ໜັງສື ກິດຈະການຂອງພວກອັກຄະທຳມະທູດ
ພາກທີ 2
ພຣະຈິດເຈົ້າສະເດັດລົງມາ
1.ພໍເຖິງວັນສະຫລອງ”ຖ້ວນຫ້າສິບວັນ” ພວກອັກຄະທຳມະທູດທຸກຄົນມາທ້ອນໂຮມກັນຢູ່ບ່ອນດຽວ. 2.ທັນໃດກໍເກີດມີສຽງດັງມາຈາກທ້ອງຟ້າຄືສຽງລົມພະຍຸແຮງກ້າ ສະໜັ່ນກ້ອງທົ່ວເຮືອນບ່ອນພວກເພິ່ນນັ່ງໂຮມກັນຢູ່. 3.ພວກເພິ່ນແນມເຫັນຊໍ່ໄຟປາກົດມາເປັນຮູບຄືລີ້ນ ແບ່ງເປັນຫລາຍຊໍ່ ລອຍຢູ່ເທິງພວກເພິ່ນຜູ້ລະຊໍ່. 4.ທຸກຄົນຈຶ່ງເຕັມພຽບດ້ວຍພຣະຈິດເຈົ້າ ແລ້ວພາກັນຕັ້ງຕົ້ນປາກພາສາຕ່າງໆ ຕາມແຕ່ພຣະຈິດເຈົ້າຊົງດົນໃຈໃຫ້ເວົ້າ. 5.ໃນເວລານັ້ນ ພໍດີມີພວກຢິວໃຈສັດທາ ມາຈາກທຸກປະເທດໃຕ້ທ້ອງຟ້າ ຄ້າງຢູ່ນະຄອນເຢຣູຊາແລມ. 6.ເມື່ອໄດ້ຍິນສຽງ, ປະຊາຊົນທັງຫລາຍກໍພາກັນຫຸ້ມເຂົ້າເບິ່ງເຂົ້າຟັງ ແລະໃຜໆກໍຮູ້ສຶກປະຫລາດໃຈ ຍ້ອນຍິນພວກອັກຄະທຳມະທູດປາກເວົ້າພາສາຂອງຕົນເອງ. 7.ພວກຄົນທັງຫລາຍຮູ້ສຶກງຶດງົງແລະອັດສະຈັນໃຈເວົ້າກັນວ່າ: “ພວກຄົນທີ່ປາກເວົ້າຢູ່ນີ້ ບໍ່ແມ່ນຊາວຄາລີເລໝົດທຸກຄົນບໍ? 8.ເປັນແນວໃດ, ໃຜໆໃນພວກເຮົາຈຶ່ງໄດ້ຍິນພວກເຂົາປາກເວົ້າພາສາບ້ານເກີດເມືອງນອນຂອງໃຜລາວ? 9.ແມ່ນວ່າພວກເຮົາຈະເປັນຊາວປາກເຕ, ຊາວເມດີ, ຊາວເອລາມ, ຊາວເມໂຊໂປຕາມີ, ຊາວຢູເດແລະຊາວກາປາໂດຊີ, ຊາວໂປນເຕແລະອາຊີກໍມີ, 10.ຫລືມາຈາກແຂວງຟຣີຊີແລະປຳຟີລີ, ເປັນແຂກມາຈາກກຸງໂຣມ 11.ເປັນຊາວຢິວແລະພວກເຂົ້າຮີດຢິວ, ເປັນຊາວເກາະເກຣເຕແລຊາວອາຣາບີກໍດີ, ໃຜໆໃນພວກເຮົາກໍໄດ້ຍິນພວກເຂົາເຈົ້າປະກາດສັນຣະເສີນສິ່ງມະຫັດສະຈັນຂອງພຣະເຈົ້າ ໃນພາສາພື້ນເມືອງຂອງເຮົາເອງ”. 12.ທຸກຄົນງຶດງົງປະຫລາດໃຈເວົ້າກັນວ່າ: “ເລື່ອງນີ້ຈະແປວ່າຢ່າງໃດນໍ?” 13.ລາງຄົນອື່ນເວົ້າເຢາະເຢີ້ຍວ່າ: “ຄົນພວກນັ້ນເຕັມດ້ວຍເຫລົ້າອະງຸ່ນໃໝ່.”
ຄຳປາໄສຂອງເປໂຕ
14.ເປໂຕຈຶ່ງລຸກຂຶ້ນ, ພ້ອມກັບພວກອັກຄະທຳມະທູດທັງສິບເອັດ ແລະອ້າປາກກ່າວກັບປະຊາຊົນວ່າ: “ຊາວຢິວທັງຫລາຍ ແລະພວກທ່ານທີ່ຢູ່ໃນນະຄອນເຢຣູຊາແລມເອີຍ, ເຊີນງ່ຽງຫູຟັງຂ້າພະເຈົ້າເຖີດ. 15.ບໍ່ແມ່ນດອກ, ຄົນພວກນີ້ບໍ່ໄດ້ເມົາເຫລົ້າເລີຍ, ຄືພວກທ່ານຄຶດນັ້ນດອກ. ເພາະເວລານີ້ແມ່ນແຕ່ໂມງທີ່ສາມຂອງມື້ເທົ່ານັ້ນ. 16.ແຕ່ເຫດການນີ້ກໍຖືກຕ້ອງຕາມທີ່ພວກປະພາສົກໄດ້ກ່າວໄວ້ແລ້ວ ພຣະອົງໄດ້ຊົງກ່າວວ່າ: 17.“ໃນວັນສຸດທ້າຍ, ເຮົາຈະສາດພຣະຈິດຂອງເຮົາລົງໃສ່ມະນຸດທັງຫລາຍ, ແລ້ວບຸດຊາຍແລະບຸດຍິງຂອງພວກເຂົາກໍຈະກ່າວທຳນາຍໄດ້, ບັນດາຊາວໜຸ່ມຈະເຫັນນິມິດ ແລະພວກຜູ້ເຖົ້າຈະຝັນຕ່າງ. 18.ສ່ວນເຮົາເອງ, ເຮົາຈະສາດພຣະຈິດລົງໃສ່ບັນດາຂ້າໃຊ້ຊາຍແລະຍິງຂອງເຮົາ. 19.ແລະເຮົາຈະບັນດົນໃຫ້ມີສິ່ງປະຫລາດອັດສະຈັນປະຈັກຂຶ້ນຢູ່ເບື້ອງບົນໃນຟ້າສະຫວັນ ແລະໃຫ້ມີໝາຍສຳຄັນຢູ່ເບຶ້ອງລຸ່ມບົນແຜ່ນດິນ. 20.ດວງອາທິດຈະກັບກາຍເປັນຄວາມມືດ, ແລະດວງຈັນຈະກັບກາຍເປັນເລືອດ, ກ່ອນວັນເວລາຂອງພຣະເຈົ້າ, ວັນເວລາອັນໃຫຍ່ນັ້ນ, ຈະມາເຖິງ. 21.ໃນເວລານັ້ນ, ຜູ້ໃດອະທິຖານເຖິງພຣະນາມຂອງພຣະອົງເຈົ້າ ກໍຈະໄດ້ຮອດ”. 22.ຊາວອິສຣາແອນທັງຫລາຍເອີຍ! ຈົ່ງຟັງຖ້ອຍຄຳເຫລົ່ານີ້ເຖີດ. ພຣະເຢຊູຊາວນາຊາແຣັດ, ບຸລຸດຜູ້ນັ້ນຊຶ່ງພຣະເຈົ້າໄດ້ຊົງໃຫ້ພວກທ່ານຮູ້ດ້ວຍການອັດສະຈັນ, ການແປກປະຫລາດແລະໝາຍສຳຄັນຕ່າງໆ, ອັນພຣະເຈົ້າໄດ້ຊົງກະທຳ ດ້ວຍອາໄສພຣະອົງຢູ່ທ່າມກາງພວກທ່ານ, ດັ່ງພວກທ່ານເອງກໍຮູ້ດີຢູ່ແລ້ວ. 23.ບຸລຸດຜູ້ນັ້ນ, ທີ່ໄດ້ຖືກມອບຕາມແຜນການຄາດໝາຍໄວ້ ແລະຄວາມຮູ້ແຈ້ງຂອງພຣະເຈົ້າ, ພວກທ່ານໄດ້ຈັບກຸມເອົາພຣະອົງແລະປະຫານຊີວິດ ໂດຍຄຶງໃສ່ກາງເຂນ ດ້ວຍອາໄສມືຂອງພວກຕ່າງສາດສະໜາ, 24.ແຕ່ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງໄດ້ກັບເປັນຄືນມາ, ດ້ວຍໄດ້ປົດປ່ອຍພຣະອົງອອກຈາກຄວາມຕາຍ, ເພາະຄວາມຕາຍບໍ່ມີສິດຫຍັງເລີຍໃນພຣະອົງ. 25.ດ້ວຍວ່າກະສັດດາວິດໄດ້ກ່າວເຖິງພຣະອົງດັ່ງນີ້: “ຂ້າພະເຈົ້າແນມເຫັນພຣະອົງຢູ່ຕໍ່ໜ້າຂ້າພະເຈົ້າສະເໝີ, ຍ້ອນພຣະອົງຊົງປະທັບຢູ່ເບື້ອງຂວາຂອງຂ້າພະເຈົ້າ ເພື່ອບໍ່ໃຫ້ຂ້າພະເຈົ້າສະທ້ານຫວັ່ນໄຫວ. 26.ດ້ວຍເຫດນີ້, ຈິດໃຈຂ້າພະເຈົ້າຈຶ່ງປິຕິຍິນດີ ແລະລີ້ນຂ້າພະເຈົ້າຈຶ່ງເບີກບານມ່ວນຊື່ນ; ແມ່ນແຕ່ເນື້ອຕົວຂ້າພະເຈົ້າກໍຈະພັກຜ່ອນຢູ່ໃນຄວາມໄວ້ໃຈ. 27.ໂອພຣະອົງເຈົ້າ, ພຣະອົງຈະບໍ່ປະຖິ້ມວິນຍານຂອງຂ້າພະເຈົ້າໄວ້ໃນຮົ່ມເງົາແຫ່ງຄວາມຕາຍ, ແລະຈະບໍ່ປ່ອຍໃຫ້ຜູ້ທ່ຽງທຳຂອງພຣະອົງເປື່ອຍເໜົ່າ. 28.ພຣະອົງໄດ້ຊົງໂຜດໃຫ້ຂ້າພະເຈົ້າຮູ້ຈັກເສັ້ນທາງແຫ່ງຊີວິດ, ພຣະອົງຈະຊົງໂຜດໃຫ້ຂ້າພະເຈົ້າເຕັມພຽບດ້ວຍຄວາມຍິນດີຢູ່ໃກ້ຊິດພຣະອົງ.” 29.ພີ່ນ້ອງທັງຫລາຍເອີຍ! ຂ້າພະເຈົ້າສາມາດຈະກ່າວຢ່າງເຊື່ອໝັ້ນຕໍ່ພວກພີ່ນ້ອງວ່າ: ກະສັດດາວິດ, ບັນພະບຸຣຸດຂອງພວກເຮົານັ້ນ, ໄດ້ສະຫວັນນິພານ ແລະໄດ້ຖືກບັນຈຸຝັງໄວ້ແລ້ວ, ແລະທາດຂຸມຂອງທ່ານກໍຍັງຢູ່ທ່າມກາງພວກເຮົາຈົນເຖິງປັດຈຸບັນນີ້. 30.ແຕ່ຍ້ອນວ່າທ່ານເປັນປະພາສົກ ແລະຮູ້ວ່າພຣະເຈົ້າໄດ້ສາບານກັບທ່ານວ່າ ຈະປະທານໃຫ້ຜູ້ໜຶ່ງໃນວົງຕະກູນຂອງທ່ານ ໄດ້ປະທັບເທິງພະທີ່ນັ່ງຂອງທ່ານ, 31.ທ່ານຈຶ່ງໄດ້ຮູ້ແຈ້ງລ່ວງໜ້າ ແລະປະກາດການກັບຄືນຊີບຂອງພຣະກຣິສໂຕເຈົ້າ ທີ່ບໍ່ໄດ້ຖືກປະຖິ້ມໃນຮົ່ມເງົາແຫ່ງຄວາມຕາຍ ແລະເນື້ອຕົວພຣະອົງບໍ່ໄດ້ເປື່ອຍເໜົ່າເລີຍ. 32.ພຣະເຢຊູຜູ້ນັ້ນ, ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງກັບຄືນຊີບແລ້ວ; ພວກເຮົາທຸກຄົນຂໍຢືນຢັນເປັນພະຍານ. 33.ແລະເວລານີ້, ພຣະອົງປະທັບຢູ່ພະຫັດຂວາຂອງພຣະເຈົ້າ ແລະໄດ້ຮັບພຣະຈິດຂອງພຣະບິດາ, ຜົນແຫ່ງພຣະສັນຍາ, ຊຶ່ງພຣະອົງໄດ້ສາດລົງມາດັ່ງທີ່ພວກທ່ານເຫັນແລະຍິນຢູນີ້ແລ. 34.ດ້ວຍວ່າກະສັດດາວິດບໍ່ໄດ້ຂຶ້ນໄປຍັງສະຫວັນຊັ້ນຟ້າ ແຕ່ທ່ານເອງຍັງໄດ້ກ່າວວ່າ “ພຣະອົງໄດ້ຊົງກ່າວກັບພຣະອົງເຈົ້າຂອງຂ້າພະເຈົ້າວ່າ: ຈົ່ງປະທັບຢູ່ເບື້ອງຂວາຂອງເຮົາ. 35.ຈົນກວ່າເຮົາຈະຜາບສັດຕູຂອງທ່ານເປັນຂຽງຮອງພະບາດຂອງທ່ານ.” 36.ດັ່ງນີ້ ເຊື້ອວົງອິສຣາແອນທັງໝົດ ຈົ່ງຮູ້ເຫດການເຫລົ່ານີ້ໄວ້ຢ່າງແຈ່ມແຈ້ງ: ພຣະເຢຊູເຈົ້າ, ຜູ້ພວກທ່ານໄດ້ຄຶງກາງເຂນນັ້ນ, ພຣະເຈົ້າໄດ້ແຕ່ງຕັ້ງພຣະອົງທ່ານ ໃຫ້ເປັນພຣະກຣິສໂຕແລະພຣະອົງເຈົ້າແລ້ວ.”
ການກັບໃຈຄັ້ງປະຖົມມະເລີກ
37.ເມື່ອເຂົາທັງຫລາຍໄດ້ຍິນດັ່ງນັ້ນ, ເຂົາກໍຮູ້ສຶກເຈັບແສບຫົວໃຈຢ່າງໃຫຍ່, ເຂົາຈຶ່ງກ່າວຕໍ່ເປໂຕແລະອັກຄະທຳມະທູດອື່ນວ່າ: “ພີ່ນ້ອງທັງຫລາຍເອີຍ, ພວກເຮົາຕ້ອງເຮັດແນວໃດ?” 38.ເປໂຕເລີຍຕອບພວກເຂົາວ່າ: “ຈົ່ງກິນແໜງບາບຜິດຕ່າງໆ ແລະໃຫ້ທຸກຄົນຮັບສິນລ້າງບາບໃນນາມຂອງພຣະເຢຊູກຣິສໂຕເຈົ້າ, ເພື່ອຈະໄດ້ຮັບການຍົກໂທດ ແລະພວກທ່ານຈະໄດ້ຮັບພະທານຂອງພຣະຈິດເຈົ້າ. 39.ດ້ວຍເຫດວ່າ, ພຣະສັນຍາໄດ້ມີໄວ້ກໍແມ່ນເພື່ອພວກທ່ານນີ້ເອງ, ເພື່ອບຸດຫລານຂອງພວກທ່ານ ແລະເພື່ອທຸກຄົນທີ່ຢູ່ຫ່າງໄກເປັນຈຳນວນມາກຫລາຍ, ຕາມແຕ່ພຣະອົງພຣະເຈົ້າຂອງເຮົາຊົງພໍພຣະໄທຮຽກເອົາ.” 40.ເປໂຕຍັງໄດ້ກ່າວສັ່ງສອນແລະເຕືອນສະຕິພວກເຂົາຕໍ່ໄປອີກວ່າ: “ຈົ່ງຖອນຕົວອອກ ໃຫ້ຫວິດພົ້ນຈາກສັນຊາດຊົ່ວຮ້າຍນີ້ເສຍ.” 41.ເມື່ອໄດ້ຮັບເອົາຖ້ອຍຄຳຂອງເປໂຕນີ້ແລ້ວ, ເຂົາທັງຫລາຍກໍຍອມຮັບສິນລ້າງບາບ, ແລະຈຳນວນຂອງສັດຕະບຸຣຸດໄດ້ເພີ່ມຂຶ້ນໃນວັນນັ້ນ ຈົນເຖິງ 3.000 ຄົນອີກ.
ເລີ່ມຕົ້ນຊີວິດຮ່ວມຂອງພຣະກຣິສຕະຈັກ
42.ບັນດາສິດທັງຫລາຍພ້ອມພຽງກັນຢຶດຖືເອົາຄຳສອນຂອງພວກອັກຄະທຳມະທູດ, ຊື່ສັດຕໍ່ຄວາມຮັກສາມັກຄີ, ຕໍ່ການບິປັງ ແລະຕໍ່ການສວດພາວະນາ. 43.ທຸກຄົນເກີດມີຈິດໃຈຕື່ນສະທ້ານຢ້ານຢຳ, ຍ້ອນການອັດສະຈັນແລະໝາຍສຳຄັນຫລວງຫລາຍ ຊຶ່ງພວກອັກຄະທຳ ມະທູດກະທຳຢູ່ຕະຫລອດ. 44.ບັນດາຜູ້ເຊື່ອທຸກຄົນພ້ອມພຽງກັນເອົາຊັບສິນມາປະສົມໃຫ້ເປັນຂອງສ່ວນຮວມ, 45.ເຂົາຂາຍທີ່ດິນແລະຊັບສິນຂອງຕົນ ແລະແບ່ງປັນລາຄາຕາມແຕ່ຄວາມຕ້ອງການຂອງໃຜລາວ. 46.ແຕ່ລະມື້ໆ ພວກເຂົາຮ່ວມກັນພາວະນາໃນພຣະວິຫານບໍ່ຂາດ, ຮ່ວມກັນບິແບ່ງເຂົ້າປັງຢູ່ຕາມເຮືອນ ແລະຮ່ວມກັນຮັບປະທານອາຫານດ້ວຍຄວາມຊື່ນຊົມຍິນດີແລະຢ່າງເປັນກັນເອງ. 47.ພວກເຂົາຮ້ອງສັນຣະເສີນພຣະເຈົ້າ ແລະໄດ້ຮັບຄວາມນິຍົມຊົມຊອບຂອງປະຊາຊົນທັງໝົດ. ສ່ວນພຣະອົງເຈົ້າ ພຣະອົງກໍເພີ່ມຈຳນວນ ບັນດາຜູ້ຮອດ ນັບມື້ນັບຫລາຍຂຶ້ນ.