ໜັງສື ກິດຈະການຂອງພວກອັກຄະທຳມະທູດ

ພາກທີ 21

 ເປົາໂລເດີນທາງເມືອນະຄອນເຢຣູຊາແລມ

1.ເມື່ອໄດ້ອຳລາພວກເຂົາເຫລົ່ານັ້ນແລ້ວ, ພວກເຮົາກໍຊຸກເຮືອອອກ ແລະມຸ່ງໜ້າຕັດໃສ່ເກາະໂກດ; 2.ພໍດີມີເຮືອລຳໜຶ່ງຈະຂ້າມໄປແຂວງເຟນີຊີ, ພວກເຮົາເລີຍສວຍໂອກາດໄປນຳ. 3.ເມື່ອຫລຽວເຫັນເກາະໄຊປຣັດ ພວກເຮົາໄດ້ເວັ້ນເກາະນັ້ນໄປທາງຂວາ ເພື່ອມຸ່ງໃສ່ແຂວງຊີຣີ ແລະໄດ້ມາຈອດທີ່ທ່າເມືອງຕີໂຣ ເພາະຈະຂົນເຄື່ອງບັນທຸກອອກຈາກເຮືອນະທີ່ນັ້ນ. 4.ທີ່ນັ້ນພວກເຮົາໄດ້ພົບພວກສິດ ແລະໄດ້ພັກຢູ່ກັບພວກເຂົາເປັນເວລາເຈັດວັນ.

ດ້ວຍໄດ້ຮັບພຣະຈິດດົນໃຈ, ພວກເຂົາໄດ້ບອກເປົາໂລບໍ່ໃຫ້ຂຶ້ນໄປນະຄອນເຢຣູຊາແລມ. 5.ແຕ່ເມື່ອສິ້ນກຳໜົດແລ້ວ, ພວກເຮົາກໍໄດ້ອອກເດີນທາງໄປ. ພວກສິດທັງໝົດ, ພ້ອມທັງຜູ້ຍິງແລະເດັກນ້ອຍ, ໄດ້ຍ່າງໄປສົ່ງພວກເຮົາຮອດນອກເມືອງ. ທີ່ນັ້ນ ພວກເຮົາໄດ້ຄູ້ເຂົ່າລົງພາວະນາຢູ່ເທິງຫາດຊາຍ. 6.ເມື່ອໄດ້ສັ່ງລາກັນແລ້ວ, ພວກເຮົາກໍຂຶ້ນເຮືອ, ສ່ວນພວກສິດກໍພາກັນກັບເມືອ. 7.ຈາກເມືອງຕີໂຣ ພວກເຮົາໄດ້ຂ້າມໃສ່ເມືອງປະໂຕເລມາຍ. ພວກເຮົາໄດ້ແວ່ຖາມຂ່າວພວກພີ່ນ້ອງ ແລະພັກຢາມພວກເຂົາໜຶ່ງວັນ. 8.ມື້ຕໍ່ມາ ພວກເຮົາໄດ້ອອກເດີນທາງຕໍ່ໄປຍັງເມືອງເຊຊາເຣ. ພວກເຮົາໄດ້ໄປພັກເຊົາຢູ່ເຮືອນຂອງຟີລິບ, ຊຶ່ງແມ່ນຜູ້ໜຶ່ງໃນຈຳນວນອະນຸສົງ 7 ອົງນັ້ນ. 9.ຟີລິບມີລູກຜູ້ຍິງສີ່ຄົນ ຍັງເປັນສາວໂສດຢູ່ ແລະເປັນຜູ້ປະກາດພຣະທຳ. 10.ຍ້ອນພວກເຮົາພັກເຊົາຢູ່ທີ່ນັ້ນເປັນເວລາຫລາຍວັນ, ເລີຍມີປະພາສົກຜູ້ໜຶ່ງຊື່ອາກາໂບ ໄດ້ລົງມາຈາກແຂວງຢູເດ. 11.ເຂົາໄດ້ມາພົບພວກເຮົາ ແລະໄດ້ເອົາສາຍແອວຂອງເປົາໂລມາມັດເທົ້າມັດມືຂອງຕົນ, ໂດຍເວົ້າວ່າ: “ພຣະຈິດເຈົ້າໄດ້ຊົງກ່າວໄວ້ດັ່ງນີ້: “ຢູ່ນະຄອນເຢຣູຊາແລມກໍຈະເປັນດັ່ງນີ້ແລ້ວ ຄືພວກຢິວຈະມັດຜູ້ເປັນເຈົ້າຂອງສາຍແອວເສັ້ນນີ້, ແລະພວກເຂົາຈະມອບທ່ານໃຫ້ພວກຕ່າງສາດສະໜາ.”

12.ເມື່ອໄດ້ຍິນດັ່ງນັ້ນ, ພວກເຮົາພ້ອມພວກຢູ່ທີ່ນັ້ນ ໄດ້ໄຫວ້ວອນເປົາໂລບໍ່ໃຫ້ຂຶ້ນໄປນະຄອນເຢຣູຊາແລມ. 13.ເປົາໂລຈຶ່ງຕອບວ່າ: “ເປັນຫຍັງພວກທ່ານຈຶ່ງຮ້ອງໄຫ້ ພາໃຫ້ເຮົາຕື້ນຕັນໃຈ? ສ່ວນເຮົາເອງ, ເຮົາພ້ອມແລ້ວ ບໍ່ແມ່ນແຕ່ຈະໃຫ້ເຂົາຜູກມັດເທົ່ານັ້ນ, ແຕ່ແມ່ນວ່າຈະຕ້ອງຕາຍທີ່ນະຄອນເຢຣູຊາແລມ ເພື່ອພຣະນາມຂອງພຣະເຢຊູພຣະອົງເຈົ້າ, ເຮົາກໍຍອມເໝືອນກັນ.” 14.ຍ້ອນໝົດວິຖີທາງທີ່ຈະໃຫ້ທ່ານປ່ຽນໃຈແລ້ວ, ພວກເຮົາກໍມີແຕ່ເວົ້າວ່າ: “ຂໍໃຫ້ນ້ຳພຣະໄທຂອງພຣະອົງເຈົ້າສຳເລັດໄປ”.

 

ເປົາໂລ ທີ່ນະຄອນເຢຣູຊາແລມ

15.ຫລັງຈາກນັ້ນສອງສາມມື້ ພວກເຮົາຈັດຕຽມເອົາເຄື່ອງຂອງ ແລ້ວກໍເດີນທາງຂຶ້ນໄປນະຄອນເຢຣູຊາແລມ. 16.ພວກສິດທີ່ເມືອງເຊຊາເຣໄດ້ໄປສົ່ງພວກເຮົາ, ເຂົາພາພວກເຮົາໄປເຊົາຢູ່ເຮືອນຜູ້ໜຶ່ງ, ທີ່ເກາະໄຊປຣັດ, ຊື່ວ່າມານາຊອນ, ຊຶ່ງເປັນສິດເກົ່າແກ່.

17.ເມື່ອໄປຮອດນະຄອນເຢຣູຊາແລມແລ້ວ, ພວກພີ່ນ້ອງກໍຕ້ອນຮັບພວກເຮົາດ້ວຍຄວາມຍິນດີ. 18.ຕົກມື້ໜ້າມາ ເປົາໂລແລະພວກເຮົາໄດ້ໄປພົບຢາໂກເບ, ແລະເຖົ້າແກ່ທຸກຄົນກໍໄດ້ມາໂຮມກັນຢູ່ທີ່ນັ້ນ. 19.ຫລັງຈາກໄດ້ຖາມຂ່າວສຸກທຸກກັນແລ້ວ, ເປົາໂລໄດ້ເລົ່າເຖິງເຫດການຕ່າງໆ ຊຶ່ງພຣະເຈົ້າໄດ້ຊົງກະທຳທ່າມກາງພວກຕ່າງສາດສະໜາດ້ວຍການປະກາດຂອງທ່ານ.

20.ດ້ວຍຂ່າວນີ້, ທຸກຄົນຕ່າງຮ້ອງສັນຣະເສີນພຣະເຈົ້າ, ແລ້ວພວກເຂົາເວົ້າກັບເປົາໂລວ່າ: “ສະຫາຍເອີຍ, ສະຫາຍເຫັນວ່າມີພວກຢິວເປັນຈຳນວນຫລາຍພັນໄດ້ຍອມເຊື່ອ, ແລະເຂົາທຸກຄົນມີໃຈຮ້ອນຮົນຕໍ່ກົດໝາຍຂອງໂມແຊ. 21.ແຕ່ກ່ຽວກັບສະຫາຍ ພວກເຂົາໄດ້ຂ່າວວ່າ ສະຫາຍໄດ້ສັ່ງສອນພວກຢິວທີ່ຢູ່ທ່າມກາງພວກຕ່າງສາດສະໜາ ໃຫ້ປະຖິ້ມໂມແຊເສຍ, ໂດຍກ່າວວ່າ ບໍ່ໃຫ້ລູກເຂົາຮັບພິທີສິນຕັດ ແລະບໍ່ໃຫ້ປະຕິບັດຕາມປະເພນີເກົ່າແກ່ອີກ. 22.ຖ້າເປັນດັ່ງນັ້ນ ຈະຕ້ອງແກ້ໄຂແນວໃດ? ແນ່ນອນແລ້ວວ່າ ຫລາຍຄົນຈະທ້ອນໂຮມກັນ, ເພາະເຂົາຄົງຮູ້ວ່າ ສະຫາຍໄດ້ມາຮອດທີ່ນີ້ແລ້ວ. 23.ດັ່ງນັ້ນສະຫາຍຈົ່ງເຮັດຕາມທີ່ພວກເຮົາຈະແນະນຳຕໍ່ໄປນີ້, ຄືວ່າ ຢູ່ນີ້ພວກເຮົາມີຊາຍສີ່ຄົນທີ່ໄດ້ບະບົນຕໍ່ພຣະເຈົ້າ. 24.ໃຫ້ສະຫາຍພາຄົນເຫລົ່ານີ້ໄປຊຳຣະຕົວດ້ວຍກັນກັບເຂົາ ແລະຈ່າຍເງິນໃຫ້ພວກເຂົາແຖຫົວ. ເມື່ອເຫັນດັ່ງນີ້, ທຸກຄົນຈະຮູ້ວ່າ ຄຳທີ່ເຂົາໄດ້ຍິນເວົ້າໃສ່ສະຫາຍນັ້ນ ບໍ່ມີມູນຄວາມຈິງເລີຍ, ແຕ່ກົງຂ້າມ, ສະຫາຍເອງເປັນຜູ້ຢຶດຖືແລະປະຕິບັດຕາມກົດໝາຍຢູ່. 25.ກ່ຽວກັບພວກຕ່າງສາດສະໜາທີ່ໄດ້ເຊື່ອແລ້ວນັ້ນ, ພວກເຮົາໄດ້ແຈ້ງຄວາມໃຫ້ເຂົາຮູ້ແລ້ວວ່າ: ໃຫ້ຫລີກເວັ້ນການກິນຊີ້ນຖະຫວາຍຜີ, ການກິນເລືອດແລະຊີ້ນສັດທີ່ຖືກຂ້າດ້ວຍຮັດຄໍ, ແລະການລ່ວງປະເວນີ.” 26.ມື້ຕໍ່ມາ ເປົາໂລຈຶ່ງໄດ້ພາຄົນເຫລົ່ານັ້ນໄປຊຳຣະຕົວດ້ວຍກັນກັບເຂົາ, ແລ້ວຈຶ່ງເຂົ້າໄປໃນບໍລິເວນພຣະວິຫານ; ທີ່ນັ້ນ, ທ່ານໄດ້ປະກາດໄລຍະເວລາ ຊຶ່ງພວກເພິ່ນແຕ່ລະຄົນຕ້ອງນຳເຄື່ອງບູຊາມາຖະຫວາຍ, ຫລັງວັນຊຳຣະຕົວຈະສິ້ນສຸດໄປ.

 

ເປົາໂລຖືກຈັບ

27.ເຈັດວັນເກືອບຈະສິ້ນສຸດໄປແລ້ວ, ເມື່ອພວກຢິວແຂວງອາຊີເຫັນເປົາໂລໃນບໍລິເວນພຣະວິຫານ, ພວກເຂົາຈຶ່ງຍຸຍົງປະຊາຊົນແລະຈັບກຸມທ່ານ 28.ໂດຍຮ້ອງຂຶ້ນວ່າ: “ຊາວອິສຣາແອນເອີຍ, ຮີບມາຊ່ວຍກັນ! ນີ້ເດ, ຄົນຜູ້ສັ່ງສອນປະຊາຊົນທົ່ວໄປທຸກບ່ອນໃຫ້ຕໍ່ຕ້ານຊາດຂອງເຮົາ ຕໍ່ຕ້ານກົດໝາຍໂມແຊ ແລະຕໍ່ຕ້ານສະຖານທີ່ນີ້! ແລະເວລານີ້ເອງ ເຂົາຍັງໄດ້ພາຄົນເກັຣກເຂົ້າມາໃນພຣະວິຫານ ແລະເຮັດໃຫ້ສະຖານທີ່ສັກສິດນີ້ເປື້ອນໝອງໄປອີກ.” 29.ຕາມຈິງ, ກ່ອນນັ້ນພວກເຂົາໄດ້ເຫັນໂຕຣຟິມໄທເອເຟໂຊ ກັບເປົາໂລໃນເມືອງ, ເຂົາຈຶ່ງຕວງວ່າ ທ່ານໄດ້ພາຄົນນັ້ນເຂົ້າມາໃນພຣະວິຫານ. 30.ຄົນທັງເມືອງກໍລຸກຮື້ຂຶ້ນ ແລະປະຊາຊົນພ້ອມພຽງກັນແລ່ນມາຈາກທຸກທິດທາງ ພວກເຂົາຫຸ້ມເຂົ້າຈັບເປົາໂລ, ດຶງແກ່ທ່ານອອກຈາກບໍລິເວນພຣະວິຫານ ແລ້ວອັດປະຕູໄວ້ທັນທີ. 31.ຂະນະທີ່ພວກເຂົາຫາທາງຈະຂ້າເປົາໂລຢູ່ນັ້ນ, ຂ່າວໄດ້ມາຮອດຜູ້ບັງຄັບກອງພັນວ່າ: “ການວຸ້ນວາຍໃຫຍ່ໄດ້ເກີດຂຶ້ນທົ່ວນະຄອນເຢຣູຊາແລມ!” 32.ໃນທັນໃດ ທ່ານຜູ້ບັງຄັບກອງພັນຈຶ່ງຮວມພົນທະຫານ ພ້ອມດ້ວຍນາຍຮ້ອຍ ແລ່ນເລັ່ງໄປໃສ່ຝູງຊົນ. ເມື່ອຄົນເຫລົ່ານັ້ນຫລຽວເຫັນຜູ້ບັງຄັບກອງພັນແລະໝູ່ທະຫານ ພວກເຂົາກໍຢຸດທຸບຕີເປົາໂລ. 33.ຜູ້ບັງຄັບກອງພັນຈຶ່ງເຂົ້າໄປຈັບເອົາເປົາໂລ ແລະສັ່ງໃຫ້ເອົາໂສ້ສອງເສັ້ນມາຜູກມັດທ່ານໄວ້; ຕໍ່ໄປ ທ່ານຖາມເປົາໂລວ່າ ທ່ານແມ່ນໃຜ ແລະໄດ້ເຮັດຜິດຫຍັງ? 34.ແຕ່ໃນໝູ່ປະຊາຊົນນັ້ນ, ພວກໜຶ່ງຮ້ອງກ່າວແນວນີ້, ພວກໜຶ່ງຮ້ອງກ່າວແນວນັ້ນ. ເມື່ອທ່ານຜູ້ບັງຄັບກອງເຫັນວ່າຈະບໍ່ສາມາດຮັບຄຳຕອບອັນໃດເປັນທີ່ແນ່ນອນໄດ້, ທ່ານຈຶ່ງສັ່ງໃຫ້ນຳຕົວເປົາໂລເຂົ້າໄປໃນຄ້າຍ 35.ເມື່ອໄປຮອດຂັ້ນໄດ, ພວກທະຫານຈຳເປັນຕ້ອງຍົກເປົາໂລຂຶ້ນ, ຍ້ອນປະຊາຊົນສະແດງຄວາມຮຸນແຮງຫລາຍ. 36.ດ້ວຍວ່າປະຊາຊົນຫລູມຕາມໄປເປັນໝູ່ ທັງຮ້ອງວ່າ: “ເອົາໄປຂ້າເສຍ” 37.ເມື່ອພວກທະຫານໃກ້ຈະນຳເປົາໂລເຂົ້າໃນຄ້າຍ, ທ່ານກ່າວກັບຜູ້ບັງຄັບກອງວ່າ: “ຂ້າພະເຈົ້າຂໍເວົ້ານຳທ່ານສັກຄຳໜຶ່ງໄດ້ບໍ?” ຜູ້ບັງຄັບກອງຈຶ່ງຖາມທ່ານວ່າ: “ທ່ານຮູ້ຈັກພາສາ ເກັຣກບໍ?” 38.ຊັ້ນບໍ່ແມ່ນທ່ານນີ້ບໍ ເປັນຄົນເອຢິບຜູ້ຍຸຍົງພວກໂຈນ 4000 ຄົນ ຫວ່າງກ່ອນນັ້ນ ແລະໄດ້ພາພວກເຂົາໂຕນອອກໄປທະເລຊາຍ?” 39.ເປົາໂລຕອບວ່າ: “ຂ້າພະເຈົ້ານີ້ເປັນຄົນຢິວ, ຊາວເມືອງຕາກ, ແຂວງຊີລີຊີ, ເປັນພົນລະເມືອງຂອງເມືອງທີ່ມີຊື່ສຽງ. ໂຜດອະນຸຍາດໃຫ້ຂ້າພະເຈົ້າເວົ້າກັບປະຊາຊົນແດ່ທ້ອນ!” 40.ຜູ້ບັງຄັບກອງກໍອະນຸຍາດໃຫ້. ເປົາໂລຢືນຂຶ້ນເທິງຂັ້ນໄດ ໂບກມືໃສ່ປະຊາຊົນ, ທຸກຄົນກໍມິດງຽບລົງ. ເປົາໂລຈຶ່ງກ່າວປາໄສໃຫ້ພວກເຂົາຟັງເປັນພາສາເຮເບີຣວ່າ: