5.ດັ່ງທີ່ທ່ານມະຫາສົງແລະພວກເຖົ້າແກ່ສາມະຊິກສະພາ ສາມາດເປັນພະຍານໃຫ້ໄດ້. ຂ້າພະເຈົ້າໄດ້ຮັບໜັງສືຈາກພວກທ່ານເຫລົ່ານີ້ເອງໃຫ້ໄປເມືອງດາມັດ ເພື່ອຈັບກຸມພວກພີ່ນ້ອງຢູ່ທີ່ນັ້ນ ແລ້ວນຳມາໃສ່ໂທດທີ່ນະຄອນເຢຣູຊາແລມ. 6. ຂ້າພະເຈົ້າໄດ້ອອກເດີນທາງໄປ ເກືອບຈະເຖິງເມືອງດາມັດແລ້ວ, ພໍດີປະມານຕາເວັນທ່ຽງ. ໃນທັນໃດ ມີແສງສະຫວ່າງກ້າ ມາຍລົງມາຈາກຟ້າ ກຸ້ມຂ້າພະເຈົ້າໄວ້. 7. ຂ້າພະເຈົ້າໄດ້ຕົກລົງດິນ ແລະໄດ້ຍິນສຽງຮ້ອງໃສ່ຂ້າພະເຈົ້າວ່າ: “ເຊົາໂລ! ເຊົາໂລ! ເປັນຫຍັງເຈົ້າບຽດບຽນເຮົາ? 8.ສ່ວນຂ້າພະເຈົ້າໄດ້ຖາມວ່າ: “ທ່ານແມ່ນຜູ້ໃດ?” ພຣະອົງຈຶ່ງບອກຂ້າພະເຈົ້າວ່າ: “ເຮົາແມ່ນເຢຊູ, ໄທນາຊາແຣັດ, ຜູ້ເຈົ້າບຽດບຽນນັ້ນແລ້ວ”.

9.ພວກທີ່ຢູ່ກັບຂ້າພະເຈົ້າກໍໄດ້ເຫັນແສງສະຫວ່າງ ແຕ່ພວກເຂົາບໍ່ໄດ້ຍິນສຽງຜູ້ກ່າວກັບຂ້າພະເຈົ້ານັ້ນເລີຍ. 10. ຂ້າພະເຈົ້າຖາມວ່າ: “ໂອພຣະອົງເຈົ້າ, ຂ້າພະເຈົ້າຕ້ອງເຮັດແນວ ໃດ?” ພຣະອົງບອກຂ້າພະເຈົ້າວ່າ: “ຈົ່ງລຸກຂຶ້ນ, ເຂົ້າໄປໃນເມືອງດາມັດ. ຢູ່ທີ່ນັ້ນ ເຂົາຈະບອກໃຫ້ຮູ້ເຖິງທຸກສິ່ງທີ່ໄດ້ກຳໜົດໄວ້ໃຫ້ເຈົ້າເຮັດ,” 11.ແຕ່ຂ້າພະເຈົ້າບໍ່ເຫັນຮຸ່ງອີກ ເປັນຍ້ອນແສງສະຫວ່າງນັ້ນ, ພວກໝູ່ຈຶ່ງຈຳເປັນໄດ້ຈູງຂ້າພະເຈົ້າ ເພື່ອເຂົ້າໄປໃນເມືອງດາມັດ. 12.ຢູ່ທີ່ນັ້ນ ມີບຸລຸດຜູ້ໜຶ່ງຊື່ອານານີອາ, ເປັນຄົນສັດທາຕໍ່ພຣະບັນຢັດ ແລະມີຊື່ສຽງດີໃນທ່າມກາງພວກຢິວທີ່ເມືອງນັ້ນ. 13.ທ່ານມາພົບຂ້າພະເຈົ້າ ແລະເມື່ອມາໃກ້ແລ້ວ, ທ່ານໄດ້ກ່າວກັບຂ້າພະເຈົ້າວ່າ: “ເຊົາໂລ ນ້ອງຊາຍເອີຍ, ຈົ່ງເຫັນຮຸ່ງສາ.” ແລະໃນທັນໃດນັ້ນ, ຂ້າພະເຈົ້າກໍເຫັນທ່ານໄດ້. 14.ທ່ານຈຶ່ງກ່າວວ່າ: “ພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຮົາ ໄດ້ຊົງເລືອກເອົາເຈົ້າໃຫ້ຮູ້ຈັກນ້ຳພຣະໄທຂອງພຣະອົງ, ໃຫ້ເຫັນພຣະອົງຜູ້ຊອບທຳ ແລະໃຫ້ຍິນພະສຸລະສຽງຈາກພຣະໂອດຂອງພຣະອົງ; 15.ດ້ວຍວ່າເຈົ້າຈະເປັນພະຍານໃຫ້ພຣະອົງຕໍ່ໜ້າມະນຸດທັງຫລາຍ ເຖິງສິ່ງທີ່ເຈົ້າໄດ້ເຫັນແລະໄດ້ຍິນ. 16.ແລະຍັງຕ້ອງຊັກຊ້າເຮັດຫຍັງອີກ? ຈົ່ງລຸກຂຶ້ນຮັບສິນລ້າງບາບ ແລະຊຳຣະຕົວຈາກບາບເສຍ ໂດຍໄຫວ້ວອນພຣະນາມຂອງພຣະອົງ.”

17.ເມື່ອກັບສູ່ນະຄອນເຢຣູຊາແລມແລ້ວ, ມື້ໜຶ່ງ ຂະນະທີ່ຂ້າພະເຈົ້າກຳລັງພາວະນາຢູ່ໃນພຣະວິຫານ, ຂ້າພະເຈົ້າໄດ້ລືມຄີງໄປ. 18. ຂ້າພະເຈົ້າໄດ້ເຫັນພຣະອົງເຈົ້າມາກ່າວບອກຂ້າພະເຈົ້າວ່າ: “ຈົ່ງຮີບອອກໄປຈາກນະຄອນເຢຣູຊາແລມ, ຍ້ອນວ່າພວກເຂົາຈະບໍ່ຮັບເອົາຄຳຢັ້ງຢືນຂອງເຈົ້າກ່ຽວກັບເຮົາ.” 19. ຂ້າພະເຈົ້າຈິ່ງທູນຕອບວ່າ: “ໂອພຣະອົງເຈົ້າ, ພວກເຂົາຮູ້ດີຢູ່ແລ້ວວ່າ ຕາມໂຮງທຳຕ່າງໆ ຂ້າພະເຈົ້ານີ້ເອງໄດ້ຈັບກຸມໄປໃສ່ຄຸກ ແລະຂ້ຽນຕີພວກທີ່ເຊື່ອໃນພຣະອົງ; 20.ແລະເວລາເຂົາຂ້າສະເຕຟາໂນ, ພະຍານຂອງພຣະອົງນັ້ນ, ຂ້າພະເຈົ້ານີ້ເອງກໍເປັນຜູ້ເຫັນພ້ອມ, ແລະເປັນຜູ້ຮັກສາເສື້ອຜ້າຂອງພວກທີ່ຂ້າທ່ານ.” 21.ພຣະອົງເລີຍກ່າວກັບຂ້າພະເຈົ້າວ່າ: “ຈົ່ງໄປ, ແມ່ນຢູ່ບ່ອນໄກພຸ້ນທີ່ເຮົາຢາກສົ່ງເຈົ້າໄປ ຄືໄປຫາພວກຕ່າງສາດສະໜາ.”

 

ເປົາໂລເປັນຊາດໂຣມັນ

22.ພວກເຂົາຟັງເປົາໂລແຕ່ຕົ້ນມາ, ແຕ່ດ້ວຍຄຳນີ້ ພວກເຂົາຕ່າງຮ້ອງສຽງດັ່ງຂຶ້ນວ່າ: “ຄົນແບບນີ້ຢູ່ໜັກໂລກ, ບໍ່ຄວນໃຫ້ມັນມີຊີວິດຢູ່ຕໍ່ໄປ!” 23.ພວກເຂົາຕ່າງໂຫ່ຮ້ອງສັ່ນເສື້ອຜ້າ ແລະຊະຂີ້ຝຸ່ນຂຶ້ນ 24.ທ່ານຜູ້ບັງຄັບກອງພັນຈຶ່ງສັ່ງໃຫ້ເອົາເປົາໂລເຂົ້າໄປໃນຄ້າຍ ແລະໃຫ້ຂ້ຽນຕີ ເພື່ອສືບຖາມເຖິງຕົ້ນເຫດທີ່ພາໃຫ້ພວກນັ້ນຕໍ່ຕ້ານທ່ານດັ່ງນີ້. 25.ເມື່ອເຂົາເອົາເຊືອກໜັງຜູກທ່ານໄວ້ແລ້ວ ທ່ານເວົ້າກັບນາຍຮ້ອຍທະຫານຜູ້ປະຈຳການວ່າ: “ຈະເປັນການສົມຄວນບໍ ທີ່ຈະຂ້ຽນຕີຄົນສັນຊາດໂຣມັນ ໂດຍບໍ່ມີການໄຕ່ສວນຕັດສິນກ່ອນ?” 26.ດ້ວຍຄຳນີ້, ນາຍຮ້ອຍທະຫານຈຶ່ງເຂົ້າໄປພົບຜູ້ບັງຄັບກອງ ເພື່ອແຈ້ງເຕືອນວ່າ: “ທ່ານຈະເຮັດແນວໃດ? ຄົນຜູ້ນີ້ເປັນຄົນສັນຊາດໂຣມັນ” 27.ຜູ້ບັງຄັບກອງຈຶ່ງມາຖາມເປົາໂລວ່າ: “ຈົ່ງບອກເຮົາວ່າ ທ່ານເປັນຄົນສັນຊາດໂຣມັນຫລືບໍ່?” ເປົາໂລຕອບວ່າ: “ແມ່ນຈິງ” 28.ຜູ້ບັງຄັບກ່າວຕໍ່ໄປວ່າ: “ສຳລັບເຮົາ ເພື່ອຊື້ເອົາສິດທິນີ້, ເຮົາຈຳເປັນໄດ້ຈ່າຍເງິນຈຳນວນມາກ”. ເປົາໂລເວົ້າວ່າ: “ສ່ວນເຮົາ, ເຮົາໄດ້ສິດທິນີ້ ໂດຍກຳເນີດ.” 29.ໃນທັນໃດ, ພວກທີ່ຈະສືບຖາມເປົາໂລ ຕ່າງກໍຖອຍຫລັງອອກໄປ, ແລະສ່ວນຜູ້ບັງຄັບກອງເອງກໍຮູ້ສຶກຢ້ານ ເມື່ອຮູ້ວ່າຕົນໄດ້ໃສ່ໂສ້ຄົນສັນຊາດໂຮມັນ.

 

ເປົາໂລຖືກຮຽກຂຶ້ນສານສູງ

30.ຄັ້ນມື້ຕໍ່ມາ, ຜູ້ບັງຄັບກອງຢາກຮູ້ວ່າ ພວກຢິວກ່າວຫາເປົາໂລດ້ວຍເຫດໃດແທ້, ທ່ານຈຶ່ງໄດ້ສັ່ງໃຫ້ແກ້ເປົາໂລ ແລະໃຫ້ພວກມະຫາສົງກັບບັນດາສະມາຊິກສານສູງ ເຂົ້າປະຊຸມກັນ; ແລ້ວທ່ານໄດ້ນຳເປົາໂລອອກມາປາກົດຕົວຕໍ່ໜ້າພວກນັ້ນ.