ໜັງສື ກິດຈະການຂອງພວກອັກຄະທຳມະທູດ
ພາກທີ 20
ເປົາໂລລາຈາກເມືອງເອເຟໂຊ
1.ເມື່ອການວຸ້ນວາຍໄດ້ສິ້ນສຸດລົງແລ້ວ ເປົາໂລໄດ້ຮຽກໂຮມພວກສິດທັງຫລາຍ, ໄດ້ກ່າວຕຸກເຕືອນໃຈພວກເຂົາ ແລ້ວກໍສັ່ງລາພວກເຂົາ ເດີນທາງໄປແຂວງມາເຊໂດນີອາ. 2.ຂະນະທີ່ເດີນຜ່ານເຂດແດນນັ້ນໄປ, ທ່ານກໍໄດ້ກ່າວຕຸກເຕືອນພວກສັດຕະບຸຣຸດຢ່າງຍືດຍາວ, ແລ້ວໄດ້ໄປເຖິງປະເທດເກັຣກ. 3.ໄດ້ຢຸດຢູ່ທີ່ນັ້ນສາມເດືອນ. ເມື່ອທ່ານຈວນຈະລົງເຮືອໄປຍັງແຂວງຊີຣີ; ພວກຢິວໄດ້ກໍ່ການປອງຮ້າຍຕໍ່ທ່ານ, ໄດ້ບັງຄັບໃຫ້ທ່ານຕັດສິນໃຈກັບໄປທາງແຂວງມາເຊໂດນີອາ. 4.ທ່ານມີພັກພວກໄປນຳດ້ວຍ ຄື: ໂຊປາໂຕຣດ ລູກຂອງປີໂຣ, ຈາກເມືອງເບເຣ; ອາຣິດສະຕາກໂກ ແລະເຊກຸນໂດ ຈາກເມືອງເທຊະໂລນິກ; ກາໂຢ ຈາກເມືອງແດກເບ; ແລະຕີໂມເທ ພ້ອມດ້ວຍຕີກິກ ແລະໂຕຣຟິມ ຊາວອາຊີ. 5.ຄົນພວກນີ້ໄດ້ລ່ວງໜ້າໄປກ່ອນ ແລະໄປຄອຍຖ້າພວກເຮົາຢູ່ເມືອງໂຕຣອາດ. 6.ສ່ວນພວກເຮົາເອງ ເມື່ອວັນເທດສະການເຂົ້າປັງບໍ່ມີເຊື້ອລ່ວງກາຍໄປແລ້ວ ພວກເຮົາຈຶ່ງໄດ້ລົງເຮືອຈາກເມືອງຟີລິບ, ແລ້ວກໍໄດ້ໄປທັນພວກເຂົາທີ່ເມືອງໂຕຣອາດ ຫ້າວັນພາຍຫລັງ ແລະໄດ້ຢຸດຢູ່ທີ່ນັ້ນເປັນເວລາເຈັດວັນ.
ເປົາໂລເຮັດອັດສະຈັນໃຫ້ຄົນຕາຍກັບເປັນຄືນມາ
7.ໃນວັນຕົ້ນສັບປະດາ ພວກເຮົາໄດ້ຮວມກັນທຳພິທີບິເຂົ້າປັງ; ເປົາໂລໄດ້ສົນທະນາໂອ້ລົມກັບພວກເຂົາ, ເພາະວັນຕໍ່ມານັ້ນທ່ານຈະຕ້ອງຈາກໄປ; ທ່ານໄດ້ກ່າວປາໄສຍືດຍາວໄປຈົນຮອດທ່ຽງຄືນ. 8.ໃນຫ້ອງຊັ້ນເທິງ ບ່ອນພວກເຮົາປະຊຸມກັນນັ້ນ ມີຕະກຽງຈຳນວນຫລວງຫລາຍ. 9.ມີຊາຍໜຸ່ມຜູ້ໜຶ່ງຊື່ ເອອູຕິກ ນັ່ງຢູ່ໃກ້ປ່ອງຢ້ຽມ ແລະຫລົງເຫງົານອນໄປ ໃນຂະນະທີ່ເປົາໂລເວົ້າຢູ່ບໍ່ເຊົາ; ຊາຍໜຸ່ມນັ້ນຫລັບຄັກ ຈົນຕົກລົງຈາກຊັ້ນສາມ ຕາຍກັບທີ່. 10.ເປົາໂລໄດ້ລົງໄປ, ກົ້ມລົງໂຊມເອົາຊາຍຜູ້ນັ້ນ, ແລ້ວກ່າວວ່າ: ບໍ່ໃຫ້ຕົກໃຈເລີຍ, ວິນຍານເຂົາຍັງຢູ່”. 11.ຕໍ່ຈາກນັ້ນເປົາໂລໄດ້ຂຶ້ນເມືອເທິງ ໄດ້ບິເຂົ້າປັງແລະໄດ້ກິນ; ທ່ານຍັງໄດ້ສົນທະນາອີກດົນນານ ຈົນເຖິງຮຸ່ງເຊົ້າ ແລ້ວກໍໄດ້ຈາກໄປ. 12.ສ່ວນຊາຍໜຸ່ມຜູ້ນັ້ນ, ຜູ້ຄົນໄດ້ນຳເອົາເຂົາເມືອ ຍັງມີຊີວິດຢູ່ ແລະໃຜໆກໍຮູ້ສຶກຍິນດີບໍ່ໜ້ອຍ.
ຈາກເມືອງໂຕຣອາດ ໄປຍັງເມືອງ ມີເລໂຕ
13.ພວກເຮົາໄດ້ລົງເຮືອໄປກ່ອນ ທາງທະເລ ແລະມຸ່ງໜ້າໄປເມືອງອາໂຊດ ທີ່ນັ້ນພວກເຮົາຕ້ອງຮັບເອົາເປົາໂລ, ຕາມທີ່ທ່ານເອງໄດ້ຈັດໄວ້ ທ່ານຈະເດີນມາທາງບົກ. 14.ເມື່ອທ່ານໄດ້ມາທັນພວກເຮົາທີ່ເມືອງອາໂຊດແລ້ວ, ພວກເຮົາກໍໄດ້ຮັບເອົາທ່ານເຂົ້າເຮືອແລ້ວເດີນທາງຕໍ່ໄປຍັງເມືອງເມຕີແລນ. 15.ມື້ຕໍ່ມາ ພວກເຮົາກໍໄດ້ຈາກທີ່ນັ້ນໄປ ແລະໄດ້ມາຮອດໜ້າເກາະກີໂອ. ມື້ໃໝ່ຕໍ່ມາອີກ ພວກເຮົາໄດ້ມາເຖິງເກາະຊາໂມດ ແລະອີກມື້ໜຶ່ງ, ຫລັງຈາກໄດ້ຢຸດຢູ່ເມືອງໂຕຣກີລິອອນ, ກໍຮອດເມືອງມີເລໂຕ. 16.ຕາມຈິງ ເປົາໂລຕັດສິນໃຈບໍ່ຢຸດທີ່ເມືອງເອເຟໂຊ ເພື່ອບໍ່ໃຫ້ຊ້າເວລາຢູ່ແຂວງອາຊີ. ຖ້າພໍເປັນໄດ້ ທ່ານຢາກຟ້າວໄປຮອດນະຄອນເຢຣູຊາແລມມື້ວັນສະຫລອງພຣະຈິດ.
ສັ່ງລາພວກເຖົ້າແກ່ແຫ່ງເມືອງເອເຟໂຊ
17.ທີ່ເມືອງມີເລໂຕ, ເປົາໂລໄດ້ສົ່ງຄົນໄປນຳເອົາພວກເຖົ້າແກ່ແຫ່ງເມືອງເອເຟໂຊ ມາຫາ. 18.ເມື່ອພວກເຂົາໄດ້ມາຮອດ ທ່ານກໍໄດ້ກ່າວກັບພວກເຂົາວ່າ: “ພວກທ່ານກໍຮູ້ຢູ່ແລ້ວວ່າ ເຮົາໄດ້ປະພຶດຕົວແບບໃດຕໍ່ພວກທ່ານ ນັບຕັ້ງແຕ່ເຮົາໄດ້ກ້າວເຂົ້າມາໃນແຂວງອາຊີ. 19.ເຮົາໄດ້ຮັບໃຊ້ພຣະອົງເຈົ້າດ້ວຍໃຈສຸພາບ, ດ້ວຍນ້ຳຕາລິນໄຫລ, ແລະດ້ວຍການທົດລອງ ເກີດຈາກການປອງຮ້າຍຂອງພວກຢິວຕໍ່ເຮົາ. 20.ຫາກສິ່ງໜຶ່ງສິ່ງໃດເປັນຄຸນປະໂຫຍດແກ່ພວກທ່ານແລ້ວ, ເຮົາບໍ່ເຄີຍທໍ້ຖອຍຈັກເທື່ອ ເຮົາໄດ້ເທດສອນແລະອົບຮົມພວກທ່ານຢູ່ກາງມວນຊົນຫລືໃນທີ່ລັບ; 21.ເຮົາໄດ້ເຕືອນສະຕິພວກຢິວແລະພວກເກັຣກໃຫ້ກັບໃຈຄືນຫາພຣະເຈົ້າ ແລະຍອມເຊື່ອໃນພຣະເຢຊູພຣະອົງເຈົ້າ. 22.ແລະເວລານີ້ເອງ, ໂດຍພຣະຈິດດົນໃຈ, ເຮົາຈະຂຶ້ນໄປນະຄອນເຢຣູຊາແລມ ໂດຍບໍ່ຮູ້ວ່າຈະມີສິ່ງໃດເກີດຂຶ້ນແກ່ເຮົາ. 23.ນອກຈາກວ່າພຣະຈິດໄດ້ຊົງເຕືອນສະຕິເຮົາວ່າ ໃນທຸກຫົວເມືອງ ສາຍໂສ້ແລະຄວາມທຸກລຳບາກຄອຍຖ້າເຮົາຢູ່. 24.ແຕ່ເຮົາບໍ່ຖືວ່າຊີວິດຂອງເຮົາເປັນຂອງມີຄຸນຄ່າພໍພຽງໃດ, ຂໍແຕ່ໃຫ້ເຮົາໄດ້ເຮັດໜ້າທີ່ຂອງເຮົາ ແລະປະຕິບັດງານຊຶ່ງໄດ້ຮັບມອບໝາຍຈາກພຣະເຢຊູພຣະອົງເຈົ້າໃຫ້ສຳເລັດ ຄືເປັນພະຍານຢັ້ງຢືນເຖິງຂ່າວປະເສີດແຫ່ງພຣະຄຸນຂອງພຣະເຈົ້າ. 25.ບັດນີ້ເຮົາຊາບດີ, ເຮົາຜູ້ໄດ້ຢູ່ຮ່ວມກັບພວກທ່ານ, ແລະໄດ້ປະກາດພຣະຣາໄຊຂອງພຣະເຈົ້າທ່າມກາງພວກທ່ານ, ເຮົາຊາບວ່າພວກທ່ານທຸກຄົນຈະບໍ່ເຫັນໜ້າເຮົາອີກຕໍ່ໄປ. 26.ດ້ວຍເຫດນີ້ ໃນວັນນີ້ເຮົາຢືນຢັນຕໍ່ພວກທ່ານວ່າ ເຮົາໄດ້ເຮັດທຸກສິ່ງທີ່ຕ້ອງເຮັດ ເພື່ອພວກທ່ານທຸກຄົນແລ້ວ. 27.ດ້ວຍວ່າ ເມື່ອໃດຕ້ອງປະກາດພຣະປະສົງທັງໝົດຂອງພຣະເຈົ້າໃຫ້ພວກທ່ານຊາບ, ເຮົາກໍບໍ່ເຄີຍໄດ້ທໍ້ຖອຍເລີຍ. 28.“ພວກທ່ານຈົ່ງລະວັງຕົວເອງໃຫ້ດີ, ແລະລະວັງຮັກສາຝູງແກະ ຊຶ່ງພຣະຈິດເຈົ້າໄດ້ຊົງແຕ່ງຕັ້ງພວກທ່ານໃຫ້ເປັນຜູ້ນຳ, ເພື່ອລ້ຽງດູພຣະກຣິສຕະຈັກຂອງພຣະເຈົ້າ, ຊຶ່ງພຣະອົງໄດ້ຊົງໄຖ່ເອົາດ້ວຍພຣະໂລຫິດຂອງພຣະອົງເອງ. 29.ເຮົາຮູ້ຢູ່ວ່າ ເມື່ອເຮົາຈາກໄປແລ້ວ, ຈະມີໝາໄນໂຕຮ້າຍ ເຂົ້າມາໃນທ່າມກາງພວກທ່ານ, ມັນຈະບໍ່ໄວ້ຊີວິດຝູງແກະເລີຍ. 30.ແລະໃນຈຳນວນພວກທ່ານເອງ ກໍຈະມີບາງຄົນລຸກຂຶ້ນໂຄສະນາກ່າວປີ້ນຄວາມຈິງ ໂດຍມີເຈດຕະນາຢາກຊັກຊວນບັນດາສິດໃຫ້ຫລົງຕາມເຂົາໄປ. 31.ດັ່ງນີ້ ຈົ່ງເຝົ້າລະວັງແລະຈົ່ງຈື່ຈຳໄວ້ວ່າ ໃນລະຫວ່າງສາມປີ, ທັງເວັນແລະຄືນ, ເຮົາບໍ່ໄດ້ຢຸດເຊົາຕຸກເຕືອນແຕ່ລະຄົນໃນພວກທ່ານ ດ້ວຍນ້ຳຕາລິນໄຫລ. 32.ບັດນີ້ ເຮົາຂໍຝາກພວກທ່ານໄວ້ໃນພຣະເຈົ້າ ແລະໃນພຣະວາຈາແຫ່ງພຣະຄຸນຂອງພຣະອົງ, ຊຶ່ງມີຣິດສາມາດສ້າງພຣະວິຫານຂຶ້ນໄດ້ ແລະສາມາດປະທານມໍລະດົກໃຫ້ພວກທ່ານ ຮ່ວມກັບບັນດາຜູ້ເລືອກສັນທັງໝົດ. 33.ເຮົາບໍ່ໄດ້ໂລບເອົາເງິນ, ເອົາຄຳ ຫລືເສື້ອຜ້າຂອງຜູ້ໃດເລີຍ. 34.ທ່ານທັງຫລາຍກໍຊາບຢູ່ແລ້ວວ່າ ດ້ວຍມືເຮົານີ້ເອງ ເຮົາພ້ອມດ້ວຍພັກພວກໄດ້ຫາລ້ຽງຊີບ. 35.ເຮົາໄດ້ສຳແດງໃຫ້ພວກທ່ານເຫັນດ້ວຍວິທີຕ່າງໆວ່າ ຄວນບາກບັ່ນອົດທົນດັ່ງນີ້ແຫລະ ເພື່ອຊ່ວຍຊູຜູ້ຕ່ຳຕ້ອຍ ໂດຍລະລຶກເຖິງພຣະວາຈາຂອງພຣະເຢຊູພຣະອົງເຈົ້າ, ຜູ້ຊົງກ່າວວ່າ: “ການໃຫ້ໂຜດຄວາມສຸກຫລາຍກວ່າການຮັບ.”
36.ເມື່ອກ່າວດັ່ງນີ້ແລ້ວ ທ່ານໄດ້ຄູ້ເຂົ່າລົງ ແລະໄຫວ້ວອນພາວະນາພ້ອມກັບເຂົາທັງໝົດ. 37.ທຸກຄົນຈຶ່ງໄຫ້ນອງຂຶ້ນ ແລະຕ່າງໂດດກອດຄໍເປົາໂລ ຈູບຊົມຢ່າງຮັກແພງ. 38.ພວກເຂົາຮູ້ສຶກຕັນໃຈຫລາຍ ຍ້ອນທ່ານໄດ້ກ່າວດັ່ງນີ້ວ່າ: ພວກເຂົາຈະບໍ່ໄດ້ເຫັນໜ້າທ່ານອີກ. ຕໍ່ຈາກນັ້ນ ພວກເຂົາໄດ້ພາກັນໄປສົ່ງທ່ານເຖິງເຮືອ.